ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 15 ຈາກທັງໝົດ 15 ໜ້າ <<<12345 ... 131415>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
2 ທັນວາມາຮອດແລ້ວ...............ວັນແວ່ນແກ້ວແຫ່ງຊາວລາວ
ສຽງລາວແວວວາວໃສ................ໃຕ້ການນຳພັກປະຊາລາວສ້າງ
ປວງຊົນລາວເອກອ້າງ................ຢູທ່າງສ້າງເມືອງບ້ານໃຫ້ເຮືອງຮຸ່ງ
ຊູຄັນທຸງວົງເດືອນຂຶ້ນ.................ເມືອງລາວນີ້ຮຸ່ງຈະເລີນ

ຂໍອັງເຊີນພອນແກ້ວ...................ທັງສີ່ປະການຄື ອາຍຸ ວັນນະ ສຸຂະ ພະລະ
ເພື່ອມອບແດ່ຜູ້ນຳເຮົາ................ພອນຈົ່ງໄປໜູນຍູ້
ທ່ານຜູ້ນຳທຸກທົ່ວໜ້າ..................ຈົ່ງເບີກບານຊ້ອຍຊື່ນ
ຄວາມສຸກມີໝື່ນລົ້ນ....................ຈົ່ງເກີດມີແກ່ທຸກທ່ານ ນັ້ນທ້ອນ!!!!

ແມ່ນຖືກແລ້ວ--------------------------ທີ່ບອກກ່າວມາ
ປວງຊົນສ້າງສາ-----------------------ພັດທະນາເມືອງບ້ານ
ໃຫ້ຮຸ່ງເຮືອງເຫຼື້ອມ---------------------ຈະເລີນກວ່າເກົ່າ
ປະເທດລາວຈົ່ງກ້າວ-----------------ໜ້າຂຶ້ນບໍ່ຖອຍ ແທ້ເດີ

+ 2 ທັນວາວັນໄຊກ້າ...................ສປປລາວໄຂສັງກາດໃຫ່ມ
ເອກະລາດລາວໄດ້..................ປະຊາທິປະໄຕພ້ອມພໍ່າ
ຊາວລາວທຸກສໍ່າເຊື້ອ................ເຫນືອໃຕ້ຊື່ນຈິດໃຈ
37 ປີລາວເຮົາໄດ້....................ເປັນເຈົ້າຊາດຂອງລາວ.ແທ້ແລ້ວ
+ 2 ທັນວາມາຮອດແລ້ວ.............ແນວໜໍ່ຊຸມຊາວລາວ
ຂໍໃຫ້ສຳລານສຸກ.......................ລາວທຸກໆຄົນໃດທົ່ວຫນ້າ
ໂລຄາຢ່າມາໄກ້.........................ຈົ່ງສຸກໃຈລໍ້າລວຍເລີດ
ມາເທີດມາພີ່ນ້ອງ........................ປອງດອງສ້າງຊາດຈະເລີນ.ຊອບແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ພັກແລ້ວ---------------ກໍ່ບໍ່ໄດ້ໄປໃສ
ວ່າພັກຊົດເຊີຍ------------ວັນຊາດມື້ວານນີ້
ວັນມີໄຊກ່ອນກີ້------------ມາມື້ນີ້ມີໄຊຢູ່
ສັດຕູຮຸກຮານນັ້ນ---------ໜີພ່າຍປະລາໄຊ ວ່າເດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາມໜາວມາຮອດແລ້ວ...................ຮັກສາສຸຂະພາບແດ່ເດີ
ຢ່າໃຫ້ໂພຍໄພຖາມ........................ຢ່ອງມາຫາໃກ້
ໄລ່ມັນໜີໄກພົ້ນ............................ລົມກໍ່ຫຼາຍແດດໝອກ
ອາກາດແປປ່ຽນເລື້ອຍ....................ຫວັດນັ້ນມັກຖາມຫາ ແທ້ເດ :)

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາກາດໜາວແບບນີ້....................ຢາກມີຄູ່ຄຽງໝອນ
ເຖິງຍາມນອນກະໜາວ..................ຢາກມີສາວມາຮຽງຂ້າງ
ກິວໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ອາກາດໜາວແບບນີ້....................ຢາກມີຄູ່ຄຽງໝອນ
ເຖິງຍາມນອນກະໜາວ..................ຢາກມີສາວມາຮຽງຂ້າງ
ກິວໆໆໆໆໆ

