ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຄົນໄທລັກ ເພງ ລາວດວງເດືອນໄປ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.youtube.com/watch?v=sxQLoZ3OxEY&feature=player_detailpageເພງ ລາວດວງເດືອນ ມີຕົ້ນກຳເນີດ ມາຈາກໃສກັນແທ້ໄທວ່າຂອງໄທ,ລາວວ່າຂອງລາວຊ້ຳບໍ່ໜຳຫຼາຍໆເພງຂອງລາວຖືກໄທນຳໄປຮ້ອງເປັນຕົ້ນແມ່ນ
ເພງສອງຝັ່ງຂອງ,ເພງຈີ່ຫອຍ,ເພງຈຳປາເມືອງລາວ,ເພງກຸຫຼາບປາກຊັນ,ເພງກຳລັງໃຈແລະອື່ນໆອີກຫຼາຍເພງ
ຍ້ອນຄົນລາວບໍ່ໃສ່ໃຈອີກບໍ່ດົນເພງແລະວັດທະນະທຳຫຼາຍໆແນວພວກເຂົາກໍເອົາໄປຂື້ນລິຂະສິດເປັນອັນວ່າລາວເຫຼືອ
ແຕ່ຫຳຄືເຂົາວ່າພ້ອມທັງເຄື່ອງດົນຕຼີຂອງລາວຫຼາຍໆຄົນຍັງບໍ່ຮູ້ວ່າມີຫຍັງແນ່ຊ້ຳຊ່ອຍກັນຮັກສາເດີພີ່ນ້ອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກ່ອນ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນເນາະ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂສກ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ເພງນີ້ຫວາ?
<embed src="http://www.4shared.com/embed/225141760/3f7b034f" width="420" height="250" allowfullscreen="false" allowscriptaccess="always"></embed>

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜລັກ? ກະດຽວວ່າເຂົາຊື້ເອົາໄປຮ້ອງບໍ່ແມ່ນວະ?

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍເພງບໍ່ໄດ້ຊື້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອວົງໃນບໍ່ມີຄຳເຫັນເຮົາບໍ່ມີຂໍ້ມູນ ຫຍັງເລີຍ ວະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ

.ເຮີເຮີ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຂໍອະນຸຍາດແລ້ວຕິເບາະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
http://www.youtube.com/watch?v=sxQLoZ3OxEY&feature=player_detailpageເພງ ລາວດວງເດືອນ ມີຕົ້ນກຳເນີດ ມາຈາກໃສກັນແທ້ໄທວ່າຂອງໄທ,ລາວວ່າຂອງລາວຊ້ຳບໍ່ໜຳຫຼາຍໆເພງຂອງລາວຖືກໄທນຳໄປຮ້ອງເປັນຕົ້ນແມ່ນ
ເພງສອງຝັ່ງຂອງ,ເພງຈີ່ຫອຍ,ເພງຈຳປາເມືອງລາວ,ເພງກຸຫຼາບປາກຊັນ,ເພງກຳລັງໃຈແລະອື່ນໆອີກຫຼາຍເພງ
ຍ້ອນຄົນລາວບໍ່ໃສ່ໃຈອີກບໍ່ດົນເພງແລະວັດທະນະທຳຫຼາຍໆແນວພວກເຂົາກໍເອົາໄປຂື້ນລິຂະສິດເປັນອັນວ່າລາວເຫຼືອ
ແຕ່ຫຳຄືເຂົາວ່າພ້ອມທັງເຄື່ອງດົນຕຼີຂອງລາວຫຼາຍໆຄົນຍັງບໍ່ຮູ້ວ່າມີຫຍັງແນ່ຊ້ຳຊ່ອຍກັນຮັກສາເດີພີ່ນ້ອງ

ມັນບໍ່ແມ່ນແບບນັ້ນ ເຂົາເຈົ້າກະຊື້ລິຂະສິດນຳກະຊວງຖະແຫຼງຂ່າວວັດທະນະທຳແລ້ວ ຫຼືບາງທີອາດຊື້ນຳອາຈານປະພັນເພງໂດຍກົງກໍ່ໄດ້ ຄືຕົວຢ່າງເພງ: ກອດໝອນປ້ອງຂ້າງຂອງອາຈານ ດາວວຽງ ບຸດນາໂຄເພິ່ນຂາຍໃຫ້ ພອນສັກ ສ່ອງແສງ, ເພງ: ຈີ່ຫອຍ ຂອງອາຈານອຸ່ນແກ້ວ ລູກບັງບົດ(ຫຼືອາຈານ ອຸ່ນແກ້ວ ວໍລະຈັກ ເພິ່ນຂາຍໃຫ້ ພີສະເດີດ) ແບບນີ້ເປັນຕົ້ນຖືວ່າລິຂະສິດຂື້ນກັບຜູ້ປະພັນເພງຊັ້ນນະ ແຕ່ຖ້າເປັນເພງ ມໍລະດົກຂອງລາວ ເຊັ່ນ: ກຸຫຼາບປາກຊັນ, ດວງຈຳປາ, ປາແດກກົ້ນໄຫ, ສາວໂພນໂຮງ ແບບນີ້ອາດຖືກຊື້ລິຂະສິດຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ພຸ້ນແລ້ວ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ອັນ ສົງໃສຄົງສັບສົນວ່າມັນໄປໄດ້ແນວໃດ ບໍ່ນຳຂ່າວເລີຍ

