ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 13 ຈາກທັງໝົດ 15 ໜ້າ <<<12345 ... 1112131415>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
[
+ມັນແຈ່ມແຈ້ງ.................................ແປປ່ຽນແນວໃດ
ພາ ຈາໄຂ......................................ວ່າໄປບໍຮູ້
ດູດາເຈົ້າ.......................................ຄົນງາມແສນເກັ່ງ
ຂໍຢ່າໄດ້........................................ມາລໍ້ດອກລວງ.ສ່ຽວເອີຍ
ຫລັງຈາກມີຫມາຍຈໍ້າແລ້ວທັດໄປແມ່ນຄຳໂຕ່ງໂຕ້ຍ(ບໍ່ມີຄວາມຫມາຍຫຍັງ)...ມັກໃຊ້ໃນທ້າຍບາດກອນຫັ້ນຫນ່າ

ເວນກຳແລ້ວ------------------------ກັນຫຼອກອະເລີເທົາ
ຄິດໄປຍາວ-------------------------ບໍ່ດີເດີເຈົ້າ
ເປັນສ່ຽວແລ້ວ----------------------ຢ່າວ່າແນວອື່ນ
ກັນລະຢ້ານ-------------------------ຄຳເວົ້າເທົາຫັ້ນ

+ ເປັນປານນັ້ນ..............................ອັນວ່າສາວພາ
ເຮົາພຽງຈາ..................................ວ່າຕົວຂອງເຈົ້າ
ຄືມາເວົ້າ......................................ລວງຫລອກຕົວເອງ
ເຮົາບໍ່ກ້າ......................................ຈາເວົ້າຈີບໂຕ.ດອກຫນ່າ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ເປັນປານນັ້ນ..............................ອັນວ່າສາວພາ
ເຮົາພຽງຈາ..................................ວ່າຕົວຂອງເຈົ້າ
ຄືມາເວົ້າ......................................ລວງຫລອກຕົວເອງ
ເຮົາບໍ່ກ້າ......................................ຈາເວົ້າຈີບໂຕ.ດອກຫນ່າ

ຈ່ງວ່າຫັ້ນ---------------------------ກັນຫຼອກເລີເທົາ
ກັນລະງົງ---------------------------ບໍ່ໄດ້ຫຼອກຫຍັງນີ້
ເວົ້າມາເຈົ້າ-------------------------ອັນໃດທີ່ຫຼອກ
ຫຼືເປັນຄຳເວົ້າ-----------------------ມາເຂົ້າໃຫ້ກອນມ່ວນ ແມ່ນບໍ?

+ ໂອແມ່ນເຈົ້າ...................................ໂຕບໍ່ໄດ້ຫລອກ
ພຽງຈາຢອກ......................................ຢ່າຫລອກຕົວເອງ
ຕອບພຽງນີ້........................................ພໍໃຈບໍສ່ຽວ
ກອນກ່າວກ້ຽວ....................................ໄປຫນ້າອີກໃດ

ງົງອີກແລ້ວ---------------------ໃຜຫຼອກຕົວເອງ
ບໍ່ເປັນຫຍັງ----------------------ກັນຊິໄປກ່ອນເດີເຈົ້າ
ມາເວົ້າຢອກຫຼິ້ນ----------------ຈາໄປຊື່ໆ
ບໍ່ມີຫຍັງດອກເຈົ້າ--------------ຫວ່າງແລ້ວຊິມາແຕ່ງອີກເດີ

