ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຊິຮຽນພາສາສະເປນໄດ້ຢູ່ໃສ? + (ຊິຮຽນປຸງແຕ່ງໄດ້ຢູ່ໃສ?)

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ຍຸດທະການປະຢັດກະທູ້ (ຫຼຸດພາວະໂລກຮ້ອນ??)

ກ່ອນໜ້ານີ້ເຄີຍຖາມເລື່ອງຮຽນປຸງແຕ່ງ ມາເທື່ອນີ້ຢາກຖາມເລື່ອງພາສາສະເປນ

ມີໃຜຮູ້ວ່າຈະຮຽນພາສາສະເປນໄດ້ຢູ່ໃສແນ່ ອັນທີ່ຈິງບໍ່ເຄີຍໄດ້ຍິນເລີຍວ່າມີບ່ອນໃດສອນບໍ່

ແບບວ່າມີໝູ່ຄົນໜຶ່ງຢາກຮຽນນະ ຖ້າບໍ່ມີບ່ອນຮຽນ ມີໃຜພໍຈະຮູ້ວ່າມີປຶ້ມຫຍັງສອນພາສາສະເປນບໍ່ ຊື່ປຶ້ມຫຍັງ ແລະຫາຊື້ໄດ້ຢູ່ໃສ

ຂອບໃຈຫຼາຍໆ~

-------------

(ຄຳຖາມເກົ່າ 10ເດືອນກ່ອນ -- ໄດ້ຄຳຕອບແລ້ວ ບໍ່ຕ້ອງຕອບກະໄດ້ ^^)

ມີ່ມີໝູ່ຄົນໜຶ່ງ ຢາກຮຽນປຸງແຕ່ງ ພວກແຕ່ງອາຫານ ຂະໜົມ ປະມານນີ້ນະ

ຢູ່ລາວກະມີປະລິນຍາຕີດ້ານນີ້ຢູ່ຫວາ? ເທົ່າທີ່ຟັງມາຍັງບໍ່ເຄີຍໄດ້ຍິນ ຮູ້ແຕ່ວ່າຢູ່ໄທມີ ເພາະວ່າໝູ່ຄົນໜຶ່ງກະຮຽນຄົວປະລິນຍາຕີ

ແຕ່ຢູ່ລາວເຮົາ ຊິໄປຮຽນໄດ້ຢູ່ໃສ? ໝູ່ເພື່ອນຄົນໃດພໍຈະຮູ້ ຂໍຄຳແນະນຳແນ່ເດີ້

thx ຫຼາຍໆ

໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ວິທະຍາໄລເຕັກນິກປາກປາສັກ, ລາວຫວຽດ, ໆລໆ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ sonelaottfclub ຂຽນວ່າ...
ວິທະຍາໄລເຕັກນິກປາກປາສັກ, ລາວຫວຽດ, ໆລໆ

ມັນເປັນປະລິນຍາຕີບໍ? ຫຼືຊັ້ນສູງ ຫຼືແບບໃດ

ແລ້ວມັນມີຫຼັກສູດແບບໃດແນ່ ພໍຈະຮູ້ບໍນໍ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ມີ່ມີໝູ່ຄົນໜຶ່ງ ຢາກຮຽນປຸງແຕ່ງ ພວກແຕ່ງອາຫານ ຂະໜົມ ປະມານນີ້ນະ

ຢູ່ລາວກະມີປະລິນຍາຕີດ້ານນີ້ຢູ່ຫວາ? ເທົ່າທີ່ຟັງມາຍັງບໍ່ເຄີຍໄດ້ຍິນ ຮູ້ແຕ່ວ່າຢູ່ໄທມີ ເພາະວ່າໝູ່ຄົນໜຶ່ງກະຮຽນຄົວປະລິນຍາຕີ

ແຕ່ຢູ່ລາວເຮົາ ຊິໄປຮຽນໄດ້ຢູ່ໃສ? ໝູ່ເພື່ອນຄົນໃດພໍຈະຮູ້ ຂໍຄຳແນະນຳແນ່ເດີ້

thx ຫຼາຍໆ

ຖາມກ່ອນວ່າ ສິຣຽນເອົາຄວາມຣູ້ ຫລືວ່າ ຣຽນເອົາວຸດທິ ຖ້າຈະຣຽນເອົາຄວາມຣູ້ເນາະນຳ ໂຣງຣຽນປາກປາສັກ ຖືວ່າຕິດອັນດັບໃນເມືອງລາວແລ້ວເລື່ອງການປຸງແຕ່ງອາຫານ ແຕ່ຖ້າຈະຣຽນເອົາວຸດທິກະຕ້ອງລໍໄປກ່ອນ ຫລືບໍ່ກະຣຽນສາຍອື່ນໄປພ້ອມ ເປັນຕົ້ນແມ່ນ ບໍລິຫານທຸລະກິດ ມີໃຫ້ເລືອກທັງຕອນເວັນພາກເຊົ້າ, ພາກແລງ ແລະພາກຄ່ຳ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...

ສະແດງວ່າ ຮຽນເອົາວຸດທິ ຢູ່ລາວຍັງບໍ່ມີ ແມ່ນບໍ່? ຢູ່ປາກປາສັກນັ້ນ ໄດ້ຮຽນເປັນເວລາດົນປານໃດນະ?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫຼາຍບ່ອນ ຫັນລະແຕ່ກະບໍ່ຮູ້ລາຍລະອຽດ
ສູນຝຶກວິຊາຊີບ ແລະ ສີມືແຮງງານ
ໂພນເຄັງເດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...

