ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 1 ຈາກທັງໝົດ 15 ໜ້າ <<<123 ... 1112131415>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຫຼັກການ

ກາງ-ເອກ-ໂທ----------ກາງ-ເອກ-ກາງ-ກາງ
ກາງ-ກາງ-ກາງ--------ເອກ-ກາງ-ກາງ-ໂທ
ກາງ-ກາງ-ໂທ----------ກາງ-ກາງ-ກາງ-ເອກ
ກາງ-ເອກ-ໂທ----------ກາງ-ໂທ-ເອກ-ກາງ

ອະແຮມ ອະແຮມ

ທ່ານໃດເຂົ້າມາທີ່ນີ້---------------ໃຫ້ອອກຄຳເຫັນເປັນກອນ
ເຖິງບໍ່ຖືກຫຼັກໄວຍາກອນ----------ຢູ່ບາງບ່ອນກໍ່ຕາມທ້ອນ
ຖ້າບໍ່ມ່ວນຫວານອ້ອນ------------ກໍ່ໃຫ້ຂຽນໄປກ່ອນ
ແຕ່ໃຫ້ເປັນກອນກ່ອມຊ້ອນ-------ໜ້ອຍໜຶ່ງກໍ່ເອົາແທ້ເດີ


ສ່ວນຫຼັກການຂ້ອຍນັ້ນ-------------------ຕາມທີ່ອາຈານບອກມາ
ກາຍເອກໂທບໍ່ເປັນຫຍັງ-----------------ແຕ່ຖ້າຂາດໄປຈະບໍ່ມ່ວນແລ້ວ
ທຸກບ່ອນໃຫ້ຕື່ມເອກໂທນັ້ນ--------------ຕ້ອງຕື່ມໃຫ້ໝົດກ່ອນ
ມາຄິດເນື້ອໃນພ້ອມ-----------------------ຈິ່ງໄດ້ກອນມ່ວນດັ່ງຫວັງວ່າເດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າໃຫ້ລໍຈະຊັກຊ້າ-------------- ຂ້ອຍຊິແຕ່ງກ່ອນເດີອອກຄຳເຫັນ
ຄິດວ່າບໍ່ຍາກລຳເຄັນ-----------ຕອບຄຳເຫັນເປັນກອນກໍ້
ໃຫ້ທຸກຄົນຢ່າທໍ້------------------ໃນນາໆທຸກອຸປະສັກ
ເຖິງມັນຈະໜັກແທ້---------------ໃຫ້ຮູ້ໄວ້ວ່າຂ້ອຍແຕ່ງກອນມົ້ວດອກເດີ


໗ ກະທູ້
໑໖໔ ໂພສ
ນັກການກະທູ້
ອ່ານກອນ ຈົນຢາກນອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppsinh199 ຂຽນວ່າ...
ອ່ານກອນ ຈົນຢາກນອນ


ບອກແລ້ວໃດທ່ານນີ້--------------ວ່າໃຫ້ແຕ່ງເປັນກອນ
ຢ່າທຳທ່າອອນຊອນ---------------ໃຫ້ແຕ່ງເປັນກອນແທ້ໃດນີ້
ຢ່າຕວະວ່າແຕ່ງບໍ່ເປັນສ່ຳນີ້-------ໃຫ້ຂຽນມົ້ວກໍ່ຄືແຕ່ງ
ແຕ່ງບໍ່ເປັນກໍ່ຢ່າທ້ອນ---------------ແຕ່ໃຫ້ແຕ່ງແທ້ນະເຈົ້າເອີຍ!



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈຳເປັນຕ້ອງອິງໃສ່ຫຼັກການທ່ຽງແທ້---------------ເອົາແນ່ນອນບໍ່ໄດ້
ໃຫ້ຂຽນເປັນວັກອອກມາ------------------------------ຈົ່ງລອງເບິ່ງນຳໃຊ້
ບໍ່ຈຳເປັນແຍກໄຈ້---------------------------------------ໃຫ້ທຸກອັນຖືກໝົດດອກ
ໃຫ້ມັນເກາະກ່າຍໄປເລັກນ້ອຍ-------------------------ພໍໄດ້ມ່ວນກໍ່ດີແລ້ວທ່ານເອີຍ



໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງກອນນີ້ຢາກຫົວເປັນພາສາຝລັ່ງ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ເວົ້າເລື່ອງກອນນີ້ຢາກຫົວເປັນພາສາຝລັ່ງ!


