ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ມາຮູ້ຈັກກັບວົງສີ່ສາວໜ້າຮັກ... "SCANDAL".

໓ ກະທູ້
໙໑ ໂພສ
ຂາປະຈຳເວັບບອດ
ຫຼັງຈາກຫ່າງຫາຍຈາກວົງການ(ຂຽນ)ໃນພັນລາວໄປດົນ... ມາມື້ນີ້ໄດ້ເວລາປ່ວງອີກແລ້ວທ່ານ...
ກະບໍ່ຮູ້ວ່າຊິຊອກຫຍັງມາຂຽນໃຫ້ອ່ານດີ... ຄິດໄປ-ຄິດມາ ບ່ະ! ຂຽນແນວທີ່ໂຕເອງມັກນິແຫຼະ ງ່າຍດີ ຮ່າໆໆໆ! (^_^)

ເອົາເປັນວ່າຂີ້ຄ້ານຝອຍຫຼາຍແລ້ວ ຈັກໜ່ອຍຄົນອ່ານຊິລຳຄານ... ເອົາເປັນວ່າໄປຮູ້ຈັກກັນເລີຍດີກວ່າເນາະ. (-_^)



SCANDAL ເປັນວົງດົນຕີ Pop ແລະ Rock ຂອງຍີ່ປຸ່ນ, ປະກອບດ້ວຍສີ່ສາວຈາກໂຮງຮຽນມັດທະຍົມ Osaka, ປະເທດຍີ່ປຸ່ນ:



Ono Haruna ໂອໂນະ ຮາຣຸນະ (ຮາຣຸ, ຮາຣຸກະ, ມາມິມັກເອີ້ນຮາຣຸຕະສຸ) ເລືອດໝວດA, ເກີດວັນທີ່8 ຕຸລາ ປີ1988, ສູງ153cm (Vocal+Guitar).



Ogawa Tomomi ໂອງາວະ ໂທໂມມິ (ຕິໂມ່, ຕິໂມ່ຣຸ, ໂທໂມະ) ເລືອດໝວດA, ເກີດວັນທີ່31 ພຶດສະພາ ປີ1990, ສູງ157cm (Bass+Vocal).



Sasazaki Mami ສາສາຊາຄິ ມາມິ (ມາມິຕະສຸ, ຕະສຸໂປະ) ເລືອດໝວດAB, ເກີດວັນທີ່ 21 ພຶດສະພາ ປີ1990, ສູງ161cm (Guitar Solo+Vocal).



Suzuki Rina ສຸຊຸຄິ ຣີນະ (ຣີນັຄຄຸສຸ, ຣີນາຣີ່, ຣີນັຄຄຸມະ) ເລືອດໝວດB, ເກີດວັນທີ່ 21 ສິງຫາ ປີ1991 ສູງ160cm (Drum+Vocal).



Scandal ຖືວ່າແມ່ນວົງດົນຕີທີ່ມີແຕ່ຮອຍຍິ້ມ, ສ່ວນໃຫຍ່ມາຈາກ Haruna ທີ່ເປັນເອື້ອຍໃຫຍ່ແລະຫົວໜ້າວົງ ເປັນນັກຮ້ອງນຳພ້ອມດ້ວຍສະມາຊິກອີກສາມຄົນ, ເພື່ອທີ່ຈະບໍ່ໄດ້ມີຈຸດເດັ່ນພຽງຄົນດຽວ.