ບໍ່ຕ້ອງການບ່າວບໍ່ເຈົ້າ.................ໄປຢູ່ຂ້າງກາຍ
ອາດອຸ່ນກວ່າສາວໃດ..................ໃນໂລກາທັງນັ້ນ
ແຕ່ວ່າຊາຍຮັກແທ້.......................ແລະນິໄສດີກໍ່ຫາຍາກ
ລ້ຳບາກໃຈຍາກລ້ຳ.....................ບໍ່ອາດຮູ້ວ່າຈະພົບພໍ້ບໍ່ຈັກ

ແຕ່ງມົ້ວເວົ້າຫຼິ້ນຊື່ໆເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນທີ່ແຕ່ງຫຼິ້ນໆ :)

ດີໃຈທີ່ໄດ້ມາພົບພໍ້...................ແສນສຸດຊື່ນອຸລາ
ພົບກັນໄດ້ເວົ້າຈາ....................ເຮຮາມີສຸກລົ້ນ
ໄປໃສມາໃສນັ້ນ......................ກໍ່ອາໄສເພື່ອແຜ່
ຮັກແພງກັນມາໂດຍແທ້..............ບໍ່ເຄີຍວ່າຈະຫ່າງໜີ

ແຕ່ເມື່ອມາບັດນີ້.......................ເວລາຊິພາພັດຈາກ
ຊິຫ່າງໄກກັນແທ້ນໍເຈົ້າ................ຄິດເວົ້າມານ້ຳຕາຊຶມ
ຈະບໍ່ລືມເດີເຈົ້າ.........................ສິ່ງທີ່ເຮົາຮ່ວມຊີວິດກັນຢູ່
ຮັກແພງກັນມາຫຼາກລົ້ນ................ບໍ່ລືມແທ້ແມ່ນແນ່ນອນ

ຈະຍັງຈຳຈື່ໄວ້...........................ເຂດນີ້ຖິ່ນເຄີຍຮັກ
ຂໍອະນຸລັກຝັງໃຈ........................ຫ່າງໄກບໍ່ລືມແລ້ວ
ຫາກມີເວລານັ້ນ.........................ວັນໃດທີ່ຫາກຫວ່າງ
ຊິຫວນມາທ່ຽວຢ້ຽມ......................ໄທບ້ານພີ່ນ້ອງເຮົາ ແທ້ແລ້ວ

ຮັກເດີຢາກບອກໄວ້.....................ມີຄວາມສຸກ ແລະ ຊື່ນໃຈ
ທີ່ໄດ້ມາເຫັນກັນ.........................ຈະບໍ່ລືມລົງໄດ້
ຂໍຈົດຈຳຈື່ໄວ້.............................ໄປແຫ່ງຫົນໃດຈຳຝັງໃຈຄືເກົ່າ
ບໍ່ວ່າຍາມທຸກຫຼືເສົ້າ.......................ຂໍຈົດຈຳໄວ້ ບໍ່ອາດລືມ ແທ້ແລ້ວ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດອ່າວໂອ້.............ຮອນຮໍ່າຄືນຫລັງ
ຄິດຮອດສວນ..................ໄຮ່ນາຕາກ້າ
ຄິດຮອດບ້ານ..................ເຮືອນຊານເຄີຍຢູ່
ຊຸມໝູ່ພ້ອມ.....................ທັງບ້ານເກົ່າຫລັງ.ເດໜໍ

ຈອນຈາກບ້ານ................ຖານຖີ່ນມາໄກ
ມາອາໃສ........................ຢູ່ເມືອງຫລວງກ້ວາງ
ຫລາຍປີແລ້ວ..................ເຮົາຍັງບໍຕ່າວ
ວຽກຟັ່ງຟ້າວ....................ບ່າວອ້າຍບໍ່ທັນ.ນັ້ນຫນາ

