ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » Lao e-corner ກັບຄຳແກ້ຕົວທີ່ບາງຄົນອາດຄິດວ່າມັນບໍ່ສົມເຫດຜົນພໍປານໃດ

໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
Lao E-corner ຊີ້ແຈງສາເຫດທີ່ສຳພາດເປັນພາສາ ໄທ

ຊີ້ແຈງເລື່ອງລາຍການ e-Corner ສຳພາດເປັນພາສາໄທອອກລາຍການແບໄຕ

ໃນເດືອນຕຸລາຂອງປີ 2011 ທີ່ຜ່ານມາ ທາງລາຍການແບ໋ໄຕໄຮເທັກ ເຊິ່ງເປັນລາຍການໄອທີຊື່ດັງຂອງປະເທດໄທ ທີ່ອອກອາກາດສົດຜ່ານຊ່ອງ Cable TV ຢູ່ໄທ ໄດ້ຕິດຕໍ່ມາຫາທີມງານ e-Corner ເພື່ອຂໍສຳພາດ ກ່ຽວກັບລະບົບ 4G ໃນລາວ ທີ່ຫາກໍເປີດໂຕໃນໄລຍະນັ້ນ ໂດຍຈຸດປະສົງແມ່ນຢາກໄດ້ຂໍ້ມູນຈາກ ສື່ມວນຊົນດ້ານໄອທີຂອງລາວ ບໍ່ແມ່ນຈາກບໍລິສັດເຊິ່ງອາດເຮັດໃຫ້ໄດ້ຂໍ້ມູນທີ່ມີລັກສະນະໂຄສະນາສິນຄ້າໂພດ ແລະທາງລາຍການແບໄຕ ກໍຢາກສຳພາດກ່ຽວກັບສື່ໄອທີໃນລາວ ວ່າມີໃຜແນ່ເປັນແນວໃດ ເຮັດແນວໃດ ມີຄວາມຄືບຫນ້າຫລາຍປານໃດ ນັ້ນຄືຈຸດປະສົງຂອງການສຳພາດ.

ຫລັງຈາກມີການຕິດຕໍ່ເຂົ້າມາ ທາງທີມງານ e-Corner ກໍໄດ້ຕົກລົງເຫັນດີໃນການໃຫ້ສຳພາດ ເພື່ອຈະໄດ້ເຮັດໃຫ້ທາງປະເທດໃກ້ຄຽງຮູ້ຄວາມຄືບຫນ້າດ້ານໄອທີໃນປະເທດລາວເຮົາຫລາຍຂຶ້ນເພື່ອສະແດງໃຫ້ເຫັນວ່າລາວເຮົາໄດ້ມີການພັດທະນາໄປຮອດໃສແລ້ວ ແລະຫລຸດຜ່ອນການອອກຂ່າວໂດຍບໍ່ຮູ້ຂໍ້ມູນແທ້ຈິງ ເຊິ່ງຈາກການຕິດຕໍ່ລາຍລະອຽດຂອງການສຳພາດນັ້ນ ທາງລາຍການແບ໋ໄຕເພິ່ນເປັນລາຍການສົດ ແລະພິທີກອນທີ່ສຳພາດກໍເປັນຄົນໄທ ເຊິ່ງຈະມີບັນຫາກັບການຟັງພາສາລາວ ແລະລາຍການເປັນລາຍການອອກອາກາດສົດ ຈຶ່ງບໍ່ສາມາດໄປຕັດຕໍ່ຫລືໄປແປພາສາ ຫລືໄປເຮັດຄຳບັນຍາຍໄດ້ ແລະທີ່ສຳຄັນເວລາມີຈຳກັດ ແຕ່ຫົວຂໍ້ໃນການສຳພາດຜັດມີຫລາຍ ຈຶ່ງເຮັດໃຫ້ຖ້າຈະສຳພາດເປັນພາສາລາວມັນຈະບໍ່ສະດວກ ດັ່ງນັ້ນຈຶ່ງໄດ້ມີການຕົກລົງກັນວ່າຈະເວົ້າພາສາໄທໃນການສຳພາດ.

ເຊິ່ງໃນການສຳພາດກໍທາງທີມງານ e-Corner ກໍໄດ້ເວົ້າພາສາໄທອອກອາກາດໄປ ເຊິ່ງຂະຫນາດເວົ້າພາສາໄທກໍຍັງສົນທະນາສິ່ງທີ່ຈະເວົ້າກັນໄດ້ບໍ່ຫມົດ ແຕ່ຫລັງຈາກອອກອາກາດໄປ ກໍປະກົດວ່າມີຫາງສຽງຫລາຍຮູບແບບ ໂດຍແບ່ງເປັນສອງດ້ານຄື:

- ການທີ່ຄົນລາວໄປເວົ້າພາສາໄທສຳພາດແບບນັ້ນແມ່ນບໍ່ເຫມາະສົມ ບໍ່ຮັກສາກຽດຂອງຊາດ ບໍ່ຮັກພາສາຕົນເອງແລະອື່ນໆ
- ບໍ່ເປັນຫຍັງ ເພາະຖືວ່າເປັນການໄດ້ເຜີຍແຜ່ຂໍ້ມູນຂອງປະເທດໃຫ້ປະເທດໃກ້ຄຽງໄດ້ຮັບຮູ້ ແລະເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງ

ເຊິ່ງຈາກກໍລະນີດັ່ງກ່າວ ຈົນມາຮອດປັດຈຸບັນກໍຍັງມີຫາງສຽງລັກສະນະທັງສອງ ສົນທະນາກັນໂດຍສະເພາະທາງ Social Network ເຖິງຄວາມບໍ່ເຫມາະສົມ ດັ່ງນັ້ນທີມງານ e-Corner ຈຶ່ງຢາກຂໍ້ຊີ້ແຈງທີ່ໄປທີ່ມາໃຫ້ຊາບດັ່ງທີ່ຂຽນໄວ້ທາງເທີງນັ້ນ ເຖິງເຫດຜົນແລະຄວາມຈຳເປັນໃນການນຳໃຊ້ພາສາໄທໃຫ້ການສຳພາດ.

ຖ້າຫາກວ່າທ່ານໃດທີ່ເຄີຍໄດ້ຕິດຕາມ ອ່ານວາລະສານ ອີຄອນເນີ ຫລື ຕິດຕາມການເຄື່ອນໄຫວຂອງທີມງານພວກເຮົາມາຕະຫລອດ ຈະຮູ້ດີວ່າພວກເຮົາເປັນທີມງານໄອທີ ທີ່ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພາສາລາວ ບໍ່ວ່າເຮັດເວັບໄຊພາສາລາວ, ສົ່ງເສີມການຕິດຕັ້ງພາສາລາວໃນຄອມພິວເຕີ ຮວມທັງໃນໂທລະສັບມືຖືຮຸ່ນໃຫມ່ໆ ຮ່ວມທັງເຮັດວາລະສານໄອທີເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະລາຍການໂທລະພາບ ທີ່ໄດ້ພະຍາຍາມເວົ້າລາວໃຫ້ຖືກຕ້ອງມາຕະຫລອດ. ສາເຫດກໍເນື່ອງຈາກວ່າທີມງານພວກເຮົາທຸກຄົນຮັກພາສາລາວ ຢາກສົ່ງເສີມການນຳໃຊ້ພາສາລາວໃນໂລກອອນໄລທີ່ຍັງເປັນເລື່ອງໃຫມ່ ທີ່ຍັງມີຈຸດອ່ອນ ທີ່ຍັງມີຄົນນຳໃຊ້ບໍ່ຫລາຍ ແຕ່ການສຳພາດອອກເປັນພາສາໄທນັ້ນ ກໍເນື່ອງຈາກມີຄວາມຈຳເປັນຫລາຍຢ່າງດັ່ງທີ່ກ່າວມາ.

ເພາະວ່າກ່ອນການສຳພາດນັ້ນ ພວກເຮົາກໍໄດ້ພິຈາລະນາຫລາຍໆເຫດຜົນ ຈຶ່ງສະຫລຸບອອກມາໃຫ້ເປັນແນວນັ້ນ

- ຖ້າບໍ່ສຳພາດ ກໍເທົ່າກັບວ່າຕັດໂອກາດໃນການເຜີຍແຜ່ຂໍ້ມູນຂ່າວສານຂອງປະເທດ
- ຖ້າເວົ້າລາວ ກໍກາຍເປັນສຳພາດບໍ່ສຸດ (ລາຍການອອກອາກາດສົດ ເວລາເພິ່ນຈຳກັດ)
- ຖ້າເວົ້າລາວປົນໄທ ໃນບາງຄຳເພື່ອໃຫ້ທາງໄທເຂົ້າໃຈ ກໍກາຍເປັນການເວົ້າພາສາຊອດກະຈາ ເຊິ່ງຂໍ້ນີ້ພວກເຮົາຍອມຮັບບໍ່ໄດ້ທີ່ຈະໄປເວົ້າພາສາຊອດກະຈາ ເຊິ່ງເປັນການທຳລາຍພາສາໂຕເອງໂດຍກົງເລີຍ

ໃນສະພາບການແບບນັ້ນທາງທີມງານກໍເຫັນວ່າທາງເລືອກທີ່ເຫມາະທີ່ສຸດຄືເວົ້າພາສາເຈົ້າບ້ານ ກໍເປັນການເຫມາະສົມທີ່ສຸດເພາະລາຍການແມ່ນອອກອາກາດໃຫ້ຄົນໄທເບິ່ງ

ດັ່ງນັ້ນຈຶ່ງຢາກຮຽນແຈ້ງໃຫ້ທຸກທ່ານເຂົ້າໃຈເຖິງສາເຫດດັ່ງນີ້ ໃນໂຕຈິງຕ່າງຝ່າຍຕ່າງກໍມີຄຳເຫັນໃນລັກສະນະສ້າງສັນ ລັກສະນະທີ່ເປັນຫ່ວງ ເຊິ່ງພວກເຮົາຂໍນ້ອມຮັບທຸກຄຳຕຳຫນິ ທາງທີມງານຕ້ອງກ່າວຂໍໂທດຂໍອາໄພນຳພີ່ນ້ອງຄົນລາວກັບເຫດການດັ່ງກ່າວ ແລະຈະນຳມາປັບປຸງເພື່ອໃຫ້ໃນຕໍ່ຫນ້າບໍ່ມີບັນຫາເກີດຂຶ້ນອີກ.
ດ້ວຍຄວາມຮັກແພງ ທີມງານ e-Corner.