ອ່າວງົງອີກຫວາ...ຢ່າຫລອກຕົວເອງ....ບໍ່ແມ່ນຂ້ອຍແລ້ວຊິແມ່ນໃຜລະ...?
+ ໄປທາງໃດເດລະເຈົ້າ............................ຄືມາລາເຮົາໃຫ້ຄິດຮໍ່າ
ມື້ໃດຫາກພໍ້າພ້ອມ...................................ເຮົາມາສ້ອມແຕ່ງກາບກອນ
ແສນອອນຊອນແລະມ່ວນແມ້ງ......................ຍາມເຈົ້າແຕ່ງວາດກະວີ
ສຸກໂຊກດີໃດເຈົ້າ....................................ເຊີນມາເວົ້າຕອບຕໍ່ໄປ.ອີກໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຕອ້ງການມີເພື່ອນພ້ອງ.................ຮ່ວມສຳພັນຮັກຮໍ່
ຫວັງຕໍ່ການຢ່ອງຢ້ຽມ...................ຍາມໄຂ້ໄດ້ຢ່ອງຢາມ
ຍາມໄປມາທາງໃດ......................ຖາມໄຖ່ເຖິງທຸກສຸກກັນຂ້ອຍເຈົ້າ
ເຮົ້າໂຮມກັນກ່ອມກ້ຽວ..................ປະສານກຽວຮັກຮ່ວມ ຊິມີບໍໜໍ!!!!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ມີຖ່ອງແທ້---------------------ເລື່ອງພີ່ນ້ອງຫຼາຍ
ບໍ່ຂາດສາຍ-------------------ຫຼັ່ງໄຫຼມາໃກ້
ຄັນໄປພຸ້ນ---------------------ບ້ານນາບ້ານນອກ
ເຂົາຮັກໝັ້ນ-------------------ຖະໜອມໃຈເຈົ້າດີຫຼາຍ

ໃນເມືອງນີ້---------------------ຄິດຫາຍາກຫຼາຍ
ຍ້ອນເຂົາຟ້າວໄປ-------------ເຮັດວຽກງານໃຫ້ແລ້ວ
ເຂົາວຸ້ນວຽກ--------------------ວຸ້ນງານຫຼາຍຫຼາກ
ບາງທີກໍ່ເບິ່ງຂ້າມ--------------ຮັກແທ້ຫາຍາກເຢັນ

ແຕ່ກໍ່ມີຢູ່ຫັ້ນ------------------ຖ້າເຮົາຫາກສະແຫວງຫາ
ເຖິງບໍ່ມີຫຼາຍມາ--------------ອາດມີຄົນຈິງໃຈໜ້ອຍ
ຫາກພົບຄົນຈິງໃຈນັ້ນ-------ຖືເປັນລາບອັນປະເສີດ
ຂອງຄົນເມືອງຫຼວງນີ້--------ມີຍາກແທ້ເທົ່າທີ່ເຫັນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາດລາວມີມາໄດ້ .......................... ຫລາຍພັນປີຊາວໂລກຊ່າ
ມີທັງຍຸກກ້າວຫນ້າ .......................... ເຮືອງເຫລືອມຮຸ່ງໃສ
ມີທັງຍຸກປະລາໄຊ .......................... ເສຍແຜ່ນດິນເມືອງບ້ານ
ມີທັງຍຸກປະສານເຂົ້າ .......................... ໂຮມເຕົ້າແຜ່ນດິນລາວ.ເຮົາຫນາ

ກ່ອນນັ້ນ!ຊາດລາວເຮົາໄດ້ .......................... ເສຍໄຊໃຫ່ຍໃຫ້ສະຫຍາມ
ເສຍທັງມຸນມັງງາມ .......................... ເຄື່ອງຄຸນຂອງເຄົ້າ
ພວກມັນເຜົາເມືອງບ້ານ .......................... ທໍາລະມານຄົນລາວຢ່າງຫນັກຫນ່ວງ
ຫລາຍສິບປີລ່ວງເຂົ້າ .......................... ຊາວລາວເຮົາຖືກກົດຂີ່.ທຸກເດ

ເສິກສະຫຍາມຍັງບໍ່ແລ້ວ .......................... ພວກຝຣັ່ງກໍ່ມາແທນ
ມາແບ່ງຕັດດິນແດນ .......................... ແບ່ງປັນຟັນເປັນຕ່ອນ
ປະເທດລາວໃຫ່ຍແຕ່ກ່ອນ .......................... ໄດ້ຖືກແບ່ງອອກເປັນສອງ
ແລ້ວຝຣັ່ງກໍ່ປົກຄອງ .......................... ກືນກີນເມືອງບ້ານ.ເສຍດາຍເດ

