ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ມາຮູ້ຈັກກັບສາວຄົນນີ້ກັນ"ນິດຕະຍາ ປານມາໄລທອງ"ລູກຫຼານລາວຜູ້ຄອງຕຳແໜ່ງນາງງາມ ລັດມິນນີໂຊຕາ USA 2012

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິດຕະຍາ ປານ​ມາ​ໄລ​ທອງ ສາວ​ລາວ-​ອາ​ເມຣິກັນ ທີ່​ໄດ້​ສ້າງ​ຊື່​ສຽງ​ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ປະຊາ​ຄົມ​ລາວ​ໃນ​ລັດ​ມິນ​ນີ​ໂຊ​ຕາກໍ​ຄື ໃນທົ່ວສະຫະລັດແລະ​ທົ່ວ​ໂລກກໍ​ວ່າ​ໄດ້ ຫລັງຈາກ​ທີ່ນາງ​ໄດ້​ຖືກ​ເລືອກ​​ເມື່ອ​ເດືອນ​ພະຈິກ​ປີ​ກາຍ​ນີ້ໃຫ້ເປັນ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາປະ​ຈໍາປີ 2012ຫລື Miss Minnesota USA 2012ຊຶ່ງ​ນາງ​​ເປັນຄົນ​ອາ​ເມຣິກັນ​ເຊື້ອສາຍ​ເອເຊຍ​ຄົນ​ທໍາ​ອິດທີ່​ໄດ້ຄອງ​ຕໍາ​ແໜ່​ງ​ນີ້ ​ໃນ​ລັດ​ທີ່​ມີ​ຊາວ​ເອ​ເຊຍ​ອາ​ໃສ​ຢູ່​ຫລາຍ​ສົມຄວນໂຮມ​ທັງ​ພວກ​ອົບ​ພະຍົບລາວ​ລຸ່ມແລະ​ລາວ​ມົ້ງ.
ແຕ່​ວ່າ​ເລື່ອງ​ລາວ​ຂອງນິດຕະຍາບໍ່​ແມ່ນເລື່ອງ​ລາວ​ຂອງ​ສາວ​ງາມ​ທີ່​​ໄປປະ​ກວດເພື່ອ​ໂຊ​ຄວາມ​ງາມ​ຂອງ​ຕົນແລະ​ເພື່ອຊື່​ສຽງ​,ຄວາມ​ດັງຫລື ຄວາມມີໜ້າ​ມີ​ຕາ​ເທົ່າ​ນັ້ນ,ແຕ່​​ເຫດຜົນ​ທີ່​ນິດຕະຍາ​ເຂົ້າ​ປະກວດ​ໂດຍ​ທີ່​ບໍ່​ໄດ້​ຕັ້ງ​ໃຈ​ໄວ້​ລ່ວງ​ໜ້າແລະທັ້ງໆ​ທີ່​ອາຍຸ​ແກ່​ກ່ວາ​ນາງ​ງາມ​ຄົນ​ອື່ນໆ​ນັ້ນ
