ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຍ້ອນຄວາມເຫັນແກ່ຕົວຂອງຜູ້ຊາຍພຽງຄົນດຽວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ເລື່ອງຂອງເລື່ອງກ່າມີຢູ່ວ່າ: ຂ້ອຍກັບຜູ້ຊາຍຄົນນີ້ເລີ່ມຄົບກັນມາໄດ້ປະມານຫົກເດືອນນີ້ແຫຼະ, ແຕ່ແລ້ວຢູ່ໆລາວກໍ່ເລີ່ມປ່ຽນໄປ
ເຊິ່ງຂ້ອຍສັງເກດເຫັນວ່າມັນຜິດປົກກະຕິມາໄດ້ປະມານ 3​ - 4 ອາທິດມານີ້ລາວບໍ່ຄ່ອຍສົນໃຈຂ້ອຍ,ໂທຫາກໍ່ບໍ່ມັກຮັບ ແລະ ກະບໍ່ຄ່ອຍ
ຈະໂທກັບຖ້າຖາມກໍ່ມັກຈະບອກວ່າຄາວຽກ, ທ້າຍອາທິດກໍ່ບອກວ່າໄປເຮັດວຽກເຮືອນຫົວໜ້າເວລາລົມກັບຂ້ອຍກໍ່ປາກບໍ່ຄ່ອຍມ່ວນໃສ່
ຈາກເມື່ອກ່ອນທີ່ເຄີຍສົ່ງຂໍ້ຄວາມ good nigh ກ່ອນນອນທຸກຄືນກໍ່ຫາຍໄປບໍ່ມີວີ່ແວວເລີຍ ແລະ ວັນເສົາແລ້ວນີ້ຂ້ອຍໂທບອກລາວວ່າ ຂ້ອຍຈະເຂົ້າໄປຫາຢູ່ຫ້ອງລາວກໍ່ບອກວ່າບໍ່ຖ້າມາບໍ່ຕ້ອງມາຈະມາເຮັດຫຍັງແຕ່ຂ້ອຍກໍ່ຕັດສິນໃຈໄປເພາະຂ້ອຍສົງໄສວ່າມີຫຍັງຢູ່ຫ້ອງ ຂອງລາວລາວຈິ່ງບໍ່ຢາກໃຫ້ຂ້ອຍໄປແຕ່ໂຊກດີ ຫຼື ໂຊກຮ້າຍຫຸບໍ່ເຈີຫຍັງຊໍ້າຈົນກະທັ້ງມື້ຄືນນີ້ຂ້ອຍຕັດສິນໃຈໂທໄປຫາລາວ ແລະ ກະ
ຕາມຄາດລາວປາກບໍ່ມ່ວນໃສ່ຂ້ອຍຕາມເດີມ
ຂ້ອຍເລີຍຖາມວ່າເປັນຫຍັງ?ມີຫຍັງບໍ່ໍຊ່ວງນີ້ຄືປາກບໍ່ມ່ວນໃສ່ຕະຫຼອດລາວກໍ່ບອກວ່າບໍ່ມີຫຍັງ ແລະ ຂ້ອຍໄດ້ຍິນສຽງຂອງຜູ້ຍິງຮ້າຍຂຶ້ນ
ຂ້ອຍເລີຍຖາມໄປວ່າແມ່ນສຽງໃຜ, ລາວກໍ່ຮ້ອງໃສ່ວ່າບໍ່ແມ່ນໃຜແຕ່ຂ້ອຍໄດ້ຍິນສຽງຜູ້ຍິງຄົນນັ້ນຮ້ອງໃສ່ວ່າ: ອີ່ຈ້ານີ້ແມ່ນແຟນກູ, ມຶງຍາດແຟນ
ກູເຮັດຫຍັງ(ຂໍໂທດໃສ່ຄໍາເວົ້າຍາບເວົ້າຕາມທີ່ໄດ້ຍິນມາ)ແລ້ວລາວກໍ່ວາງໂທລະສັບໄປ, ຂ້ອຍຈຶ່ງຕັດສິນໃຈໂທໄປອີກຂ້ອຍຖາມວ່າແມ່ນໃຜເວົ້າ
ເອີ້ນລາວມາລົມດູເປັນຫຍັງຈິງເວົ້າແນວນັ້ນແຕ່ລາວກໍ່ຮ້ອງໃສ່ຂ້ອຍອີກບອກວ່າແມ່ນນ້ອງຊາຍລາວກຳລັງ.......(ຂໍໂທດເວົ້າບໍ່ໄດ້ຍາບເກີນໄປ)
ແລ້ວຂ້ອຍກໍ່ໄດ້ຍິນສຽງຜູ້ຍິງຄົນນັ້ນຮ້ອງເວົ້າແບບເກົ່າ ແລະ ກໍ່ວາງໂທລະສັບໄປອີກ
ຈົນຕອນນີ້ຂ້ອຍຍັງສັບສົນຢູ່ເລີຍວ່າຂ້ອຍຄວນເຮັດແນວໃດດີກັບຜູ້ຊາຍຄົນນີ້ ແລະ ເຫດການລັກສະນະແບບນີ້ມັນເກີດຂຶ້ນກັບຂ້ອຍຄັ້ງໜຶ່ງ ແລ້ວ, ຄັ້ງທຳອິດກໍ່ແມ່ນເປັນ ເຫັນແຟນຕົວເອງນອນຢູ່ໃນຫ້ອງກັບຜູ້ຍິງຄົນອື່ນຈົນສຸດທ້າຍຕ້ອງເລິກກັນ ແລະ ມາຕອນນີ້ຄິດວ່າຄົບກັບຄົນໃໝ່ຈະ ດີກວ່າເກົ່າຫຸແຕ່ຊໍ້າພັດວ່າ ຊໍ້າຮອຍເກົ່າອີກແລ້ວຂ້ອຍສົງໄສວ່າຍ້ອນຄວາມບໍ່ຮູ້ຈັກພໍຂອງຜູ້ຊາຍຄົນນັ້ນ ຫຼື ວ່າຮອດເວລາທີ່ຂ້ອຍຄວນຈະສຳຫຼວດ ຕົວເອງຄືນໃໝ່ໄດ້ແລ້ວ
ຂ້ອຍຄວນເຮັດແນວໃດດີ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກະທູ້ເລີຍເຮົາ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍດຽວນີ້ມັນກະເປັນແບບນີ້ໝົດຫັ້ນລະບໍ່ຮູ້ຈັກພໍ ເຫັນແກ່ຕົວ ບໍ່ຮູ້ວ່າເປັນຫຍັງໂລກນີ້ຈິ່ງມີຜູ້ຊາຍ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈ່ອຍບໍ່ໄດ້ເປັນແບບນັ້ນເດີ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າມາແກ້ຕົວ ຈ່ອຍຫັ້ນແຫຼະຕົວດີ


໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ແມ່ນແຫຼະຖ້າຫາກວ່າລາວຮູ້ຈັກຄໍາວ່າພໍເລື່ອງແບບນີ້ຄົງບໍ່ເກີດຂຶ້ນ, ທັງໆທີ່ຂ້ອຍເຮັດດີກັບລາວທຸກຢ່າງ
ຊ່ວຍເຫຼືອລາວທຸກຢ່າງນຕອນທີ່ລາວອອກວຽກໃໝ່ໆ ແລະ ກຳລັງຊອກວຽກໃໝ່ຢູ່ຕອນນັ້ນສະພາບ
ຈິດໃຈລາວອ່ອນແອສຸດໆຂ້ອຍຕ້ອງຊ່ວຍລາວທຸກຢ່າງແມ່ນກະທັງຊວ່ຍຊອກວຽກໃໝ່ແຕ່ສຸດທ້າຍລາວກັບຕອບ
ແທນຂ້ອຍແບບນີ້, ບໍ່ແມ່ນວ່າຈະທວງບຸນຄຸນແຕ່ວ່າລາວບໍ່ໜ້າຈະເຮັດກັບຂ້ອຍແບບນີ້ເລີຍຖ້າຄິດຈະມີຄົນໃໝ່
ເວົ້າກັນດີໆກໍ່ໄດ້

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ໂອຍ ພວກເຈົ້າກະເວົ້າໂພດ, ຜູ້ຊາຍມັນກະມີດີ ແລະ ບໍ່ດີປົນກັນໄປຫັ້ນລະ ຄັນບໍ່ມີຜູ້ຊາຍມະນຸດຊິບໍ່ສູນພັນໄປລະຫວະ


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຜູ້ຍີງມີຫລາຍກ່ວາຜູ້ຊາຍ


໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ບໍ່ວ່າຜູ້ຍິງຫຼືຊາຍມັນກະຄືກັນຫັ້ນລະ ມີທັງດີແລະບໍ່ດີ


໔ ກະທູ້
໗ ໂພສ
ຂາປະຈຳເວັບບອດ
ນ້ອງສາວ ເອີຍ ຜູ້ຊາຍມີຫຼາຍຄືຝູງໝາ ເວົ້າຕາມເພງ ພໍ່ແລະມ່ສຳຄັນກ່ວານ້ອງເອີຍ ບໍ່ມີເຂົາເຮົາກະຍັງຫາຍໃຈໄດ້ ບໍ່ມີອັນໃດໃນໂລກນີ້ເປັນຂອງເຮົາ ຈົ່ງຮັກຄົນທີ່ເຮົາຮັກເຂົາ ຢ່າຮັກຄົນທີ່ເຂົາຮັກເຮົາ ເດີນ້ອງເດີ!!!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຍາວໂພດ ບໍ່ໄດ້ອ່ານ ຮາໆໆໆໆ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຢ່າມາແກ້ຕົວ ຈ່ອຍຫັ້ນແຫຼະຕົວດີ