http://www.youtube.com/watch?v=wt5YAZrOpvE&feature=player_embedded

໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ຄຳແກ້ຕົວຂອງ e-Corner ທີ່ມັນບໍ່ຄ່ອຍຈະສົມເຫດສົມຜົນພໍປານໃດ ໃນມຸມມອງຂອງຂ້ອຍຄິດທີ່ວ່າ ການສຳພາດພິທີກອນຂອງລາວທີ່ເປັນຕົວແທນຄົນລາວ 6000000 ກ່າວຄົນໃນປະເທດ, ເພາະຂ້ອຍໄດ້ເບິ່ງລາຍການທີເຂົາມາສຳພາດນາງສາວອາເຣັກຊັນດາ ແລະ ອີກຫຼາຍທ່ານທີເປັນທັງພິທີກອນ ແລະ ດາລາ ທີ່ເຄີຍອອກລາຍການໂທລະທັດຊັນນຳຂອງລາຍການໄທ ເຂົາກໍ່ໃຫ້ສຳພາດເປັນພາສາລາວໝົດ ແລະ ບໍ່ເຄີຍໄດ້ຍິນວ່າ ຄົນໄທຈະບໍ່ເຂົ້າໃຈ. ຖ້າຫາກວ່າ ຄົນໄທບໍ່ເຂົ້າໃຈແທ້ເປັນຫຍັງພິທີກອນຂອງເຂົາຈື່ງຖາາມຮູ້ເລື່ອງ ມັນເປັນຕາໜ້າຄິດຫຼາຍກັບເຫດຜົນແກ້ໂຕ ຂອງພິທິກອນລາຍການນີ້

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ມັນຢູ່ທີ່ມຸມມອງຂອງແຕ່ລະຄົນ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oulaihuk ຂຽນວ່າ...

ແມ່ນໆ ພວກມັກສຳແດງ ໂດຍສະເພາະພວກຄົນລາວທີ່ມັກຂຽນພາສາໄທກໍ່ເຊັ່ນກັນ ພວກນີ້ໜ້າຂີວເຂົ້ານັບມື້ ພາສາລາວມີມັນບໍ່ເວົ້າ ພາສາເຮົາມີມັນບໍ່ຂຽນ ມັນຫາວ່າຄອມມັນຂຽນພາສາລາວບໍ່ໄດ້ ຂຽນບໍ່ໄດ້ກໍ່ໄປຊອກມາລົງເອົາຕົວະມີບໍ່ອຶດບໍ່ຢາກ ແຕ່ມັນໄປເລືອກໃຊ້ພາສາຂອງປະເທດທີ່ມີຊາຍແດນຕິດຈອດ ພວກໜ້າບໍ່ອາຍ.
ມີຫຼາຍເຫດການທີ່ຄົນໄທອອກມາດູຖູກຢຽບຫຍາມຄົນລາວຍັງບໍ່ລາບບໍ່ຈື່ຢູ່ບໍ ເຂົາຫາວ່າຫຼ້າຫຼັງຍ່າງຕາມເຂົາ ບໍ່ມີຫຍັງເປັນຂອງຕົນເອງ ເວົ້າຂີດຂຽນພາສາເຂົາ ເຂົາອອກມາດ່າ ສົມນ້ຳໜ້າ ພວກບໍ່ມີຈິດສຳນຶກ.
ຄິດ ເຊົາ ເວົ້າໃໝ່ ຍັງບໍ່ຫຼ້າບໍ່ສວາຍ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະມີສ່ວນຜິດແນ່ ບໍ່ແມ່ນວ່າຈະຖືກຫມົດ ໃຈມຸມສ່ວນໂຕເດີ້ ຖ້າວ່າຜູ້ຖືກສຳພາດຈະເວົ້າໄທກໍ່ບໍ່ເປັນຫຍັງ
ແຕ່ເຮົາເສຍໃຈທີ່ສຸດທີ່ພິທີກອນຂອງທາງຝ່າຍປະເທດໄທບອກກັບເຮົາວ່າເຮົາຄົນລາວ
ຄວນຈະທັກທາຍສະບາຍດີເປັນພາສາລາວ ໄດ້ຍິນແລ້ວກໍ່ຮູ້ສືກເສຍໃຈ ທີ່ໃຫ້ຄົນອື່ນບອກທັ່ງທີ່ໂຕເຮົາຫນ້າຈະຮູ້ດີໃນຈຸດໆໆ ນີ້

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ມັນຕັ້ງຜິດຫຼວງຫຼາຍ ປານພວກກິນບ້ານກິນເມືອງປານນັ້ນຕິ
ອັງກິດເວົ້າກັນໄດ້ ແຕ່ໄທນີ່ພັດເວົ້າບໍ່ໄດ້ເນາະ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນແມ່ນອີຫຍັງ ຂ້ອຍຄືບໍ່ຮູ້