ຫົວເປັນພາສາຝຣ່ັງແບບໃດທ່ານນີ້-------------------ຫົວໃຫ້ຂ້ອຍຟັງແນ່ດູ
ຍັງບໍ່ທັນເຄີຍຍິນ--------------------------------------ວ່າຫົວເປັນແນວໃດແທ້
ຫົວແລ້ວມາກວດແກ້---------------------------------ຕ່າງຈາກລາວຫົວບໍ່
ຂ້ອຍກໍ່ຢາກຮູ້ແທ້ກໍນີ້---------------------------------ມື້ໜ້າມາຫົວໃຫ້ຟັງແນ່ເດີ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນໄປຄືຂຽນເລື່ອງນັ້ນ------------------ບໍ່ຕ້ອງຄິດຫຍັງຫຼາຍ
ຂຽນໄປພໍໄດ້1ບາດ--------------------ດັ່ງອອກຄຳເຫັນພ້ອມ
ບໍ່ຕ້ອງຍອມຈຳນົນສ່ຳນີ້--------------ມາເຕີມກອນກໍ່
ຢ່າໄດ້ຟ້າວທໍ້ແທ້---------------------ແຕ່ງກອນແກ້ໃຫ້ອ່ານແນ່ເດີ ທ່ານເອີຍ :)


໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ແຕ່ງບໍ່ເປັນແທ້ໆ------------------- ຈັກສິແຕ່ງແນວໃດດີ
ໃຫ້ມັນມ່ວນແລະຈັບໃຈ-------------------ຄົນທີ່ອ່ານກະທູ້ນີ້
ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ-------------------ສຽງຫົວຂວັນຄົງດັງສະໜັ່ນ
ເລື່ອງແຕ່ງກອນ-ກະວີນັ້ນ-------------------ຂ້ອຍລະຍອມແທ້ໆ....ທ່ານເອີຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ແຕ່ງບໍ່ເປັນແທ້ໆ ຈັກສິແຕ່ງແນວໃດດີ
ໃຫ້ມັນມ່ວນແລະຈັບໃຈ ຄົນທີ່ອ່ານກະທູ້ນີ້
ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ ສຽງຫົວຂວັນຄົງດັງສະໜັ່ນ
ເລື່ອງແຕ່ງກອນ-ກະວີນັ້ນ ຂ້ອຍລະຍອມແທ້ໆ....ທ່ານເອີຍ



ໂອ ຂະໜາດເວົ້າວ່າແຕ່ງບໍ່ມ່ວນ-----------------ຍັງອ່ານໄດ້ເປັນກອນ
ກໍ່ມ່ວນອອນຊອນໃດ-------------------------------ໄຄກວ່າບໍ່ແຕ່ງຊ້ຳ
ແຕ່ງອີກເດີເທື່ອໜ້າ-------------------------------ຊິຕັ້ງຕາລໍອ່ານ
ແຕ່ງໄປເລື້ອຍໆຫາກໄດ້-------------------------ກອນມ່ວນອອນຊອນແທ້ເດີ ສາວເອີຍ


໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນ
ອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ
ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ
ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ແຕ່ງບໍ່ເປັນແທ້ໆ------------------- ຈັກສິແຕ່ງແນວໃດດີ
ໃຫ້ມັນມ່ວນແລະຈັບໃຈ-------------------ຄົນທີ່ອ່ານກະທູ້ນີ້
ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ-------------------ສຽງຫົວຂວັນຄົງດັງສະໜັ່ນ
ເລື່ອງແຕ່ງກອນ-ກະວີນັ້ນ-------------------ຂ້ອຍລະຍອມແທ້ໆ....ທ່ານເອີຍ


ອັນຄຳວ່າຫົວດັງສະໜັ່ນນັ້ນ----------------ດັງສະນັ່ນແທ້ຢູ່ບ່ອນໃດ
ເຈົ້າຫາກຄິດໄປໄກ--------------------------ບໍ່ມີໃຜຫົວແຮງປານນັ້ນ
ມາແຕ່ງກອນກາບສັ້ນ-----------------------ມາໃຫ້ໄດ້ອ່ານ
ຢ່າຄິດໄປແນວຕ້ານ-------------------------ບໍ່ມີໃຜຫົວສະທ້ານດັ່ງວ່າດອກນ໋າ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...
ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນ
ອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ
ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ
ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ



ໂອເຈົ້າແຕ່ງກາບກອນມ່ວນແທ້----------------ມາແຕ່ງຫຼິ້ນຍິນດີນຳ
ເຮົາມາແຕ່ງເປັນກອນ--------------------------ບໍ່ຕ້ອງຄິດບັນທອນຫຍັງທັງນັ້ນ
ຢ່າເວົ້າວ່າແຕ່ງບໍ່ໄດ້---------------------------ເຈົ້າແຕ່ງໄດ້ມ່ວນຫຼາຍຫຼາກ
ມາແຕ່ງກອນກາບກ້ຽວ--------------------------ແຕ່ງມ່ວນແທ້ແນ່ນອນທ່ານເອີຍ :)



໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫວັນຢູ່ໃນອົກ
ນະລົກຢູ່ໃນໃຈ
ພໍເຈົ້າຖອດເສື້ອໃນ
ໂອ...!ສະຫວັນໃຫຍ່ອີ່ຫຼີ!


໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...
ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນ
ອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ
ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ
ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ



ໂອເຈົ້າແຕ່ງກາບກອນມ່ວນແທ້----------------ມາແຕ່ງຫຼິ້ນຍິນດີນຳ
ເຮົາມາແຕ່ງເປັນກອນ--------------------------ບໍ່ຕ້ອງຄິດບັນທອນຫຍັງທັງນັ້ນ
ຢ່າເວົ້າວ່າແຕ່ງບໍ່ໄດ້---------------------------ເຈົ້າແຕ່ງໄດ້ມ່ວນຫຼາຍຫຼາກ
ມາແຕ່ງກອນກາບກ້ຽວ--------------------------ແຕ່ງມ່ວນແທ້ແນ່ນອນທ່ານເອີຍ :)



ມາຊ່າງວາຈາເວົ້າ ເຊີນຊວນໃຫ້ໃຈມ່ວນ
ແຕ່ລະຄຳມ່ວນແມ້ງ ຂານຂໍ້ຕໍ່ພະຫຍາ
ຫາຍາກຫລາຍເດີຫລ້າ ຄົນຮຸ່ນໃຫມ່ໃຈຮັກກອນ
ຈົ່ງຢ່າຄອນແຄນຢຸດ ໃຫ້ພ່ຳພຽນຂຽນເລື້ອຍ
ບໍ່ນອນນອນພາຍພາກຫນ້າ ຈະກາຍເປັນນັກຂຽນກາບ
ເຂົາຈະພາກັນປາບປື້ມ ຍ້ອນອ່ານກອນກາບເຈົ້າ ຊືມແຈ້ງແຫ່ງມະໂນ ແທ້ໄດ໋


ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ກອນຂຽນບໍ່ໄດ້................ແລະບໍ່ເຂົ້າໃຈຂຽນກາບ
ນຶກພາບແຮງບໍ່ອອກ.........ຊິຂຽນແນວໃດໄດ້
ແນວເພີ່ນອອກເປັນຂໍ້........ກຳນົດກົດໃສ່
ວ່າໃຜເຂົ້າມາເມັ້ນ............ໃຫ້ເປັນກາບກອນໝົດ ຊັ້ນເດ!


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຄິດສ້າງສັນດີຫລາຍເຈົ້າ..........ທີ່ໝາຍມຸ່ງສົ່ງເສີມກອນ
ວອນທຸກຄົນມາລຽງລອນ.........ວາດວະຈີເປັນກອນກ້ອມ
ແຕ່ຂໍຍອມກ່ອນແລ້ວ..............ເລື່ອງກອນນີ້ແຕ່ງບໍ່ເປັນ
ຕາມັນເຫັນບໍ່........................ເລີຍສັ່ງໃຫ້ມືຄລິກ
ຄລິກເຂົ້າມາຈົນໄດ້.................ໃນເມື່ອມາເຫັນແລ້ວ
ຊິແລດາຍກໍ່ບໍ່ຄ່ອງ..................ເລີຍລອງຫັດແຕ່ງແຕ້ມ
ຖະແຫລງຂໍ້ກ່າວຄຳເຫັນ..........ເປັນສັນໃດຢ່າຫົວລໍ້ ເດີທ່ານ
ເພາະລັກການຂ້ອຍບໍ່..............ອົດສາສູ້ໄດ້ສ່ຳນີ້ສຸດເທົ່ານີ້ແທ້ດີຫລີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ສະຫວັນຢູ່ໃນອົກ
ນະລົກຢູ່ໃນໃຈ
ພໍເຈົ້າຖອດເສື້ອໃນ
ໂອ...!ສະຫວັນໃຫຍ່ອີ່ຫຼີ!



