ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » Music Video ເພງລາວ .. ໃນຄວາມຄຶດເຫັນຂອງທ່ານ

ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກະທູ້ນີ້ຢາກຂໍໃຫ້ສະແດງຄຳຄຶດຄຳເຫັນ ກ່ຽວກັບ Music Video ຫຼືທີ່ເອີ້ນກັນຫຍໍ້ ໆ ວ່າ MV ເພງລາວ ວ່າຄຶດເຫັນກັນແນວໃດແດ່ ກັບ MV ເພງລາວໃນປັດຈຸບັນ ເຊັ່ນວ່າ ຮູ້ສຶກວ່າມັນດີຫຼາຍ ຖ່າຍທຳອອກມາໄດ້ທັນສະໄໝ ທຽບເທົ່າສາກົນ ແມ່ນຫຍັງປະມານນັ້ນ (ສົມມຸດ)

ຂໍຂອບໃຈສຳລັບທຸກ ໆ ຄຳເຫັນ :P


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ດ່ຽວນີ້ກະບໍ່ຄ່ອຍໄດ້ເບິ່ງພວກເອັມວີແລ້ວ
ແຕ່ສຳລັບທີ່ໄດ້ເບິ່ງມານັ້ນທີ່ດີກໍ່ມີຢູ່ ແຕ່ບາງອັນຮູ້ສຶກວ່າເອັມວີກັບເພງທີ່ຮ້ອງນັ້ນມັນຄົນລະເລື່ອງກັນເລີຍ ບໍ່ໃຫ້ຄວາມຮູ້ສຶກວ່າເປັນເພງນັ້ນເລີຍ ບໍ່ເຂົ້າໃຈຄືກັນ ຫລືວ່າຄົນແຕ່ງເຮັດເລິກເຊິ່ງໂພດ ເຮົາບໍ່ສາມາດເຂົ້າໃຈໄດ້ກໍ່ບໍ່ຮູ້ເດ
ວ່າແຕ່ ຫົວໜ້າແກ້ງເຮົາມີລິ້ງຂອງພວກເອັມວີຂອງລາວບໍ່ ຢາກອັບເດດຢູ່ໃດ ຢູ່youtube ກະໄດ້ຖ້າມີ

ຫວານຕົ້ນຈືດປາຍ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອຸ້ຍລອງເບິ່ງ www.youtube.com/indeerecords


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼານນິນ ອາວຢູ່ໄກບໍ່ເຄີຍໄດ້ຟັງຈັກເທຶ່ອ ແອມວີ ແຕ່ເທົ້າທີ່ເຫັນໃນ DVC ຫຼື DVD ກະພໍໄປວັດນຳເຂົາຢູ່ ແຕ່ ທັງໜົດເບິ່ງຄຶວ່າມັນເປັນໄປໃນທາງ commerce ໄປໜົດ ຫາ ສິລໄດ້ຍາກ.ດັ່ງໃນ You Tube ທີ່ຫຼາຍຄົນເອົາໄປແບ່ງປັນນັ້ນ ອາວໄດ້ເບິ່ງການຮ້ອງເພັງຂອງທ່ານຄຳເຕີມຊານຸບານ(ທີ້ອາວໃຫ້ຄວາມຮັກແລະນັບຖຶ)ບາດມາຟັງດັ່ງເພັງເໜຶອນຄົນມີກຳ (ແຕ່ກ່ອນແມ່ນ ບຸນທົງວົງສາລີຮ້ອງ) ອາວວ່າ ບໍ່ມີຄຸນຄ່າທາງສິລເລີຍ.ເຮັດໄປຫວັງຢາກຂາຍຢ່າງດຽວ.ມີໂອກາດໝຶ່ງໄດ້ເບິ່ງການສແດງຂອງຊານຕຼາບຸນຊ່ວຍ ຢູ່ໄທ ເບິ່ງແລ້ວອາວ(ບໍ່ແມ່ນນັກສິລປິນດອກ)ແຕ່ເປັນໝ້າສັງເວດຫຼາຍກວ່າດີໃຈທີ່ຄົນລາວເຮົາໄປມີບົດບາດໃນຕ່າງແດນ.

ສິລປິນທີ່ບໍ່ເຄົາຣົບຖານະຂອງຕົນເອັງນີ້ໝ້າສັງເວດ.ສິລປິນສົມຄວນເຫັນແລະໃຫ້ຄ່າໂຕເອັງເທົ້າຄວາມສາມາດທັງໃຫ້ຮູ້ວ່າບໍ່ແມ່ນເງິນຢ່າງດຽວຄອງໂລກ.

ຫຼຶອາວເວົ້ານອກກະທູ້?!