ແມ່ນເພາະຢາກ​ໄດ້​ເງິນ​ລາງວັນມາ​ເປັນທຶນການ​ສຶກສາເພື່ອ​ໃຫ້​ໄດ້​ເຂົ້າຮຽນຕໍ່​ໃນມະຫາ​ວິທະຍາ​ໄລ​ຍ້ອນ​ວ່າຖານະ​ຄອບຄົວທຸ​ກຍາກ​ນິດຕະຍາ​
ຈຶ່ງ​ບໍ່​ສາມາດເຂົ້າ​ຮຽນ​ຕໍ່​ມະຫາວິທະຍາໄລ​ໄດ້ຫລັງ​ຈາກ​ທີ່​ຮຽນ​ຈົບ​ມັດທະຍົມ​ປາຍໃນ​ປີ 2003.ນາງຕ້ອງ​ໄດ້ເຮັດວຽກຫາເງິນ​ມາຊ່ວຍ​ລ້ຽງ​ຄອບ ຄົວເຊິ່ງ​ມີ​ພໍ່​ແມ່ອ້າຍເອື້ອຍ​ນ້ອງນໍາກັນ 10 ຄົນ.ດັ່ງ​ນັ້ນນາງງາມລັດ​ມິນ​ນີ​ໂຊ​ຕາ​ຄົນ​ນີ້ຈຶ່ງ​ບໍ່​ໄດ້​ມີ​ແຕ່​ຄວາມ​ງາມ​ເປັນ​ຄຸນ​ນະ​ສົມບັດ​ເທົ່າ​ນັ້ນແຕ່​ຍັງ​ມີ​ຄວາມ​ຮັບຜິດຊອບ​ສູງ​ແລະ​ກະຕັນຍູ​ຮູ້​ບຸນຄຸນ​ນໍາ​ອີກ. ນິດຕະຍາ​ເປັນ​ລູກ​ສາວ​ຂອງ​ທ່ານ​ເກສອນ​ແລະ​ຍານາງ​ແກ່ນ​ຈັນ ປານ​ມາໄລ​ທອງຈາກ​ແຂວງສະຫວັນ​ນະ​ເຂດ. ທ່ານ​ເກສອນ​ເລົ່າ​ກ່ຽວ​ກັບ​ລູກ​ສາວ​ຄົນ​ນີ້ ສູ່​ຟັງ​ວ່າ:
"ຖ້າຈະເວົ້າເຖິງເບື້ອງຫຼັງຂອງນິຕະຍານັ້ນພວກຂ້າພະເຈົ້າເອງເປັນອົບພະຍົບມາຢູ່ທີ່ສູນນາໂພ(ນະຄອນພະນົມ)ແລະຢູ່ທີ່ນັ້ນປະມານສອງປີ
ແລະນິຕະຍານັ້ນເກີດໃນວັນທີ່ 8/7/1985.ຫຼັງຈາກນັ້ນ ກໍ່ໄດ້ໄປຢູ່ສູນອົບພະຍົບປະເທດຟີລິບປິ່ນປະມານ6ເດືອນແລ້ວກໍ່ໄດ້ອົບພະຍົບໄປທີ່
ລັດມິນນີໂຊຕາທຳອິດໃນວັນທີ່ 24/10/1986. ເວລນັ້ນນິຕະຍາມີອາຍຸໄດ້ປະມານ1ປີກັບ16ວັນແລະຫຼັງຈາກນັ້ນມາພວກຂ້າພະເຈົ້າເອງກໍ່ໄດ້
ໄດ້ຍ້າຍໄປຫຼາຍບ່ອນຫຼາຍທີ່ແລະໃນສຸກທ້າຍກໍ່ໄດ້ກັບມາມິນນີໂຊຕາອີກ"

