ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ປຶກສາຄວາມເປັນໄປໄດ້ຂອງຄວາມຮັກ

໗ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ສະບາຍດີ ພີ່ນ້ອງຊາວພັນລາວທີ່ມາເຂົ້າຊົມກະທູ້ນີ້,

ຄືວ່າມີເລື່ອງຢາກຈະໄດ້ຄຳປຶກສາກັບທຸກຄົນ

ກ່ຽວກັບເລື່ອງຄວາມຮັກນິແຫຼະ, ວ່າເປັນໄປໄດ້ບໍ່ວ່າ ຄູ່ຍິງຊາຍຄູ່ໜຶ່ງຮັກກັນມາໄດ້ 3 ກວ່າປີແລ້ວ, ຝ່າຍຊາຍ ອາຍຸ 18ເຂົ້າ19 ຮຽນຢູ່ລະດັບວິຊາຊີບຊັ້ນປີທີ 2 ແລ້ວ, ສ່ວນຝ່າຍຍິງ ແມ່ນ 15ຈະເຂົ້າ16ແລ້ວ ຮຽນຢູ່ຊັ້ນ ມ.6 ແລ້ວ,

ພໍ່ແມ່ຂອງຝ່າຍຍິງນັ້ນ ໃຫ້ຄວາມຕອບຮັບຝ່າຍຊາຍເປັນຢ່າງດີ ເມື່ອເວລາທີ່ຝ່າຍຊາຍໄດ້ມາຫຼິ້ນບ້ານຝ່າຍຍິງ, ທັງໆທີ່ຝ່າຍຊາຍນັ້ນ ຖານະຄ່ອນຂ້າງ ຈະຂັດສົນໜ້ອຍໜຶ່ງແຕ່ບໍ່ເຖິງຂັ້ນທຸກຍາກ, ກົງກັນຂ້າມ ຝ່າຍຍິງສຳພັດມີຖານະທີ່ຄ່ອນຂ້າງຈະລ່ຳລວຍ ຊ່ວຍເຫຼືອຝ່າຍຊາຍໄດ້ທຸກຍາມ ທີ່ຂັດສົນ, ແຕ່ຂໍດີຂອງຝ່າຍຊາຍແມ່ນ ບໍ່ໄດ້ເປັນຄົນປອກລອກຜູ້ຍິງ ແລະ ບໍ່ມີນິໄສຫຼາຍໃຈ ສື່ສັດກັບຄົນຮັກຕະຫຼອດເວລາ. ແຕ່ສ່ວນຝ່າຍຍິງນັ້ນ ບໍ່ສາມາດມາຍາມບ້ານຝ່າຍຊາຍໄດ້, ເນື່ອງຈາກວ່າ ພໍ່ຂອງຝ່າຍຊາຍນັ້ນ ກີດກັນທັງສອງ, ທ່ານໃຫ້ເຫດຜົນວ່າ ທັງສອງຍັງ ຢູ່ໃນໄວຮຽນ ຈຶ່ງບໍ່ຢາກໃຫ້ຄົບຫາກັນແບບສະຖານະຊູ້ສາວ

ສ່ວນເລື່ອງທີ່ຢາກປຶກສາແມ່ນ "ເປັນໄປໄດ້ບໍ່ວ່າ ທັງສອງຈະສາມາດຄອງຮັກກັນໄດ້ຈົນຮອດມື້ແຕ່ງດອງ ແລະ ຢູ່ກັນຈົນແກ່ເຖົ້າ?", ທັງໆທີ່ທັງສອງນັ້ນຍັງຫາກໍ່ຢູ່ ຊັ້ນວິຊາຊີບປີ2 (ຝ່າຍຊາຍ) ແລະ ມັດທະຍົມ ປີທີ6, ໃຫ້ເຫດຜົນພ້ອມແດ່ເດີ້! (ຝ່າຍຍິງ)



