ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເຮັດແນວໃດ ? ຈຶ່ງຈະຮູ້ວ່າ ແຟນ ຮັກເຮົາຫຼືບໍ່ ?

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ຢາກຫາວິທີ ທີ່ພິສູດ ວ່າແຟນເຮົາຈິງໃຈ ແລະ ຈິງຈັງ ກັບເຮົາແທ້ບໍ ຊິເຮັດແບບໃດລະບາດນິ ນໍ ?


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລະເມື່ອຍໃຈເດກັບຄຳວ່າ ຄວາມຮັກນີ້ນະ


໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ພິສູດໄປພິສູດມາດ່ຽວເຂົາກະຄຽດ ຕາມມາດ້ວຍການເລີກລາ
ຖ້າຮັກກັນກໍ່ຕ້ອງເຊື່ອໃຈກັນແລະກັນໃຫ້ຫຼາຍທີ່ສຸດ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດແບບນີ້ບໍ່ດີເດີ ດຽວຄວາມຮັກລ້າວ ຖ້າຮັກແທ້ກະຕ້ອງເຂົ້າໃຈ ເຊື່ອໃຈກັນແດ່ຫັ້ນລະ ໃຊ້ເວລາຢູ່ນຳກັນນານວັນທ່ານອາດເຈີຄຳຕອບເອງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແທ້ບໍ່ມີຄຳວ່າພິສູດ ຢູ່ນຳກັນໄປແລ້ວຫາກຈະຮູ້ເອງວ່າເຂົາເຈົ້າຮັກເຮົາແທ້ບໍ່


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ມີວິທີດຽວ ຄື ກິນດອງແລະຢູ່ນຳກັນໄປຈົນເຖົ້າແກ່ແລະຕາຍຈາກກັນພຸ້ນລະ ຈິ່ງຈະພິສູດໄດ້

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
br tong h y


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຊ້ຊີວິດນີ້ພິສູດໄດ້ບໍ່?

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງໃຊ້ເວລາເປັນເຄື່ອງພິສູດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິໃຊ້ເວລາໄປອີກດົນປານໃດເນາະ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອິ້ນກັນວ່າແຟນແລ້ວຍັງບໍ່ແນ່ໃຈວ່າເຂົາຮັກບໍ່ ກະສິເອີ້ນກັນໄປຫາຊົມດາວຫຍັງນໍ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ງ່າຍໆ: ຍາມເຮົາຕົວຫອມ ເຂົາກໍ່ຮັກເຮົາ
ຍາມເຮົາຕົວເໝັນ ເຂົາກໍ່ຍັງຮັກເຮົາ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຄັນຫາຄຳຕອບຢູ່ນີ້ແຟນຊິບໍຮູ້ທັນບໍ່ລະບາດນີ!


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຂ້ອຍລະເມື່ອຍໃຈເດກັບຄຳວ່າ ຄວາມຮັກນີ້ນະ


ເມື່ອຍຫຍັງເດ ມີຄວາມຮັກມັນກໍ່ດີລະບໍ່ທີ່ນ້ຳຫວານເມື່ອຍນຳຫັ້ນມັນບໍ່ແມ່ນຄວາມຮັກຄວາມຮັກບໍ່ເມື່ອຍເດີ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

"ເວລາ ເປັນເຄື່ອງພິສູດ"

ອຸກໃຈໄປກະທໍ່ນັ້ນ

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຮັກແລ້ວເສົ້າ ໄປເມົາດີກ່ວາບໍ ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍິງປະຕູໃສ່ກັນຫລາຍໆໂລດ ລາວຫາກຊີຮັກເຈົ້າເອງ


໒ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tuan ຂຽນວ່າ...
ພິສູດໄປພິສູດມາດ່ຽວເຂົາກະຄຽດ ຕາມມາດ້ວຍການເລີກລາ
ຖ້າຮັກກັນກໍ່ຕ້ອງເຊື່ອໃຈກັນແລະກັນໃຫ້ຫຼາຍທີ່ສຸດ



ແມ່ນຄວາມ
ປ່ອຍໃຫ້ຄວາມຮູ້ສຶກບອກເອົາຢ່າໄປທົດສອກ ທົດສອບເລີຍ
ບໍ່ມີປະໂຫຍດດອກ ຢູ່ນຳກັນລະມີຄວາມສຸກກາພໍລະຕິ້ເບາະ

ຄວາມສຸກອັນສູງສຸດຂອງຊີວິດຄືການໄດ້ຮັບ "ຄວາມຮັກ" ແລະ ການຖືກ "ຮັກ" ແບບບໍ່ມີເງື່ອນໄຂ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ້ອງພິສູດຫຍັງຫຼາຍດອກ
ຂໍພຽງມີຄວາມຮູ້ສຶກດີໆຕໍ່ກັນທຸກມື້ກະພໍແລ້ວລະ
ສິໄປພິສູດຫຍັງຫຼາຍດ໋ຽວກະຜິດກັນ