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຄວນມີ ນັກສະແດງຫລາຍກວ່າ ຕະຫລາດ ເລື່ອງ ເຮັດ ເອັມວີ ແລະ ຫນັງ ລະຄອນແນ່ ຈື່ງສິມີຕາມມາ, ນິນ ຫາ ນັກສະແດງມາກ່ອນຫັ້ນ ເຮີ່ໆ

ດ໋ຽວເຮົາໃຫ້ຢືມລົດ ປະກອບສາກ ກ່າໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍໄດ້ອັພເດທນ່າ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜໄດ້ເບິ່ງເອັມວີເພງ ໜຶ່ງຄຳກັບທຸກຯສິ່ງແນ່



ຖືວ່າໂອເຄເລືຍແຫລະ

ທ້າວທອງໃສ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຄວນມີ ນັກສະແດງຫລາຍກວ່າ ຕະຫລາດ ເລື່ອງ ເຮັດ ເອັມວີ ແລະ ຫນັງ ລະຄອນແນ່ ຈື່ງສິມີຕາມມາ, ນິນ ຫາ ນັກສະແດງມາກ່ອນຫັ້ນ ເຮີ່ໆ
ດ໋ຽວເຮົາໃຫ້ຢືມລົດ ປະກອບສາກ ກ່າໆ



ແລ້ວຄ່າເຊົ່າຣົຖແພງບໍ?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ໃຜໄດ້ເບິ່ງເອັມວີເພງ ໜຶ່ງຄຳກັບທຸກຯສິ່ງແນ່

ຖືວ່າໂອເຄເລືຍແຫລະ

ມີໃຫ້ເບິ່ງບໍ່ທອງໃສ? ໄດ້ຍິນວ່າຄັກຫຼາຍ ແຕ່ເຮົາຍັງບໍ່ໄດ້ເບິ່ງເທື່ອ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕອບລຸງເທົາ,



ລຸງເທົາໝາຍຄວາມວ່າ MV ສະໄໝນີ້ບໍ່ມີຄວາມເປັນສິລປະແມ່ນບໍ່? ຫຼານບໍ່ເຂົ້າໃຈຄັກເທື່ອວ່າ ລຸງໝາຍເຖິງໃນແງ່ມຸມໃດ? ເຊັ່ນວ່າ MV ສ່ວນຫຼາຍບໍ່ສະແດງເຖິງວັດທະນະທຳ ປະເພນີຂອງລາວເຮົາບໍ? ຫຼືໝາຍເຖິງເນື້ອຮ້ອງໃນບົດເພງທີ່ບໍ່ມີແກ່ນສານໃຫ້ນຳໄປຖອດຖອນເປັນບົດຮຽນໃນການດຳລົງຊີວິດ?


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ມາແລ້ວໆໆ ໄປຊອກເບິ່ງມາແລ້ວ ພໍດີໄປເຫັນເອັມວີຄວາມຮູ້ສຶກບອກ ຂອງ Aluna

ກ່ອນນີ້ກະເຄີຍເບິ່ງແລ້ວ ແຕ່ລືມ ຮະຮະຮະ

ເອັມວີເພງນີ້ເຮັດອອກມາໄດ້ໜ້າຮັກດີ

ແຮະແຮະ ໂດຍສະເພາະນາງເອກ ໜ້າຮັກ ອິອິອິ

ຫວານຕົ້ນຈືດປາຍ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຕອບລຸງເທົາ,

ລຸງເທົາໝາຍຄວາມວ່າ MV ສະໄໝນີ້ບໍ່ມີຄວາມເປັນສິລປະແມ່ນບໍ່? ຫຼານບໍ່ເຂົ້າໃຈຄັກເທື່ອວ່າ ລຸງໝາຍເຖິງໃນແງ່ມຸມໃດ? ເຊັ່ນວ່າ MV ສ່ວນຫຼາຍບໍ່ສະແດງເຖິງວັດທະນະທຳ ປະເພນີຂອງລາວເຮົາບໍ? ຫຼືໝາຍເຖິງເນື້ອຮ້ອງໃນບົດເພງທີ່ບໍ່ມີແກ່ນສານໃຫ້ນຳໄປຖອດຖອນເປັນບົດຮຽນໃນການດຳລົງຊີວິດ?