ປີໃຫ່ມນີ້..........................ຄິດຕ່າວຄືນຢາມ
ດິນແດນງາມ...................ແມ່ຊຳຕອນໃຕ້
ໃຜໄປດ້ວຍ.......................ຮຽມເຊີນມາແວ່
ເຊີນຢ່ອງຢ້ຽມ...................ເມືອງຂ້ອຍແດ່ໃດ.ທ່ານເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

ປີໃໝ່ນີ້............................ບໍ່ຫວ່າງຍັງບໍ່ໄດ້ໄປ
ຖ້າບາງທີເງິນຫຼາຍ............. ຈິ່ງຊິໄປຢ່ອງຢ້ຽມ
ບໍ່ມີໝູ່ໄປພ້ອມ....................ເປັນຈັ່ງໃດຄືເຫງົາຫງອກ
ເວົ້າຢອກໄປຊື່ໆຫັ້ນ.............ຂ້ອຍຢາກໄປແທ້ອີ່ຫຼີ ຫວ່າງກ່ອນເດີ ອິອິ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ປີໃໝ່ນີ້............................ບໍ່ຫວ່າງຍັງບໍ່ໄດ້ໄປ
ຖ້າບາງທີເງິນຫຼາຍ............. ຈິ່ງຊິໄປຢ່ອງຢ້ຽມ
ບໍ່ມີໝູ່ໄປພ້ອມ....................ເປັນຈັ່ງໃດຄືເຫງົາຫງອກ
ເວົ້າຢອກໄປຊື່ໆຫັ້ນ.............ຂ້ອຍຢາກໄປແທ້ອີ່ຫຼີ ຫວ່າງກ່ອນເດີ ອິອິ

ອ່າວ!!!! ຄິດວ່າໄດ້............ໄປຮ່ວມສາວພາ
ຮອດເວລາ.....................ປ່ຽນຈາແນວເວົ້າ
ເອົາເທື່ອຫນ້າ..................ເຮົາມາອີກໃຫ່ມ
ໄປຢ່ອງຢື້.......................ເມືອງບ້ານຖິ່ນຫລັງ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ນັບວ່າດົນເຕີບແລ້ວ.....................ທີ່ເຫີນຫ່າງກະທູ້ກອນ
ບໍ່ໄດ້ຮອນຮ່ຳຄິດ.........................ລິຂິດການກອນແຕ້ມ
ຫລາຍແຮມຄືນປະຮ້າງ.................ການກະວີກໍ່ເວວ່າງ
ຄິດຮອດທາງບ່ອນເບື້ອງ...............ກະທູ້ເວົ້າກ່າວເປັນກອນ
ວັນນີ້ຈອນມາພໍ້...........................ເລີຍໄຂຂໍ້ກ່າວຈາ
ວັນເວລາລ່ວງເລີຍ.......................ຄ່ອຍສະເບີຍບໍ່ໝູ່ເຈົ້າ
ສ່ວນເຮົາຄ່ອຍຢູ່ສ້າງ....................ວຽກງານຂຽນບົດວິໄຈ(ຈົບຊັ້ນ)
ປີໃໝ່ວຽນມໍ່ໃກ້............................ຊຸມໝູ່ເຈົ້າຈະທ່ຽວໃສ ເດ່ນໍ

ເຫີນຫ່າງລໍ້ຳ----------------ໄກຈາກກອນຈາ
ຫມູນວຽນມາ---------------ພົບກັນອີກຄັ້ງ
ບໍ່ພາດພັ້ງ------------------ມາຕໍ່ກອນອີກ
ປີໃຫມ່ນີ້--------------------ຈົ່ງກ້າວຮຸ່ງເຮືອງ ທຸກທ່ານເດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ປີໃໝ່ນີ້............................ບໍ່ຫວ່າງຍັງບໍ່ໄດ້ໄປ
ຖ້າບາງທີເງິນຫຼາຍ............. ຈິ່ງຊິໄປຢ່ອງຢ້ຽມ
ບໍ່ມີໝູ່ໄປພ້ອມ....................ເປັນຈັ່ງໃດຄືເຫງົາຫງອກ
ເວົ້າຢອກໄປຊື່ໆຫັ້ນ.............ຂ້ອຍຢາກໄປແທ້ອີ່ຫຼີ ຫວ່າງກ່ອນເດີ ອິອິ

ອ່າວ!!!! ຄິດວ່າໄດ້............ໄປຮ່ວມສາວພາ
ຮອດເວລາ.....................ປ່ຽນຈາແນວເວົ້າ
ເອົາເທື່ອຫນ້າ..................ເຮົາມາອີກໃຫ່ມ
ໄປຢ່ອງຢື້.......................ເມືອງບ້ານຖິ່ນຫລັງ...