ຈົບ



໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນໄປໄດ້ ຄວາມຮັກ ມັນຂຶ້ນກັບຄົນສອງຄົນ ອັນອື່ນບໍ່ກ່ຽວດອກ. ຖ້າຮັກກັນແທ້ ມີບັນຫາຕ້ອງຫາທາງແກ້ຊ່ວຍກັນ ແລະຕ້ອງທຳຄວາມເຂົ້າໃຈກັນຫາກມີຄວາມສົງໄສ. ສູ້ໆເດີ້

ຄິດດີ ເວົ້າດີ ເຮັດດີ

໗ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ໂດຍ ຂອບໃຈຫຼາຍໆ ແຕ່ບໍ່ແມ່ນບັນຫາຂອງຂ້າພະເຈົ້າ, ໝູ່ຝາກຕັ້ງໃຫ້ແດ່ ລາວບໍ່ກ້າຕັ້ງເອງ (ລາວອາຍຫັ່ນນາ).



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ວ່າ ຮັກກັນດ້ວຍຄວາມຫວັງດີຕໍ່ກັນ
ຢ່າທຳລາຍໃຈກັນ ແບບບໍ່ໃຫ້ມີຜົນກະທົບຕໍ່ການຮຽນ
ເລື່ອງຄວາມຮັກຕ້ອງເພຶ່ອໃຈໄວ້ທັງສອງຝ່າຍ
ຄິດວ່າຊິເປັນໄປໄດ້ຢ່າງດຽວກໍ່ບໍ່ໄດ້ ເພື່ອໆ ໄວ້ກໍ່ດີ
ເອົາຮຽນເປັນຫຼັກ ເອົາຮັກເປັນລັງໃຈ
ແຕ່ວ່າ: ເພື່ອໄວ້ໃຫ້ການຮຽນກໍ່ດີໃດ ອານາຄົດຕ້ອງເພິ່ງການສຶກສາ
ຄວາມຮັກ ຖ້າຮັກກັນຈິງກໍ່ຫາກຊິໄດ້ຢູ່ດອກ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົບກັນແບບໝູ່ສະນິດໄປກ່ອນ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງແບບນີ້ມັນຂຶ້ນກັບໃຈຂອງທັງສອງເປັນຜູ້ກຳນົດ..
ແຕ່...............
ຂ້ອຍເຊື່ອວ່າເປັນໄປໄດ້..


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນໄປບໄດ້ດອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ได้ครับ
เรื่องนี้ไม่ใช่ปัญหาของความรักเลย ถ้ารักซะอย่าง ต้องทำได้
ถ้าพ่อไม่ยอมรับ ก็แอบคบกันก่อนก็ได้ (รักกันต้องอดทน)
พอถึงเวลาที่พร้อมจริงๆมีงานการทำ แล้วค่อยบอกพ่อ.(รักไม่มีคำว่าสายเกินไป)

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊິຟ້າວຄິດໄປໄກເຮັດຫັຍງ ຮຽນກະຍັງບໍ່ທັນຈົບຊ້ຳ, ເລື່ອງຄວາມຮັກຫັ້ນນາມັນເປັນເລື່ອງຂອງຄວາມຮູ້ສຶກ, ຢາກປະສົບຄວາມສຳເລັດເລື່ອງຄວາມຮັກ ກໍ່ຕ້ອງປະສົບຜົນສຳເລັດກັບການຮຽນກ່ອນເດີ ໄວລຸ້ນທັງຫຼາຍ ດັ່ງສຸພາສິດເພິ່ນວ່າ: <ເງິນງານການສຶກສາຕ້ອງມາກ່ອນ ຢ່າຮີບຮ້ອນຫາຮັກງານຈະເສຍ ຖ້າຂາດເງິນຂາດງານປານຂາດເມຍ ງານບໍ່ເສຍເງິນຄົງມີ ເມຍຄົງມາ>.

ແມ່ນໃຜສາມາດລົງໂປຼແກມ Arc GIS 9.3 ໄດ້ແນ່? ໃຜລົງເປັນຊ່ວຍບອກຂ້າພະເຈົ້າແນ່.

