ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 14 ຈາກທັງໝົດ 15 ໜ້າ <<<12345 ... 12131415>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ເບິ່ງເຈົ້າຂອງເພິ່ນຄືຊິເມື່ອຍແລ້ວ................ເຮົາເລີຍບໍ່ກ້າແວວກອນຈາ
ຍ້ອນວ່າເກັງໃຈເຊົາ................................ກໍ່ເລີຍເຊົາໄປພັກໃຫຍ່
ບໍ່ໄດ້ໄຂກາບຊ້ອນ..................................ວອນຫລິ້ນຖະຫວິນຊວງ
ວັນນີ້ສ່ອງມາເຫັນ..................................ກະທູ້ເຕັ້ນຂຶ້ນກໍ່ເລີຍຟື້ນຂຽນມາ

ບໍ່ໄດ້ເມື່ອຍດອກເຈົ້າ-----------------------ແຕ່ຢ້ານຫຼາຍຄົນຊິເບື່ອເອົາ
ແນວເຫັນແຕ່ກະທູ້ເຮົາ---------------------ຟູຈູ່ລູ່ຢູ່ບໍ່ແລ້ວ
ເລີຍຫັນເຫໄປຕັ້ງ--------------------------ຈາກ່າວອັນອື່ນ
ຫາກມີເລື່ອງຫຍັງເລົ່າແລ້ວ--------------ມາຈາເວົ້າສູ່ຟັງແນ່ເດີ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ກະບ້ອງໄມ້ໄຜ່ຫັ້ນແຫຼ໊ວ....ແນວວ່າເປັນກອນ
ເຫັນຄ່ອງຄຳສັມພັດ...ກະເລີຍເອົາມາໄຊ້
ຢ່າສົງສັຍເດີນ້ອງ....ແນວມັນເປັນບ້ອງໄມ້ໄຜ່
ແນວວ່າຄົນດີໃຈ...ເຫັນຄົນເຄີຍຄຸ້ນໜ້າ...ໂຕອ້າຍເລີຍທັກແຮງ....

ອໍ ບໍ່ເປັນຫຍັງດອກອ້າຍ-------------------ທາຍທັກສະບາຍດີ
ໄປໃສບໍ່ເຫັນເປັນປີ------------------------ຈອບໄປລີ້ເມຍຢູ່ໃສຫັ້ນ
ເມຍນອນຍາມໃດນັ້ນ----------------------ຈິ່ງມາອອນລາຍແມ່ນບໍ່?
ຈັ່ງແມ່ນຢ້ານເມຍຮ້າຍ---------------------ຊື່ອ້າຍກໍ່ມ່ວນດີເດີ

ເມຍນອນແລ້ວບໍ່ອ້າຍ--------------------ຈີ່ງໄດ້ກາຍມາແວ່
ກອນເຈົ້າມ່ວນແທ້ໆ----------------------ເຊີນມາແມຂຽນເຕີມຕໍ່
ຂ້ອຍຍັງລໍຖ້າເຈົ້າ------------------------ທ່ານມາເວົ້າຕໍ່ກອນ
ດົນໆດອນມາຢາມ-----------------------ຖາມສາວພາຜູ້ງາມລໍ້າ.ແດ່ໃດ

ຊື່ກ່ະບອກໃຫ້ຮູ້....ວ່າອ້າຍຊື່ເມັຽນອນ ອິ ອິ
ຫຼອຍລັກມາອອນໄລນ໌....ຄ່ຳຄືນເດິກຂ້ອນ
ທ່ຽວຕະລອນຫາຕ້ອຍ....ຫຼອຍຢອກສາວໄປທົ່ວ
ມືບໍ່ຄວາດອກນ້ອງ....ແຄ່ຈາເວົ້າໃຫ້ຊື່ນໃຈ.....

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...