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oulaihuk ຂຽນວ່າ...
ຄຳແກ້ຕົວຂອງ e-Corner ທີ່ມັນບໍ່ຄ່ອຍຈະສົມເຫດສົມຜົນພໍປານໃດ ໃນມຸມມອງຂອງຂ້ອຍຄິດທີ່ວ່າ ການສຳພາດພິທີກອນຂອງລາວທີ່ເປັນຕົວແທນຄົນລາວ 6000000 ກ່າວຄົນໃນປະເທດ, ເພາະຂ້ອຍໄດ້ເບິ່ງລາຍການທີເຂົາມາສຳພາດນາງສາວອາເຣັກຊັນດາ ແລະ ອີກຫຼາຍທ່ານທີເປັນທັງພິທີກອນ ແລະ ດາລາ ທີ່ເຄີຍອອກລາຍການໂທລະທັດຊັນນຳຂອງລາຍການໄທ ເຂົາກໍ່ໃຫ້ສຳພາດເປັນພາສາລາວໝົດ ແລະ ບໍ່ເຄີຍໄດ້ຍິນວ່າ ຄົນໄທຈະບໍ່ເຂົ້າໃຈ. ຖ້າຫາກວ່າ ຄົນໄທບໍ່ເຂົ້າໃຈແທ້ເປັນຫຍັງພິທີກອນຂອງເຂົາຈື່ງຖາາມຮູ້ເລື່ອງ ມັນເປັນຕາໜ້າຄິດຫຼາຍກັບເຫດຜົນແກ້ໂຕ ຂອງພິທິກອນລາຍການນີ້

ເຫັນດີນຳທ່ານເດີ່
ຖ້າວ່າຄົນໄທເວົ້າພາສາໄທມາຖ້າເຮົາຕອບພາສາລາວໃປແລ້ວເຂົາບໍ່ຮູ້ເລື່ອງ,ກໍ່ໃຊ້ພາສາອັງກິດໃປເລີຍ ເພາະວ່າພາສາອັງກິດເປັນພາສາ ສາກົນຢູ່ແລ້ວ
ແລະຕອນ ທຳອິດທີ່ມີການເປີດໂຕ ສື່ ໄອທີ ຂອງລາວ ຄຳທຳອິດທີ່ໃຊ້ ໃນການທັກທາຍ ຄື ໃປເອົາ ຄຳຂອງບ້ານ ເຂົາມາໃຊ້ ຫຼືວ່າ ຄຳທັກທາຍແບບບ້ານເຮົາມັນບໍ່ມີໃຫ້ໃຊ້ກັນແລ້ວ .ເອົາໃປເອົາມາ ຈົນໃຫ້ ຄົນຕ່າງ ຊາດ ມາສອນພາສາ ແມ່ຂອງໂຕເອງ ເນາະ .(ຂະຫນາດ ຄົນຕ່າງຊາດແທ້ ເຂົາຍັງຮູ້ ຄຳວ່າ ສະບາຍດີ ແລ້ວເຈົ້າແມ່ນ ຄົນລາວຢູ່ວະ)
ແຕ່ກ່ອນ ຂພຈ ມັກຕິດຕາມ ລາຍການນີ້ ຕະຫລອດແລະຍັງອຸດຫນູນລາຍການເພີ່ນ ໂດຍການຊື້ປື້ມ ແຕ່ມາເຖິງ ຕອນນີ້ ຂພຈ ຄິດວ່າ ຫມົດສັດທາ ກັບ ລາຍການນີ້ແລ້ວ ແລະ ຂພຈ ກໍ່ເຊື່ອວ່າ ຍັງ ມີອີກ ຫລາຍໆຄົນ ທີ່ມີຄວາມ ຄິດ ຄືກັນກັບ ຂພຈ.

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້! ບໍ່ຮູ້ເລື່ອງເລີຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາມັນກໍ່ມີຜິພາດກັນໄດ້ລະບໍ
ບໍ່ວ່າເລື່ອງນີ້ມັນກະສິຮ້າຍແຮງປານນັ້ນ

໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ເປັນຫຍັງເວົ້າພາສາໄທຈຶ່ງມີຫາງສຽງ
ການສົນທະນາຢູ່ປະເທດໃດກໍຕ້ອງໃຊ້ພາສານັ້ນ ບໍ່ແມ່ນວ່າ ປະເທດໄທແລ້ວຈະຕ້ອງໃຊ້ພາສາລາວ
ຖ້າສົມມຸດວ່າ ເປັນປະເທດ ຫວຽດນາມ ພວກເຮົາກໍຈະເວົ້າເປັນພາສາລາວຢູ່ບໍ ຫຼືວ່າເວົ້າພາສາຫວຽດນາມ (ຖ້າເວົ້າລາວກໍຕ້ອງມີລ່າມແປ) ເຮັດໃຫ້ມັນເສຍເວລາຫຼາຍຂຶ້ນ ຕ້ອງເຂົ້າໃຈການຖ່າຍທອດສົດມັນສິ້ນເປືອງຫຼາຍກວ່າການອັດວີດີໂອ