ຝຣັ່ງຍັງບໍ່ທັນໜີແລ້ວ .......................... ອາເມລິກາເຂົ້າມາໃຫ່ມ
ນັບແຕ່ເຫນືອເຖີງໃຕ້ .......................... ຊາວລາວໄດ້ດັ່ງນໍ້າຕາ
ແຜນການຊົ່ວຂອງອາເມລິກາ .......................... ທັງພວກຫມາຂາຍຊາດ
ມັນປະກາດເວົ້າ .......................... ຊິເອົາສາມກ້ຽງຢູ່ລາວ.ວ່າຫນາ

ວິລະບຸລຸດລາວເພີ່ນເກັ່ງກ້າ .......................... ສ້າງຫລາຍວິລະກຳອັນປະເສິດ
ເອົາເລືອດຕົນອາບແຜ່ນດີນເກີດ .......................... ໄປທົ່ວທຸກແຫ່ງຫົນ
ຍອມເສຍສະລະຊີວິດຕົນ .......................... ເພື່ອໃຫ້ໄດ້ມາເອກະລາດ
ຈົນສາມາດປົດປ່ອຍໄດ້ .......................... ມີໄຊກ້າໂລກຊ່າລື.ພຸ້ນຫນາ

ເຮົາເປັນຄົນຫນຸ່ມນ້ອຍ .......................... ເກີດໃຫ່ມລຸນຫລັງ
ຈົ່ງຮ່ວມໃຈເປັນພະລັງ .......................... ເພື່ອຮັກສາເມືອງບ້ານ
ຢ່າໄດ້ເມົາມົວຄ້ານ .......................... ຈົ່ງສຶກສາຮຽນຮໍ່າ
ສາມັກຄີພໍ່າພ້ອມ .......................... ຖະຫນອມຕຸ້ມແຜ່ນດິນລາວ.ເຮົາເໜີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
KaikeoTBS
ຊ່າງພັນລະນາເວົ້າ---------------------ປະຫວັດສາດນານມາ
ໄດ້ມີການສ້າງສາ----------------------ປົວແປງເມືອງບ້ານ
ລືນາມລົ້ນ--------------------------------ເສີມສ້າງເຕີມຕໍ່
ອອຍ! ຫິວເຂົ້າແລ້ວ--------------------ໄປກິນເຂົ້າກ່ອນເດີ ອິອິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
KaikeoTBS
ຊ່າງພັນລະນາເວົ້າ---------------------ປະຫວັດສາດນານມາ
ໄດ້ມີການສ້າງສາ----------------------ປົວແປງເມືອງບ້ານ
ລືນາມລົ້ນ--------------------------------ເສີມສ້າງເຕີມຕໍ່
ອອຍ! ຫິວເຂົ້າແລ້ວ--------------------ໄປກິນເຂົ້າກ່ອນເດີ ອິອິ

+ເຊີນກີນໃຫ້ແຊບຊື່ນຊ້ອຍ.....................ເຕັມອີ່ມສຸກສຳລານ
ແລ້ວກັບມາຈາຕ້ານ.............................ຂານຂ່າວກະວີວອນ
ແສນອອນຊອນແລະມ່ວນຫລາຍ..............ເມື່ອຟັງບັນລະຍາຍໃດຂອງເຈົ້າ
ເຊີນເຂົ້າມາຈາເວົ້າ..............................ກະທູ້ເຈົ້າກາບກອນເຮົາ.ອີກໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າຍອາທິດນີ້---------------------------ຊິພາກັນໄປໃສ
ຫຼືວ່ານອນຫຼັບໄຫຼ-----------------------ສະບາຍໃຈຢູ່ບ້ານ
ບໍ່ອອກໄປຫຼິ້ນ---------------------------ແຖວທາງໃດແດ່
ມາເລົ່າເລື່ອງນັ້ນ-----------------------ທີ່ມ່ວນນັ້ນໃຫ້ກັນຟັງແນ່ເດີ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ທ້າຍອາທິດນີ້---------------------------ຊິພາກັນໄປໃສ
ຫຼືວ່ານອນຫຼັບໄຫຼ-----------------------ສະບາຍໃຈຢູ່ບ້ານ
ບໍ່ອອກໄປຫຼິ້ນ---------------------------ແຖວທາງໃດແດ່
ມາເລົ່າເລື່ອງນັ້ນ-----------------------ທີ່ມ່ວນນັ້ນໃຫ້ກັນຟັງແນ່ເດີ :)