ໃນເດືອນສິງຫາ ປີ2006, ສີ່ສາວໄດ້ພົບກັນໃນ ໂຮງຮຽນສອນຮ້ອງເພງແລະເຕັ້ນ Osakan ເຊິ່ງເອິ້ນວ່າ "Caless" ແລະໄດ້ກາຍມາເປັນໝູ່ກັນ. ພວກເຂົາຕັດສິນໃຈທີ່ຈະຕັ້ງວົງ Scandal, ແຕ່ງແລະຫຼິ້ນເພງຂອງຕົນເອງພ້ອມກັບການຮຽນໄປນຳ. ຕໍ່ມາ, ພວກເຂົາເລີ່ມສະແດງສົດຕາມສາທາລະນະທຸກໆທ້າຍອາທິດທີ່ Shiroten ໃນ Osaka Castle Park. ເວລາຜ່ານໄປ, ທຸກໆຄັ້ງທີ່ມີການສະແດງສົດກໍ່ມີຄົນເຂົ້າຊົມກວ່າຮ້ອຍຄົນ, ກໍ່ໃຫ້ເກີດວົງດົນຕີທີ່ຈະເປັນຕາສັງເກດຫຼາຍຂຶ້ນໃນສາຍຕາຂອງຊາວຍີ່ປຸ່ນ.
ໃນເດືອນສິງຫາ ປີ2007, Scandal ມີໂອກາດເຂົ້າຮ່ວມໃນກິດຈະກຳພິເສດຢູ່ທີ່ Shibuya Club Asia, ເຊິ່ງເປັນສະໂມສອນທີ່ໄດ້ຮັບການຍອມຮັບແລະເຊື່ອຖືສູງໃນ Shibuya. ໃນຊ່ວງເວລານັ້ນແມ່ນຂຶ້ນກັບ Kitty Records (ບໍລິສັດຍ່ອຍຂອງ Kitty Films). ຫຼາຍເດືອນຕໍ່ມາ, ພວກເຂົາກໍ່ໄດ້ເຂົ້າເຮັດວຽກກັບ Kitty ທີ່ຮ່ວມກັບ Tower Records.



ໃນປີ 2008, Scandal ປ່ອຍສາມຊິງເກິລອິນດີ່, ເຊິ່ງທັງໝົດແມ່ນຂຶ້ນກັບ Tower Records ແຕ່ພຽງຜູ້ດຽວ.
ຊິງເກິລອິນດີ່ທຳອິດຂອງພວກເຂົາໄດ້ເປີດໂຕໃນວັນທີ່3 ມີນາ, 2008 ໃນການສະເຫຼີມສະຫຼອງ”ວັນເດັກນ້ອຍແມ່ຍິງ”, ເຖິງແມ່ນວ່າຈະເປັນອັນດັບສອງໃນ Tower Records "Indies Weekly Chart", ອອກຂາຍທົ່ວປະເທດຍີ່ປຸ່ນແລະເປັນຊ່ວງເວລາທີ່ຢາກຈະເກັບແຮໄວ້ເນື່ອງຈາກຄວາມຕ້ອງການທີ່ສູງ.
ຊິງເກິລໄດ້ເປີດໂຕທັງສະຫະລັດແລະຍີ່ປຸ່ນໃນ iTunes Music Store ໃນວັນທີ່ 9 ເມສາ, 2008.



ອີກສອງຊິງເກິລ (ໃນຮູບແບບ CD) ໄດ້ອອກໃນເດືອນຕໍ່ມາ, ທັງສອງໄດ້ຮັບອັນດັບໜຶ່ງໃນ "Indies Weekly Chart".
ຊິງເກິລທີ່ສອງຂອງພວກເຂົາ, Koi Moyou, ຖືກກຳນົດໃຫ້ຢູ່ໃນ iTunes Store ຂອງຍີ່ປຸ່ນ"Song of the Week" ຕັ້ງແຕ່ວັນທີ່16 ເມສາ ຈົນເຖິງວັນທີ່ 22 ເມສາ, 2008.
ຫຼັງຈາກຜົນງານທຳອິດຂອງພວກເຂົາແລ້ວ, Scandal ອອກຈາກຍີ່ປຸ່ນເພື່ອໄປສະແດງຢູ່ຕ່າງປະເທດເປັນຄັ້ງທຳອິດ, "Japan Nite US Tour 2008", ຕິດຕາມມາດ້ວຍສອງຄອນເສີດປະຊຸມວັດທະນະທຳແລະອະນິເມະຍີ່ປຸ່ນ "Sakura-Con 2008" ຕັ້ງແຕ່ວັນທີ່16 ມີນາ ຈົນເຖິງວັນທີ່30 ມີນາ.