ນອກຈາກ​ນ້ອງ​ສາວ​ຫລ້າ​ຈະ​ເປັນ Down Syndrom​e ຫລືໂຣກປັນຍາ​ອ່ອນມີ​ພັດທະນາ​ການ​ຫລື​ການ​ເຕີບ​ໃຫຍ່​ທີ່​ບໍ່​ສົມບູນຍ້ອນ​ຄວາມ​ຜິດ​ປົກກະຕິ​ທາງ​ໂຄຣ​ໂມ​ໂຊມ ຫລື​ທາງ​ເຊື້ອ​ກໍາມະພັນ​ນັ້ນ​ແລ້ວ ແມ່ຂອງນິດຕະຍາ​ເອງກໍ່ມີສຸຂະພາບ​ບໍ່​ດີ ​ເປັນ​ໂຣກຫົວ​ໃຈ​ນໍາ​ດ້ວຍ.
ໃນ​ຄອບຄົວ​ທີ່​ມີ 10 ຄົນ​ນັ້ນ ມີແຕ່​ນິດຕະຍາ​ກັບ​ອ້າ​ຍ​ເຂີຍ​ເທົ່າ​ນັ້ນທີ່ເຮັດວຽກຫາ​ລ້ຽງ​ຄອບຄົວທັງໆ​ທີ່​ນິດຕະຍາ​ເອງ​ກໍ​ມີ​ຄວາມຮູ້​ພຽງ​ແຕ່​ຂັ້ນ​ມັດທະຍົມ​ປາຍ​ເທົ່າ​ນັ້ນ.ຍ້ອນ​​ໃຫຍ່​ຢູ່​ສະຫະລັດແລະໄດ້​ໃຊ້​ຊີວິດ​ສ່ວນ​ໃຫຍ່ຢູ່​ກັບເອື້​ອຍນ້ອງແທນ​ທີ່​ຈະ​ຕິດຕາມໄປ​ກັບ​ພໍ່​ແມ່ທີ່​ຍ້າຍລັດຢູ່ເລື້ອຍ ໆນັ້ນ ນິດຕະຍາ​ຈຶ່ງ​ບໍ່​ມີ​ໂອກາດ​ໄດ້ຮຽນ​ເວົ້າ​ພາສາ​ລາວຈົນ​ກະ​ທັງເມື່ອສາມ​ປີ​ມາ​ນີ້ ຈື່ງ​ຍັງ​ເວົ້າ​ບໍ່​ເກັ່ງ​ ແຕ່​​ກໍ​ພະຍາຍາມ​ເວົ້າ​ຢູ່​ເລື້ອຍໆກັບພໍ່​ແມ່​ເພື່ອ​ຈະ​ໄດ້​ເວົ້າ​ເກັ່ງ​ຂຶ້ນ.ນິດຕະຍາ​ເລົ່າ​ເຖິງ​ຊີວິດ​ຕອນ​ຍັງນ້ອຍ​ວ່າ: ນາງເຂົ້າໂຮງຮຽນປະຖົມຢູ່ລັດມິນນີໂຊຕາຫຼັງຈາກນັ້ນພໍ່ແມ່ໄດ້ພາຍ້າຍໄປ
ທີ່ລັດ ນອດເຄໂຣໄລນາກໍ່ເລີຍໄດ້ເຂົ້າຮຽນມັດທະຍົມຕອນຕົ້ນແລະຕອນປາຍຢູ່ທີນັ້ນແລະຮຽນຈົບໃນປີ2003ແລ້ວກໍ່ໄດ້ເຮັດວຽກເລີຍເປັນພະ ນັກງານຕ້ອນຮັບຢູ່ທະນາຄານແຫ່ງໜຶ່ງແລະຕໍ່ມາໄດ້ເຮັດວຽກຢູ່ນຳບໍລິສັດປະກັນໄພແຫ່ງໜຶ່ງ ແຕ່ຍ້ອນເປັນຄົນມີຮູບຮ່າງໄດ້ສັດສ່ວນ ນິຕະ ຍາຈຶ່ງໄດ້ໄປຊອກວຽກເຮັດເປັນນາງແບບນຳແຕ່ກໍ່ບໍ່ມີວຽກເຮັດຫຼາຍຍ້ອນວ່າຄົນລັດມີນີໂຊຕ້າມັກນາງແບບທີ່ມີຜົມສີທອງ,ຕາຟ້າຫຼີແບບຄົນຈີນ,ຄົນຍີ່ປຸ່ນຫຼາຍກ່ວາ.
ຫລັງຈາກ​ຮຽນ​ຈົບ​ມໍປາຍໃນ​ປີ 2003 ນິດຕະຍາ​ກໍ​ບໍ່​ໄດ້​ຮຽນ​ໜັງສື​ຕໍ່​ເລີຍ ຈົນ​ກະ​ທັ້ງ​ປີ​ກາຍ​ນີ້ຈຶ່ງ​ໄດ້​ເຂົ້າ​ຮຽນ​ທີ່ Normandale Commun ity College ທີ່​ເປັນມະຫາ​ວິທະຍາ​ໄລ​ຊຸມ​ຊົນທີ່​ພວກ​ນັກ​ສຶກສາ​ທຸກ​ຍາກ​ພາກັນ​ໄປ​ຮຽນ​ເອົາ​ອະນຸ​ປະລິນຍາ 2 ປີ​ ເພາະ​ຄ່າ​ຮຽນ​ບໍ່​ແພງ​ຫລາຍ ​ແລ້​ວຈຶ່ງ​ໄປ​ຮຽນຕໍ່​ມະຫາວິທະຍາ​ໄລ​ໃຫຍ່ອີກ 2 ປີ​ ເພື່ອ​ເອົາ​ປະ​ລີ​ນຍາ​ຕີ. ​ແຕ່ການ​ທີ່​ຈະ​ໄປ​ຮຽນ​ຕໍ່​ມະຫາວິທະຍາ​ໄລ​ໃຫຍ່​ນັ້ນ ກໍ​ຈະ​ຕ້ອງການ​ຄ່າ​ຮຽນ​ຫລາຍ​ໝື່ນ$ ນິດຕະຍາຈຶ່ງ​ເລີ່​ມຊອກ​ຫາ​ທຶນ​ສຶກສາແລ້ວ​ນາງ​ກໍ​ມາ​ພົບ​ເວັບ​ໄຊ້ຂອງຄະນະ​ກໍາມະການ​ປະກວດນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ກໍ​ເລີຍ​ຕັດສິນ​ໃຈເຂົ້າ​ສະໝັກທັງໆ​ທີ່​ບໍ່​ເຄີຍຄິດ​ມາ​ກ່ອນ​ແລະ​ກໍ​ບໍ່​ຄິດ​ວ່າຕົນ​ເອງ​ງາມເຖິງຂະໜາດ​ທີ່ຈະເຂົ້າ​ປະ​ກວດ​ນາງ​ງາມໄດ້.