+ ຫ່ວາງບໍ່ໜໍເຊີນໄປຫລີ້ນ.....................ກີນເຫລົ້າໄຫຢາມແດ່ໃດສ່ຽວ
ຕາງໄປທ່ຽວເລາະຫລີ້ນ........................ທາງບ້ານບ່ອນເຮົາ
ຖ້າເຈົ້າໄປຂ້ອຍຊິໄດ້............................ເຊີນຊວນໝູ່ຫລາຍຄົນ
ບໍ່ໄດ້ໄກໄດ້ດົນ...................................ກາຍຫນອງໄຮບ່ອນບ້ານຂ້ອຍ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ຫ່ວາງບໍ່ໜໍເຊີນໄປຫລີ້ນ.....................ກີນເຫລົ້າໄຫຢາມແດ່ໃດສ່ຽວ
ຕາງໄປທ່ຽວເລາະຫລີ້ນ........................ທາງບ້ານບ່ອນເຮົາ
ຖ້າເຈົ້າໄປຂ້ອຍຊິໄດ້............................ເຊີນຊວນໝູ່ຫລາຍຄົນ
ບໍ່ໄດ້ໄກໄດ້ດົນ...................................ກາຍຫນອງໄຮບ່ອນບ້ານຂ້ອຍ.

ຂອບໃຈເດີທີ່ຊວນໄວ້----------------------ຫາກຫວ່າງຊິໄປຫຼິ້ນນຳ
ວ່າແຕ່ຢູ່ນຳໃຜ?----------------------------ຢູ່ນຳເມຍ ຫຼື ພີ່ນ້ອງ
ຫຼືຢູ່ນຳເພື່ອນພ້ອງ-------------------------ລຸງອາຍ່າປູ່
ຫຼື ຢູ່ຄົນດຽວແທ້----------------------------ຊິພາເພື່ອນພ້ອງໄປຫຼິ້ນນຳ ຊັ້ນນາ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກອນໄດ້ບານຍິ່ງແຍ້ມ...................ແຊມຊ້ອນອາລົມຫວານ
ສື່ສານທາງກະວີ..........................ຜູກໄມຕຼີແບບອ່ອນຊ້ອຍ
ຍິນລະຫ້ອຍເມື່ອຍາມຈາ................ຊຶ້ງອຸລາເມື່ອຍາມອ່ານນ໋າ
ເພື່ອນຂຽນມາ............................ເຮົາຈາຕອບ ຊອບໃຈເອີຍ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເປັນຈັ່ງໃດເດ່ນໍ.....................ບໍ່ເຫັນມາຈາເວົ້າ
ຄືເກົ່າຄາວຫລັງ....................ຫລືເຈົ້າຊັງເບື່ອແລ້ວ
ແນວຄຳກອນບ່ອນນີ້..............ໜີໄປເຮັດແນວອື່ນ ແລ້ວບໍ
ຈິ່ງບໍ່ມາຕໍ່ເວົ້າ.....................ຕອບຖ້ອຍຖະແຫລງຄວາມ ແມ່ນບໍ່?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ເປັນຈັ່ງໃດເດ່ນໍ.....................ບໍ່ເຫັນມາຈາເວົ້າ
ຄືເກົ່າຄາວຫລັງ....................ຫລືເຈົ້າຊັງເບື່ອແລ້ວ
ແນວຄຳກອນບ່ອນນີ້..............ໜີໄປເຮັດແນວອື່ນ ແລ້ວບໍ
ຈິ່ງບໍ່ມາຕໍ່ເວົ້າ.....................ຕອບຖ້ອຍຖະແຫລງຄວາມ ແມ່ນບໍ່?

