ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ພຶດຕິກຳໃນການກິນເຂົ້າ

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ມື້ກ່ອນມີການລົມກັນເລື່ອງມາລະຍາດໃນການກິນເຂົ້າ, ກາເລີຍລອງເອົາມາລົມກັນ ວ່າພວກທ່ານຄິດແນວໃດ ກ່ຽວກັບຄົນທີ່ກິນເຂົ້າສຽງດັງ, ທັງກິນທັງເວົ້າ, ກິນ ແລະ ສັ່ງມູກ ເອື້ອມສຽງດັງຕ່າງໆນາໆໄປນຳ ເຮີ ບໍ່ຈັກອິບັນຍາຍ ແຕ່ມາຢູ່ຈີນນີ້ກາປະມານວ່າເຈີະມາໝົດ ຈົນບໍ່ຢາກໄປກິນເຂົ້າຢູ່ໂຮງອາຫານ ຕ້ອງຊື້ແລ້ວຫອບມາກິນຫ້ອງເອົາ, ມື້ກ່ອນກາມີລຸ້ຍເອື້ອຍມາເວົ້າວ່າ ນັ່ງກິນດີໆ ແລ້ວກິນຢູ່ເຊິ່ງໜ້າກາສາວງາມໆໆ ແຕ່ງໂຕກາດີ ແຕ່ກິນແລ້ວ ເອົານ້ຳບ້ວນປາກແລ້ວກາຖົ່ມໃສ່ຖ້ວຍນ້ອຍໃສ່ຂີ້ເຍື້ອທາງກາງ ຄິດເອົາໂຕະກິນເຂົ້າໂຮງອາຫານມັນການ້ອຍໆ ນັ່ງກາຈົນສິຫົວຕຳກັນລະ ແລ້ວມັນເຮັດແບບນັ້ນ ຈັກນ້ຳມັນຕົກໄປໃສແນ່ ອື່ມມມ ເວົ້າມາລະກາ ອື່ມມ..

有自信不一定赢 没自信一定输

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຢູ່ຫວຽດກະເຈິຫຼາຍ ແຕ່ບໍ່ເຖິງຂະໜາດນັ້ນເຈິແຕ່ຄາກຂີ້ກະເທິ ເວົ້າມາລະກະບໍ່ຢາກເຂົ້າ

"no one is perfect"

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ເອົ້າ ອ້າຍນ້ອງເຮົາກາເປັນເບາະ

ກ໊າກກກກກກກ

ມື້ນີ້ີມີຄົນບອກວ່າຢາກແນະນຳຜູ້ບ່າວຈີນໃຫ້ສະເດະ

ຂ້ອຍກາເລີຍຕອບໄປວ່າ ໄດ້ ຖ້າກິນເຂົ້າສຸພາບ ກັບ ອາບນ້ຳທຸກມື້ ເຮີໆໆໆໆ

有自信不一定赢 没自信一定输

໐ ກະທູ້
໑໑໔ ໂພສ
ນັກການກະທູ້
ຢູ່ຈິນກະຄືກັນ,ເຮົາກີນເຂົ້າຢູ່ດີໆໆ ຈັກມາແຕ່ແຈໃດ....ມາຄາກຂີ້ກະເທິຖົ່ມນ້ຳລາຍຢູ່ຂ້າງໆໆໆ ເວົ້າມາລະບໍ່ຢາກກີນແຂົ້າຄືກັນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິ່ຕົນນໍ ທີ່ຕ້ອງພົບກັບມາຣະຍາດທີ່ ຍັງ*********ງໄກ ໂລກສີວິລັຍ!!

ເພາະບໍ່ເຄີຍໄດ້ ສຳຜັດກັບ ``SAVOIR VIVRE``


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍມາລະຍາດສຸດໆເລີຍ ຮັບບໍ່ໄດ້

you will when you believe

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເຫັນແບບນັ້ນກະກິນບໍ່ຢາກລົງລະ

ສົມພໍ ອ ຫວານໃຈ ຈຶ່ງຄີງບາງຮ່າງນ້ອຍເນາະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຖົ່ມນ້ຳລາຍ , ກັບຄາກຂີ້ກະເທີ ໂລເລ ,,, ນີ້ຮັບບໍ່ໃດ້ເລີຍ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ jianghamoli ຂຽນວ່າ...
ຢູ່ຈິນກະຄືກັນ,ເຮົາກີນເຂົ້າຢູ່ດີໆໆ ຈັກມາແຕ່ແຈໃດ....ມາຄາກຂີ້ກະເທິຖົ່ມນ້ຳລາຍຢູ່ຂ້າງໆໆໆ ເວົ້າມາລະບໍ່ຢາກກີນແຂົ້າຄືກັນ


ໄຄແນ່ແຕ່ຊິຈົບລະ ອິໆ ບາດນິກະບາຍໆຫວຽດນາມໄປກິນຢູ່ບ້ານເຮົາພຸ້ນລະ ອິໆ

"no one is perfect"

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຮັບບໍ່ໄດ້ເຊັ່ນກັນ ແຖມຖ້າເປັນແບບລຸ້ນເອື້ອຍ ຂອງເຈົ້າຂອງກະທູ້ຄົງຈະກິນເຂົ້າບໍ່ລົງ ແທ້ໆລະມື້ນັ້ນນະ

ຄັນກິນແລ້ວກະຄືຈະຄາຢູ່ຄໍ ແບບວ່າອື່ມໆໆໆຂະຫນາດເລີຍ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັບບໍ່ໄດ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຮັບບໍ່ໄດ້ ຂ້າມັນຖິ້ມ ຮິຮິຮິ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງທີມັນກະເປັນໂດຍບໍ່ຕັ້ງໃຈ .. ອິອິ

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxFxX ຂຽນວ່າ...
ຮັບບໍ່ໄດ້

ເຈົ້າກະເປັນແນວນັ້ນຕົ້ວ.. ກິກິ

<-----ຄົນໃຈດີແຟນຄລັບ