ໃນເດືອນກໍລະກົດຂອງປີດຽວກັນ, ພວກເຂົາສະແດງໃນງານ France's Japan Expo ແລະຍັງມີ Hong Kong's Ani-Com ໃນເດືອນສິງຫາ.






Scandal ສະຫຼຸບທ້າຍເພງອິນດີ່ຂອງພວກເຂົາກັບການເປີດໂຕ Mini-Album ທຳອິດຂອງພວກເຂົາ, Yah! Yah! Yah! Hello Scandal.



ໃນຊ່ວງຕົ້ນເດືອນກັນຍາ 2008, CDຂອງພວກເຂົາຖືກຜະລິດໃນຈຳນວນທີ່ຈຳກັດຫຼາຍ (2000 ແຜ່ນເທົ່ານັ້ນ) ເຊິ່ງເຮັດໃຫ້ພວກເຂົາຈະຂາຍອອກໄດ້ຢ່າງວ່ອງໄວ.
ຕໍ່ມາພວກເຂົາໄດ້ໝົດສັນຍາກັບ Sony, ຜູ້ເຊັນສັນຍາຕໍ່ໃຫ້ພວກເຂົາແມ່ນ Epic Records.



ແຕ່ເນື່ອງຈາກ Sony ບໍ່ເຫັນດີ-ເຫັນພ້ອມກັບ Apple Inc. iTunes Music Store ແລະ Sony ທີ່ຂຶ້ນກັບ Mora, ເພງຂອງວົງທີ່ອະດີດມີຢູ່ໃນ iTunes, ຖືກລຶບອອກຢ່າງໄວວາຈາກ iTunes store ທັງຍີ່ປຸ່ນແລະສະຫະລັດ.
ໃນເດືອນຕຸລາ, ພວກເຂົາປ່ອຍຊິງເກິລທີ່ສະແດງເຖິງຕົວຕົນຂອງພວກເຂົາຄັ້ງທຳອິດ, ໃນຊື່ "Doll". ເຮັດໃຫ້ພວກເຂົາຕົກເປັນຂ່າວຫຼາຍຂຶ້ນ, ລວມເຖິງການປະກົດຕົວໃນລາຍການໂທລະພາບແລະກະແສດົນຕີຕາມສະຖານີເພງ.
ພວກເຂົາປ່ອຍເພງ "Sakura Goodbye" ໃນເດືອນມີນາ 2009 ເພືອເປັນອະນຸສອນໃຫ້ແກ່ Mami ແລະ Tomomi ທີ່ຈົບມັດທະຍົມຕອນປາຍ.



ເດືອນຖັດມາ, "Shojo S" ທີ່ໃຊ້ເປັນເພງເປີດເລື່ອງເພງທີ່ສິບຂອງອະນິເມະເລື່ອງ Bleach ເຊິ່ງເພງນີ້ໄດ້ນຳຄວາມນິຍົມມາສູ່ພວກເຂົາສູງຂຶ້ນ, ເຊັ່ນດຽວກັບການຈັດອັນດັບທີ່ຫົກ ໃນ Oricon charts ເພງນີ້ໄດ້ຮັບການເປີດຕົວສອງເດືອນຕໍ່ມາກໍ່ຄືເດືອນມິຖຸນາ.



ໃນວັນທີ່14ຕຸລາ, Scandal ວາງຈຳໜ່າຍ "Yumemiru Tsubasa" ແລະອັລບ້ຳທຳອິດຂອງພວກເຂົາ, Best Scandal, ອາທິດຕໍ່ມາ.



ອັລບ້ຳຢູ່ໃນອັນດັບທີ່ຫ້າ ຂອງ Oricon weekly chart, ເຮັດໃຫ້ວົງສີ່ສາວຍີ່ປຸ່ນວົງທຳອິດເກີດຂຶ້ນນັບຕັ້ງແຕ່ ZONE ມີການຕິດອັນດັບ Top Five.



