ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ໃຜມີວິທີການບອກຮັກ...ທີ່ຄິດວ່າບອກໄປແລ້ວຜູ້ຍິງບໍ່ມີທາງປະຕິເສດແດ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກຳລັງມີຄວາມຮັກ ແລະ ເຖິງວ່າຈະບໍ່ເປັນຄວາມຮັກຄັ້ງທຳອິດແຕ່ກໍ່ຢາກໃຫ້ເປັນຄວາມຮັກຄັ້ງສຸດທ້າຍ ບໍ່ຮູ້ວ່າໂຕເອງເຄີຍຮັກໃຜບໍ່ ຮູ້ແຕ່ວ່າເຮົາເປັນຄົນທີ່ບໍ່ມັກລົມໂທລະສັບ ບໍ່ມັກສົ່ງຂໍ້ຄວາມສັ້ນ ແຕ່ປັດຈຸບັນພັດປ່ຽນໄປແລ້ວ ຢາກໂທຫາ ຢາກເຫັນໜ້າ ຢາກເວົ້ານຳຕະຫຼອດ ບໍ່ຮູ້ວ່າເປັນຫຍັງ ບາງຄັ້ງມີຄົນໂທມາຫຼິ້ນນຳດົນໆເຮົາຍັງເວົ້າໃຫ້ ແຕ່ດຽວນີ້ເຮົາພັດເປັນເອງ! ບໍ່ເຂົ້າໃຈເລີຍເນາະ ວ່າຄວາມຮັກທີ່ເກີດຈາກ ຄົນທີ່ເຮົາຮັກ ກັບຄົນທີ່ມາຮັກເຮົາມັນຈະເປັນແບບນີ້ ໂລກນີ້ບໍ່ຍຸດຕິທຳເລີຍວ່າເບາະ ເຮົາເປັນຄົນທີ່ບໍ່ສົນໃຈກັບຄວາມຮັກ ບໍ່ເຄີຍຫວັງຫຍັງເລີຍແຕ່ຕອນນີ້ຕ້ອງຄິດໃໝ່ແລ້ວລະ ເນາະເພາະຄິດວ່າເຈີຄົນທີ່ຖືກໃຈແລ້ວເດ ຊິເຮັດແນວໃດ ກໍ່ເລີຍບໍ່ຮູ້ວ່າຊິບອກແນວໃດເພື່ອບໍ່ໃຫ້ຜູ້ຍິງປະຕິເສດ ເຮົາເວົ້າງ່າຍໆກໍ່ຄືຢາກໃຫ້ຄົນທີ່ເຮົາຮັກເລືອກເຮົາຊັນນ໋າ!
ໃຜມີປະສົບການດ້ານນີ້ຊ່ວຍແດ່ເດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານແຕ່ເຂົາເຈົ້າບໍ່ປະຕິເສດ ແຕ່ບໍ່ຕອບຮັບຫັ້ນຕິ..
ເອົາຊີ້..
ທີ່ສຳຄັນບອກດ້ວຍຄວາມຈິງໃຈ ໃຫ້ຄຳບອກຮັກນັ້ນອອກມາຈາກໃຈ ບໍ່ແມ່ນລົມປາກເປົ່າ..
ອາດຈະເຕີມແຕ່ງບັນຍາກາດດ້ວຍສິ່ງຂອງທີ່ໜ້າຮັກ ດອກໄມ້ ຕຸ໊ກກະຕາ..
ບໍ່ຊັ້ນກະໄປສະຖານທີ່ຯມັນສວຍງາມ ໂຣແມນຊ໌ (ບໍ່ໄດ້ໝາຍເຖິງຮ່ອມປ່ຽວເດີ້)..

ລອງເບິ່ງ.. ເອົາໃຈຊ່ວຍ..