ຊື່ກ່ະບອກໃຫ້ຮູ້....ວ່າອ້າຍຊື່ເມັຽນອນ ອິ ອິ
ຫຼອຍລັກມາອອນໄລນ໌....ຄ່ຳຄືນເດິກຂ້ອນ
ທ່ຽວຕະລອນຫາຕ້ອຍ....ຫຼອຍຢອກສາວໄປທົ່ວ
ມືບໍ່ຄວາດອກນ້ອງ....ແຄ່ຈາເວົ້າໃຫ້ຊື່ນໃຈ.....

ເບິ່ງຊື່ແລ້ວ----------------ອ້າຍກໍ່ມັກມ່ວນຫຼາຍ
ໄປທາງໃດ----------------ກໍ່ຄືຫຼາຍຄົນມ່ວນຍ້ອນ
ເລື່ອງກາບກອນແລ້ວ----ອ້າຍເຮົາກໍ່ເກັ່ງ
ແຕ່ງແນວໃດກໍ່ໄດ້-------ບໍ່ຍາກແລ້ວເລື່ອງສະບາຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ກະບ້ອງໄມ້ໄຜ່ຫັ້ນແຫຼ໊ວ....ແນວວ່າເປັນກອນ
ເຫັນຄ່ອງຄຳສັມພັດ...ກະເລີຍເອົາມາໄຊ້
ຢ່າສົງສັຍເດີນ້ອງ....ແນວມັນເປັນບ້ອງໄມ້ໄຜ່
ແນວວ່າຄົນດີໃຈ...ເຫັນຄົນເຄີຍຄຸ້ນໜ້າ...ໂຕອ້າຍເລີຍທັກແຮງ....

ອໍ ບໍ່ເປັນຫຍັງດອກອ້າຍ-------------------ທາຍທັກສະບາຍດີ
ໄປໃສບໍ່ເຫັນເປັນປີ------------------------ຈອບໄປລີ້ເມຍຢູ່ໃສຫັ້ນ
ເມຍນອນຍາມໃດນັ້ນ----------------------ຈິ່ງມາອອນລາຍແມ່ນບໍ່?
ຈັ່ງແມ່ນຢ້ານເມຍຮ້າຍ---------------------ຊື່ອ້າຍກໍ່ມ່ວນດີເດີ

ເມຍນອນແລ້ວບໍ່ອ້າຍ--------------------ຈີ່ງໄດ້ກາຍມາແວ່
ກອນເຈົ້າມ່ວນແທ້ໆ----------------------ເຊີນມາແມຂຽນເຕີມຕໍ່
ຂ້ອຍຍັງລໍຖ້າເຈົ້າ------------------------ທ່ານມາເວົ້າຕໍ່ກອນ
ດົນໆດອນມາຢາມ-----------------------ຖາມສາວພາຜູ້ງາມລໍ້າ.ແດ່ໃດ

ຊື່ກ່ະບອກໃຫ້ຮູ້....ວ່າອ້າຍຊື່ເມັຽນອນ ອິ ອິ
ຫຼອຍລັກມາອອນໄລນ໌....ຄ່ຳຄືນເດິກຂ້ອນ
ທ່ຽວຕະລອນຫາຕ້ອຍ....ຫຼອຍຢອກສາວໄປທົ່ວ
ມືບໍ່ຄວາດອກນ້ອງ....ແຄ່ຈາເວົ້າໃຫ້ຊື່ນໃຈ.....

