ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຄິດຈັ່ງໃດກັບການປະກາດລະງັບການໃຫ້ມີໂປຣໂມຊັນຂອງບັນດາເຄືອຂ່າຍໂທລະສັບ ຍຸຕິທໍາຢູ່ຫວາ?

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ດຽວນີ້ເພິ່ນອອກກົດລະບຽບບໍ່ໃຫ້ມີໂປຣໂມຊັນ ແລະ ແພັກເກຈຕ່າງໆໃນບັນດາຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບ... ຍ້ອນຫຍັງ? ມີຜົນດີແນວໃດແດ່? ຂ້າພະເຈົ້າຄິດວ່າມັນເປັນການຂູດຮີດກັນໂພດບໍ... ບໍ່ມີອິດສະລະໃນການປະກອບການທຸລະກິດບໍ... ໃຜມີເຫດຜົນບອກແດ່
ຂອບໃຈເດີ້

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ໄດ້ຄິດຫຍັງ ເພາະບໍ່ໄດ້ໂທຫາໃຜປານໃດ
ດຽວຄ່າໂທກະຊິຫຼຸດລົງເອງຕິເບາະ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ບໍ່ໃຊ້ແລ້ວ ປ່ຽນມາໃຊ້ເອັມເອົາສ່ຳສິໂທ ສ່ຳສິລົມໃຜມີເອັບຍັດລົງໃສ່ມືຖືທີ່ຮອງຮັບໄດ້ແຫ່ງຄັກ....ຝອຍຈົນເມື່ອຍກະບໍ່ໄດ້ເສີຍເງິນ ຈ່າຍແຕ່ຄ່າເນັດຈົບ....


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າມາຫລາຍແລ້ວອັນເລື່ອງໂທລະສັບນີ້ເວົ້າມາລະຂອງຂື້ນ
ນາຍົກໄທຍັງອຸກໃຈຢູ່ນິມີແຕ່ຄົນໂຈມຕີ ຢ່າໃຫ້ປູເວົ້າຫລາຍເດີ...


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ບໍ່ມີຫຍັງຍຸດຕິທຳດ໋ອກ

liverpool you"ll never walk alone

໗ ກະທູ້
໑໑໑ ໂພສ
ນັກການກະທູ້
ຄັນວ່າບໍ່ຍູຕິທຳກະຊິເຮັດຫຍັງໄດ້ເດ່ ເຊົໍາໆ ປ່ອຍມັນໄປຕາມເວນຕາມກຳຫັນແລະ
ຄັນໃຜວ່າຄ່າໂທເເພງກະບໍ່ໂຕ້ອງໃຊ້ຫຼືຈະໃຊ້ກະບໍ່ຕ້ອງໂທອອກຖ້າຮັບຢ່າງດ່ຽວ ຈົບ

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແທ້ຯມັນກະທົບເລີຍ..
ແຕ່ຕໍ່ຈາກນີ້ຄັນມັນບໍ່ຈຳເປັນແທ້ຯຈະໄດ້ພະຍາຍາມສົ່ງຂໍ້ຄວາມ..
ຫຼືຖ້າຢູ່ໃກ້ກັນກະຍ່າງໄປລົມດີກວ່າ..
ເວລາຂອງແພງ ຕາມຫຼັກເສຖສາສຣ໌..
ກາຣບໍຣິໂພຄຈະໜ້ອຍລົງ..
ຈາກນັ້ນຣາຄາຈະຄ່ອຍຫຍັບລົງເອງ ເພາະຣາຍໄດ້ບໍ່ເຂົ້າເປົ້າ ຣັຖເກັບອາກອຣບໍ່ເຂົ້າເປົ້າ..
ກໍຕ້ອງເຮັດໂປຣໂມຊັ່ນສົ່ງເສີມກາຣຂາຍຄືນ..

ແຕ່ຖ້າເປັນເຫຕຜົລທີ່ຣັຖບາລເວົ້າວ່າ ບັນດາບໍຣິສັທໂທຣະຄົມ..
ໃຊ້ເຣື່ອງໂປຣໂມຊັ່ນ ແລ້ວບອກວ່າກຳໄລໜ້ອຍ ແລ້ວຈ່າຍອາກອຣໜ້ອຍລົງ..
ຂ້ອຍກໍບໍ່ຮູ້ວ່າຣັຖກວຈສອບບໍ່ເຈິ ຫຼື ພວກບໍຣິສັທນີ້ມັນໂກງເກັ່ງ..
ຍິ່ງເປັນບໍຣິສັທໂທຣຄົມ ແຫ່ງຂຶ້ນຊື່ເຣື່ອງໂກງຢູ່ແລ້ວ.. (ບໍ່ໄດ້ພາດພິງໃຜເດີ້)


໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ຢຸດຕິທໍາ,,ເພາະ,,ໂທເທົາໃດຈ່າຍເທົານັ້ນ


໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຍຸດຕິທຳ
ຄ່າໂທກະແພງ ຄັນເຮັດຈັ່ງສິ
ມື້ໜ້າບອກສົ່ງຈົດໝາຍເລີຍຊະ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ໄດ້ຄິດຫຍັງ


໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ໃຊ້ແຕ່ໂທສັບຫ້ອງການ
ຈົບ
ເສົາທິດບໍ່ໃຊ້
ຕອນແລງບໍ່ໃຊ້
ໃຊ້ແຕ່ເວລາລັດຖະການ


໒ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ພວກໃຊ້ອຳນາດ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເນື່ອງຈາກບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມ ເອົາເຫດຜົນທີ່ຫລຸດໂປໂມຊັນ ມາອ້າງໃນການຈ່າຍພາສີໃຫ້ລັດນ້ອຍລົງ ເພື່ອຕັດບັນຫາດັ່ງກ່າວລັດຈຳເປັນຕ້ອງບັນຫານີ້ລົງ ດ້ວຍວິທີບໍໃຫ້ມີໂປໂມຊັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