ໃນວັນທີ່ 30ທັນວາ 2009, Japan Record Awards ຄັ້ງທີ່ 51 ໄດ້ຖືກຈັດຂຶ້ນ, Scandal ຖືກສະເໜີຊື່ເຂົ້າຊິງລາງວັນ ສິລະປິນໜ້າໃໝ່ດີເດັ່ນ.
ໃນທີ່ສຸດ, ພວກເຂົາໄດ້ຮັບການໂຫວດໃຫ້ອັນດັບຮອງຊະນະເລີດຖັດຈາກວົງຊາຍເກົາຫຼີ Big Bang.



2010 ເປັນປີທີ່ວຽກໜັກສຳຫຼັບພວກເຂົາ.
ຊິງເກິລ "Shunkan Sentimental", ເພງນີ້ໄດ້ຖືກໃຊ້ເປັນເພງຈົບເພງທີ່ສີ່ຂອງອະນິເມະເລື່ອງ Fullmetal Alchemist: Brotherhood.



ໃນເດືອນມິຖຸນາ, ໄດ້ປ່ອຍຊິງເກິລ, "Taiyou to Kimi ga Egaku Story", ແລະການສະແດງຄອນເສີດສົດຂອງພວກເຂົາເປັນ DVD, Scandal First Live -Best Scandal 2009-.



ພວກເຂົາໄດ້ປ່ອຍຊິງເກິລອື່ນອີກໃນເດືອນຕໍ່ມາ, ຊື່ວ່າ "Namida no Regret", ຕິດຕາມມາດ້ວຍອັລບ້ຳທີ່ສອງຂອງພວກເຂົາ, Temptation Box.



Scandal ປ່ອຍຊິງເກິລໃໝ່ອີກໃນວັນທີ່6ຕຸລາ 2010 ຊື່ວ່າ "Scandal Nanka Buttobase". ຢູ່ອັນດັບທີ່ສາມ ໃນ Oricon weekly chart, ເປັນຊິງເກິລອັນດັບສູງສຸດຂອງພວກເຂົາທີ່ເຄີຍມີມາ.



ວັນທີ່28 ສິງຫາ 2010 ພວກເຂົາໄດ້ຮັບສິ່ງທ້າທາຍເປັນຄັ້ງທຳອິດ ນັ້ນກໍ່ແມ່ນການພາກສຽງຕົວລະຄອນໃນອະນິເມະເລື່ອງ”Loups=Garous”. ແລະໄດ້ປ່ອຍ Cover Mini-Album ຫຼ້າສຸດ ເພື່ອຕ້ອນຮັບປີໃໝ່ 2011 ໃນຊື່ R-GIRL's ROCK! ໃນວັນທີ່17ພະຈິກ 2010 ທີ່ຜ່ານມາ.





ນອກຈາກຊິງເກິລ "Shojo S" ແລະ "Shunkan Sentimental" ທີ່ກ່າວມາ, ເຮັດໃຫ້ພວກເຂົາເປັນທີ່ໂດດເດັ່ນໃນອະນິເມະເລື່ອງ "Bleach" ແລະ "Fullmetal Alchemist" ຕາມລຳດັບ.
ຊິງເກິລທຳອິດຂອງພວກເຂົາ, "Space Ranger", ໄດ້ເປັນເພງເປີດໂຕໃຫ້ Kyoto Sports Weekly, ແລະຊິງເກິລທີ່ສອງ, "Koi Moyou" ເປັນເພງຫຼັກຂອງໜັງໃຫຍ່ເລື່ອງ Corazon de Melon.
ເພງ "Start", ເປັນເພງຂອງ Star Ocean: Second Evolution ແລະມີໃນ Soundtrack ຂອງເກມນຳອີກ.



ແລະເພງ "Daydream" ທີ່ເອົາມາເຮັດໃໝ່ເຊິ່ງເປັນເພງຂອງດົນຕີວົງຍີ່ປຸ່ນທີ່ເກົ່າແກ່, Judy and Mary.