໓໐ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ມັນກະມີຫຼາຍແງ່ຫຼາຍມູນ ແຕ່ສິ່ງທີ່ເກີດຂື້ນແລ້ວແກ້ໄຂບໍ່ໄດ້ ມີແຕ່ໃຫ້ຮູ້ວ່າເຮົາເປັນຊາດໜຶ່ງທີ່ມີພາສາໃຊ້ເປັນຂອງໂຕເອງ ມີເອກະລາດ ມີສັນຕິພາບເປັນຂອງໂຕເອງ ຖ້າເຮົາບໍ່ເຄົາລົບບໍ່ຮັກສາເອົາເອງຄືຊິບໍ່ມີໃຜມາເຄົາລົບຄວາມເປັນຊາດຂອງເຮົາດອກ ຜູ້ທີ່ເພິ່ນສູ້ເພື່ອຊ່ວຍໃຫ້ເຮົາມີຊາດບ້ານເມືອງທີ່ເປັນຂອງໂຕເອງຄືສິຕາຍຖີ້ມລ້າໆບໍ່ມີປະໂຫຍດຫຍັງ ເນາະ

໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ THANOMENON ຂຽນວ່າ...
ມັນກະມີຫຼາຍແງ່ຫຼາຍມູນ ແຕ່ສິ່ງທີ່ເກີດຂື້ນແລ້ວແກ້ໄຂບໍ່ໄດ້ ມີແຕ່ໃຫ້ຮູ້ວ່າເຮົາເປັນຊາດໜຶ່ງທີ່ມີພາສາໃຊ້ເປັນຂອງໂຕເອງ ມີເອກະລາດ ມີສັນຕິພາບເປັນຂອງໂຕເອງ ຖ້າເຮົາບໍ່ເຄົາລົບບໍ່ຮັກສາເອົາເອງຄືຊິບໍ່ມີໃຜມາເຄົາລົບຄວາມເປັນຊາດຂອງເຮົາດອກ ຜູ້ທີ່ເພິ່ນສູ້ເພື່ອຊ່ວຍໃຫ້ເຮົາມີຊາດບ້ານເມືອງທີ່ເປັນຂອງໂຕເອງຄືສິຕາຍຖີ້ມລ້າໆບໍ່ມີປະໂຫຍດຫຍັງ ເນາະ

ແມ່ນຢູ່ ແຕ່ໄປໃຊ້ພາສາລາວຢູ່ຕ່າງປະເທດ ກ່າຊິມີແຕ່ຄົນລາວຢູ່ປະເທດນັ້ນເຂົ້າໃຈ ຄົນອື່ນເຂົາກ່າຊິບໍ່ຮູ້ຈັກນຳ
ຖ້າຮັກຊາດແທ້ ຈົ່ງໃຊ້ເງິນກີບລາວຢູ່ພາຍໃນ ຢ່າໃຊ້ເງິນຕາຕ່າງປະເທດກ່າພໍແລ້ວ

໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ດີໃຈທີ່ເຫັນຄົນລາວເຮົາ ຍັງຮັກ ແລະ ໃຫ້ຄວາມສຳຄັນກັບພາສາລາວຢ່າງຫຼວງຫຼາຍ ເອົາເປັນວ່າຕໍ່ກັບເຫດການທີ່ເກີດຂື້ນທຸກຄົນກໍ່ເບີ່ງໃນຫຼາຍແງ່ເປັນ ຕົ້ນ.
1. ຖ້າເຮົາເບີ່ງໃນແງ່ຮິດຄອງປະເພນີ ແລະ ວັດທະນະທຳລາວເຮົາທີ່ບົ່ງບອກເຖິງຄວາມເປັນເອກະລາດຂອງຊາດແລ້ວມັນກໍ່ຜິດຢ່າງແນ່ນອອ.
2. ແຕ່ໃນທາງກັບກັນຖເາເຮົາເບີ່ງໃນແງ່ການຕະຫຼາດ ແລະ ຂໍ້ມູນຂ່າວສານ ທີ່ຈະເຮັດໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງວິວັດທະນາການຂອງລາວ ເຮົາໃນຫຼາຍໆ ມັນກະບໍ່ເຖິງກັບວ່າຈະບໍ່ມີເຫດມີຜົນເລີຍ.

ທໍ່ນີ້ກ່ອນ

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ຄົນໄທຟັງພາສາລາວບໍ່ອອກ ມັນເປັນບັນຫາຂອງເຂົາ ເຂົາຟັງພາສາລາວບໍ່ເຂົ້າໃຈ ແລ້ວຢາກມາສໍາພາດຄົນລາວ ເຮົາກໍບອກຄົນໄທຄົນນັ້ນວ່າ ບໍ່ຕ້ອງມາສໍາພາດດີກວ່າ ບໍ່ເຂົ້າໃຈ ແລ້ວຍັງສະເໜີໜ້າມາຖາມອີກ.

