ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຍິງລາວສະໄຫມໃຫມ່ບໍ່ມັກນຸ່ງສິ້ນ ຍ້ອນຫຍັງ?

໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ບັນດາທ່ານທີ່ເຄົາລົບ. ໃນແຕ່ລະວັນເຮົາຈະສັງເກດເຫັນເພດຍິງໂດຍສະເພາະໄວຣຸ່ນລາວ ນຸ່ງແຕ່ໂສ້ງຂາສັ້ນໆຈົນ.....ບໍ່ຢາກເວົ້າ.ນຸ່ງຢູ່ບ້ານຢູ່ເຮືອນກໍບໍ່ວ່າດ໋ອກ ແຕ່ນຸ່ງໄປເລາະທີສາທາລະນະຕິ໋ ບໍ່ອາຍເພິ່ນວະຊາວຕ່າງປະເທດນະ? ໂດຍສະເພາະແມ່ນນັກສຶກສາສະຖາບັນຫຼັກໆຂອງຊາດຊໍ້າ.ຖ້າຖືກຕົນເອງກໍພິຈາລະນາເບິ່ງແດ່ ຄົນລາວເອີຍ

[suck]

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນເທຣນ
ເປັນແຟຊັ່ນ ຂອງກະເຈົ້າ

ເວົ້າຫຼາຍກະເວົ້າບໍ່ໄດ້

ຊິນຸ່ງຈັ່ງໃດ ກະໃຫ້ມັນຖືກກາລະເທສະ ກະພໍແລ້ວແຫຼະ

I believe in the IMPOSSIBLE

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ຂ້ອຍວ່ານຸ່ງສິ້ນດີກວ່າໃດ່ ເພາະວ່າມັນໂລ່ງ ໜ້າຈະເຢັນ............ດີໆ ຮາໆໆໆໆ ອິອິ


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ມັນເປັນເທຣນ
ເປັນແຟຊັ່ນ ຂອງກະເຈົ້າ

ເວົ້າຫຼາຍກະເວົ້າບໍ່ໄດ້

ຊິນຸ່ງຈັ່ງໃດ ກະໃຫ້ມັນຖືກກາລະເທສະ ກະພໍແລ້ວແຫຼະ

ອັນເທຣນກັບແຟຊັນນີ້ມັນເຮັດໃຫ້ລາວໆເສຍວັດທະນະທໍາຫຼາຍໄດ່ເນາະ ອີກ10ປີລູກຫຼານຊິຖາມວ່າແມ່ອັນນີ້ແມ່ນຫຍັງເບາະ? ສິ້ນລູກເອີຍ ສິ້ນສຸດຈາກລາວແລ້ວລະ

[suck]

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບໂຕຂ້ອຍກະນູ່ງຕະຫຼອດ ແຕ່ບໍ່ສັ້ນຫຼາຍ
ແຕ່ຍອມຮັບວ່າດຽວນີ້ ໄວໜູ່ມນິນຳຍຸກອື່ນຈົນລືມວັດທະນະທຳ
ແຕ່ສຳຫຼັບຂ້ອຍນິມັກນຸ່ງສີ້ນ ເສື້ອໄໝງາມດີ
ແຕ່ຕາມໄປດອງດຽວນິຄົນມັກນິຍົມເລີ່ມມາຕັດນຸ່ງແບບເປັນກະໂປ່ງຫຼາຍ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແຕ່ເຮົາບໍແມ່ນໄວຫນູ່ມ ໄດ້ແຕ່ນຸ່ງສີ້ນ

ຮັກແທ້ຄືແມ່

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະນຸ່ງໃຫ້ຖືກກາລະ ເທສະ ກະດີແລ້ວ..
ແຕ່ກະບໍ່ຄວນນຸ່ງໂປ້ຫຼາຍ..
ຖາມວ່າຢາກເບິ່ງບໍ່..?? ຍອມຮັບຢາກເບິ່ງ..
ແຕ່ຢາກເຫັນຄົນດຽວຫຼາຍກວ່າ..
ອິອິອິອິ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນແຟຊັ່ນ ຂອງກະເຈົ້າຕິ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດຫຍັງກະໃຫ້ເບິ່ງໄປຕາມກາລະເທສະຫັ້ນແລະດີສຸດໆ
ຄັນນຸ່ງສິ້ນລະຊ້ອນລົດຈັກເອົາຂາຄາບອັດສາມອັນນັ້ນມັນກະໂພດລະເດີ ຕີນສິ້ນປີງພະເວັບໆໆໆ ບາງເທື່ອເຫັນຮອດນາໂນນ ໂພນກ້າອັນນັ້ນມັນກະບໍ່ງາມ...