ອອຍເນາະເຈົ້າ---------------------ມາຊ່ວງນີ້ເຫົງາ
ມາຢືນຄ້ຳເສົາ----------------------ໃນຍາມຕອນເຊົ້າ
ຂ້ອຍເວົ້າຫຼິ້ນ-----------------------ກອນອ່າວຂີ້ຄ້ານແຕ່ງ
ຢ່າວ່າກັນເດີເຈົ້າ------------------ມາແຕ່ງໂລດໝັ່ນແລ້ວຊິຕອບດອກເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ຫ່ວາງບໍ່ໜໍເຊີນໄປຫລີ້ນ.....................ກີນເຫລົ້າໄຫຢາມແດ່ໃດສ່ຽວ
ຕາງໄປທ່ຽວເລາະຫລີ້ນ........................ທາງບ້ານບ່ອນເຮົາ
ຖ້າເຈົ້າໄປຂ້ອຍຊິໄດ້............................ເຊີນຊວນໝູ່ຫລາຍຄົນ
ບໍ່ໄດ້ໄກໄດ້ດົນ...................................ກາຍຫນອງໄຮບ່ອນບ້ານຂ້ອຍ.

ຂອບໃຈເດີທີ່ຊວນໄວ້----------------------ຫາກຫວ່າງຊິໄປຫຼິ້ນນຳ
ວ່າແຕ່ຢູ່ນຳໃຜ?----------------------------ຢູ່ນຳເມຍ ຫຼື ພີ່ນ້ອງ
ຫຼືຢູ່ນຳເພື່ອນພ້ອງ-------------------------ລຸງອາຍ່າປູ່
ຫຼື ຢູ່ຄົນດຽວແທ້----------------------------ຊິພາເພື່ອນພ້ອງໄປຫຼິ້ນນຳ ຊັ້ນນາ

++ ໂດຍ! ສ່ຽວເຮືອນເຮົາແທ້......................ພໍສໍ່າແຕ່ຖຽງນາ
ເນົາຮ່ວມວິດອນມານດາ............................ຕາມມາບັນດານ້ອງນຸ່ງ
ອັນວ່າລູງແລະປ້າ...................................ເຮົານັ້ນພັດຢູ່ໄກ
ຍັງຢູ່ຢັ້ງຊຳໃຕ້........................................ແດນໄກບ່ອນບ້ານເກົ່າ.ພຸ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

++ ໂດຍ! ສ່ຽວເຮືອນເຮົາແທ້......................ພໍສໍ່າແຕ່ຖຽງນາ
ເນົາຮ່ວມວິດອນມານດາ............................ຕາມມາບັນດານ້ອງນຸ່ງ
ອັນວ່າລູງແລະປ້າ...................................ເຮົານັ້ນພັດຢູ່ໄກ
ຍັງຢູ່ຢັ້ງຊຳໃຕ້........................................ແດນໄກບ່ອນບ້ານເກົ່າ.ພຸ້ນຫນາ

ຖຽງນາບ້ານເຈົ້າ----------------------ກໍ່ໃຫຍ່ຫຼັງດີ
ພໍກວ້າງຂວາງ------------------------ຢູ່ໄດ້ສຸກຂີລົ້ນ
ບໍ່ວົນວາຍຫຍັງແລ້ວ-----------------ບໍ່ຂີ້ຮ້າຍໂຊມເກົ່າ
ຢູ່ສ້າງສາໄດ້-------------------------ດີແລ້ວເລີດປະມານ

++ ຂໍຂອບໃຈໃດເຈົ້າ.........................ທີ່ອົດສາເວົ້າປອບໃຈເຮົາ
ເຮືອນເກົ່າແຕ່ກ່ອນກີ້..........................ເຮົາຍັງມີຢູ່ຄືເກົ່າ
ປະເອົາໄວ້ໄປທ່ຽວຫລີ້ນ......................ຫລືເມືອບ້ານບ່ອນພັກໃຈ
ມີເວລາເມື່ອໃດຊິໄປແທ້......................ຄືນຫລັງຢາມບ້ານເກົ່າ.ເຮົາຫນາ
++ ວ່າແຕ່ສາວພາທ້ອນ.......................ໄປອອນຊອນຊົມຊື່ນ
ຢູ່ຖີ່ນອື່ນໄກຫລືໄກ້...............................ສົ່ງວັອດໄປບໍ່ເຫັນຕອບ
ຄອຍຈອບສ່ອງມອງຊໍ້າ.........................ຜ່ານກໍ້າວັອດບໍ່ມາ
ຄືຊິສະນຸກໜໍສາວພາ...........................ບາດກັບມາເຫັນຮູບໃຫ່ມ.ແລ້ວເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