ອັນນີ້ກໍ່ມ່ວນແມ້ງ-----------------ແຕ່ເຂົາເອີ້ນສຸພາສິດ
ຫຼືວ່າເຮົາຈະຄິດ-----------------ເປັນແບບຄຳຄົມກໍ່ໄດ້
ອັນສະຫວັນທີ່ວ່າໄວ້------------ແນ່ນອນມັນຕ້ອງໃຫຍ່
ເພາະວ່າໄກທົ່ວແຜ່ນຟ້າ-------------ສະຫວັນໜ້າຊິບໍ່ໃຫຍ່ໄດ້ຈັ່ງໃດເດນໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

ມາຊ່າງວາຈາເວົ້າ ເຊີນຊວນໃຫ້ໃຈມ່ວນ
ແຕ່ລະຄຳມ່ວນແມ້ງ ຂານຂໍ້ຕໍ່ພະຫຍາ
ຫາຍາກຫລາຍເດີຫລ້າ ຄົນຮຸ່ນໃຫມ່ໃຈຮັກກອນ
ຈົ່ງຢ່າຄອນແຄນຢຸດ ໃຫ້ພ່ຳພຽນຂຽນເລື້ອຍ
ບໍ່ນອນນອນພາຍພາກຫນ້າ ຈະກາຍເປັນນັກຂຽນກາບ
ເຂົາຈະພາກັນປາບປື້ມ ຍ້ອນອ່ານກອນກາບເຈົ້າ ຊືມແຈ້ງແຫ່ງມະໂນ ແທ້ໄດ໋




ວ໋າວ ເຈົ້ານີ້ຊ່າງແຕ່ງກອນກາບມ່ວນ--------------------ຊວນໃຫ້ອອນຊອນຫຼາຍ
ຂຽນກອນໄດ້ຈັບໃຈ---------------------------------------ທ່ານຜູ້ອ່ານແທ້ເດີນີ້
ທ່ານຂຽນກອນຈັ່ງຊີ້---------------------------------------ໃຈມ່ວນອອນຊອນຕໍ່
ກາບກອນກໍ່ຂອງເຈົ້າ--------------------------------------ມ່ວນແມ້ງແຫ່ງມະໂນ

ຄຳວ່າມະໂນນັ້ນ---------------------ໝາຍເຖິງຈິດໃຈແມ່ນບໍ?
ມ່ວນແມ້ງແຫ່ງມະໄນໃນ------------ໝາຍເຖິງມ່ວນໃນໃຈແມ່ນບໍເຈົ້າ
ຂ້ອຍຍັງບໍ່ເຂົ້າໃຈແທ້---------------ເລີຍຖາມໄຖ່ຕໍ່
ຫາກກາຍມາເຫັນກອນນີ້------------ແປໃຫ້ແນ່ເດີ ຂອບໃຈ :)




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ກອນຂຽນບໍ່ໄດ້................ແລະບໍ່ເຂົ້າໃຈຂຽນກາບ
ນຶກພາບແຮງບໍ່ອອກ.........ຊິຂຽນແນວໃດໄດ້
ແນວເພີ່ນອອກເປັນຂໍ້........ກຳນົດກົດໃສ່
ວ່າໃຜເຂົ້າມາເມັ້ນ............ໃຫ້ເປັນກາບກອນໝົດ ຊັ້ນເດ!



ເຈົ້າກໍ່ຂຽນກອນໄດ້------------------ມ່ວນກ່ອມແລ້ວເດ
ຖ້າເຈົ້າຂຽນໄປໄກ-------------------ຍິ່ງມ່ວນໄປອີກພ້ອມ
ຊິໃຫ້ເປັນກອນກ້ອມ-----------------ຢ່າລັງເລໃຈຢູ່
ຂຽນໄປກ່ອນໂລດແລ້ວ-------------ມາກວດແກ້ຫາກຊິມ່ວນດອກນ໋າ ອິອິ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຄິດສ້າງສັນດີຫລາຍເຈົ້າ..........ທີ່ໝາຍມຸ່ງສົ່ງເສີມກອນ
ວອນທຸກຄົນມາລຽງລອນ.........ວາດວະຈີເປັນກອນກ້ອມ
ແຕ່ຂໍຍອມກ່ອນແລ້ວ..............ເລື່ອງກອນນີ້ແຕ່ງບໍ່ເປັນ
ຕາມັນເຫັນບໍ່........................ເລີຍສັ່ງໃຫ້ມືຄລິກ
ຄລິກເຂົ້າມາຈົນໄດ້.................ໃນເມື່ອມາເຫັນແລ້ວ
ຊິແລດາຍກໍ່ບໍ່ຄ່ອງ..................ເລີຍລອງຫັດແຕ່ງແຕ້ມ
ຖະແຫລງຂໍ້ກ່າວຄຳເຫັນ..........ເປັນສັນໃດຢ່າຫົວລໍ້ ເດີທ່ານ
ເພາະລັກການຂ້ອຍບໍ່..............ອົດສາສູ້ໄດ້ສ່ຳນີ້ສຸດເທົ່ານີ້ແທ້ດີຫລີ



