ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ການວາງຢາ

໒ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ມື້ນີ້ຈະຂໍມາແນະນຳກ່ຽວກັບພຶດຕິກຳທີ່ບໍ່ດີຂອງຜູ້ຊາຍບາງກຸ່ມໃຫ້ເພື່ອນໆໄດ້ຮູ້ທັນແລະສາມາດເອົາໂຕລອດຈາກພວກນີ້ໃຫ້ໄດ້. ເລື່ອງທີ່ຈະເວົ້າແມ່ນເລື່ອງກ່ຽວກັບການວາງຢາອີ ເຊິ່ງຕາມທີ່ຮູ້ມາ ຢາຊະນິດນີ້ແມ່ນຈະເປັນຢາທີ່ເຮັດໃຫ້ມີອາລົມທາງເພດ ເຊິ່ງເປັນຢາທີ່ພວກຄົນທີ່ບໍ່ດີມັກຈະເອົາໃຊ້ເປັນອັນດັບໜຶ່ງເລີຍເພາະບໍ່ຕ້ອງລຳບາກຫຍັງຫຼາຍເທົ່າກັບຢານອນຫຼັບ ເຊິ່ງຂ້ອຍຮູ້ມາຈາກໝູ່ຂອງຂ້ອຍທີ່ມັນມັກໃຊ້ກັບຜູ້ຍິງທີ່ມັນຄົບຢູ່ ບາງຄົນທີ່ຄົບກັບມັນແລ້ວມັນຂໍນອນນຳແລ້ວບໍ່ໃຫ້ມັນນອນນຳ ມັນກໍ່ຈະກຸມເອົາ ແຕ່ຖ້າກຸມແລ້ວຍັງບໍ່ໄດ້ມັນກໍ່ຈະໃຊ້ວິທີນີ້ ເຊິ່ງມັນຈະໃຊ້ຢາຊະນິດນີ້ລະລາຍກັບນ້ຳ(ໃຊ້ສຳລັບຜູ້ຍິງທີ່ບໍ່ກິນເຫຼົ້າກິນເບຍ) ຫຼືອາດຈະໃຊ້ລະລາຍກັບເຫຼົ້າ, ເບຍ ຫຼື ແປບຊີ ຕາມທີ່ໝູ່ຂ້ອຍເວົ້າແມ່ນມັນຈະໃຊ້ໂອກາດທີ່ຜູ້ຍິງນັ້ນໄປຫ້ອງນ້ຳ ຫຼັງຈາກທີ່ໃຫ້ຜູ້ຍິງກິນເຂົ້າໄປແລ້ວກໍ່ບໍ່ຕ້ອງເຮັດຫຍັງເລີຍເພາະດຽວຜູ້ຍິງເລີ່ມມີອາລົມແລ້ວເຂົາກໍ່ຈະຍອມເຮົາເອງເພາະຖ້າເຂົາບໍ່ຍອມເຮົາເຂົາກໍ່ຢູ່ບໍ່ເປັນ(ຕາມທີ່ໝູ່ຂ້ອຍມາວ່າ) ແລະຜູ້ຍິງທີ່ມັນເລືອກແມ່ນມັນຈະເລືອກເອົາແຕ່ຄົນທີ່ງາມໆ ໜ້າຕາດີ ເຊັກຊີ້ ທີ່ສຳຄັນແມ່ນຫຍັງສົດ(ມັນເລືອກໄດ້ເພາະໜ້າຕາມັນຫລໍ່) ແລະສ່ວນຫຼາຍແລ້ວຈະແມ່ນເດັກນ້ອຍມັດທະຍົມ ຫຼັງຈາກທີ່ຜູ້ຍິງເປັນຂອງມັນແລ້ວມັນກໍ່ຈະຄົບຕໍ່ໄປອີກໄລຍະຈົນກວ່າຈະຫາຄົນໃໝ່ໄດ້ແລ້ວມັນກໍ່ຈະຖິ້ມ ຫຼືບາງຄັ້ງມັນເຮັດແນວນັ້ນແລ້ວມັນກໍ່ຈະຖິ້ມເລີຍ ແຕ່ສຳລັບຜູ້ຍິງທີ່ຜ່ານຜູ້ຊາຍມາຫຼາຍຄົນແລ້ວມັນຈະບໍ່ເກັບໄວ້ດົນວ່າຊັ້ນ(ເທື່ອດຽວສອງເທື່ອກາຖິ້ມແລ້ວວ່າຊັ້ນ) ແລະບາງຄັ້ງມັນກໍ່ແບ່ງປັນໃຫ້ໝູ່ມາຮ່ວມວົງນຳອີກ. ເຖິງມັນຈະເປັນໝູ້ຂ້ອຍ ຂ້ອຍກໍ່ບໍ່ໄດ້ມັກແລະບໍ່ເຫັນດີນຳການກະທຳຂອງມັນ ແຕ່ກໍ່ບໍ່ໄດ້ຄັດຈະວະທີ່ມັນເວົ້າດຽວມັນບໍ່ເວົ້າໃຫ້ຟັງແລ້ວຂ້ອຍກາຊີບໍ່ມີຂໍ້ມູນມາເວົ້າມາເຕືອນຄົນອື່ນ. ແຕ່ເນື່ອງຈາກວ່າຂ້ອຍກໍ່ມາຫາຮູ້ແຕ່ແນວບໍ່ເປັນແນວກໍ່ເລີຍໄດ້ໄປອ່ານເຫັນເລື່ອງແນວນີ້ທາງອິນເຕີເນັດເຊິ່ງເຂົາເຈົ້າຈະບອກວິທີແກ້ກ່ຽວກັບອາການໃນກໍ່ລະນີທີ່ຖືກວາງຢາແລ້ວມີອາລົມທາງເພດ ແມ່ນໃຫ້ອາບນ້ຳເຢັນທັນທີ່ ເຖິງວ່າຈະຢູ່ຕາມຮ້ານເບຍຫຼືຢູ່ໃນເທັກກໍ່ຕາມ ໃຫ້ຮີບອາບນ້ຳທັນທີ່ ຖ້າບໍ່ມີເຄື່ອງປ່ຽນແມ່ນໃຫ້ແກ້ເຄື່ອງອາບນ້ຳໃນຫ້ອງນ້ຳໂລດ(ຕາມທີ່ອ່ານມາເຂົາບອກແນວນີ້ໃດ໋) ແຕ່ມັນກໍ່ຄຸ້ມໃດ໋ດີກວ່າຕ້ອງເສຍໂຕ, ເພາະຖ້າອາບນ້ຳຈະເຮັດໃຫ້ອາການດີຂື້ນແຕ່ກໍ່ບໍ່ເຖິງກັບວ່າຈະເຊົາມີອາລົມເລີຍ ຫຼັງຈາກນັ້ນກໍ່ໃຫ້ໝູ່ທີ່ໄວ້ໃຈໄດ້ມາຮັບເມື່ອເຮືອນຫຼືພາກັບເຮືອນ ອີກວິທີ່ໜຶ່ງແມ່ນໃຫ້ກິນນ້ຳເຢັນໆໃສ່ຫຼາຍໆແລ້ວໄປຢ່ຽວຕະລອດກໍ່ຈະເຮັດໃຫ້ດີຂື້ນ(ວິທີນີ້ແມ່ນໝູ່ມັນບອກ) ແຕ່ເຮັດທັ້ງສອງວິທີ່ຂ້ອຍຄິດວ່າຄືຈະດີຄືກັນ, ແຕ່ທີ່ສຳຄັນແມ່ນໃຫ້ລະວັງຕົວໃຫ້ດີກວ່ານີ້ໂດຍສະເພາະແມ່ນກ່ອນທີ່ຈະເຂົ້າຫ້ອງນ້ຳທຸກເທື່ອຄວນຈະກິນນ້ຳໃນຈອກຂອງຕົນເອງໃຫ້ຫມົດກ່ອນແລ້ວຈຶ່ງໄປຫ້ອງນ້ຳ ຖ້າກັບມາແລ້ວມີນ້ຳຢູ່ໃນຈອກກໍ່ໃຫ້ຖອກຖິ້ມແລ້ວເຍັ້ນໃຫມ່ ຖ້າໝູ່ຖາມວ່າບໍ່ໄວ້ໃຈຫວາ ກໍ່ຕອບໄປໂລດວ່າ ອືມ ເພາະເຮົາຄວນພິຈາລະນາໃຫ້ດີເຖິງຄວາມປອດໄພຂອງຕົວເຮົາເອງບໍ່ຕ້ອງໄປສົນວ່າໝູ່ຈະຄິດແນວໃດ ຖ້າຫາກຖືກກຸມເຮົາບໍ່ໄດ້ຈະຮູ້ວ່າມັນຈະກຸມເຮົາຄົນດຽວຫຼືມັນຈະແບ່ງໃຫ້ໝູ່ມັນນຳ ແລະບໍ່ຮູ້ອີກວ່າມັນຈະໃສ່ຖົງຢາງຫຼືບໍ່ ເພາະຕອນນັ້ນໂຕເຈົ້າເອງອາດຈະມີອາລົມແຮງຈົນບໍ່ມີສະຕິແລ້ວ ດັ່ງນັ້ນຂ້ອຍຈຶ່ງເອົາເລື່ອງນີ້ມາບອກໃຫ້ຄົນທີ່ບໍ່ຮູ້ໃຫ້ໄດ້ຮູ້ ເພື່ອມັນອາດຈະຊ່ວຍໃຜບາງຄົນໃຫ້ລຸດພົ້ນຈາກຈາກທີ່ບໍ່ດີຄືໝູ່ຂ້ອຍ ແລະກໍ່ຢາກຈະເຕືອນເຖິງບັນດາສາວໆທັ້ງຫຼາຍກ່ຽວກັບການຄົບຜູ້ຊາຍ ໃຫ້ລືອກດີໆ ແລະບໍ່ຄວນໄປໃສກັບແຟນສອງຄົນ ຖ້າໄປກໍ່ຄວນຈະໄປໃນຕອນກາງເວັນ ດີແທ້ແມ່ນຄວນໄປນຳໝູ່ ແຕ່ໝູ່ກໍ່ຕ້ອງແມ່ນໝູ່ຂອງເຮົາ ເພາະຖ້າເປັນໝູ່ຂອງມັນແລ້ວເຂົາເຈົ້າອາດຈະມີການຮ່ວມມືກັນໃນການວາງແຜນເພື່ອຈັດການກັບໂຕເຈົ້າ ໂດຍສະເພາະແລ້ວແມ່ນການໄປກິນເບຍຢູ່ຮືອນຂອງໝູ່ແຟນ(ກໍ່ລະນີໄປຮອດແລ້ວພໍ່ແມ່ຫຼືຄົນທີ່ເປັນຜູ້ໃຫຍ່ຂອງໝູ່ແຟນບໍ່ຢູ່ນິຄວນຈະລະວັງໄວ້ໂລດ)ຫຼືຢູ່ຫ້ອງໝູ່ ເຊິ່ງສອງບ່ອນນີ້ແມ່ນບ່ອນທີ່ຖືໄດ້ວ່າອັນຕະລາຍ ດັ່ງນັ້ນສາວໆທັ້ງຫຼາຍກໍ່ຂໍໃຫ້ລະວັງໂຕກັນແນ່ເດີ້ ເທື່ອນີ້ບອກເຕືອນເທົ່ານີ້ກ່ອນຖ້າໄດ້ຮູ້ຫຍັງທີ່ເປັນປະໂຫຍດຈະເອົາມາບອກເຕືອນໃຫມ່......