ຈັ່ງແມ່ນຄັກແທ້ໜໍອ້າຍ..........ມືບໍ່ບາຍພຽງລົມປາກ
ຢາກຮູ້ຕົວຈີງແທ້.................ຄືຊິແນ່ຄືວາຈາ
ຢ້ານມືໄວກ່ວາຄາລົມ............ຈັ່ງຊິສົມຊື່ອ້າຍ
ບໍ່ໄດ້ມາປອງຮ້າຍ................ຂໍບັນຍາຍຕາມຊື່.ຢອກໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທ່ຽງແລ້ວ------------------ກາຍບ່າຍຕາມມາ
ເປັນຫຍັງມື້ນີ້ນ໋າ----------------------ບໍ່ທັນຢາກກິນເຂົ້າ
ຫຼືວ່າກິນເຂົ້າເຊົ້າ---------------------ຫຼາຍໂພດບໍ່ໄດ້ຈື່
ຈັກໜ້ອຍຊິໄປກິນເຂົ້າ---------------ໃຫ້ມັນແລ້ວຄວາມກັງວົນ ແທ້ນ໋າ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ແນະນຳໂຕຈັກນ້ອຍ....ຂ້ອຍຊື່ວ່າມີ
ແຖມຍັງເປັນຄົນດີ......ມີມາລະຍາດ
ອີກຢ່າງຄືບໍ່ສະຫລາດ....ອະນາດຫນ້າຄືໂຈນ
ແລ້ວຍັງເປັນລູກຊາຍໂທນ....ຄົນຫລ້າສຸດທ້ອງ
ເອື້ອຍກຳລັງຄອຍຄອງ...ຕ້ອງກັບບ້ານແລ້ວ..ບາຍບາຍ

ຫ້າໆ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້

ມາບໍ່ທັນຕອນທ່ຽງຊ້ຳ.....................ເຂົ້າມາພ່ຳຍາມແລງ
ມາເລາະແຍງບົດກອນ...................ເພື່ອຜ່ອນຄາຍຫາຍຮ້ອນ
ມາຊະອອນໃຈແທ້.........................ຍາມເມື່ອແລຢ້ຽມອ່ານ
ພາຊື່ບານຍິ່ງຍ້ອຍ.........................ນຳກອນນ້ອຍແຕ່ລະຄົນ ມ່ວນແທ້ດາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeESAiSak ຂຽນວ່າ...
ແນະນຳໂຕຈັກນ້ອຍ....ຂ້ອຍຊື່ວ່າມີ
ແຖມຍັງເປັນຄົນດີ......ມີມາລະຍາດ
ອີກຢ່າງຄືບໍ່ສະຫລາດ....ອະນາດຫນ້າຄືໂຈນ
ແລ້ວຍັງເປັນລູກຊາຍໂທນ....ຄົນຫລ້າສຸດທ້ອງ
ເອື້ອຍກຳລັງຄອຍຄອງ...ຕ້ອງກັບບ້ານແລ້ວ..ບາຍບາຍ

ຫ້າໆ

ໂຊກດີເຈົ້າ---------------ກັບບ້ານປອດໄພ
ມາມື້ໃດ------------------ຮີບມາແຕ່ງກອນຫຼິ້ນ
ກອນເຈົ້າເວົ້າ-----------ຄ້າຍດັ່ງບົດທ່ອງ
ແຕ່ຄ່ອງແຄ້ວ-----------ອ່ານແລ້ວມ່ວນດີ ແທ້ເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ມາບໍ່ທັນຕອນທ່ຽງຊ້ຳ.....................ເຂົ້າມາພ່ຳຍາມແລງ
ມາເລາະແຍງບົດກອນ...................ເພື່ອຜ່ອນຄາຍຫາຍຮ້ອນ
ມາຊະອອນໃຈແທ້.........................ຍາມເມື່ອແລຢ້ຽມອ່ານ
ພາຊື່ບານຍິ່ງຍ້ອຍ.........................ນຳກອນນ້ອຍແຕ່ລະຄົນ ມ່ວນແທ້ດາຍ

ດີເລີດລົ້ນ---------------------ເຈົ້າມັກອ່ານກອນ
ວ່າອອນຊອນ-----------------ອ່ານກອນມ່ວນແລ້ວ
ເວົາຄ່ອງແຄ້ວ----------------ເຕີມສິນລະປະຕໍ່
ກອນກໍ່ມ່ວນລ້ຳ---------------ຊົມເຊີຍເຈົ້າຊ່າງແຕ່ງກອນ ແທ້ເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...