ວ່າຫັ້ນລະ-----------ຖ້າເບິ່ງບຸນຊ່ວງເຮືອ
ບໍ່ຍາກເຫລືອ-------ຊິໄປຢາມພຸ້ນ
ຖາມຫມູ່ພ້ອມ------ຊິໄປນຳບໍ່
ຖ້າມີຫມູ່ລົ້ນ--------ໄປພ້ອມຈິ່ງມ່ວນຫລາຍ ແມ່ນບໍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

ວ່າຫັ້ນລະ-----------ຖ້າເບິ່ງບຸນຊ່ວງເຮືອ
ບໍ່ຍາກເຫລືອ-------ຊິໄປຢາມພຸ້ນ
ຖາມຫມູ່ພ້ອມ------ຊິໄປນຳບໍ່
ຖ້າມີຫມູ່ລົ້ນ--------ໄປພ້ອມຈິ່ງມ່ວນຫລາຍ ແມ່ນບໍ

ໂອ ຄືດົນແທ້............ໄປກ່ອນໃດພາ
ເອົາຮູບມາ...............ສົ່ງຫາໃດເຈົ້າ
ທັນຊິເຂົ້າ................ວຽງໄຊໃດສ່ຽວ
ໄປທ່ຽວບ້ານ............ນານແລ້ວຮໍ່າຮອນ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

ໂອ ຄືດົນແທ້............ໄປກ່ອນໃດພາ
ເອົາຮູບມາ...............ສົ່ງຫາໃດເຈົ້າ
ທັນຊິເຂົ້າ................ວຽງໄຊໃດສ່ຽວ
ໄປທ່ຽວບ້ານ............ນານແລ້ວຮໍ່າຮອນ

ໄປເດີເຈົ້າ-------------- ໂຊກດີມີໄຊ
ເດີນທາງໄກ------------ປອດໄພທາງພຸ້ນ
ຢູ່ທາງພີ້----------------ຊອກຫາບ່ອນທ່ຽວ
ເປນຫ່ວງແທ້------------ສຸຂະພາບຮ່າງກາຍ ນັ້ນແລ້ວ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ໄປເດີເຈົ້າ-------------- ໂຊກດີມີໄຊ
ເດີນທາງໄກ------------ປອດໄພທາງພຸ້ນ
ຢູ່ທາງພີ້----------------ຊອກຫາບ່ອນທ່ຽວ
ເປນຫ່ວງແທ້------------ສຸຂະພາບຮ່າງກາຍ ນັ້ນແລ້ວ ແຮໆ

ຂອບໃຈເຈົ້າ..........ມາສົ່ງພອນເຮົາ
ພາຄືກັນ..............ສຳລານໃດເຈົ້າ
ທຸກໂສກເສົ້າ.........ໜີຫາຍເຫີນຫ່າງ
ໂຊກແລ່ນເຂົ້າ........ຮັກພ້ອມຄູ່ຄອງ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

ຂອບໃຈເຈົ້າ..........ມາສົ່ງພອນເຮົາ
ພາຄືກັນ..............ສຳລານໃດເຈົ້າ
ທຸກໂສກເສົ້າ.........ໜີຫາຍເຫີນຫ່າງ
ໂຊກແລ່ນເຂົ້າ........ຮັກພ້ອມຄູ່ຄອງ.

ເຊັ່ນກັນເຈົ້າ---------ຂອບໃຈອ່ວຍພອນ
ແບບເປັນກອນ------ອອນຊອນນໍນີ້
ອາກາດຮ້ອນແນວນີ້--ໄປຊຳເຫນືອຄືຈະເຢັນສ່ອງ
ໄປຮອດແລ້ວ---------ຖ່າຍຮູບມາັ້ໂຊແດ່ເດີ ແຮໆ

ໜ້າທີ່ 15 ຈາກທັງໝົດ 15 ໜ້າ <<<12345 ... 131415>>>