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກ່ອນທີ່ຈະບອກຮັກເຂົາເຈົ້າ ລອງຊັ່ງໃຈແລະຖາມໃຈຕົວເອງແລ້ວລະເບາະວ່າເຮົາມັກຮັກເຂົາເຈົ້າຍ້ອນຫຍັງ???
ຖ້າຄິດວ່າແມ່ນຄວາມຮູ້ສຶກຈາກໃຈລຶກໆໆທີ່ເອີ້ນວ່າ..ຮັກ ກໍ່ບອກອອກໄປໂລດ, ແຕ່ກໍ່ຕ້ອງເບິ່ງປະຕິກິລິຍາ
ຂອງເຂົາເຈົ້ານຳພ້ອມວ່າເປັນແນວໃດ ຖ້າຄິດວ່າເຂົາເຈົ້າມີໃຈໃຫ້ກໍ່ລຸຍເລີຍຍຍຍຍຍຍຍຍຍ

ສຳລັບກໍລະນີທີ່ແອບຮັກເຂົາຂ້າງດຽວກໍ່ຄືກັນນັ້ນແຫລ່ະ ຕ້ອງຄືຊັ່ງໃຈດີໆແລະກໍ່ບອກຄວາມຮູ້ສຶກທີ່ແທ້ຈິງອອກໄປໂລດ
ເຖິງແມ່ນວ່າເປີເຊັ່ນໃນການຖືກປະຕິເສດຈະມີຫລາຍ ແຕ່ຢ່າງຫນ້ອຍໆໆເຮົາກໍ່ໄດ້ເຮັດຕາມທີ່ໃຈເຮົາບອກແລ້ວ...

ຂໍໃຫ້ໂຊກດີກັບຮັກຄັ້ງນີ້ເດີ້

There's a thin line between Life and Death, I wish for a Miracle to happen...

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຢ້ານແຕ່ເຂົາເຈົ້າບໍ່ປະຕິເສດ ແຕ່ບໍ່ຕອບຮັບຫັ້ນຕິ..
ເອົາຊີ້..
ທີ່ສຳຄັນບອກດ້ວຍຄວາມຈິງໃຈ ໃຫ້ຄຳບອກຮັກນັ້ນອອກມາຈາກໃຈ ບໍ່ແມ່ນລົມປາກເປົ່າ..
ອາດຈະເຕີມແຕ່ງບັນຍາກາດດ້ວຍສິ່ງຂອງທີ່ໜ້າຮັກ ດອກໄມ້ ຕຸ໊ກກະຕາ..
ບໍ່ຊັ້ນກະໄປສະຖານທີ່ຯມັນສວຍງາມ ໂຣແມນຊ໌ (ບໍ່ໄດ້ໝາຍເຖິງຮ່ອມປ່ຽວເດີ້)..

ລອງເບິ່ງ.. ເອົາໃຈຊ່ວຍ..

ແມ່ນຫັນແລະບໍ່ເຂົ້າໃຈວ່າເປັນຫຍັງຜູ້ຍິງຄືບໍມັກປະຕິເສດ ແຕ່ກະບໍ່ຍອມຮັບ ເຮົາລະເມື່ອຍໃຈຫຼາຍ
ເຫັນໝູ່ບອກວ່າເຮົາເຈົ້າຊູ້ ແຕ່ລາວກະບໍ່ຮູ້ວ່າມັນເປັນຈັງໃດ
ສຳຄັນລາວກະເຊື່ອໝູ່ເວົ້າອີກ ແລ້ວຍັງບອກວ່າມັນຕ້ອງໃຊ້ເວລາ
ຈັກຊິໃຫ້ຖ້າດົນປານໃດເນາະ ແຕ່ຄິດວ່າເຮົາຄືຊິລື້ງເຄີຍແລ້ວກັບການລໍຄອຍ
ເພາະຕັດໃຈຈາກລາວບໍ່ໄດ້ແທ້ໆໆໆໆໆ
ເວລາຖາມກະບໍ່ມີແຟນ ແຕ່ຖ້າຂໍເປັນພັດແຟນພັດບອກວ່າໄວເກີນໄປ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸຍ!!!ຂ້ອຍກະຍັງບໍ່ທັນມີຄວາມຮັກເທືອ

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
คบกับผู้หญิงคนนั้นนานกี่ปีแล้วครับ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ຄວາມຮັກເລີ່ມຕົ້ນເປັນສິ່ງທີ່ສວຍງາມແຕ່ບາດອົກຫັກຄວາມຮັກເປັນສິ່ງທີ່ເຈັບປວດ
ຈັດໄປຢ່າໃຫ້ເສຍ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ກ່ອນທີ່ຈະບອກຮັກເຂົາເຈົ້າ ລອງຊັ່ງໃຈແລະຖາມໃຈຕົວເອງແລ້ວລະເບາະວ່າເຮົາມັກຮັກເຂົາເຈົ້າຍ້ອນຫຍັງ???
ຖ້າຄິດວ່າແມ່ນຄວາມຮູ້ສຶກຈາກໃຈລຶກໆໆທີ່ເອີ້ນວ່າ..ຮັກ ກໍ່ບອກອອກໄປໂລດ, ແຕ່ກໍ່ຕ້ອງເບິ່ງປະຕິກິລິຍາ
ຂອງເຂົາເຈົ້ານຳພ້ອມວ່າເປັນແນວໃດ ຖ້າຄິດວ່າເຂົາເຈົ້າມີໃຈໃຫ້ກໍ່ລຸຍເລີຍຍຍຍຍຍຍຍຍຍ