ຊື່ກ່ະບອກໃຫ້ຮູ້....ວ່າອ້າຍຊື່ເມັຽນອນ ອິ ອິ
ຫຼອຍລັກມາອອນໄລນ໌....ຄ່ຳຄືນເດິກຂ້ອນ
ທ່ຽວຕະລອນຫາຕ້ອຍ....ຫຼອຍຢອກສາວໄປທົ່ວ
ມືບໍ່ຄວາດອກນ້ອງ....ແຄ່ຈາເວົ້າໃຫ້ຊື່ນໃຈ.....

ຈັ່ງແມ່ນຄັກແທ້ໜໍອ້າຍ..........ມືບໍ່ບາຍພຽງລົມປາກ
ຢາກຮູ້ຕົວຈີງແທ້.................ຄືຊິແນ່ຄືວາຈາ
ຢ້ານມືໄວກ່ວາຄາລົມ............ຈັ່ງຊິສົມຊື່ອ້າຍ
ບໍ່ໄດ້ມາປອງຮ້າຍ................ຂໍບັນຍາຍຕາມຊື່.ຢອກໃດ

ເວົ້າຢອກອ້າຍ-------------------ເມຍນອນມາອອນລາຍ
ດຽວເມຍລາວຈະກາຍ----------ຜ່ານມາທາງນີ້
ມາຢ່ອງຢ້ຽມ----------------------ອ້າຍເມຍນອນມີກິກບໍ່
ດຽວເມຍລາວຊິຄຽດໃຫ້--------ວ່າອ້າຍນັ້ນຢອກຜູ້ສາວ
ຮາໆໆໆໆ ວ່າຢອກໄປຊື່ໆເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ຂໍເປັນຄອມເມັນທີສີ່ຮ້ອຍ....................ດົນໆດອຍມາຈອບ
ມາປະກອບກອນນ້ອຍ..........................ທັງຍັງດອຍລັກມາອ່ານ
ຖືເອົາເປັນວຽກບ້ານ............................ມາສານສ້ອຍສອດກອນ
ເຖີງບໍ່ມ່ວນຫລືບໍ່ອອນຊອນ....................ໃຈຮັກກອນຢູ່ເຕັມຮ້ອຍ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ຂໍເປັນຄອມເມັນທີສີ່ຮ້ອຍ....................ດົນໆດອຍມາຈອບ
ມາປະກອບກອນນ້ອຍ..........................ທັງຍັງດອຍລັກມາອ່ານ
ຖືເອົາເປັນວຽກບ້ານ............................ມາສານສ້ອຍສອດກອນ
ເຖີງບໍ່ມ່ວນຫລືບໍ່ອອນຊອນ....................ໃຈຮັກກອນຢູ່ເຕັມຮ້ອຍ.

ຂ້ອຍຊ່ວງນີ້---------------------ແມ່ນຢາກນອນຫຼາຍ
ຢູ່ເດິກກາຍ----------------------ອັດຕາວາງໄວ້
ອອນລາຍນັ້ນ-------------------ເກີນກາຍຕັ້ງຕໍ່
ບາດຕື່ນຂຶ້ນ---------------------ພັດວ່າຢາກນອນ ແທ້ແລ້ວ

ຂ້ອຍນີ້ບໍ່ມັກຫລີ້ນ.........................ເນັດຄໍ່າຍາມຄືນ
ຜືນໃຈອ່ານຫນັງສື.......................ບໍ່ພໍຄາວກໍ່ຫລັບແລ້ວ
ຫລາຍຄືນມານດາແກ້ວ.................ໄດ້ປຸກເອົານອນຄາຕັ່ງ
ຈັກເປັນຫຍັງບໍ່ຮູ້..........................ຮໍ່າຮຽນນັ້ນຈັ່ງຢາກນອນ.ຫັ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ຂ້ອຍນີ້ບໍ່ມັກຫລີ້ນ.........................ເນັດຄໍ່າຍາມຄືນ
ຜືນໃຈອ່ານຫນັງສື.......................ບໍ່ພໍຄາວກໍ່ຫລັບແລ້ວ
ຫລາຍຄືນມານດາແກ້ວ.................ໄດ້ປຸກເອົານອນຄາຕັ່ງ
ຈັກເປັນຫຍັງບໍ່ຮູ້..........................ຮໍ່າຮຽນນັ້ນຈັ່ງຢາກນອນ.ຫັ້ນຫນາ