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຕາມຍຸກຕາມສະໄໝຕິບໍ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຂາວໆໃສ່ແຮງຄັກ



໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เพิ่นกะอยากโขว์ เนาะ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແຕ່ບໍ່ຖືກນ້ອງ
ນ້ອງກາເລີຍບໍ່ຕື່ນ
ສີ້ນການຸ່ງຄືການ
ແລ້ວແຕ່ງານ ກະໂປ່ງ ໂສ້ງ ກາຈັດໃຫ້ໄດ້
ສັ້ນຫຼາຍກາບໍ່ມັກມັນເກີນງາມອັນນັ້ນກາດາຍ
ເອົາເປັນວ່າຕາມຍຸກ ຕາມສະໄໜໜ້ອຍ1
ຖ້າບໍ່ຕາມເຂົາສິຫາວ່າເປັນຄົນລ້າສະໄໜ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ດີແຕ່ບໍ່ຖືກນ້ອງ
ນ້ອງກາເລີຍບໍ່ຕື່ນ
ສີ້ນການຸ່ງຄືການ
ແລ້ວແຕ່ງານ ກະໂປ່ງ ໂສ້ງ ກາຈັດໃຫ້ໄດ້
ສັ້ນຫຼາຍກາບໍ່ມັກມັນເກີນງາມອັນນັ້ນກາດາຍ
ເອົາເປັນວ່າຕາມຍຸກ ຕາມສະໄໜໜ້ອຍ1
ຖ້າບໍ່ຕາມເຂົາສິຫາວ່າເປັນຄົນລ້າສະໄໜ


eeeeeeeeeeeeeeeeee

[suck]

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ suck ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ມັນເປັນເທຣນ
ເປັນແຟຊັ່ນ ຂອງກະເຈົ້າ

ເວົ້າຫຼາຍກະເວົ້າບໍ່ໄດ້

ຊິນຸ່ງຈັ່ງໃດ ກະໃຫ້ມັນຖືກກາລະເທສະ ກະພໍແລ້ວແຫຼະ

ອັນເທຣນກັບແຟຊັນນີ້ມັນເຮັດໃຫ້ລາວໆເສຍວັດທະນະທໍາຫຼາຍໄດ່ເນາະ ອີກ10ປີລູກຫຼານຊິຖາມວ່າແມ່ອັນນີ້ແມ່ນຫຍັງເບາະ? ສິ້ນລູກເອີຍ ສິ້ນສຸດຈາກລາວແລ້ວລະ



ມັນກະບໍ່ເຖິງຂັ້ນນັ້ນຕິເບາະ

ເພາະວ່າມັນເປັນຮີດຄອງປະເພນີເດ້ ໄປໃສ່ບາດກະໃສ່ສິ້ນ ໄປຮຽນກະໃສ່ສິ້ນ ໄປເຮັດບຸນກະໃສ່ສິ້ນ
ຖ້າໃນອານາຄົດຂ້າງໜ້າ ແຟຊັ່ນມັນມາແຮງ ຈົນເຖິງຈຸດປ່ຽນໃຫ້ໃສ່ສົ້ງໄປຮຽນ ໃສ່ສະເກີດໄປໃສ່ບາດ ໃສ່ເດຟ ໄປເຮັດບຸນ
ຕອນນັ້ນ ລູກຈຶ່ງຈະຖາມແມ່ວ່າ ອັນນັ້ນມັນແມ່ນອີ່ຫຍັງ.. ມັນກະແມ່ນສິ້ນ

I believe in the IMPOSSIBLE

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ຂະເຈົ້ານຸ່ງແດ່ເທາະ ອິອິ ສັ້ນໆ

ຮັກນ້ອງຕອນເມົາ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນໂສ້ງມັນງ່າຍກວ່າ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໂຊຕິ໋ເບາະ ຄວາມງາມນ່າ!!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂອງດີກະຢາກໂຊຫັ້ນລະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນໄປໄດ້ບ໋ໃຫ້ນຸ່ງຫັຍງເລີຍເນາະ.......ຮ່າຮ່າຮ່າ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຸ່ງ ໄປທ່ຽວ ບໍ່ເປັນຫຍັງ ແຕ່ ຫາກວ່າເປັນວຽກທາງການ ຫລື ງານລ້ຽງ ແມ່ຍິງສ່ວນຫລາຍ ເພິ່ນກະໃສ່ສິ້ນ ເຮັດໃດ້ດີ ຊົມເຊີຍ ເດີ້ ສາວ ສາວ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຸ່ງໂສ້ງສັ້ນສະດວກກວ່າ ໄປງ່າຍມາງ່າຍ ແຮ່ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເພີ່ນກະນຸ່ງແຕ່ຍາມທຳມະດາ ຕິເບາະ, ຍາມບຸນຍາມສິນ, ເຂົ້າການກະເຫັນຍັງນຸ່ງສິ້ນງາມຄືເກົ່າຫມົດ
ບໍ່ເຫັນວ່າຊິມີໃຜນຸ່ງສົ້ງໄປການຈັກຄົນ, ຕາມຄວາມຄິດຂອງຂ້າພະເຈົ້າກະນຸ່ງກະດີ ໂດຍສະເພາະຜູ້ຂາຂາວໆ
ແຮ໊ໆໆໆໆ