ສຳລັບກໍລະນີທີ່ແອບຮັກເຂົາຂ້າງດຽວກໍ່ຄືກັນນັ້ນແຫລ່ະ ຕ້ອງຄືຊັ່ງໃຈດີໆແລະກໍ່ບອກຄວາມຮູ້ສຶກທີ່ແທ້ຈິງອອກໄປໂລດ
ເຖິງແມ່ນວ່າເປີເຊັ່ນໃນການຖືກປະຕິເສດຈະມີຫລາຍ ແຕ່ຢ່າງຫນ້ອຍໆໆເຮົາກໍ່ໄດ້ເຮັດຕາມທີ່ໃຈເຮົາບອກແລ້ວ...

ຂໍໃຫ້ໂຊກດີກັບຮັກຄັ້ງນີ້ເດີ້

ໂອ! ອ່ານແລ້ວເສົ້າໃຈເລີຍເຮົາ ບໍ່ມີໂອກາດທີ່ຈະເປັນໄປໄດ້ຄືມີໜ້ອຍແທ້ເດເນາະ ຊັນກະບໍ່ບອກດີກວ່າເນາະ ແອບຮັກດີກວ່າບໍ່ຮູ້ຈັກກັນແມ່ນບໍ່ ເຮີ! ເກີດມາໜ້າຕາບໍ່ດີກະເປັນຈັງຊີ້ແລະເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນ ກາ ຍາກ ຢູ່ ເດີ ຊິ ຮູ້ ໃຈ ຂະ ເຈົ້າ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າຟ້າວໃຈຮ້ອນນະທ້າວ..
ຜູ້ຍິງຂະເຈົ້າອາດຈະຍັງລັງເລຢູ່ກະໄດ້..
ຂ້ອຍເຊື່ອວ່າການທີ່ຜູ້ຍິງຄົນໜຶ່ງຈະຕົກລົງເລື່ອງນີ້ ເຂົາເຈົ້າຕ້ອງໄຕ່ຕອງສົມຄວນ..
ຖ້າເຮົາຮັກຂະເຈົ້າເຮົາກະຖ້າໄດ້ແທ້..
ນອກຈາກວ່າ ຂະເຈົ້າບອກປັດເພາະບໍ່ກ້າປະຕິເສທເຮົາ..

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ ບໍ່ມີສູດຕາຍໂຕ ຂຶ້ນກັບບຸກຄົນນັ້ນໆ

ທ້າວທອງໃສ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເຂົາມັກເຮົາຫຼືຮັກເຮົາ ເຮົາເຮັດຫຍັງເຂົາກະບໍ່ປະຕິເສດດອ໋ກ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າລັກຮັກຢູ່ຄົນດຽວ ລະຢ່າຟ້້າວບອກ ສະແດງໃຫ້ເຫັນວ່າເຮົາຮັກລາວຊ່ຳແກ້ວຕາ ລາວໃຈອ່ອນຈັ່ງຄ່ອຍບອກ. ຖ້າເປັນໝູ່ກັນມາກ່ອນ ລະເຮົາກະບໍ່ຮູ້

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຢ້ານແຕ່ເຂົາເຈົ້າບໍ່ປະຕິເສດ ແຕ່ບໍ່ຕອບຮັບຫັ້ນຕິ..
ເອົາຊີ້..
ທີ່ສຳຄັນບອກດ້ວຍຄວາມຈິງໃຈ ໃຫ້ຄຳບອກຮັກນັ້ນອອກມາຈາກໃຈ ບໍ່ແມ່ນລົມປາກເປົ່າ..
ອາດຈະເຕີມແຕ່ງບັນຍາກາດດ້ວຍສິ່ງຂອງທີ່ໜ້າຮັກ ດອກໄມ້ ຕຸ໊ກກະຕາ..
ບໍ່ຊັ້ນກະໄປສະຖານທີ່ຯມັນສວຍງາມ ໂຣແມນຊ໌ (ບໍ່ໄດ້ໝາຍເຖິງຮ່ອມປ່ຽວເດີ້)..