໗ ກະທູ້
໑໒໗ ໂພສ
ນັກການກະທູ້
ເພງທີ່ ຈຂກທ ກ່າວມາ ໄທກໍ່ຊື້ລິຂະສິກໝົດແລ້ວເດ........
ຢ່າງເພງຈີ່ຫອຍ ໃຜກໍ່ຮູ້ວ່າອາຈານ ອຸ່ນແກົ້ວວໍລະຈັກເປັນຄົນແຕ່ງໃຫ້ພີສະເດິດເປັນຄົນຮ້ອງ.....
ເພາະກໍ່ເປັນຂ່າວອອກໂທລະພາບຢູ່ຊ່ວງໜື່ງ..............
ຕາມລິ້ງນີ່ເດີ້ ครูเพลงลาว ”จี่หอย” ป่วย พี สะเดิดเยี่ยมมอบเงิน

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ພໍໆກັນ ວ່າກັນໄປວ່າກັນມາຢູ່ນີ້ແລະບໍ່ພ້ອມພຸ້ນບໍ່ພ້ອມພີ້...

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຍັງມີຄູເພງ ອາຈານປະພັນເພງຂອງລາວບາງຄົນຍັງລັກເອົາຄວາມຄິດຂອງບ້ານເຂົາກະຍັງມີ ລັກເອົາຜົນງານຂອງເຂົາເຈົ້າມາເປັນຜົນງານຂອງຕົນເອງກໍ່ມີ (ອັນນີ້ມີຄວາມຈິງຂໍສະຫງວນຊື່ເພິ່ນໄວ້ກ່ອນ) ໃຜມັກຟັງເພງລູກທົ່ງບ້ານນາຫາກຊິຮູ້ດອກວ່າມີເພງໃດແດ່ທີ່ຂະໂມຍຂອງເຂົາເຈົ້າມາ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ເຂົາຊື້ລິຂະສິດໄປແລ້ວ ແຕ່ຄົນລາວນີ້ບໍ່ໜ້າຈະຂາຍໃຫ້ນະໂດຍສະເພາະເພງປະຈຳຊາດຂອງລາວນະ

ໃຜກະຮູ້ເພງຈຳປາເມືອງລາວຫັ້ນນະກະຍັງເອົາໄປຂາຍໃຫ້ຂະເຈົ້າ

໑ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ເລື່ອງເງິນ ແລະ ທຸລະກິດ ມັນບໍ່ເຂົ້າໃຜອອກໃຜເດ້

໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ມັກເພັງ the boy-SNSD

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ uranus ຂຽນວ່າ...
ເຂົາຊື້ລິຂະສິດໄປແລ້ວ ແຕ່ຄົນລາວນີ້ບໍ່ໜ້າຈະຂາຍໃຫ້ນະໂດຍສະເພາະເພງປະຈຳຊາດຂອງລາວນະ

ໃຜກະຮູ້ເພງຈຳປາເມືອງລາວຫັ້ນນະກະຍັງເອົາໄປຂາຍໃຫ້ຂະເຈົ້າ

ແມ່ນແລ້ວ ຄວາມຈິງເພງຈຳປາເມືອງລາວ ເພງສຽງແຄນລາວນີ້ຖືວ່າເປັນເພງມໍລະດົກຂອງຊາວລາວເຮົາແທ້ໆໃດຂ້ອຍຄິດວ່າ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ uranus ຂຽນວ່າ...
ເຂົາຊື້ລິຂະສິດໄປແລ້ວ ແຕ່ຄົນລາວນີ້ບໍ່ໜ້າຈະຂາຍໃຫ້ນະໂດຍສະເພາະເພງປະຈຳຊາດຂອງລາວນະ