ເຈົ້າກໍ່ແຕ່ງມ່ວນແລ້ວ---------------ຢ່າປະມາດຕົວເອງ
ຈົ່ງໄດ້ແຕ່ງບັນເລງ-----------------ແບບຮ້ອງເພງໄປກໍ່ໄດ້
ບໍ່ຕ້ອງອາຍໃຜທັງນັ້ນ--------------ໄດ້ຫົວໄປໃຈກໍ່ມ່ວນ
ຊວນກັນແຕ່ງກອນກ້ອມ------------ໃຈພ້ອມມ່ວນມະໂນ ແທ້ເດ ອິອິ



໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດ
ຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ
ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ
ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!!





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ...
ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດ
ຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ
ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ
ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!!






ສະບາຍດີທ່ານເຈົ້າ----------------ມາເວົ້າແຕ່ງເປັນກອນ
ໃຫ້ມັນມ່ວນອອນຊອນ--------------ດັ່ງກອນເຈົ້າວ່າໄວ້
ແຕ່ຂ້ອຍບໍ່ເຂົ້າໃຈຊ້ຳ---------------ຄຳວ່າກອນຫຍາບ
ຄືຊິກັດກິນບໍ່ໄດ້---------------------ເພາະວ່າຫຍາບແທ້ແນວໃດ ເດນໍ ອິອິ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເຂົ້າມາຊື່ໆ……………..ບໍ່ໄດ້ມາແຕ່ງກ່ອນ
ກຳລັງວ່າຈະໄປນອນ……….ເລີຍມາອ່ານກອນເຈົ້າ
ແຕ່ລະທ່ານກະຄອ່ຍເວົ້າ……..ມ່ວນຫຼາຍເປັນຕາອ່ານ
ໄວ້ມື້ໜ້າຄັນບໍ່ຄ້ານ………ລະສິມາຕ້ານກ່າວຜະຫຍາ….ເດີສາວພາຄົນງາມເອີຍ!



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ...............ແບບນີ້ກະໄດ້ບໍ ???


ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ...
ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດ
ຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ
ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ
ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!!






ສະບາຍດີທ່ານເຈົ້າ----------------ມາເວົ້າແຕ່ງເປັນກອນ
ໃຫ້ມັນມ່ວນອອນຊອນ--------------ດັ່ງກອນເຈົ້າວ່າໄວ້
ແຕ່ຂ້ອຍບໍ່ເຂົ້າໃຈຊ້ຳ---------------ຄຳວ່າກອນຫຍາບ
ຄືຊິກັດກິນບໍ່ໄດ້---------------------ເພາະວ່າຫຍາບແທ້ແນວໃດ ເດນໍ ອິອິ





ສະບາຍດີນາງເຈົ້າ--------------ສິມາເວົ້າໃຫ້ຟັງ
ອັນວ່າກອນຫຍາບນັ້ນ-----------ກໍ່ບໍ່ຮູ້ຄືກັນ
ຄຳວ່າກອນຫຍາບນັ້ນ-----------ມີມາດົນແລ້ວ
ຫາກນັກປາດຜູ້ໃດຮູ້---------------------ລອງມາເວົ້າໃຫ້ັຟັງແດ່ດຸ ທ່ານເອີຍ!!!!!




໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຢ່າຟ້າວຍ້ອງເທື່ອທ້ອນ..........ວ່າຂ້ອຍແຕ່ງກອນມ່ວນ ອວນເອີຍ
ກວ່າຈະເອີ່ຍເປັນກອນ...........ແສນຍາກເຢັນຈິງແທ້
ສຸດແຕ່ໃຈຢາກຂຽນ..............ລຽນອັກສອນໃຫ້ມັນຄ່ອງ
ເປັນທຳນອງກະວີກ່າວ..........ແຕ່ແວວວາວມັນບໍ່ໃຫ້ ເລີຍໄດ້ແຕ່ອ່ານເຂົາ




໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ໜ້າທີ່ 1 ຈາກທັງໝົດ 15 ໜ້າ <<<123 ... 1112131415>>>