ຂ້ອຍມັກຫຼິ້ນ------------------ມັກເບິ່ງແຕ່ເນັດ
ບົດຮຽນກໍ່ເຮັດ--------------ແບບໃຫ້ຮີບແລ້ວ
ຖ້າໄດ້ອອນລາຍນັ້ນ--------ບຶດດຽວຄືວ່າດົນເຕີບ
ແມ່ກໍ່ປຸກທຸກມື້----------------ເອີ້ນຫຼາຍເທື່ອຈິ່ງວ່າລຸກນອນ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເດິກຂ້ອນໆ...................ມາຝາກກອນຖິ້ມທ້າຍ
ຫລັບສະບາຍທຸກຄົນ.......ໄສຍົນໃຫ້ແຊບໆ
ເດີຊຸມພີ່ນ້ອງ.................ມິດຮັກແຟນກອນ ທັງຫລາຍ
ກຸດໄນກັນທົ່ວໜ້າ............ວັນຟ້າໃໝ່ຄ່ອຍພໍ້ກັນ ຝັນດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ເດິກຂ້ອນໆ...................ມາຝາກກອນຖິ້ມທ້າຍ
ຫລັບສະບາຍທຸກຄົນ.......ໄສຍົນໃຫ້ແຊບໆ
ເດີຊຸມພີ່ນ້ອງ.................ມິດຮັກແຟນກອນ ທັງຫລາຍ
ກຸດໄນກັນທົ່ວໜ້າ............ວັນຟ້າໃໝ່ຄ່ອຍພໍ້ກັນ ຝັນດີ

ສວາຍມາແລ້ວ--------------------ໜ້າເບື່ອຮ້ອນຫຼາຍ
ຖ້າເຢັນສະບາຍ-------------------ຄືຊິດີກວ່ານີ້
ຢາກນອນຊ້ຳ----------------------ມີແຕ່ນັ່ງໝົກ
ງົກຄໍຕັ້ງ----------------------------ນັ່ງເຝົ້າຫ້ອງການ ແທ້ແລ້ວ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ເຍັນດີເຍັນແທ້ ຈົນວ່າຫນາວ
ມານັ່ງບໍ່ພໍຄາວ ລົມຫນາວກໍ່ພັດມາ
ພາໃຫ້ເພີນອຸລາ ສາຍຕາເລີ່ມຈອດກັນ
ລືມຕາກະທັນຫັນ ເພາະຕໍ່ຫນ້ານັ້ນ ຫົວຫນ້າແນມເບິ່ງຢູ່ ແທ້ດາຍ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MeESAiSak ຂຽນວ່າ...
ເຍັນດີເຍັນແທ້ ຈົນວ່າຫນາວ
ມານັ່ງບໍ່ພໍຄາວ ລົມຫນາວກໍ່ພັດມາ
ພາໃຫ້ເພີນອຸລາ ສາຍຕາເລີ່ມຈອດກັນ
ລືມຕາກະທັນຫັນ ເພາະຕໍ່ຫນ້ານັ້ນ ຫົວຫນ້າແນມເບິ່ງຢູ່ ແທ້ດາຍ

ເວົ້າເປັນຕາຫົວເນາະເຈົ້າ---------------------ແນວຫ້ອງການເປີດແອ
ຫ້ອງການຈຸຂ້ອຍມີແຕ່-------------------------ພັດລົມທັງນັ້ນ
ົຫວໜ້າເພິ່ນໄດ້ຍ້າຍ------------------------ແປງຫ້ອງການໃໝ່
ຍັງຍ້າຍໄປໆມາໆນີ້----------------------------ກໍ່ຈັ່ງແມ່ນອ່າວສັບສົນ ແທ້ເດ ອິອິ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເມັຽບໍ່ນອນສອງສາມມື້...ເຫງົາຊື່ລື່ຄືຄົນໂຊ
ເມື່ອຍໄປທັງຕົນໂຕ...ຄືດຮອດພັນລາວພີ້
ເຂົ້າມາທີດີໃຈແທ້...ໃຈວໍແວປານຄົນໜຸ່ມ
ກະຊຸຸ່ມກະຊວຍອ່ວຍໜ້າ...ຈໍຄອມເຕີ້ຯອະເຮີ່ຍຫົວ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...