ລອງເບິ່ງ.. ເອົາໃຈຊ່ວຍ..

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ນັ່ງເສີຍໆບໍ່ຕ້ອງບອກ ຈັກໜ່ອຍເຂົາກະໜີເອງ ອິອິອິ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ແອບແອບຮັກຄົນດຽວກະພໍແລ້ວ ຈະໜ່ອຍເຂົາໜີໄປໄດ ແຮະແຮະແຮະ

ບອກໄປວ່າ ກູຮັກມືງ ຊື້ງຫຼື ຍັງ 555555555

໒ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bankdesu ຂຽນວ່າ...
ນັ່ງເສີຍໆບໍ່ຕ້ອງບອກ ຈັກໜ່ອຍເຂົາກະໜີເອງ ອິອິອິ

ເວົ້າໄດ້ຖືກໃຈຫລາຍ

໒ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຢ້ານແຕ່ເຂົາເຈົ້າບໍ່ປະຕິເສດ ແຕ່ບໍ່ຕອບຮັບຫັ້ນຕິ..
ເອົາຊີ້..
ທີ່ສຳຄັນບອກດ້ວຍຄວາມຈິງໃຈ ໃຫ້ຄຳບອກຮັກນັ້ນອອກມາຈາກໃຈ ບໍ່ແມ່ນລົມປາກເປົ່າ..
ອາດຈະເຕີມແຕ່ງບັນຍາກາດດ້ວຍສິ່ງຂອງທີ່ໜ້າຮັກ ດອກໄມ້ ຕຸ໊ກກະຕາ..
ບໍ່ຊັ້ນກະໄປສະຖານທີ່ຯມັນສວຍງາມ ໂຣແມນຊ໌ (ບໍ່ໄດ້ໝາຍເຖິງຮ່ອມປ່ຽວເດີ້)..

ລອງເບິ່ງ.. ເອົາໃຈຊ່ວຍ..

ແມ່ນຫັນແລະບໍ່ເຂົ້າໃຈວ່າເປັນຫຍັງຜູ້ຍິງຄືບໍມັກປະຕິເສດ ແຕ່ກະບໍ່ຍອມຮັບ ເຮົາລະເມື່ອຍໃຈຫຼາຍ
ເຫັນໝູ່ບອກວ່າເຮົາເຈົ້າຊູ້ ແຕ່ລາວກະບໍ່ຮູ້ວ່າມັນເປັນຈັງໃດ
ສຳຄັນລາວກະເຊື່ອໝູ່ເວົ້າອີກ ແລ້ວຍັງບອກວ່າມັນຕ້ອງໃຊ້ເວລາ
ຈັກຊິໃຫ້ຖ້າດົນປານໃດເນາະ ແຕ່ຄິດວ່າເຮົາຄືຊິລື້ງເຄີຍແລ້ວກັບການລໍຄອຍ
ເພາະຕັດໃຈຈາກລາວບໍ່ໄດ້ແທ້ໆໆໆໆໆ
ເວລາຖາມກະບໍ່ມີແຟນ ແຕ່ຖ້າຂໍເປັນພັດແຟນພັດບອກວ່າໄວເກີນໄປ

ຜູ້ຍິງກະເປັນແບບນີ້ແຫລະ ບາງຄົນອາດຈະຄິດວ່າມັນເປັນເລື່ອງທີ່ໄວເກີນໄປ ແຕ່ຖ້າເປັນແບບນີ້: ເວລາຖາມກະບໍ່ມີແຟນ ແຕ່ຖ້າຂໍເປັນພັດແຟນພັດບອກວ່າໄວເກີນໄປ ແມ່ນເຂົາເຈົ້າຕ້ອງການເວລາເພື່ອສ້າງຄວາມໝັ້ນໃຈຊື່ໆບໍ່ໄດ້ໝາຍວ່າບໍ່ເລືອກ ແຕ່ຕ້ອງໃຊ້ເວລາໜ້ອຍໜຶ່ງ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບກ່ອນ ບາງເທື່ອໄດ້ໃຊຕໍ່ໄປ ຮ່າໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LaoJasmine ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຢ້ານແຕ່ເຂົາເຈົ້າບໍ່ປະຕິເສດ ແຕ່ບໍ່ຕອບຮັບຫັ້ນຕິ..
ເອົາຊີ້..
ທີ່ສຳຄັນບອກດ້ວຍຄວາມຈິງໃຈ ໃຫ້ຄຳບອກຮັກນັ້ນອອກມາຈາກໃຈ ບໍ່ແມ່ນລົມປາກເປົ່າ..
ອາດຈະເຕີມແຕ່ງບັນຍາກາດດ້ວຍສິ່ງຂອງທີ່ໜ້າຮັກ ດອກໄມ້ ຕຸ໊ກກະຕາ..
ບໍ່ຊັ້ນກະໄປສະຖານທີ່ຯມັນສວຍງາມ ໂຣແມນຊ໌ (ບໍ່ໄດ້ໝາຍເຖິງຮ່ອມປ່ຽວເດີ້)..