ລູງໄດ້ວ່າໄວ້ `ບໍ່ໄດ້ເຫັນໄດ້ຟັງມາ MV` ແຕ່ເທົ້າທີ່ໄດ້ເຫັນໃນCD ແລະDVD ຄຸນນະພາບ ບໍ່ປານໄດ!
ບໍ່ໜາຍເຖິງຈັ່ງຊັ້ນນາ!ໜາຍເຖິງການເຮັດເປັນທາງຫາເງິນແບບຄ້າຂາຍຕ່າງຫາກ.ບໍ່ມອງເຫັນສິລປະທີ່ຄວນຈະເປັນ ດັ່ງທີ່ລູງຍົກໂຕຢ່າງ ແຜ່ນຊິດີ ໃນຢູທູບນັ້ນ(ຂອງທ່ານຄຳເຕີມເປັນຕົ້ນ).
ຫາກວ່າ ມັນຄຶດັ່ງ ເພັງຂອງນາງ ອາລຸນາ ກະໃຊ້ໄດ້.
ແອມວິລາວເຂົ້າເບິ່ງໄດ້ຢູ່ໃສ?


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ໋ ທີ່ວ່າ ນັກຮ້ອງ ແນວເພງ ບ້ານນາ ມີແດນເຊີ້ເຕັ້ນໂປ້ໆ ຢູ່ທັງຫລັງ ຫັ້ນຫວາ.

ອືມ ອັນນີ້ ຫລານກະບໍ່ເຫັນດີນຳປານໃດ.



ຕອບລຸງເທົາ

ຟຣີ ລຸງ ໂຊລົດ ບໍ່ແມ່ນ ເຊົ່າລົດຂີ່ເດ່ ຮ່າໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ດຽວນີ້ກະໄຄແດ່

K.Soubandith

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຕອບລຸງເທົາ,

ລຸງເທົາໝາຍຄວາມວ່າ MV ສະໄໝນີ້ບໍ່ມີຄວາມເປັນສິລປະແມ່ນບໍ່? ຫຼານບໍ່ເຂົ້າໃຈຄັກເທື່ອວ່າ ລຸງໝາຍເຖິງໃນແງ່ມຸມໃດ? ເຊັ່ນວ່າ MV ສ່ວນຫຼາຍບໍ່ສະແດງເຖິງວັດທະນະທຳ ປະເພນີຂອງລາວເຮົາບໍ? ຫຼືໝາຍເຖິງເນື້ອຮ້ອງໃນບົດເພງທີ່ບໍ່ມີແກ່ນສານໃຫ້ນຳໄປຖອດຖອນເປັນບົດຮຽນໃນການດຳລົງຊີວິດ?



ລູງໄດ້ວ່າໄວ້ `ບໍ່ໄດ້ເຫັນໄດ້ຟັງມາ MV` ແຕ່ເທົ້າທີ່ໄດ້ເຫັນໃນCD ແລະDVD ຄຸນນະພາບ ບໍ່ປານໄດ!
ບໍ່ໜາຍເຖິງຈັ່ງຊັ້ນນາ!ໜາຍເຖິງການເຮັດເປັນທາງຫາເງິນແບບຄ້າຂາຍຕ່າງຫາກ.ບໍ່ມອງເຫັນສິລປະທີ່ຄວນຈະເປັນ ດັ່ງທີ່ລູງຍົກໂຕຢ່າງ ແຜ່ນຊິດີ ໃນຢູທູບນັ້ນ(ຂອງທ່ານຄຳເຕີມເປັນຕົ້ນ).
ຫາກວ່າ ມັນຄຶດັ່ງ ເພັງຂອງນາງ ອາລຸນາ ກະໃຊ້ໄດ້.
ແອມວິລາວເຂົ້າເບິ່ງໄດ້ຢູ່ໃສ?



ຕອບລຸງເທົາເດີ (ຂໍຮ້ອງນຳຫົວໜ້ານິນເດີ ເພາະອາຍຸສ່ຳກັບຫົວໜ້າ)
http://www.youtube.com/watch?v=xxXDxiA2HIw&feature=related

ຕານນັ້ນລະ

ຫວານຕົ້ນຈືດປາຍ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທຳມະດາ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງຕ້ອງກ້າວອີກໄກ............

(ບໍ່ວ່າ.... ຕອບເທົ່ານີ້ຜູ້ຄຸມບອດຈະຫາວ່າເວົ້າໃຫ້ຊາດຕົນເອງ)


໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂໍນອກປາເດັນແນ່ເດີ....ສ່ວນຫລາຍນັກຮ້ອງບໍ່ອິນກັບເນື້ອເພງ...ແບບວ່າຍັງເຮັດທ່າທີຄືຂີ້ຄ້ານຢູ່ກາມີນໍ..ຢາກໃຫ້ນັກຮ້ອງສະແດງໃຫ້ໄດ້ດີຂື້ນອີກ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອນແອັກຕິ້ງ ຄືດ່ຽວເວົ້າຫັ້ນແຫລະ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑໐໑ ໂພສ
ນັກການກະທູ້
ka o.k yu