ຊື່ກ່ະບອກໃຫ້ຮູ້....ວ່າອ້າຍຊື່ເມັຽນອນ ອິ ອິ
ຫຼອຍລັກມາອອນໄລນ໌....ຄ່ຳຄືນເດິກຂ້ອນ
ທ່ຽວຕະລອນຫາຕ້ອຍ....ຫຼອຍຢອກສາວໄປທົ່ວ
ມືບໍ່ຄວາດອກນ້ອງ....ແຄ່ຈາເວົ້າໃຫ້ຊື່ນໃຈ.....

ຈັ່ງແມ່ນຄັກແທ້ໜໍອ້າຍ..........ມືບໍ່ບາຍພຽງລົມປາກ
ຢາກຮູ້ຕົວຈີງແທ້.................ຄືຊິແນ່ຄືວາຈາ
ຢ້ານມືໄວກ່ວາຄາລົມ............ຈັ່ງຊິສົມຊື່ອ້າຍ
ບໍ່ໄດ້ມາປອງຮ້າຍ................ຂໍບັນຍາຍຕາມຊື່.ຢອກໃດ

ເວົ້າຢອກອ້າຍ-------------------ເມຍນອນມາອອນລາຍ
ດຽວເມຍລາວຈະກາຍ----------ຜ່ານມາທາງນີ້
ມາຢ່ອງຢ້ຽມ----------------------ອ້າຍເມຍນອນມີກິກບໍ່
ດຽວເມຍລາວຊິຄຽດໃຫ້--------ວ່າອ້າຍນັ້ນຢອກຜູ້ສາວ
ຮາໆໆໆໆ ວ່າຢອກໄປຊື່ໆເດີ

ສາວຖາມມາວ່າອ້າຍ...ມີຢູ່ຈັກກິກ ?
ຊິກແຊັກໃຈusb....ມີແຕ່ສອງກິກໄຊ້
ໄວ້ໂຫຼດໄຟລ໌ໂຟນເດີ້...ຍາມເມັຽເຜີໂຫຼດສາວໃສ່
hardishຫົວໃຈມີຕັ້ງວ່າ500...ແຕ່ສາວນ້ອຍເພີ່ນບໍ່ສົນ ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
@KaikeoTBS
ອ້າຍເປັນຄົນມັກຢອກ...ເວົ້າມ່ວນຢ່າຖືສາ
ຕາມຍະຖາຄົນມີເມັຽ...ໃຈເຮັ່ຽໄປຫຼາຍບ້ານ
ແຕ່ບໍ່ຫານໄປເອື້ອມ...ຢ້ານສາວເອືອມບໍ່ແນມຫຼ່ຳ
ເອົາສ່ຳພໍເວົ້າຫຼີ້ນ...ຫົວໃຈອ້າຍກໍອີ່ມພອງ ຊັ້ນດອກວາ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...

ສາວຖາມມາວ່າອ້າຍ...ມີຢູ່ຈັກກິກ ?
ຊິກແຊັກໃຈusb....ມີແຕ່ສອງກິກໄຊ້
ໄວ້ໂຫຼດໄຟລ໌ໂຟນເດີ້...ຍາມເມັຽເຜີໂຫຼດສາວໃສ່
hardishຫົວໃຈມີຕັ້ງວ່າ500...ແຕ່ສາວນ້ອຍເພີ່ນບໍ່ສົນ ...