ໃຜກະຮູ້ເພງຈຳປາເມືອງລາວຫັ້ນນະກະຍັງເອົາໄປຂາຍໃຫ້ຂະເຈົ້າ

ຖ້າມອງອີກໃນແງ່ມຸມຫນຶ່ງຂ້າພະເຈົ້າຄິດວ່າມັນເປັນການແລກປ່ຽນວັດທະນະທຳຫລາຍກວ່າເພາະເທົ່າທີ່ສັງເກດເຫັນວ່າ ເພງທີ່ໄທເອົາໄປນັ້ນບໍ່ໄດ້ມີການດັດແກ້ເນື້ອຫາແຕ່ປະການໃດ ແລະໃນທາງກົງກັນຂ້າມມັນເປັນການປະຊາສຳພັນໃຫ້ຮູ້ຈັກເອກະລັກແລະວັດທະນະທຳລາວຫລາຍຂຶ້ນ ໂດຍສະເພາະແມ່ນເປັນການປະກາດໃຫ້ຊາວໂລກໄດ້ຮັບຮູ້ວ່າ ດອກຈຳປາເປັນດອກໄມ້ປະຈຳຊາດລາວອີກດ້ວຍ *-*

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກ່າຂອງລາວເຮົານີ້ແຫຼະ ແຕ່ວ່າພາກສ່ວນທີ່ກ່ຽວຂ້ອງທາງລັດ ໜ້າຈະມີພິບໄຫວທີ່ໄວກວ່ານີ້ ກວ່າຈະບໍ່ມີຫຍັງເຫຼືອໄວ້ໃຫ້ລູກຫຼານ

ຂຂຂອບໃຈ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງ ລາວດວງເດືອນ ເດຊັ້ນນາໃຜຂາຍໃຫ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຂ້ອຍວ່າມັນຂຶ້ນນໍາຜູ້ປະພັນຕິ
ແຕ່ວ່າອາດຈະມີຢູ່ທີ່ວ່າເປັນເພງເກົ່າເພງແກ່ລະເອົາໄປແລ້ວບໍ່ມີໃຜຮູ້
ຍ້ອນຄົນລາວບໍ່ມີສົນໃຈ ເພາະຖ້າຊິເວົ້າແລ້ວເລື່ອງເພງລາວນີ້
ທຸກມື້ນີ້ຂ້ອຍຍັງບໍ່ຮູ້ເລີຍວ່າເພງອັນໃດເປັນເພງລາວແທ້
ຂ້ອຍຍິນແຕ່ຂັບງຶມ ຂັບທຸມ ຂັບຊໍາເຫນືອ...ນີ້ແລະ ເປັນເພງເກົ່າເພງແກ່ແລ້້ວແທ້ໆ
ສ່ວນທີ່ເປັນແບບລູກທົ່ງບ້ານນາທຸກມື້ນີ້ ຂ້ອຍວ່າເປັນພຽງແຕ່ອິດທິພົນຂອງດົນຕີສະໄຫມໃຫມ່ຫລາຍກວ່າ
ມັນບໍ່ຕ່າງຍັງກັບເພງສະຕິງດອກ ແຕ່ຄົນສວນຫລາຍພັດຄິດວ່າເພງສະຕິງ ເປັນເພງນອກຄອກແລະເພງລູກທົ່ງບ້ານນາເປັນເພງພື້ນບ້ານພື້ນເມື່ອງ.

ຊໍາເພງຊື່ໆມັນຢູ່ໃນຈິດໃຈຄົນ ຮູ້ແຕ່ງມັນກະມ່ວນ ແຕ່ເນື້ອເພງກ່ອນຊິເປັນເພງຫນຶ່ງຂຶ້ນມາໄດ້ ຄົງຈະບໍ່ມີໃຜຮູ້ວ່າບັນພະບູລຸດເຮົາຕ້ອງເສຍຫຍັງໄປແນ່ ຈຶ່ງມີເພງຫນຶ່ງ ແລະ ເຮົາບໍ່ເຫັນຄຸ່ນຄ່າມັນ ເອົາມາຄິດຕີລາຄາເປັນພຽງແຕ່ເງິນຄໍານີ້ກະຊ່່ວຍບໍ່ໄດ້ເດີ້

ຢາກໃຫ້ທຸກຄົນຄິດເອົາເອງເດີ້ວ່າຄວນຫລືບໍ່ທີ່ຈະມີລໍາລວຍເງິນຄໍາແຕ່ບໍ່ມີສັກສີ

ໂດຍ ຄົນລາວຮຸ່ນໃຫມ່ຄົນຫນຶ່ງ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LaoChord ຂຽນວ່າ...