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບາງຄົນຄົບກັນຮອດແປດປີເລີກກັນກະມີ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກມາແລ້ວ...ແຕ່ເລື່ອງຖານະສູສີກັນ

ໄປບໍ່ລອດດອກ

ເປັນຫມູ່ກັນໄປດີກວ່າ

ທຸກມື້ນີ້ຄົນເຮົາມີຄວາມຄິດແຫວກແນວຕະຫຼອດ


໗ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Sithsitkhonesack ຂຽນວ່າ...
<ເງິນງານການສຶກສາຕ້ອງມາກ່ອນ ຢ່າຮີບຮ້ອນຫາຮັກງານຈະເສຍ ຖ້າຂາດເງິນຂາດງານປານຂາດເມຍ ງານບໍ່ເສຍເງິນຄົງມີ ເມຍຄົງມາ>.



ຖຶກໃຈຫຼາຍສຸພາສິດນີ້
ສຳຫຼັບໂຕຂ້າພະເຈົ້າເອງ, ກໍ່ຄິດວ່າວັດຖຸຕ້ອງມາກ່ອນຈິດໃຈສະເໝີ
ແລ້ວກໍ "ຮັກແທ້" ນ່ະ ຂ້າພະເຈົ້າຄິດວ່າມັນມີແຕ່ຢູ່ໃນຮູບເງົາ ກັບ ກາຣ໌ຕູນ ຫຼາຍກວ່າໃນຊີວິດຈິງ



໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍພຽງໃຈຢ່າທໍ້ ແລະຢ່າຫວັ່ນໄຫວ ບັນຫາໃດກໍ່ຄົງຜ່ານໄປໄດ້
ສິ່ງສຳຄັນແມ່ນເຮັດໜ້າທີ່ປັດຈຸບັນ ຄືການຮ່ຳຮຽນ ໃຫ້ດີທີ່ສຸດ ເພາະມັນຈະເປັນພື້ນຖານໃຫ້ຫຼາຍເລື້ອງ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຄອງຮັກຮອດມື້ແຕ່ງດອງຫັນຄິດວ່າໄດ້ ແຕ່ຊີຮອດແກ່ເຖົ້ານິຂື້ນກັບການກະທຳຂອງເຈົ້າທັ້ງສອງຄົນເດີ້. ແຕ່ເລື່ງເຫດຜົນທີ່ພໍ່ຂອງຝ່າຍຊາຍອ້າງມານັ້ນນຂ້ອຍກາເຫັນດີໃດເພາະຝ່າຍຍິງຍັງອາຍຸນ້ອຍເກີນໄປ ຖ້າຝ່າຍຍິງອາຍຸເທົ່າກັບເຈົ້າກາວ່າໄປຢ່າງ(ຢ່າສົນທີ່ພໍ່ເວົ້າ ເຮັດຕາມໃຈໂຕເອງໂລດ) ແຕ່ທາງທີ່ດີນິເຮັດຕາມທີ່ພໍ່ຝ່າຍຊາຍບອກຫັນດີທີ່ສຸດແລ້ວ ຖ້າຢາກຄົບກັນກາເປັນຄົນຮູ້ໃຈກັນໄປກ່ອນ ຄົນຮູ້ໃຈໃນທີ່ນີ້ຫັນບໍ່ແມ່ນເພື່ອນສະນິດເດີ້ ແບບວ່າເປັນແຟນກັນຫັນແຫລະແຕ່ຍັງບໍ່ທັນຮອດຍາມໃສ່ຄຳວ່າແຟນຊື່ໆ. ເຂົ້າໃຈທີ່ເວົ້າບໍ່ຖ້າບໍ່ເຂົ້າໃຈກາຢ່າເຈົ້າ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຄອງຮັກຮອດມື້ແຕ່ງດອງຫັນຄິດວ່າໄດ້ ແຕ່ຊີຮອດແກ່ເຖົ້ານິຂື້ນກັບການກະທຳຂອງເຈົ້າທັ້ງສອງຄົນເດີ້. ແຕ່ເລື່ງເຫດຜົນທີ່ພໍ່ຂອງຝ່າຍຊາຍອ້າງມານັ້ນນຂ້ອຍກາເຫັນດີໃດເພາະຝ່າຍຍິງຍັງອາຍຸນ້ອຍເກີນໄປ ຖ້າຝ່າຍຍິງອາຍຸເທົ່າກັບເຈົ້າກາວ່າໄປຢ່າງ(ຢ່າສົນທີ່ພໍ່ເວົ້າ ເຮັດຕາມໃຈໂຕເອງໂລດ) ແຕ່ທາງທີ່ດີນິເຮັດຕາມທີ່ພໍ່ຝ່າຍຊາຍບອກຫັນດີທີ່ສຸດແລ້ວ ຖ້າຢາກຄົບກັນກາເປັນຄົນຮູ້ໃຈກັນໄປກ່ອນ ຄົນຮູ້ໃຈໃນທີ່ນີ້ຫັນບໍ່ແມ່ນເພື່ອນສະນິດເດີ້ ແບບວ່າເປັນແຟນກັນຫັນແຫລະແຕ່ຍັງບໍ່ທັນຮອດຍາມໃສ່ຄຳວ່າແຟນຊື່ໆ. ເຂົ້າໃຈທີ່ເວົ້າບໍ່ຖ້າບໍ່ເຂົ້າໃຈກາຢ່າເຈົ້າ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ເປັນໄປໄດ້ຍາກ ເວລາປ່ຽນຄວາມຄິດຂອງຄົນໄດ້