ລອງເບິ່ງ.. ເອົາໃຈຊ່ວຍ..

ແມ່ນຫັນແລະບໍ່ເຂົ້າໃຈວ່າເປັນຫຍັງຜູ້ຍິງຄືບໍມັກປະຕິເສດ ແຕ່ກະບໍ່ຍອມຮັບ ເຮົາລະເມື່ອຍໃຈຫຼາຍ
ເຫັນໝູ່ບອກວ່າເຮົາເຈົ້າຊູ້ ແຕ່ລາວກະບໍ່ຮູ້ວ່າມັນເປັນຈັງໃດ
ສຳຄັນລາວກະເຊື່ອໝູ່ເວົ້າອີກ ແລ້ວຍັງບອກວ່າມັນຕ້ອງໃຊ້ເວລາ
ຈັກຊິໃຫ້ຖ້າດົນປານໃດເນາະ ແຕ່ຄິດວ່າເຮົາຄືຊິລື້ງເຄີຍແລ້ວກັບການລໍຄອຍ
ເພາະຕັດໃຈຈາກລາວບໍ່ໄດ້ແທ້ໆໆໆໆໆ
ເວລາຖາມກະບໍ່ມີແຟນ ແຕ່ຖ້າຂໍເປັນພັດແຟນພັດບອກວ່າໄວເກີນໄປ

ຜູ້ຍິງກະເປັນແບບນີ້ແຫລະ ບາງຄົນອາດຈະຄິດວ່າມັນເປັນເລື່ອງທີ່ໄວເກີນໄປ ແຕ່ຖ້າເປັນແບບນີ້: ເວລາຖາມກະບໍ່ມີແຟນ ແຕ່ຖ້າຂໍເປັນພັດແຟນພັດບອກວ່າໄວເກີນໄປ ແມ່ນເຂົາເຈົ້າຕ້ອງການເວລາເພື່ອສ້າງຄວາມໝັ້ນໃຈຊື່ໆບໍ່ໄດ້ໝາຍວ່າບໍ່ເລືອກ ແຕ່ຕ້ອງໃຊ້ເວລາໜ້ອຍໜຶ່ງ

ເວົ້າແບບນີ້ກໍ່ມີກຳລັງໃຈສູ້ຕໍ່ ໂອ!!!! ເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
kuຮັກmung e ha
ຂຳໆ ຢ່າໄປຈິງຈັງເດີ

ເຮົາໄປກັນບໍ່ໄດ້

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ມີຄົນໂທມາບອກ ວ່າຂ້ອຍຮັກເຈົ້າ ເວົ້າແລ້ວເຮັດໜ້າຕາເສີຍສຳນິ້ກໍ່ພໍແລ້ວສຳລັບຜູ້ຍິງ

໑ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ກະເບີ່ງທ່າທີນາງຄົນນັ້ນກ່ອນແຫລະວ່າ ມັກໂອ້ລົມນຳເຮົາບໍ່ ກ່ອນຊິບອກຮັກກະຄວນເວົ້າຢອກແບບອ້ອມໆໄປກ່ອນ ວ່າເຂົາມີທ່າທີເຂີນອາຍ ຫລື ອົມຍິ້ມບໍ່
ບໍ່ແມ່ນ ຄິດຢາກບອກກະບອກ ຖ້າເຂົາບໍ່ຕອບຮັບຮັກລະເຈົ້າເອີ້ຍ ...ໂລກແຕກມື້ນັ້ນລະ 555+