ຂ້າພະເຈົ້າໄດ້ເບິ່ງລາຍການທໍລະທັດຂອງອະເມຣິກາລາຍການໜຶ່ງ ເຊິ່ງເປັນລາຍການອອກອາກາດສົດ ເຂົາໄດ້ເຊີນຄົນຍີ່ປຸ່ນຄົນໜຶ່ງມາເວົ້າ ເຊິ່ງລາວໄດ້ເວົ້າໃນຖານະທີ່ລາວເປັນຕົວແທນຂອງນັກບໍລິຫານຂອງບໍລິສັດໂຕໂຢຕ້າ ລາວໄດ້ເວົ້າເປັນພາສາຍີ່ປຸ່ນໃຫ້ພິທີກອນຄົນອະເມຣິກາຟັງ ໃຫ້ທ່ານຜູ້ຊົມທີ່ຢູ່ໃນຫ້ອງສົ່ງຟັງ ແລະກໍທ່ານຜູ້ຊົມທີ່ຢູ່ທາງບ້ານຟັງນໍາ ຄົນຍີ່ປຸ່ນຄົນນີ້ເວົ້າພາສາຂອງຊາດຕົນອອກມາດ້ວຍຄວາມພາກພູມໃຈ ເວລາລາວເວົ້າ ນາຍແປພາສາກໍບໍ່ມີ ລາວບໍ່ສົນໃຈເລີຍວ່າຄົນອະເມຣິກາຈະເຂົ້າໃຈລາວຫລືບໍ່.

ເຮົາເປັນຄົນລາວ ເຮົາຕ້ອງເວົ້າພາສາລາວອອກມາດ້ວຍຄວາມພາກພູມໃຈ.

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KhoanLao ຂຽນວ່າ...

ແມ່ນໆໆ
ຫາກເຮົາບໍ່ໃຊ້ພາສາລາວເຮົາແລ້ວແມ່ນໃຜລະສິມາໃຊ້ພາສາເຮົາ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຈະບໍ່ໃຫ່ຍຖ້າເປີດໃຈໃຫ້ກ້ວາງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄຳເຫັນ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KhoanLao ຂຽນວ່າ...
ຄົນໄທຟັງພາສາລາວບໍ່ອອກ ມັນເປັນບັນຫາຂອງເຂົາ ເຂົາຟັງພາສາລາວບໍ່ເຂົ້າໃຈ ແລ້ວຢາກມາສໍາພາດຄົນລາວ ເຮົາກໍບອກຄົນໄທຄົນນັ້ນວ່າ ບໍ່ຕ້ອງມາສໍາພາດດີກວ່າ ບໍ່ເຂົ້າໃຈ ແລ້ວຍັງສະເໜີໜ້າມາຖາມອີກ.

ຂ້າພະເຈົ້າໄດ້ເບິ່ງລາຍການທໍລະທັດຂອງອະເມຣິກາລາຍການໜຶ່ງ ເຊິ່ງເປັນລາຍການອອກອາກາດສົດ ເຂົາໄດ້ເຊີນຄົນຍີ່ປຸ່ນຄົນໜຶ່ງມາເວົ້າ ເຊິ່ງລາວໄດ້ເວົ້າໃນຖານະທີ່ລາວເປັນຕົວແທນຂອງນັກບໍລິຫານຂອງບໍລິສັດໂຕໂຢຕ້າ ລາວໄດ້ເວົ້າເປັນພາສາຍີ່ປຸ່ນໃຫ້ພິທີກອນຄົນອະເມຣິກາຟັງ ໃຫ້ທ່ານຜູ້ຊົມທີ່ຢູ່ໃນຫ້ອງສົ່ງຟັງ ແລະກໍທ່ານຜູ້ຊົມທີ່ຢູ່ທາງບ້ານຟັງນໍາ ຄົນຍີ່ປຸ່ນຄົນນີ້ເວົ້າພາສາຂອງຊາດຕົນອອກມາດ້ວຍຄວາມພາກພູມໃຈ ເວລາລາວເວົ້າ ນາຍແປພາສາກໍບໍ່ມີ ລາວບໍ່ສົນໃຈເລີຍວ່າຄົນອະເມຣິກາຈະເຂົ້າໃຈລາວຫລືບໍ່.

ເຮົາເປັນຄົນລາວ ເຮົາຕ້ອງເວົ້າພາສາລາວອອກມາດ້ວຍຄວາມພາກພູມໃຈ.

ຖ້າຫາກທ່ານບອກວ່າຟັງບໍ່ອອກກໍບໍ່ຕ້ອງສະເຫນີຫນ້າມາຖາມ ອັນນີ້ມັນເປັນການປິດກັ້ນໂອກາດໃນການພັດທະນາໃນຫລາຍໆດ້ານເລີຍລະ ລອງເປິດໃຈໃຫ້ກວ້າງຂຶ້ນ ແລ້ວມອງໄປຂ້າງຫນ້າໃຫ້ໄກໆມັນຈະເຫັນໂລກກະທັດໃຫມ່ໆ (ເລີກອະຄະຕິທີ່ມີໄດ້ແລ້ວ ອະດີດກໍຄືອະດີດມັນຜ່ານມາແລ້ວ ແກ້ໄຂຫຍັງບໍ່ໄດ້ແລ້ວ ສິ່ງທີ່ສຳຄັນຄືເຮົາຕ້ອງເຮັດປັດຈຸບັນໃຫ້ດີ ເລີກອະຄະຕິທີ່ມີແລ້ວຫັນຫນ້າເຂົ້າຫາກັນ ປຶກສາຫາລືກັນໃນຄວາມຮ່ວມມືໃນຫລາຍໆດ້ານອັນທີ່ຈະສົ່ງຜົນໃຫ້ປະເທດກ້າວໄປໃນຂ້າງຫນ້າຢ່າງຫມັ້ນຄົງສິບໍ່ດີກວ່າຫວ໋າ)

