ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຫຼົງຮັກຄົນມີແຟນ

໒ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄືວ່າຢາກຖາມໝູ່ເພື່ອນຢູ່ພັນລາວທຸກໆຄົນວ່າ: ຖ້າຫາກເຮົາໄດ້ເກີດມີຄວາມຮັກກັບຄົນທີ່ເຂົາມີແຟນຢູ່ແລ້ວ ແລະ ເຂົາກັນແຟນຂອງເຂົາຫັ້ນກະຮັກກັນຫຼາຍ, ເຮົາຄວນຈະເຮັດແນວໃດ? ແລະ ເຮົາຈະປອບໃຈຕົວເອງແນວໃດດີ?

ແຕ່ວ່າເຂົາເຈົ້າບໍ່ໄດ້ຢູ່ໃກ້ກັນເພາະແຟນຂອງລາວນັ້ນຢູ່ຕ່າງແຂວງ

ຊ່ວຍບອກກັນແດ່ເດີ


໙ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ທຳໃຈເຖີດໂຍມ! ຫາໃຫມ່ກະຍັງໄດ້ຢູ່ດອກ, ຢ່າໄປຍາດແຍ່ງຂອງເຂົາເລີຍ.


໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
55555555555 ເຂົາບໍ່ຮັກເຮົາກະປ່ອຍເຂົາໄປ ຫາໃໝ່ເຖີດນະ ອິອິອິ


໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຖາມໃຈຕົນເອງ ຖ້າຮັກແທ້ ກະຍາດມາໂລດ
ແຕ່ຄິດແຕ່ຫຼີ້ນໆ ຢ່າເຮັດດີກວ່າ

ຂ້ອຍແມ່ນ ”ລາວ“

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາດແຟນຊາວບ້ານບໍ່ດີເດີ ຈະບອກໃຫ້


໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຫາໃໝ່ດີກວ່າເຖິງຄົບກັນໄປກະບໍ່ມີຄວາມສຸກດອກເຈົ້າແຮງສິລະແວງວ່າເຂົາຍັງຄົບກັນ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຖ້າເຮົາຖືກຄົນອືີນຍາດເດ ຊີເປັນແນວໃດນໍ ອີອີອີ


໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຖ້າເຮົາຖືກຍາດ ກະເພາະແຟນເຮົາບໍ່ດີ
ຖ້າເຮົາໄປຍາດເຂົາມາ ຈັກມື້ໜຶ່ງກະມີຄົນມາຍາດຄືເກົ່າ
ສະຫຼຸບແລ້ວ ຕົວເອງເສຍໃຈລ້າໆ

ຂ້ອຍແມ່ນ ”ລາວ“

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັດ​ໃຈ​ເທາະ​ທ້າວ..
ຍາດ​ໄປ​ກະບາ​ບ ​ແຖມ​ບໍ່​ໄດ້​ຫຍັງ​ອີ​ກ..


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຕ້ອງຍອມແພ້ ສູ້ຕໍໄປ ດຽວຂອງເຂົາກໍ່ເປັນຂອງເຮົາ ອິອິ....ແຕ່ມັນບາບນະຊິບອກໃຫ້ ອະອະ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈີກັບໂຕເອງຢູ່ແຕ່ຍັງແກ້ໄຂບໍ່ໄດ້ເທື່ອ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເວົ້າໃນແງ່ຄົນເຫັນແກ່ໂຕ ນິໄສບໍ່ດີກະວ່າ "ໄປຍາດມາໂລດ ຕາບໃດທີ່ກະເຈົ້າຍັັງບໍ່ທັນແຕ່ງດອງກັນ ບໍ່ມີພັນທະ ຍາດໄປກະບໍ່ຜິດ"
ແຕ່ຖ້າຄິດແບບພະເອກບາດນິ "ຈະຍາດໄປເພື່ອຫຍັງ ທັ້ງໆທີ່ກະເຈົ້າມີແຟນຢຸ່ແລ້ວ ແຖມກະເຈົ້າກະຍັງຮັກແຟນກະເຈົ້າອີກ ເຮົາແມ່ນໃຜ ຢູ່ດີໆກະທະເລີ່ທະລ່າເຂົ້າໄປຍາດແຟນກະເຈົ້າ ແລ້ວຜູ້ຍິງຄົນນັ້ນຈະຢ້ານເຮົາບໍ່"
ສະຫຼຸບກະຄືຫາຜູ້ໃໝ່ ປ່ອຍລາວໄປ
ຍາດຂອງທີ່ເປັນຂອງຄົນອື່ນມັນບໍ່ດີ
ເພາະຖ້າມື້ໜຶ່ງ ເຮົາເປັນຄົນທີ່ຖືກຍາດເອງລະພີ່ນ້ອງເອີ໋ຍ... ໃຫ້ ກະລາ ມາຮ້ອງໃສ່ເລີຍວ່າ "ເຈັບນີ້ມັນເລິກ"

I believe in the IMPOSSIBLE

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເຂົາບໍ່ຮັກເຮົາກະປ່ອຍເຂົາໄປ

..........................................................................
..........................................................................

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງຮັກແຟນເຂົາເຮົາກະບໍ່ຜິດສິດຂອງເຮົາ


໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ເອົາໃຈເຂົາມາໃສ່ໃຈເຮົາເບິ່ງຖ້າມີຄົນມາຍາດຄົນຮັກຂອງເຈົ້າ
ໄປເຈົ້າຈະຮູ້ສຶກແນວໃດ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງຮັກຄົນມີແຟນແລ້ວມັນຜິດບ່ອນໃດ
ບໍ່ຢາກເຈັບກະລົມຕໍ່ໄປ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງຮັກຄົນມີແຟນແລ້ວມັນຜິດບ່ອນໃດ
ບໍ່ຢາກເຈັບກະລົມຕໍ່ໄປ


໐ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ມີແຟນບໍ່ກົວ....ແຕ່ຖ້າມີຜົວ....ຂໍຕົວກ່ອນລະ...ຢ້ານຖືກ ປືນ....ອິອິອິ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງຖາມຕົວເອງເບີ່ງວ່າ ທ່ານມັກບໍຄົນຫຼາຍໃຈນະ ຖ້າລາວນອກໃຈແຟນລາວມາຄົບກັບເຈົ້າ ແລ້ວເຈົ້າຈະໝັ້ນໃຈໄດ້ແນວໃດວ່າ ລາວຈະຮັກເຈົ້າພຽງຄົນດຽວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈເດີ ທຸກໆຄຳເຫັນນະ
ສະຫຼຸບແລ້ວ ເຮົາບໍ່ຄວນຮັກແຟນຄົນອື່ນ ອິອິ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ແລ້ວບາດ ມັກໝູ່ດຸສິເຮັດຈັ່ງໃດ ເບິ່ງຊົງຄືຊິເປັນແບບເພງລາບານູນແລະນໍ ຄິດໃນໃຈ

-->-->-->