++ ຂໍຂອບໃຈໃດເຈົ້າ.........................ທີ່ອົດສາເວົ້າປອບໃຈເຮົາ
ເຮືອນເກົ່າແຕ່ກ່ອນກີ້..........................ເຮົາຍັງມີຢູ່ຄືເກົ່າ
ປະເອົາໄວ້ໄປທ່ຽວຫລີ້ນ......................ຫລືເມືອບ້ານບ່ອນພັກໃຈ
ມີເວລາເມື່ອໃດຊິໄປແທ້......................ຄືນຫລັງຢາມບ້ານເກົ່າ.ເຮົາຫນາ
++ ວ່າແຕ່ສາວພາທ້ອນ.......................ໄປອອນຊອນຊົມຊື່ນ
ຢູ່ຖີ່ນອື່ນໄກຫລືໄກ້...............................ສົ່ງວັອດໄປບໍ່ເຫັນຕອບ
ຄອຍຈອບສ່ອງມອງຊໍ້າ.........................ຜ່ານກໍ້າວັອດບໍ່ມາ
ຄືຊິສະນຸກໜໍສາວພາ...........................ບາດກັບມາເຫັນຮູບໃຫ່ມ.ແລ້ວເດ

ບໍ່ເປັນຫຍັງດອກເຈົ້າ----------------------ຄົນເຮົາຕ້ອງຜ່າບືນ
ຕໍ່ນາໆອຸປະສັກ----------------------------ຈິ່ງຈະເດີນໄປໄດ້
ຕ້ອງເຊື່ອໝັ້ນພ້ອມ------------------------ວ່າຕ້ອງເຮັດໃຫ້ດີກວ່າເກົ່າ
ອົດທົນພະຍາຍາມພ້ອມ-------------------ເມື່ອຍແທ້ກໍ່ສູ້ໄປ ອິອິ

ຂ້ອຍບໍ່ສູ່ມັກຫຼິ້ນ-------------------------ອັນວັອດແອັບຫັ້ນນະ
ຈັກແມ່ນຫຍັງບໍ່ເຂົ້າໃຈ-----------------ເລີຍບໍ່ຫຼິ້ນສາຊ້ຳ
ຄ້ານວົນວາຍ----------------------------ຫຼາຍອັນຫຼາຍເລື່ອງ
ຢ້ານຊິເປືອງຕໍ່ຊ້ຳ----------------------ບໍ່ລຶ້ງນຳໂທລະສັບແດ່ນະ ເລີຍບໍ່ຫຼິ້ນໃຫ້ມັນແລ້ວສາໄປ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາວພາຊິຂໍລົງທັງສອງກະທູ້ໃດ ຖາມຂາວສາວເມືອງຊຳ
+ ລະດູການເຄອນຍາຍ……………………ກາຍລວງວຽນວົນ
ລະດູຝົນເລມໄລລາ……………………….ລະດູຫນາວມາເລມຕ
ນອງໜໍເນົາໃນກ…………………….…..ເມືອງຊຳຫນາວຫນັກຫນວງ
ອາຍເປັນຫວງແທລະນອງ…………………ປານນຢູຈງໃດ.ເດໜໍ

+ ເກັບກຽວເຂາແລວບໍ່ນອງ………………..ນາທງຈອງງາມສະຫງາ
ຫລືກຳລັງຕົກກາ………………………….ເຮັດນາແຊງເຕີມຕ
ເຮັດນາດໍສວນສາລີພອມ………………….ປູກຜັກຫອມແລະຜັກບວ
ປູກຫມາກຖວແລະມັນດາງ………………..ເພອເສີມສາງຄືເກາຫລັງ.ບໜໍ