ປ.ລ. ມຸມມອງອາດຂັດກັບຄວາມຮູ້ສຶກບາງທ່ານ ຕ້ອງຂໍອະໄພມາ ນະ ທີ່ນີ້ດ້ວຍ

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ເວົ້າພາສາໄທແລ້ວເປັນຫຍັງ ມັນກໍ່ບໍ່ໄດ້ເສື່ອມເສຍອັນໃດ ຖ້າເປັນລາຍການທີ່ອອກອາກາດສົດຢູ່ຈີນ ວຽດ ທ່ານກໍ່ຈະເວົ້າເປັນພາສາລາວບໍ່ ອັນນີ້ ຂພຈ ອຍາກໃຫ້ທ່ານເບິ່ງເຖີງການຕະຫຼາດ ເຫດ ແລະ ຜົນ ທີ່ທາງ ອີ-ຄອນເນີ ໄດ້ຊີ້ແຈງ ແຕ່ຖ້າທ່ານເຫັນວ່າມັນບໍ່ດີ ຍ້ອນເສື່ອມເສຍພາສາ ຫຼື ຊາດນິຍົມ ຕໍ່ໄປກໍ່ຄົງຈະບໍ່ມີລາຍການໃດກ້າມາສຳພາດຫຼືເຊິນຄົນລາວອີກ ເວົ້າໄປກໍ່ຈະເປັນເລື່ອງຊາດນິຍົມອີກ ເຊົາດີກວ່າ 555 ຂໍອະໄພຫາກຄວາມເຫັນບໍ່ຖືກໃຈ ຫຼືພິມພາສາລາວບໍ່ຖືກຕ້ອງປານໃດ ກຳລັງຫັດຮຽນພາສາລາວ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
...................ຕະຫລອດເນາະເລື່ອງນີ້ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KhoanLao ຂຽນວ່າ...
ຄົນໄທຟັງພາສາລາວບໍ່ອອກ ມັນເປັນບັນຫາຂອງເຂົາ ເຂົາຟັງພາສາລາວບໍ່ເຂົ້າໃຈ ແລ້ວຢາກມາສໍາພາດຄົນລາວ ເຮົາກໍບອກຄົນໄທຄົນນັ້ນວ່າ ບໍ່ຕ້ອງມາສໍາພາດດີກວ່າ ບໍ່ເຂົ້າໃຈ ແລ້ວຍັງສະເໜີໜ້າມາຖາມອີກ.

ຂ້າພະເຈົ້າໄດ້ເບິ່ງລາຍການທໍລະທັດຂອງອະເມຣິກາລາຍການໜຶ່ງ ເຊິ່ງເປັນລາຍການອອກອາກາດສົດ ເຂົາໄດ້ເຊີນຄົນຍີ່ປຸ່ນຄົນໜຶ່ງມາເວົ້າ ເຊິ່ງລາວໄດ້ເວົ້າໃນຖານະທີ່ລາວເປັນຕົວແທນຂອງນັກບໍລິຫານຂອງບໍລິສັດໂຕໂຢຕ້າ ລາວໄດ້ເວົ້າເປັນພາສາຍີ່ປຸ່ນໃຫ້ພິທີກອນຄົນອະເມຣິກາຟັງ ໃຫ້ທ່ານຜູ້ຊົມທີ່ຢູ່ໃນຫ້ອງສົ່ງຟັງ ແລະກໍທ່ານຜູ້ຊົມທີ່ຢູ່ທາງບ້ານຟັງນໍາ ຄົນຍີ່ປຸ່ນຄົນນີ້ເວົ້າພາສາຂອງຊາດຕົນອອກມາດ້ວຍຄວາມພາກພູມໃຈ ເວລາລາວເວົ້າ ນາຍແປພາສາກໍບໍ່ມີ ລາວບໍ່ສົນໃຈເລີຍວ່າຄົນອະເມຣິກາຈະເຂົ້າໃຈລາວຫລືບໍ່.

ເຮົາເປັນຄົນລາວ ເຮົາຕ້ອງເວົ້າພາສາລາວອອກມາດ້ວຍຄວາມພາກພູມໃຈ.

ຖ້າຫາກທ່ານບອກວ່າຟັງບໍ່ອອກກໍບໍ່ຕ້ອງສະເຫນີຫນ້າມາຖາມ ອັນນີ້ມັນເປັນການປິດກັ້ນໂອກາດໃນການພັດທະນາໃນຫລາຍໆດ້ານເລີຍລະ ລອງເປິດໃຈໃຫ້ກວ້າງຂຶ້ນ ແລ້ວມອງໄປຂ້າງຫນ້າໃຫ້ໄກໆມັນຈະເຫັນໂລກກະທັດໃຫມ່ໆ (ເລີກອະຄະຕິທີ່ມີໄດ້ແລ້ວ ອະດີດກໍຄືອະດີດມັນຜ່ານມາແລ້ວ ແກ້ໄຂຫຍັງບໍ່ໄດ້ແລ້ວ ສິ່ງທີ່ສຳຄັນຄືເຮົາຕ້ອງເຮັດປັດຈຸບັນໃຫ້ດີ ເລີກອະຄະຕິທີ່ມີແລ້ວຫັນຫນ້າເຂົ້າຫາກັນ ປຶກສາຫາລືກັນໃນຄວາມຮ່ວມມືໃນຫລາຍໆດ້ານອັນທີ່ຈະສົ່ງຜົນໃຫ້ປະເທດກ້າວໄປໃນຂ້າງຫນ້າຢ່າງຫມັ້ນຄົງສິບໍ່ດີກວ່າຫວ໋າ)