ຖາມກ່ອນວ່າ ສິຣຽນເອົາຄວາມຣູ້ ຫລືວ່າ ຣຽນເອົາວຸດທິ ຖ້າຈະຣຽນເອົາຄວາມຣູ້ເນາະນຳ ໂຣງຣຽນປາກປາສັກ ຖືວ່າຕິດອັນດັບໃນເມືອງລາວແລ້ວເລື່ອງການປຸງແຕ່ງອາຫານ ແຕ່ຖ້າຈະຣຽນເອົາວຸດທິກະຕ້ອງລໍໄປກ່ອນ ຫລືບໍ່ກະຣຽນສາຍອື່ນໄປພ້ອມ ເປັນຕົ້ນແມ່ນ ບໍລິຫານທຸລະກິດ ມີໃຫ້ເລືອກທັງຕອນເວັນພາກເຊົ້າ, ພາກແລງ ແລະພາກຄ່ຳ

ສະແດງວ່າ ຮຽນເອົາວຸດທິ ຢູ່ລາວຍັງບໍ່ມີ ແມ່ນບໍ່? ຢູ່ປາກປາສັກນັ້ນ ໄດ້ຮຽນເປັນເວລາດົນປານໃດນະ?

ເປັກຫລັກສູດ 3 ປີ ຊັ້ນສູງ ສ່ວນຫລາຍຄົນທີ່ຣຽນຈົບໂຣງຣຽນປາກປາສັກ, ຕະຫລາດຈະຣອງຣັບໃນດ້ານສີມືພໍໆກັບ ມ.ຊ ທັ້ງນີ້ທັ້ງນັ້ນກະຕ້ອງຂື້ນຢູ່ກັບວ່າຊ່ວງທີ່ສືກສາຢູ່ຜູ້ກ່ຽວສາມາດຣຽນຣູ້ ແລະເກັບກ່ຽວເອົາບົດຣຽນໄດ້ຫລາຍສ່ຳໃດ ເພື່ອເວລາຣຽນຈົບຈະໄດ້ນຳເອົາຄວາມຣູ້ນັ້ນໄປຫມູນໃຊ້ໃຫ້ເປັນເງິນເປັນຄຳອອກມາລ້ຽງຊີບ.

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວຫວຽດຂ້ອຍກະຮຽນຢູ່ຫັນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາກປາສັກ ດ້ານນີ້ ດີສຸດແລ້ວ

I believe in the IMPOSSIBLE

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຮຽນນຳຂ້ອຍກະໄດ້ ມີທັງຕີ ມີທັງໂທ ອິອິ.....

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງຮຽນເຕັກນິກວີຊາຊີບແຂວງຫຼວງພະບາງເດີ ດ້ານນີ້ໂດຍສະເພາະ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ່ມີ່ ມາຮຽນນຳຂ້ອຍແມ ຮຽນຢູ່ຫ້ອງແອອີກ ເຢັນໆ ຮາໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຶກວ່າ ຢາກຮຽນ ປຸງແຕ່ງເຄມີ ແລະ ແຮ່ ທາດສະອີກ

ຖ້າຢາກຮຽນເຮັດກິນນະ ເລືອກຮຽນທີ່ວິທະຍາໄລ ເຕັກນິກ ຕ່າງໆ ກໍ່ໄດ້
ແຕ່ຖ້າຢາກໄດ້ ຄວາມເກັງ ຫຼື ຫຼາກຫຼາຍ ຕາ ມາດຕະຖານສາກົນ ມັນກໍ່ຕ້ອງອາໃສປະສົບການ ແລະການຝຶກຝົນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ່ມີ່ ຢາກເປັນແມ່ບ້ານຫວາ ດີແລ້ວລະ ມີ່ມີ່ ເພື່ອອານາຄົດຂອງເຮົາສອງຄົນນໍ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ກະທູ້ແຕ່ດົນແລ້ວ ໃຜຂຸດຂຶ້ນມາອີກນິ =w=

ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ມີ່ມີ່ ຢາກເປັນແມ່ບ້ານຫວາ ດີແລ້ວລະ ມີ່ມີ່ ເພື່ອອານາຄົດຂອງເຮົາສອງຄົນນໍ

ເຮີ້ຍ ອ່ານດີແລ້ວເບາະ ໝູ່ມີ່ຊິຮຽນ ບໍ່ແມ່ນມີ່ ຮະໆ ແລ້ວອະນາຄົດຂອງເຮົາສອງຄົນນີ້ມັນແມ່ນຫຍັງ ບໍ່ເຂົ້າໃຈ ຮາໆ

ຈັ່ງໃດກະມີຄົນຂຸດຂຶ້ນມາແລ້ວ ເອົາເປັນວ່າຖາມອີກອັນກະແລ້ວກັນ ເຜື່ອມີຄົນຮູ້ -- ອັນທີ່ຈິງຕອນນີ້ ມີໝູ່ອີກຄົນຢາກຮຽນພາສາສະເປນ ມີໃຜຮູ້ບ່ອນຮຽນແນ່ກະບອກກັນແນ່ເດີ້~

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ່ ບໍ່ຢາກຮຽນພາສາໃຈນຳຂ້ອຍຫວາ ມາຮຽນນຳຂ້ອຍແມ ມີ່ ສອນໃຫ້ຟຣີ ອິອິ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕູນສອນຂ້ອຍແດ່ແມ໋

໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
ລາວຫວຽດຂ້ອຍກະຮຽນຢູ່ຫັນ