ນ້ຳຫວານຮູ້ໄດ້ແນວໃດລະ ວ່າຈ່ອຍຕົວດີ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີກຄົບໃຜແລ້ວມາຢູ່
ໂສດ ໂສດ ຢ່າງນີ້ ດີກ່ວາ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂສດແລ້ວໄປ ລັນລາດິດ້າ ຈັງສະບາຍ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເປັນຕາອີຕົນ ກໍ ຕັດໃຈຕອນນີ້ ເສຍໃຈຕອນນີ້ ດີກວ່າອົດທົນຕໍ່ໄປ ເສຍໃຈຕໍ່ໄປ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ ອ້າຍນິຄິດຄືຂ້ອຍເລີຍ ຂ້ອຍກະວ່າຊິເວົ້າຈັ່ງຊີ້ລະ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອື້ອຍຄວນຈະຕັດໃຈໄດ້ແລ້ວ

ຄົນມັນບໍ່ດີ *ສັນດອນ ມັນ ກະ ເປັນ ສັນດອນ* ຢູ່ຫັ້ນແຫຼະ ມັນປ່ຽນບໍ່ໄດ້ດອກ

ຜູ້ຊາຍດີໆ ກະຍັງມີຢູ່ດອກເອື້ອຍ (ແຕ່ນ້ອງກະບໍ່ທັນເຈິະ)

ເປັນກຳລັງໃຈໃຫ້ເອື້ອຍເດີ້

I believe in the IMPOSSIBLE

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ກຳລັງຕັດໃຈຢູ່, ຮັກຕົວເອງດີກວ່າຜູ້ຊາຍດີໆຍັງມີບັກຫຼາຍໆໂດຍສະເພາະຜູ້ບ່າວໃນພັນລາວ5555555

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ອັ່ນແນ່

ລັ່ນລ້າ ບໍ່ແມ່ນໜ້ອຍ ໃດ໋ເອື້ອຍນິ

I believe in the IMPOSSIBLE

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບໍ່ແມ່ນພາສຸກເບາະນິ -_-'


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອງຢ່າໄປຄິດຫລາຍເລື່ອງນີ້ນະ ປ່ອຍເຂົາໄປຄິດວ່າເຂົາບໍ່ແມ່ນບໍ່ມີບຸນໄດ້ຮັກເຮົາດອກ
ປ່ອຍໃຫ້ຜູ້ຊາຍຄົນອື່ນເຂົ້າມາ ກະຈົ່ມປັກກັບຄົນບໍ່ດີ
ຜູ້ຊາຍດີໆຍັງມີຫລາຍ ນ້ອງສາວເອີຍຮອດເວລາຄົນໆນັ້ນຫາກຊິມາຫານ້ອງເອງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍເຈີຫລາຍໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ບໍ່ແມ່ນພາສຸກເບາະນິ -_-'




ເອົາແລ້ວວວວວວ 555

ທ່ານຫົວໜ້າເຜົ່ານິນນນນນນນ

ເຈ້ພາບໍ່ໄດ້ມາສິງໃນໂຕເປັກເທື່ອນະ

ເປັກເພາະເປັກມີພະ 555


I believe in the IMPOSSIBLE

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ແມ່ນແຫຼະ ໄປສະຫຼອງຄວາມໂສດກັນເທາະມື້ແລງເຈີກັນຢູ່ c star

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປສະຫຼອງຢູ່ບຸນຊ່ວງເຮືອເອົານະເອື້ອຍຍຍຍຍຍ



ຄົນຈຶ່ງຫຼາຍຍຍຍຍ ລະບາງທີເອື້ອຍກະອາດຈະໄດ້ເຈິະ ພົມລິຂິດຢູ່ທີ່ແຫ່ງນັ້ນ

I believe in the IMPOSSIBLE

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ມັນຮ້ອນນາ, ເອື້ອຍອອກເຮືອນຕອນເວັນບໍ່ໄດ້ອອກໄດ້ແຕ່ຕອນຄໍ່າ55555

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອງກະໝາຍເຖິງຕອນຄ້ອຍຄ່ຳຍາມແລງ 6 ໂມງ ອາທິດອັດສະດົງກຳລັງງາມ ບໍ່ມີວິຕາມິນ D-Dum ນຳແດດ ດອກເອື້ອຍ ອະອະ

ຄືແຄມຂອງ ມື້ວານນີ້ໄປຫຼິ້ນບຸນມາ ຮູບງາມໆໆໆ ພູມໃຈສະເໜີເລີຍຍຍ
[img][/img]

I believe in the IMPOSSIBLE

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ງາມເນາະຊ່າງຊອກມູມງາມໆເນາະນ້ອງສາວ, ໄປຕອນຄໍ່າກໍ່ດີຄືກັນເພາະຜູ້ບ່າວຄົງຫຼາຍ
ແລະ ພວກເຂົາກໍ່ຄົງຕາລາຍບາງທີ່ອາດເຈີຈະຄົນຫຸອິອິອິອິອິ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>