ມີເຫດຜົນຄິດດີທຳດີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຕ້ອງມີທີ່ໄປທີ່ມາ

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ເພງ ລາວດວງເດືອນ ເດຊັ້ນນາໃຜຂາຍໃຫ້

ถ้าพูดภาษาปัจจุบันก็คือเป็นเพลงที่แต่งโดยศิลปินไทยโดยดัดแปลงจากเพลงลาว
ในเพลงไทยเดิมจะมีเพลงสำเนียงต่างๆ และจะให้เครดิตโดยเอาชื่อประเทศนั้นนำหน้า. สำหรับเพลงสำเนียงเขมร. สำเนียงพม่า. สำเนียงจีน สำเนียงลาว. เช่น. เพลง เขมรไทรโยค. เพลงจีนหนูเล็ก. เพลงลาวดำเนินทราย. เพลงพม่า

หมายความว่า
เนื้อเพลงนี้แต่งโดยกรมหมื่นพิชัยมหินทโรดมลูกรัชกาลที่5ของไทย แต่ทำนองดัดแปลงจากเพลงสำเนียงลาว
กรมหมื่นพิชัยฯ โปรดทำนองลีลาเพลงลาวดำเนินทราย ซึ่งเป็นเพลงไทยเดิมสำเนียงลาวที่เลียนมาจากเพลงสักวาลาวเล็ก ทรงนิพนธ์เพลงนี้ขึ้นเพื่อให้เป็นคู่กันกับเพลงลาวดำเนินทราย นัยว่าคงเสด็จโดยทางเกวียนเป็นระยะไกล จึงประทานชื่อเพลงว่าเพลง " ลาวดำเนินเกวียน " ซึ่งต่อมาได้เผยแพร่จนเป็นที่รู้จักและนิยมชมชอบโดยกว้าง แต่เนื่องจากเนื้อร้องมีคำว่า " ดวงเดือน " ตั้งแต่เริ่มต้น แล้วยังมีอีกหลายแห่งจนจบ ผู้ที่ไม่รู้จักเพลงนี้มาตั้งแต่ต้น เมื่อต่อหรือจดจำมาร้องบรรเลงตลอดจนผู้ที่ได้ยินได้ฟังต่างเรียกเพลงลาวดำเนินเกวียนว่า " ลาวดวงเดือน " กันทั้งนั้น กระทั่งเป็นที่ติดปากกันอย่างแพร่หลาย
สรุป สักวาลาวเล็ก-> ลาวดำเนินทราย(แต่งโดยศิลปินไทย)->ลาวดำเนินเกวียน(ต่อมาเปลี่ยนชื่อเป็นลาวดวงเดือน)

เพลงลาวดวงเดือนเป็นเพลงที่จะได้ยินบ่อยๆในการบรรเลงเพลงไทยเดิมในประเทศไทย และเป็นเพลงที่ใช้ประกอบหนังหลายเรื่อง. มีเพลงหลายเวอร์ชั่น
เวอร์ชั่นที่ชอบมากสุดคือเวอร์ชั่นนี้ ลองฟังดูนะคับ

http://www.youtube.com/watch?v=NZUPkcVGjs8

໒ ກະທູ້
໒໔໐ ໂພສ
ນັກການກະທູ້
ຢ່າທຽງກັນທ່ານໆໆເອີຍ ເຈົ້າຂອງເພັງເຂົາເຈົ້າຂາຍເອງ ໄທກະບໍ່ໄດ້ເປັນໂຈນປານນັ້ນດອກ ຫລືວ່າຖ້າໄທລັກແທ້ ເປັນໄປບໍ່ໄດ້ທີ່ລາວຈະມິດ ຄິດໆໆໆໆກ່ອນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງລາວດວງເດືອນ ແມ່ນເພງທີ່ບັນພະບູລຸດລາວແຕ່ງຂື້ນມາພວກເຈົ້າຢ່າມາມົ້ວມີອີກຫຼາຍຢາງທີ່ລາວສູນເສຍໄປ
ພ້ອມກັບພຣະແກ້ວໃນສະໃໝລາວເສຍໄຊໃຫ້ກັບສະຫຍາມ ຣ5 ຈື່ໄວ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ເພງລາວດວງເດືອນ ແມ່ນເພງທີ່ບັນພະບູລຸດລາວແຕ່ງຂື້ນມາພວກເຈົ້າຢ່າມາມົ້ວມີອີກຫຼາຍຢາງທີ່ລາວສູນເສຍໄປ
ພ້ອມກັບພຣະແກ້ວໃນສະໃໝລາວເສຍໄຊໃຫ້ກັບສະຫຍາມ ຣ5 ຈື່ໄວ້

พูดอย่างนี้ไปไม่ถูกเหมือนกัน 555

໖ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ໄທກະເຈົ້າກະມີຄວາມຮັບຜິດຊອບຢູ່ໄດ ກະເບີ່ງເຂົາຊ່ວຍເຫລືອຄົນຂອງເຂົາແດ່ ກະເຈົ້າກະເຄົາຮົບກົດຫມາຍຂອງເຂົາເຈົ້າຄືກັນກັບເຮົາຫັນຫລະ ໂຊກດີໄປກ່ອນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>