+ ຫນາວແຮງແລວບເຈາ………………….ສາວບານເຮົາອາຍເປັນຫວງ
ຄິດຮອດດວງສະຫມອນນອງ………………ສາວເຄີຍປອງແຕຄາວກອນ
ຄິດຮອດບົນບອນບານ…………………….ຖານຖນເຮົາເຄີຍເນົາ
ຄິດຮອດດົງດອຍເຂົາ……………………...ບອນເຮົາເຄີຍທຽວຫລນ.ນນເດ

+ ເປັນແນວໃດແລວລະນອງ………………ສວນຫມາກຈອງພນອງປູກ
ການຕຫູກແລະແຜນຜາ………………….ແພວານນຫາກຂາຍດີບໍ່ໜໍ
ຕົກແລວບນຫມອກກາມ…………………ຕາມພູສູງເຮົາເຄີຍເບງ
ອາຍໄປເຫີງຍັງບໄດກັບບານ………………ນານລຢາກຕາວຄືນ.ເດໜໍ

+ ຄົນເຄີຍຂໍເຄີຍຫມນ…………………….ສັນຍາກັນແຕຄາວກອນ
ຍັງຈຈຳສອນອາຍ………………………...ຊາຍນຢູບນາງ
ອາຍຜູຢູທາງພຸນ………………………….ຄິດຮອດອຸນຢູຄືຫລັງ
ຫາກສຶກສາສົມຫວັງ………………………ຊິຕາວມາຫານອງ.ນນເນີ

****************

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫວາວວວວວວວວວວ ຫວາວວວວວວວວວວວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຫວາວວວວວວວວວວ ຫວາວວວວວວວວວວວ

ອ້າວສາວນີ້-----------------------ລະວ່າມາແຕ່ຫາວ
ເປັນແສ້ສາວ---------------------ຄືວ່າຫາວແຮງແທ້
ມາແຕ່ງກອນແມ໋ເຈົ້າ-------------ຢ່າຟ້າວຢາກນອນຫຼາຍດອກ
ມາແຕ່ງກອນຢອກຫຼິ້ນ------------ພໍຫົວມ່ວນຊື່ນໃຈ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ສະບາຍດີພີ່ນ້ອງ.....ບ້ອງທັ່ງທັງຫຼາຍ
ມາຈອບຂຽນເປັນກອນ...ຢູ່ສະບາຍບໍເຈົ້າ
ຄົນຂີ້ເຫງົາມາເປັນສ້າວ....ດົນໆມາຈອບເບີ່ງ
ຕັ້ງວ່າເຫີງແລ້ວນໍ້....ບໍ່ເຄີຍພໍ້ພົບກັນ....

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...

ປ໋າໂທະເພິ່ນເວົ້າ-------------ບ້ອງທັ່ງທັງຫຼາຍ
ແປວ່າອັນໃດ-----------------ກໍ່ສົນໃຈເດີນີ້
ຫຼືວ່າບ້ອງໄມ້ຫັ້ນ--------------ອັນທີ່ເປັນໄມ້ໄຜ່?
ສົນໃຈເລີຍຖາມສໍ້------------ຄືຈະບໍ່ວ່າກັນຕິ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ກະບ້ອງໄມ້ໄຜ່ຫັ້ນແຫຼ໊ວ....ແນວວ່າເປັນກອນ
ເຫັນຄ່ອງຄຳສັມພັດ...ກະເລີຍເອົາມາໄຊ້
ຢ່າສົງສັຍເດີນ້ອງ....ແນວມັນເປັນບ້ອງໄມ້ໄຜ່
ແນວວ່າຄົນດີໃຈ...ເຫັນຄົນເຄີຍຄຸ້ນໜ້າ...ໂຕອ້າຍເລີຍທັກແຮງ....

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ກະບ້ອງໄມ້ໄຜ່ຫັ້ນແຫຼ໊ວ....ແນວວ່າເປັນກອນ
ເຫັນຄ່ອງຄຳສັມພັດ...ກະເລີຍເອົາມາໄຊ້
ຢ່າສົງສັຍເດີນ້ອງ....ແນວມັນເປັນບ້ອງໄມ້ໄຜ່
ແນວວ່າຄົນດີໃຈ...ເຫັນຄົນເຄີຍຄຸ້ນໜ້າ...ໂຕອ້າຍເລີຍທັກແຮງ....