ຊົ່ວຢ່າງສ້າງສັນ

໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ແຕ່ງແບບອ້າຍເລີຍ ນ້ອງ
ອ້າຍຫາກະຮຽນປີ2 ແຕ່ເມຍອ້າຍລາວຈົບໄດ້ປີກ່ວາ ແລ້ວ
ແລ້ວຊີວິດຄູ່ຫາກຈະເດີນໄປຕາມໆກັນ
ກ່ອນແຕ່ງກັບຫຼັງແຕ່ງຄືກັນຕ່າງແຕ່ ບໍ່ໄດ້ຫຼອຍຄືເກົ່າຊື່ໆ ອິອິ (ເວົ້າຢອກເດີ້ ມັນຂື້ນກັບໃຈວ່າຈະໝັ້ນຄົງຢ່າງທີ່ຄິດໄວ້ບໍ່ເທົ່ານັ້ນລະ)


໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ເປັນໄປໄດ້ຍາກ ເວລາປ່ຽນຄວາມຄິດຂອງຄົນໄດ້



ເຫັນດີນຳ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກະຂຶ້ນ ກັບຄູ່ບ່າວສາວທັງສອງ ຝ່າຍວ່າຈະເຊື້ອໝັ້ນເຊິ່ງກັນແລະ ກັນຊຳໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Sithsitkhonesack ຂຽນວ່າ...
<ເງິນງານການສຶກສາຕ້ອງມາກ່ອນ ຢ່າຮີບຮ້ອນຫາຮັກງານຈະເສຍ ຖ້າຂາດເງິນຂາດງານປານຂາດເມຍ ງານບໍ່ເສຍເງິນຄົງມີ ເມຍຄົງມາ>.



ເປັນແງ່ຄິດອັນໜຶ່ງທີ່ດີ. ແຕ່ຖ້າຄົນເຮົາຮູ້ຄິດ ແລະ ຈັດສັນ, ຄວາມຮັກຈະສ້າງແຮງໃຈໃຫ້ຮຽນເກັ່ງ, ໃຫ້ມີປະສິດທິພາບໃນການເຮັດວຽກເດີ້.
ເຮົາເຫັນແນວນີ້ໃດ໋

ຄິດດີ ເວົ້າດີ ເຮັດດີ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຄືຊິໄດ້ຖ້າຮັກກັນແທ້


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
่ึุุุึความรักเปันสี่งที่สวยงามแุุต่ มันเปันไปได้ยากตี