ໂອຊ່າງເວົ້າເນາະອ້າຍ----------------------ກິກກໍ່ຫຼາຍເປັນຢູເອສບີ
ຫົວໃຈກໍ່ມີຮາດດີສ--------------------------ຕັ້ງວ່າຫ້າຮ້ອຍພຸ້ນ
ລະວັງເມຍວ໋າວຸ້ນ----------------------------ຊິຖາມເຕີມຕໍ່
ຖາມຫາແຟນ-ກິກອ້າຍ----------------------ຫຼາຍແທ້ປານນັ້ນເດ ອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມາຮ່ວມຂີດແຕ້ມ................ໄຂຂໍ້ສຳນວນກອນ
ນຶກອອນຊອນໃນໃຈ............ກໍ່ບອກຜ່ານທາງກອນກ້ອມ
ໃຜຫາກມາດອມຢ້ຽມ...........ຢ່າໄດ້ຈຽມຮ່ວມຂຽນແດ່
ຢ່າໄດ້ແວ່ອ່ານລ້າ...................ມາເຖີດໜາຂຽນຕອບກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ມາຮ່ວມຂີດແຕ້ມ................ໄຂຂໍ້ສຳນວນກອນ
ນຶກອອນຊອນໃນໃຈ............ກໍ່ບອກຜ່ານທາງກອນກ້ອມ
ໃຜຫາກມາດອມຢ້ຽມ...........ຢ່າໄດ້ຈຽມຮ່ວມຂຽນແດ່
ຢ່າໄດ້ແວ່ອ່ານລ້າ...................ມາເຖີດໜາຂຽນຕອບກັນ

ໄປເລາະແລ້ວ---------------------ບຸນທາດຫຼວງລາວ
ຄົນຫຼາຍຫຼາກ----------------------ແຫ່ໄປຊົມຫຼິ້ນ
ເບິ່ງສິນຄ້າ-------------------------ວ່າລາຄາຖືກ
ຂາຍເລນັ້ນ-------------------------ແຖມແທ້ກໍ່ຫຼາຍ ວ່າເດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເນຶ້ອຄູ່ຂ້ອຍ------------ ຢູ່ແຫ່ງຫົນໃດ
ເຮັດແນວໃດ ---------ຈິ່ງໄດ້ພົບພໍ້
ຄິດແລ້ວທໍ້ ------------ຊິເຖົ້າກາຍແກ່
ບໍ່ພົບພໍ່ ------------------ອັນເນື້ອຄູ່ຫັ້ນນ໋າ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ສ່ວນວ່າຂ້ອຍ.................ຍັງບໍ່ທັນໄດ້ໄປ
ເປັນສັນໃດ....................ມາເລົ່າສູ່ຟັງແດ່ແມ໋
ມີຫຍັງແດ່ຫັ້ນ.....................ເປັນຕາສົນໃຈ
ຊີ້ຊ່ອງໃຫ້......................ພໍໄດ້ປວດໃຈ ຍາກໄປແດ່ເດີ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເນຶ້ອຄູ່ຂ້ອຍ------------ ຢູ່ແຫ່ງຫົນໃດ
ເຮັດແນວໃດ ---------ຈິ່ງໄດ້ພົບພໍ້
ຄິດແລ້ວທໍ້ ------------ຊິເຖົ້າກາຍແກ່
ບໍ່ພົບພໍ່ ------------------ອັນເນື້ອຄູ່ຫັ້ນນ໋າ

ຄິດຄ່ຳຄ້ອຍ..................ໃຈນ້ອຍຂາດຄູ່ ແມ່ນບໍເຈົ້າ
ຕາອີ່ດູຕົນນໍ...................ນັ່ງກໍສໍ່ໃຈທໍ້ລະເມີ
ໃຈເພີ້ຝັນ......................ຄູ່ໝາຍໝັ້ນຍັງບໍ່ມີເຫັນ
ໃຈເຢັນໆ.....................ບໍ່ນານຄົງພົບພໍ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ຄິດຄ່ຳຄ້ອຍ..................ໃຈນ້ອຍຂາດຄູ່ ແມ່ນບໍເຈົ້າ
ຕາອີ່ດູຕົນນໍ...................ນັ່ງກໍສໍ່ໃຈທໍ້ລະເມີ
ໃຈເພີ້ຝັນ......................ຄູ່ໝາຍໝັ້ນຍັງບໍ່ມີເຫັນ
ໃຈເຢັນໆ.....................ບໍ່ນານຄົງພົບພໍ້