ອໍ ບໍ່ເປັນຫຍັງດອກອ້າຍ-------------------ທາຍທັກສະບາຍດີ
ໄປໃສບໍ່ເຫັນເປັນປີ------------------------ຈອບໄປລີ້ເມຍຢູ່ໃສຫັ້ນ
ເມຍນອນຍາມໃດນັ້ນ----------------------ຈິ່ງມາອອນລາຍແມ່ນບໍ່?
ຈັ່ງແມ່ນຢ້ານເມຍຮ້າຍ---------------------ຊື່ອ້າຍກໍ່ມ່ວນດີເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ກະບ້ອງໄມ້ໄຜ່ຫັ້ນແຫຼ໊ວ....ແນວວ່າເປັນກອນ
ເຫັນຄ່ອງຄຳສັມພັດ...ກະເລີຍເອົາມາໄຊ້
ຢ່າສົງສັຍເດີນ້ອງ....ແນວມັນເປັນບ້ອງໄມ້ໄຜ່
ແນວວ່າຄົນດີໃຈ...ເຫັນຄົນເຄີຍຄຸ້ນໜ້າ...ໂຕອ້າຍເລີຍທັກແຮງ....

ອໍ ບໍ່ເປັນຫຍັງດອກອ້າຍ-------------------ທາຍທັກສະບາຍດີ
ໄປໃສບໍ່ເຫັນເປັນປີ------------------------ຈອບໄປລີ້ເມຍຢູ່ໃສຫັ້ນ
ເມຍນອນຍາມໃດນັ້ນ----------------------ຈິ່ງມາອອນລາຍແມ່ນບໍ່?
ຈັ່ງແມ່ນຢ້ານເມຍຮ້າຍ---------------------ຊື່ອ້າຍກໍ່ມ່ວນດີເດີ

ເມຍນອນແລ້ວບໍ່ອ້າຍ--------------------ຈີ່ງໄດ້ກາຍມາແວ່
ກອນເຈົ້າມ່ວນແທ້ໆ----------------------ເຊີນມາແມຂຽນເຕີມຕໍ່
ຂ້ອຍຍັງລໍຖ້າເຈົ້າ------------------------ທ່ານມາເວົ້າຕໍ່ກອນ
ດົນໆດອນມາຢາມ-----------------------ຖາມສາວພາຜູ້ງາມລໍ້າ.ແດ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ເມຍນອນແລ້ວບໍ່ອ້າຍ--------------------ຈີ່ງໄດ້ກາຍມາແວ່
ກອນເຈົ້າມ່ວນແທ້ໆ----------------------ເຊີນມາແມຂຽນເຕີມຕໍ່
ຂ້ອຍຍັງລໍຖ້າເຈົ້າ------------------------ທ່ານມາເວົ້າຕໍ່ກອນ
ດົນໆດອນມາຢາມ-----------------------ຖາມສາວພາຜູ້ງາມລໍ້າ.ແດ່ໃດ

2 ເຮົານີ້ເມື່ອຍເວົ້າ------------------ແຕ່ງກາບຂຽນກອນ
ຂ້ອຍແຕ່ງບໍ່ອອນຊອນ--------------ກໍ່ແຕ່ງຮ່ຳໄປຊັ້ນ
ຄິດມາລະຢາກຫົວແທ້--------------ແຕ່ງກອນແຕ່ງກາບ
ແຕ່ງໄປໆມາໆນີ້--------------------ກ້ຽວຮອດຄຳເດີມ ແທ້ເດ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເບິ່ງເຈົ້າຂອງເພິ່ນຄືຊິເມື່ອຍແລ້ວ................ເຮົາເລີຍບໍ່ກ້າແວວກອນຈາ
ຍ້ອນວ່າເກັງໃຈເຊົາ................................ກໍ່ເລີຍເຊົາໄປພັກໃຫຍ່
ບໍ່ໄດ້ໄຂກາບຊ້ອນ..................................ວອນຫລິ້ນຖະຫວິນຊວງ
ວັນນີ້ສ່ອງມາເຫັນ..................................ກະທູ້ເຕັ້ນຂຶ້ນກໍ່ເລີຍຟື້ນຂຽນມາ