ນອກຈາກນີ້ຍັງມີເພງປະກອບອະນິເມະໜັງໃຫຍ່ເລື່ອງ, Loups=Garous. ເປັນເພງກາງເລື່ອງຊື່ "Koshi-Tantan" ຢູ່ໃນຊິງເກິລດຽວກັບ "Taiyou to Kimi ga Egaku Story".
Scandal ຍັງຮ້ອງເພງເປີດເລື່ອງແລະເພງປິດເລື່ອງ, ປະກົດຕົວໃນອະນິເມະໃນລະຫວ່າງສາກທີ່ມີການສະແດງດົນຕີພິເສດນຳອີກ.

ນອກຈາກນີ້ຍັງໄດ້ມີການໂຄສະນາສິນຄ້ານຳອີກ, ເຄື່ອງສຳອາງເຄືອຂ່າຍຂອງ Cecil McBee, ເກີບ Nike ແລະຮັບເລືອກເປັນຕົວແທນ Pocari Sweat ໃນແຜ່ນໂຄສະນາແລະວິດີໂອເພງຂອງພວກເຂົາ "Beauteen" ເປັນສ່ວນໜຶຶ່ງຂອງການເຜີຍແຜ່ກິດຈະກຳໃນລະດູປິດພາກຮຽນ 2009.






ແລະກຽມຕົວພົບກັບຊິງເກິລໃໝ່... "Pride" ປະກອບອະນິເມະເລື່ອງ "Star Driver" ໃນວັນທີ່9 ກຸມພານີ້...




໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແບບລາວໆ ບໍ່ມີບໍ່?

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ

ບໍ່ຮູ້ວ່າຊິເລືອກໃຜດີ



ຊົ່ວຢ່າງສ້າງສັນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ

ຄົນທີ2ນັບຈາກຊ້າຍມື ເຮົາຈອງລະເດີ


ຊົ່ວຢ່າງສ້າງສັນ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ລະຄົນຫູບັງດີເນາະ


໑໔ ກະທູ້
໑໕໔ ໂພສ
ນັກການກະທູ້
ໜ້າຄ້າຍໆກັນເນາະ

ຮັກ mamy & dady

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
เอาหมดเลย

啤酒...:

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີດີ ຂ້ອຍຕິດຕາມຜົນງານຂອງ4ສາວນີ້ມາຕະຫຼອດ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຫຼດ ເພງ ທຸກເພງ ທຸກ Single & Album ຂອງວົງ SCANDAL ໄດ້ທີ່ນີ້ເດີ່
http://www.r3z4prof.me/category/scandal/

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແນະນຳວົງເກິລກຣຸ໊ປໃໝ່ໃຫ້ຟັງເນີ້..
ເພາະຕອນນີ້ຂອ້ຍຟັງແຕ່..Blueberry..
ຊິມິ! ຊິມິ!


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຟັງນຳໆ

ຄິດດີ ເວົ້າດີ ເຮັດດີ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...

ຄົນທີ2ນັບຈາກຊ້າຍມື ເຮົາຈອງລະເດີ


ສ່ວນເຮົາຂໍຄົນທຳອິດນັບຈາກຂົວມື ຫງາມແຕ້ໆເຈົ້າ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອາຫານສາຍຕາ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າຊິເລືອກໃຜດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຂົ້າແຈມໃນວົງເດ ເປັນຄົນທາໂລຊັ້ນໃຫ້...ເຫັນຫຼີ້ນຄອນເສີດດາກແດດຊັ້ນດອກ!!!

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຫັກນໍ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ມັກຄືກັນນນນນນນນນນນນ ໂດຍສະເພາະເພງSECRETTTTTTTTTTນິນະ ມັກໆໆໆໆໆໆ

There's a thin line between Life and Death, I wish for a Miracle to happen...

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ມັກຄືກັນ

ລິຄິດຟ້າ ຫຼື ຈະສູ້ມານະຕົນ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ໜ້າຮັກດີເນາະ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເບີ່ງຄົນໜ້າຮັກ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊອມລອມຟັງນຳແດ່

ຮັກແທ້ຄືແມ່

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມດີແຕ່ ຫູບັງ


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ມີແຕ່ຜູ້ງາມໆເນາະ