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຂອບໃຈທີ່ເອົາມາແບ່ງປັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຕະລາຍ
ໄຄແຕ່ເຮົາບໍ່ງາມ

໒ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອັນຕະລາຍ
ໄຄແຕ່ເຮົາບໍ່ງາມ

ເວົ້າແທ້ບໍ່ນໍ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ joysingle ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອັນຕະລາຍ
ໄຄແຕ່ເຮົາບໍ່ງາມ

ເວົ້າແທ້ບໍ່ນໍ້

ອືມ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຊື້ໄດ້ຢູ່ໃສ ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຫາຊື້ໄດ້ຢູ່ໃສ ?

໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຮ່າໆໆໆໆໆ ຂ້ອຍສິໄປວາງຢາລາວຄືນ ບອກຊື່ລາວມາ ເສຍໂຕໃຫ້ຂ້ອຍໂລດແລະ ຮ່າໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆທີ່ນຳເອົາເລື່ອງຄໍຂາດບາດຕາຍແນວນີ້ມາບອກ ຂອບໃຈສຳຫຼັບຄວາມຫວັງດີທີ່ເຈົ້າຂອງກະທູ້ມີໃຫ້ ກະທູ້ນີ້ເປັນກະທູ້ທີ່ມີຄຸນປະໂຫຍດຢ່າງຫຼວງຫຼາຍ ຢາກໃຫ້ຜູ້ຍິງທຸກຄົນມາອ່ານກະທູ້ນີ້ເດເນາະ ຈິ່ງຈະໄດ້ຮູ້ຈັກວິທີແລະລະມັດລະວັງຕົວເພີ່ມຂື້ນກວ່ານີ້ ເປັນແບບນີ້ເຮົາກໍ່ຄວນມີສະຕິລະມັດລະວັງໃຫ້ຫຼາຍກວ່ານີ້ແລ້ວລະ ຈົ່ງເຮັດໃນສິ່ງທີ່ດີຕໍ່ໄປເດີ້ເຈົ້າຂອງກະທູ້ເອີຍ ຄວາມດີບໍ່ມີວັນຕາຍເຮັດດີຕໍ່ໄປໂລດ ມີປະໂຫຍດແກ່ສັງຄົມຂ້ອຍນິຍົມຄົນແບບນີ້ລະ ປື້ມສຸດໆເລີຍ ຂອບໃຈ ຂອບໃຈ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...

ປານນັ້ນພຸ້ນນະ

໒ ກະທູ້
໑໖໗໗ ໂພສ

ປານນີ້ໂລດແລ້ວວວວວວ ອິອິ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ...ເລື່ອງແບບນີ້ລ່າມມາຮອດສັງຄົມລາວເຮົາລະເນາະ.
ຝາກອ່ານຕໍ່ໆກັນເດີ້....ຊົມເຊີຍເຈົ້າຂອງກະທູ້....(ເປັນຄົນດີ ແລ້ວຍັງສະຫຼາດອີກ ນັບຖື)

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອອະນຸຍາດໃຊ້ພາສາໄທ
ขอเพิ่มเติมนะครับ
ยาที่เจ้าของกระทู้พูดถึง หาซื้อได้ง่ายมาก และสามารถละลายกับน้ำเปล่าได้โดยไม่มีกลิ่น สี หรือรสชาด ดังนั้นผู้ที่ถูกวางยาจึงมักไม่รู้ตัว หรือรู้ตัวเมื่อเกิดอาการแล้ว และอาการที่เกิดขึ้นส่วนมากจะทำให้ผู้ที่กินยาเข้าไปอ่อนเปลี้ย หมดแรง เกิดอารมณ์ทางเพศ แต่ไม่สลบ ย้ำนะครับว่ายาจะทำให้หมดแรง ไม่สามารถขัดขืนได้ ซึ่งอาจจะยากต่อการพาตัวเองไปอาบน้ำ ดังนั้นถ้าคิดว่ามีอาการให้รีบตะโกนให้คนรอบข้างรู้และเข้ามาช่วยเหลือ น่าจะเป็นอีกวิธีหนึ่ง ในกรณีที่ไม่สามารถพาตัวเองไปอาบน้ำหรือหนีออกมาได้

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mangmao ຂຽນວ່າ...

ໂອ້ະໆໆເປັນວີທີ່ທີ່ດີ ແກ້ ທັນ ຄວັນ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kimm ຂຽນວ່າ...
ຮ່າໆໆໆໆໆ ຂ້ອຍສິໄປວາງຢາລາວຄືນ ບອກຊື່ລາວມາ ເສຍໂຕໃຫ້ຂ້ອຍໂລດແລະ ຮ່າໆໆໆໆ

ແກ້ແບບນີ້ເລີຍຫວະ ຄີມ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນກະທູ້ ທີ່ດີ ຂອບຈັຍທີ່ມາແບງປັນ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ຂອບໃຈຂໍ້ມູນດີໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້