ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຮັບສະໝັກອາສາສະໝັກ

໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ປະກາດຮັບສະໝັກ

ອາສາສະໝັກ

ອົງການກູດແຮນສ໌ປະຈຳລາວ ເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ສ້າງຕັ້ງຂຶ້ນໃນປີ 2004 ຈຸປະສົງລວມແມ່ນເພື່ອຊ່ວຍພັດທະນາການສຶກ ສາຊຸມຊົນ, ເພື່ອທະວີຄວາມອາດສາມາດຂອງຊຸມຊົນທ້ອງຖິ່ນ, ໂດຍຜ່ານການຄຸ້ມຄອງຈາກສູນໄວໝຸ່ມກູດແຮນສ໌ ຂອງອົງການກູດແຮນສ໌ລາວ

ສູນໄວໜຸ່ມກູດແຮນສ໌ຈະເປີດເອົາຮັບເອົາອາສາສະໝັກຜູ້ທີ່ມີຄວາມສົນໃຈເຂົ້າມາຮ່ວມເຄື່ອນໄຫວກິດຈະກຳກ່ຽວກັບການສຶກສາ, ກິດຈະກຳສົ່ງເສີມການອ່ານໃຫ້ກັບເດັກນ້ອຍລາວ ...ເຊິ່ງຜູ້ທີ່ຈະມາສະໝັກຕ້ອງເປັນຄົນທີ່ມີໃຈມັກໃນວຽກງານນີ້, ມີຄວາມກະຕືລືລົ້ນ, ຢາກພັດທະນາຕົນເອງ, ກ້າສະແດງອອກ, ສາມາດນຳພາເດັກນ້ອຍເຮັດກິດຈະກຳຕ່າງໆໄດ້ເຊັ່ນວ່າ ເລົານິທານ, ຫຼິ້ນເກມ, ແຕ້ມຮູບ, ຮ້ອງເພງ...

ລາຍລະອຽດຂອງກິດຈະກຳມີດັ່ງນີ້:

1. ອາສາສະໝັກປະຈຳສູນໄວໜຸມກູດແຮນສ໌ (ຈຳນວນ 6 ຄົນ)

ສຳຫລັບກິດຈະກຳຢູ່ໃນສູນໄວໜຸ່ມກູດແຮນສ໌ ຈະເຄື່ອນໄຫວເປັນປະຈຳທຸກໆມື້ໃນຕອນສວາຍ(ວັນຈັນ-ວັນເສົາ)
ເວລາ 13:00-18:00

1. ສອນພາສາອັງກິດ
2. ສອນວິທະຍາສາດ
3. ເຄື່ອນໄຫວກິດຈະກຳສົ່ງເສີມການອ່ານພາຍໃນສູນໄວໜຸ່ມກູດແຮນສ໌...

2. ອາສາສະໝັກ ຫ້ອງສະມຸດເຄື່ອນທີ່ Mobile library (ຈຳນວນ 6 ຄົນ)
ເຄື່ອນໄຫວກິດຈະກຳທຸກໆວັນອັງຄານ ແລະວັນສຸກ ຕອນສວາຍ ເວລາ(12:00-16:00)

1. ຮ່ວມເຄື່ອນໄຫວກິດຈະກຳໄປກັບລົດຫ້ອງສະໝຸດເຄື່ອນທີ່ຕາມໂຮງຮຽນປະຖົມເປົ້າໝາຍຕ່າງໆ
2. ເຄື່ອນໄຫວກິດຈະກຳສົ່ງເສີມການອ່ານ...
3. ນຳພາເດັກນ້ອຍເຮັດກິດຈະກຳ (ເລົ່ານິທານ, ແຕ້ມຮູບ, ຫຼີ້ນເກມ…)

ວິທີການສະໝັກ: ສົ່ງອີເມວເພື່ອຂໍແບບຟອມໃບສະໝັກ Xaygoodhands@hotmail.coml.com

ຫລື ເຂົ້າມາພົວພັນໄດ້ທີ່: ສູນໄວໜຸ່ມກູດສ໌ແຮນສ໌ ຕັ້ງຢູ່ຖະໜົນເລກທີ່13ໃຕ້, ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງຽງຈັນ (ດ້ານຫລັງຫ້ອງສຶກສາເມືອງໄຊທານີ).

www.goodhands.or.kr

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ: ຫ້ອງການກູດແຮນສ໌ 021-732363, 020 55111188 (ໄຊ), 77805568 (ຕິ່ງ) ໃນໂມງລັດຖະການ.

ປິດຮັບສະໝັກວັນທີ່ 20/8/2011


໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຢາກກັບໄປເປັນອາສາສະໝັກຄືເກົ່າ
ແຕ່ບໍ່ມີເວລາແລ້ວ

ຂ້ອຍແມ່ນ ”ລາວ“

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຢາກໄປເດເນາະ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່