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pommany ຂຽນວ່າ...
ມີຄົນໂທມາບອກ ວ່າຂ້ອຍຮັກເຈົ້າ ເວົ້າແລ້ວເຮັດໜ້າຕາເສີຍສຳນິ້ກໍ່ພໍແລ້ວສຳລັບຜູ້ຍິງ

ຈັດເຕັມໄປເລີຍ ໃຫ້ມັນຮູ້ໄປໂລດວ່າເຮົາດ້ານຊຳໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໔ ກະທູ້
໒໔໔ ໂພສ
ນັກການກະທູ້
ຖ້າບໍ່ຢາກໃຫ້ເຂົາປະຕິເສດກະເຮັດໃຫ້ເຂົາຮັກກ່ອນຈຶ່ງບອກຮັກ
ເວົ້າຊື່ໆເຮົາຍັງບໍ່ມີແຟນອິໂຕນໂຕເອງເດ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soumaly32 ຂຽນວ່າ...
ກະເບີ່ງທ່າທີນາງຄົນນັ້ນກ່ອນແຫລະວ່າ ມັກໂອ້ລົມນຳເຮົາບໍ່ ກ່ອນຊິບອກຮັກກະຄວນເວົ້າຢອກແບບອ້ອມໆໄປກ່ອນ ວ່າເຂົາມີທ່າທີເຂີນອາຍ ຫລື ອົມຍິ້ມບໍ່
ບໍ່ແມ່ນ ຄິດຢາກບອກກະບອກ ຖ້າເຂົາບໍ່ຕອບຮັບຮັກລະເຈົ້າເອີ້ຍ ...ໂລກແຕກມື້ນັ້ນລະ 555+

ຄືວ່າບໍ່ມີປະສົບການດ້ານນີ້ຊັນນ໋າ ຈັງບໍ່ສາມາດອ່ານທ່າທີຂອງຜູ້ຍິງອອກວ່າເຂົ້າຄິດກັບເຮົາຫຼືບໍ່ຄິດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳອິດເລີຍກະຄືຄວາມຈິງໃຈ ຖ້າມີຄວາມຈິງໃຈ ບໍ່ວ່າຜູ້ຍິງຫຼືຜູ້ຊາຍ ໃຜໆກະມັກ
ສອງມາຄື ເຮົາຈະສະແດງໃຫ້ກະເຈົ້າຮູ້ໄດ້ຈັ່ງໃດວ່າເຮົາມີຄວາມຈິງໃຈຕໍ່ກະເຈົ້າ ເຊິ່ງເຮົາກະຕ້ອງເບິ່ງເຂົາເບິ່ງເຮົານຳ ຮົບຮ້ອຍຄັ້ງຈະໄດ້ຊະນະຮ້ອຍຄັ້ງ 555
ອີ່ຫຍັງທີ່ມັນຫວືຫວາຫຼາຍກະບໍ່ດີ ການເອົາໃຈ ກັບຄວາມຈິງໃຈມັນຄົນລະເລື່ອງ
ແມ່ນຢູ່ວ່າຕອນນີ້ເຈົ້າມັນນາງ ຫຼາຍ ແລະຕ້ອງການຈະເຮັດໃຫ້ນາງຮູ້ ແຕ່ມັນບໍ່ໄດ້ຂຶ້ນກັບດອກໄມ້ ຕຸກກະຕາ ຂໍ້ຄວາມ ຫຼື ອີ່ຫຍັງແບ້ໆ ແບບນັ້ນສະເໝີໄປ (ແຕ່ບາງຄັ້ງມັນກະຈຳເປັນ ຜູ້ຍິງມັກແນວກຸກກິກ ) ລະກະຂຶ້ນກັບບຸກຄົນແຫຼະ ບອກສະເພາະເຈາະຈົງບໍ່ໄດ້ດອກ
ຈິງໃຈ ກັບ ຕື້ເທົ່ານັ້ນ ທີ່ຄອງໂລກ ກະເຈົ້າວ່າ........... 555

ແຕ່ກະເປັນກຳລັງໃຈໃຫ້ເດີ້ :)
ສູ້ໆ! ຂໍໃຫ້ຜູ້ຍິງຄົນນັ້ນບອກຂ່າວດີກັບທ່ານ kaopai ^^

I believe in the IMPOSSIBLE

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫັຍງເລີຍມາເບີ່ງຜູ້ບ່າວບອກຮັກສາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>