ປ.ລ. ມຸມມອງອາດຂັດກັບຄວາມຮູ້ສຶກບາງທ່ານ ຕ້ອງຂໍອະໄພມາ ນະ ທີ່ນີ້ດ້ວຍ

ຂ້າພະເຈົ້າກໍພໍເຂົ້າໃຈຢູ່ດອກວ່າ ທ່ານ ວິຣະສັກ ວິຣະວົງ ພ້ອມທັງທີມງາມ ມີຈຸດປະສົງຢາກຈະເຮັດໃຫ້ທາງປະເທດໃກ້ຄຽງຮູ້ຄວາມຄືບໜ້າດ້ານໄອທີໃນປະເທດລາວເຮົາຫລາຍຂຶ້ນ ເພື່ອສະແດງໃຫ້ເຫັນວ່າລາວເຮົາໄດ້ມີການພັດທະນາ ແຕ່ວ່າທ່ານໃຫ້ສໍາພາດເປັນພາສາລາວກໍໄດ້ ຖ້າຢ້ານພິທີກອນບໍ່ເຂົ້າໃຈ ທ່ານວິຣະສັກ ວິຣະວົງ ແລະພິທີກອນຂອງທາງລາຍການແບໄຕ ກໍໜ້າຈະມີການຊ້ອມກັນກ່ອນ ວ່າຄໍາຖາມທີ່ຈະຖາມມານັ້ນແມ່ນຄໍາຖາມຫຍັງ ແລະຄໍາຕອບທີ່ຈະໃຫ້ໄປນັ້ນເປັນຄໍາຕອບແນວໃດ ເຮົາເວົ້າລາວໄປ ຄົນທີ່ຢູ່ໄທສ່ວນໃຫຍ່ເຂົ້າໃຈລາວເຮົາຢູ່ດອກ ຂະໜາດວ່າທ່ານ ວິຣະສັກ ວິຣະວົງ ເວົ້າ “ໂທລະພາບ” ທາງພິທີກອນລາຍການແບໄຕ ກໍຍັງເຂົ້າໃຈວ່າລາວໝາຍເຖິງ “ໂທຣະທັດ” (ໂທລະພາບແມ່ນພາສາລາວ ໂທຣະທັດແມ່ນພາສາໄທ)
ຢ່າງໃດກໍຕາມ ທາງທີມງາມເພິ່ນໄດ້ອອກມາກ່າວຄໍາຂໍໂທດແລ້ວ ອັນໝາຍຄວາມວ່າເພິ່ນຍອມຮັບຜິດທີ່ທ່ານວິຣະສັກ ວິຣະວົງໄດ້ໃຫ້ສໍາພາດເປັນພາສາໄທ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ພາສາບອກຊາດ ມາລະຍາດບອກຕະກຸນ. ນີ້ຄືສັດຈະທຳ

ສະຫາຍ ດາວແດງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
ພາສາບອກຊາດ ມາລະຍາດບອກຕະກຸນ. ນີ້ຄືສັດຈະທຳ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນເວົ້າລາວບໍ່ເຂົ້າໃຈກະເອົາພາສາສາກົນມາລົມກັນດີກວ່າ
1 ໃນທີ່ນີ້ທ່ານແມ່ນຕົວແທນໃນການໃຫ້ຂໍ້ມູນທາງດ້ານໄອທີໃນລາວເຊິ່ງກໍ່ໝາຍເຖິງປະເທດຫັ້ນລະ
2 ການທີ່ວ່າສຳພາດນີ້ເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງເວົ້າແບບນີ້ມັນກໍ່ເປັນການແກ້ຕົວແບບເຫັນແກ່ຕົວໂພດ ເພາະວ່າທ່ານແມ່ນຕົວແທນໃນການນຳສະເໜີຂໍ້ມູນເຊິ່ງກໍ່ເປັນໜ້າເປັນຕາຫັ້ນລະ
3 ຕາມຄວາມຄິດຂອງພະເຈົ້າແມ່ນ ຕອນທີ່ທີມງານທາງ ແບໄຕ໋ ຕິດຕໍ່ເຂົ້າມາທາງທີມງານບໍ່ໄດ້ບອກຫວາວ່າການສຳພາດຂໍເປັນພາສາສາກົນ
ຈັ່ງໃດກໍແລ້ວແຕ່ຖ້າທ່ານຄິດວ່າຖືກຕ້ອງ ມັນກໍ່ຈະຖືກຕ້ອງ ຖ້າທ່ານຄິດວ່າຜິດແລ້ວມາຊີ້ແຈງຂໍໂທດ ກໍ່ໃຫ້ມັນສົມເຫດສົມຜົນ ກໍ່ພຽງພໍແລ້ວ

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ clownlin ຂຽນວ່າ...