ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ໂຄງການcheerນັກຮ້ອງດ້ວຍປູມເປົ້າ(ແຟນເພງທຸກວົງຄວນເຂົ້າ)

໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ອຶມ...ໂຄງການນີ້ເກີດຈາກການເຫັນແຟນເພງຂອງນັກຮ້ອງຕ່າງປະເທດເຮັດພວກເຮົາເລີຍຢາກເຮັດນຳເພື່ອຢາກໃຫ້ວົງການເພງບ້ານເຮົາ
ຈະໄດ້ມ່ວນໆຄືຂະເຈົ້າແນ່.
ຜ່ານການລົມກັນຂອງຂ້າພະເຈົ້າແລະນັກຮ້ອງກຸ່ມຫນຶ່ງ(ມັນເວີ້ອີກລະ ອິອິອິ) ເຫັນວ່າເວລາໄປເຊຍນັກຮ້ອງເຮົາກໍ່ຢາກໃຫ້ແຟນເພງມີສ່ວນຮ່ວມກັບນັກຮ້ອງ
ເພາະສະນັ້ນເພື່ອນໆຄິດວ່າດີບໍ່ຖ້າເຮົາຈະເລືອກປູມເປົ້າທີ່ເປັນສີປະຈຳຂອງແຕ່ລະວົງມາເຊຍເວລາໄປຄອນເສີດ
ເຈົ້າຂອງກະທູ້ຄິດວ່າທັງສີສັນແລະບັນຍາກາດໃນຄອນເສີດຄືຊິເປັນຕາມ່ວນຂຶ້ນນັກຮ້ອງເຮົາກະຊິພູມໃຈທີ່ມີແຟນເພງເຮັດເພື່ອຂະເຈົ້ານຳ.
ເພາະສະນັ້ນມາເລືອກສີປະຈຳວົງແລະເອົາປູມເປົ້າໄປຄອນເສີດກັນເທາະ!!!!


໒ ກະທູ້
໒໑໗ ໂພສ
ນັກການກະທູ້
ຄັນມີຂາຍຢູ່ໜ້າງານກະຊິຊື້ໄປເຊຍ ....ຄັນຊິໃຫ້ກຽມໄປແຕ່ບ້ານກະບໍ່ໃຫວຕິເບາະ


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຖ້າແມ່ນງານແຂ່ງເພງ ຢູ່ ໂຮງຮຽນ ເຮັດຢູ່ ເຮັດປ້າຍ ສີສັນ, ເອົາຮູບພຸ້ນແຫຼະ ໃສ່ ມ່ວນ ໂຄດໆ

ແຕ່ໄປງານຄອນເສີດນິ ບໍ່ຄ່ອຍປານໃດ ຮ້ອງຊ່ວຍກະຄໍແຫ້ງ ແບ້ວ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໓ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ບໍ່ເກ໋າໂພດຫວາ

ເລື່ອງສີ່ງລີ້ລັບ ເລື່ອງຂອງຜີຫຼືວິນຍານ ທ່ານຄິດວ່າເປັນເລື່ອງຈິງຫຼືບໍ່ ສ່ວນຕົວບໍ່ເຄີຍເຫັນແລະກະບໍ່ຢາກເຫັນ ແຕ່ຢາກຮູ້ວ່າເປັນແນວໃດ ຢາກໃຫ້ມາເລົ່າປະສົບການສູ່ຟັງວ່າທ່ານພົບເຫັນມາແບບໃດແນ່???

໖ ກະທູ້
໑໐໑ ໂພສ
ນັກການກະທູ້
Catnoi ໄປນຳເດີ້

Catnoi ຜູ້ຫນ້າຮັກສະເຫມີ