地震、スナミ皆気を付けてぇ~

໓ ກະທູ້
໑໙໓ ໂພສ
ນັກການກະທູ້
ເປັນຈັ່ງໄດລະ


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ມັກເພັງ ເວົ້າບ້າໆໆ ນາລິນ ເອມວີກະເຮັດໄດ້ດີຢູ່ໄດ້

(ຕົວກົງກະແມ່ນໃຜຫວາ????ຢູ່ພັນລາວເຮົານີ້ແລະທີ່ໄປສະແດງຮ່ວມນະ, Catnoy ນັ້ນເອງ)55555



ໃຜພໍມີເວລາກະຖ້າເບິ່ງຄອນເສີດຄ່າຍອິນດີລາວເຮົາຍົກທັບໄປຂຶ້ນເວທີຊ່ອງ7ໄທວັນເສົາທີ 16ເດືອນນີ້ເດີ ເວລາ11-12ໂມງທ່ຽງນີ້ແລະ

"ໄທມາເຊີນໄປເດີ,ບໍ່ແມ່ນຕັ້ງໃຈໄປເອງ 5555" ມີ ເຊວ,ເອໂອຈີ,ໂມເດິ້ນແດນ. ກິ້ມມີ່ . . . .ໃຜອີກບຸຈື່ບໍ່ໄດ້ລະ 555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໒ ກະທູ້
໒໑໗ ໂພສ
ນັກການກະທູ້
so so ................................-_-


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ກໍ່ພັດທະນາຂື້ນກວ່າເກົ່າຫລາຍ....ຖືວ່າໂອເຄແລ້ວຖ້າທຽບໃສ່ລະດັບການພັດທະນາບ້ານເຮົາ.

ຖ້າທຽບໃສ່ລະດັບສາກົນ...ກໍ່ບໍ່ວ່າແລ້ວລະ.....

ແຕ່ຖ້າຢາກໃຫ້ວົງການເພງລາວພັດທະນາໄປຍິ່ງ2ຂື້ນ...ກໍ່ຊ່ວຍຊື້ແລະຟັງເພງລາວ...

ເຊື່ອວ່າ...ຄົນລາວເຮົາແນວໃດກໍ່ບໍ່ນ້ອຍຫນ້າຊາດອື່ນໃນໂລກໃບນີ້ລະ...

[img]null[/img]

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອັມວີເພງຂອງອາລຸນ້າ ສຸດຍອດເລີຍ

you will when you believe

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຄົນທາງເທິງ...ເຮັດຫນ້າແອ໋ບແບ໋ວໂຄດ....ເປັນຕາເອົາໄປສະແດງໃນເອັມວີ...ຢູ່ໃດ໋ເນາະ....ວ່າເບາະແມວມອງທັງຫລາຍ.....ຮະ22222

[img]null[/img]

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຄິດດີ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ດີກ່ວາເກົ່າຫຼາຍ..............................



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ດ່ຽວນີ້ກະບໍ່ຄ່ອຍໄດ້ເບິ່ງພວກເອັມວີແລ້ວ
ແຕ່ສຳລັບທີ່ໄດ້ເບິ່ງມານັ້ນທີ່ດີກໍ່ມີຢູ່ ແຕ່ບາງອັນຮູ້ສຶກວ່າເອັມວີກັບເພງທີ່ຮ້ອງນັ້ນມັນຄົນລະເລື່ອງກັນເລີຍ ບໍ່ໃຫ້ຄວາມຮູ້ສຶກວ່າເປັນເພງນັ້ນເລີຍ ບໍ່ເຂົ້າໃຈຄືກັນ ຫລືວ່າຄົນແຕ່ງເຮັດເລິກເຊິ່ງໂພດ ເຮົາບໍ່ສາມາດເຂົ້າໃຈໄດ້ກໍ່ບໍ່ຮູ້ເດ
ວ່າແຕ່ ຫົວໜ້າແກ້ງເຮົາມີລິ້ງຂອງພວກເອັມວີຂອງລາວບໍ່ ຢາກອັບເດດຢູ່ໃດ ຢູ່youtube ກະໄດ້ຖ້າມີ


ບາງ ມິວສິກ ອຸ້ຍຕ້ອງໃຊ້ພິຈາຣະນາຍານສູງຂັ້ນເທບ ໃນການເບິ່ງຊົມ ຈື່ງຈະໄດ້ອັດຖະລົດຂອງມິວຊິກເພງຢ່າງແທ້ຈິງ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ບາງເອັມວີກໍ່ໂອເຄຢູ່ໃດ໋



ແຕ່ວ່າບາງອັນກະ .....ອຶມ.......ເນາະ.....ຈັກແມ່ນຫຍັງເບິ່ງກະບໍ່ເຂົ້າໃຈ ງົງ




There's a thin line between Life and Death, I wish for a Miracle to happen...

ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>