ນິດຕະຍາເວົ້າວ່າ : ໃນໄລຍະສອງເດືອນໃນການກຽມໂຕນັ້ນ ນາງຕ້ອງໄດ້ໄປອອກກໍາລັງກາຍຢ່າງຂຸ້ນຂ້ຽວເພື່ອໃຫ້ຫຸ່ນດີ. ນອກນີ້ແລ້ວ ນາງຍັງຕ້ອງໄດ້ຊອກຮຽນຮູ້ກ່ຽວກັບຂ່າວທີ່ສໍາຄັນຕ່າງໆ ເພື່ອໃຫ້ທັນກັເຫດການໂລກ ເພື່ອໃຫ້ສາມາດຕອບຄໍາຖາມໄດ້ດີໃນຮອບສໍາພາດ. ສ່ວນເລື່ອງເຄື່ອງນຸ່ງເສື້ອຜ້າ ນາງຕ້ອງໄດ້ຊອກເອົາເອງໝົດຕະຫລອດທັງເຄື່ອງແຕ່ງໜ້າແຕ່ງຕາ,ເຮັດຜົມແລະຫາສະປອນເຊີມາຊ່ວຍໃນ ເລື່ອງຄ່າໃຊ້ຈ່າຍ,ແຕ່ກໍມີທຸລະກິດທ້ອງຖິ່ນພຽງສອງສາມຮ້ານເທົ່ານັ້ນທີ່ໃຫ້ເງິນມາບ່ອນລະ100-200 ໂດລາ,ແຕ່ສ່ວນຫລາຍແລ້ວ ຈະແມ່ນ
ຍາດພີ່ນ້ອງແລະໝູ່ເພື່ອນ,ແຕ່ກໍໄດ້ໜ້ອຍຫລາຍ ແລະ ຄອບຄົວຂອງນາງເອງກໍທຸກຍາກ,ຂະໜາດທີ່ວ່າບໍ່ມີເງິນພໍທີ່ຈະຊື້ປີ້ໃຫ້ໝົດທຸກຄົນໃນ ຄອບຄົວໄປເບິ່ງມື້ປະກວດນັ້ນໄດ້ ມີແຕ່ແມ່ແລະເອື້ອຍເທົ່ານັ້ນທີ່ໄດ້ໄປເບິ່ທງໃຫ້ກໍາລັງໃຈນິດຕະຍາເຖິງແມ່ນລາຄາປີ້ເຂົ້າຊົມມີພຽງແຕ່ 30-
40 ໂດລາເທົ່ານັ້ນ.
ນີ້ແຫຼະເປັນທີ່ໄປທີ່ມາຂອງສາວລາວຕ່າງແດນຄົນໜຶ່ງທີ່ພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອສ້າງອານາຄົດທີ່ດີໃຫ້ແກ່ຕົນເອງແລະ
ຄອບຄົວ






ທີ່ມາ


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ງາມໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຳແບບບໍລິສຸດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກັ່ງເນາະ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ດຳແບບບໍລິສຸດ



ດຳດີສີບໍ່ຫຼ່າແບບນີ້ລະສເປັກຄົນຕ່າງປະເທດເຂົາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຳກະມີພຽງແຕ່ຜິວກາຍ ຖ້າເຮົາບໍ່ຄຶດຫລາຍ ກະງາມຄືກັນ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ະໆໆ ທີ່ມານ່າ ເລື້ອມໃສ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາວລາວສະໃໝໄໝ່

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກ່ງຫຼາຍ



໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມໆ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ເກ່ງຫຼາຍ



ບໍ່ແມ່ນຈັງຊີ້ເບາະ ເກັ່ງ ນະ


໒ ກະທູ້
໑໗໘ ໂພສ
ນັກການກະທູ້
Pen kum lung jai hai kon lao num kun dr!

Just cuase I Love anime doesn't mean I don't have a life