ທຳມະດາດອກແລ້ວ------------------ຄົນໂສດຂາດແຟນ
ບໍ່ມີໃຜຄວງແຂນ----------------------ຍ່າງອ້ອນຫວານແອ້ນ
ບໍ່ໄດ້ຄິດຟອນແຟ້ນ--------------------ແຕ່ງກອນມົ້ວຊື່ໆ
ຢ່າຖືສາເດີເຈົ້າ------------------------ເວົ້າຫ້າວໄປຊັ້ນດອກໃດ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
2 ທັນວາມາຮອດແລ້ວ...............ວັນແວ່ນແກ້ວແຫ່ງຊາວລາວ
ສຽງລາວແວວວາວໃສ................ໃຕ້ການນຳພັກປະຊາລາວສ້າງ
ປວງຊົນລາວເອກອ້າງ................ຢູທ່າງສ້າງເມືອງບ້ານໃຫ້ເຮືອງຮຸ່ງ
ຊູຄັນທຸງວົງເດືອນຂຶ້ນ.................ເມືອງລາວນີ້ຮຸ່ງຈະເລີນ

ຂໍອັງເຊີນພອນແກ້ວ...................ທັງສີ່ປະການຄື ອາຍຸ ວັນນະ ສຸຂະ ພະລະ
ເພື່ອມອບແດ່ຜູ້ນຳເຮົາ................ພອນຈົ່ງໄປໜູນຍູ້
ທ່ານຜູ້ນຳທຸກທົ່ວໜ້າ..................ຈົ່ງເບີກບານຊ້ອຍຊື່ນ
ຄວາມສຸກມີໝື່ນລົ້ນ....................ຈົ່ງເກີດມີແກ່ທຸກທ່ານ ນັ້ນທ້ອນ!!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
2 ທັນວາມາຮອດແລ້ວ...............ວັນແວ່ນແກ້ວແຫ່ງຊາວລາວ
ສຽງລາວແວວວາວໃສ................ໃຕ້ການນຳພັກປະຊາລາວສ້າງ
ປວງຊົນລາວເອກອ້າງ................ຢູທ່າງສ້າງເມືອງບ້ານໃຫ້ເຮືອງຮຸ່ງ
ຊູຄັນທຸງວົງເດືອນຂຶ້ນ.................ເມືອງລາວນີ້ຮຸ່ງຈະເລີນ

ຂໍອັງເຊີນພອນແກ້ວ...................ທັງສີ່ປະການຄື ອາຍຸ ວັນນະ ສຸຂະ ພະລະ
ເພື່ອມອບແດ່ຜູ້ນຳເຮົາ................ພອນຈົ່ງໄປໜູນຍູ້
ທ່ານຜູ້ນຳທຸກທົ່ວໜ້າ..................ຈົ່ງເບີກບານຊ້ອຍຊື່ນ
ຄວາມສຸກມີໝື່ນລົ້ນ....................ຈົ່ງເກີດມີແກ່ທຸກທ່ານ ນັ້ນທ້ອນ!!!!

ແມ່ນຖືກແລ້ວ--------------------------ທີ່ບອກກ່າວມາ
ປວງຊົນສ້າງສາ-----------------------ພັດທະນາເມືອງບ້ານ
ໃຫ້ຮຸ່ງເຮືອງເຫຼື້ອມ---------------------ຈະເລີນກວ່າເກົ່າ
ປະເທດລາວຈົ່ງກ້າວ-----------------ໜ້າຂຶ້ນບໍ່ຖອຍ ແທ້ເດີ

ໜ້າທີ່ 14 ຈາກທັງໝົດ 15 ໜ້າ <<<12345 ... 12131415>>>