ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 2 ຈາກທັງໝົດ 15 ໜ້າ <<<1234 ... 1112131415>>>

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ຫຼົງເຂົ້າມາຊື່ໆ……………..ບໍ່ໄດ້ມາແຕ່ງກ່ອນ
ກຳລັງວ່າຈະໄປນອນ……….ເລີຍມາອ່ານກອນເຈົ້າ
ແຕ່ລະທ່ານກະຄອ່ຍເວົ້າ……..ມ່ວນຫຼາຍເປັນຕາອ່ານ
ໄວ້ມື້ໜ້າຄັນບໍ່ຄ້ານ………ລະສິມາຕ້ານກ່າວຜະຫຍາ….ເດີສາວພາຄົນງາມເອີຍ!

ໂອ໋ ຊ່າງແຕ່ງມ່ວນແທ້--------------ກອບກາບດ້າຍຜະຫຍາ
ຊ່າງເວົ້າພັນລະນາ------------------ອ່ານແລ້ວມ່ວນອອນຊອນແທ້
ຊ່າງແຕ່ງກອນກາບແກ້------------ມ່ວນແມ້ງແຫ່ງໃຈຈິດ
ຊ່າງວ່າຄິດຂຶ້ນມາ-------------------ມ່ວນຫຼາຍນໍກອນເຈົ້າ ອິອິອິ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ
ງົງອີຫລີ........ແຕ່ງບໍ່ເປັນໆ...............ແບບນີ້ກະໄດ້ບໍ ???

ງົງອັນຫຍັງເດເຈົ້າ----------------ເຂົ້າມາຕ້ອງແຕ່ງກອນເດີ :)
ຢ່າທຳທ່າງົງອະເລີ----------------ເຊື່ອວ່າເຈົ້າຕ້ອງແຕ່ງໄດ້
ເຈົ້າຫາກທຳທ່າເວົ້າ---------------ວ່າແຕ່ງບໍ່ເປັນດອກ
ແຕ່ແທ້ຈິງເຈົ້າແຕ່ງໄດ້------------ບໍ່ເຊື່ອກໍ່ລອງເບິ່ງແມ໋ ທ່ານເອີຍ ອິອິ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ...

ສະບາຍດີນາງເຈົ້າ--------------ສິມາເວົ້າໃຫ້ຟັງ
ອັນວ່າກອນຫຍາບນັ້ນ-----------ກໍ່ບໍ່ຮູ້ຄືກັນ
ຄຳວ່າກອນຫຍາບນັ້ນ-----------ມີມາດົນແລ້ວ
ຫາກນັກປາດຜູ້ໃດຮູ້---------------------ລອງມາເວົ້າໃຫ້ັຟັງແດ່ດຸ ທ່ານເອີຍ!!!!!

ອໍ ບໍ່ເປັນຫຍັງດອກທ່ານ----------------ຈະກອນຫຍາບກອນດີ
ເຮົາມາແຕ່ງກອນຟີ----------------------ກໍ່ມ່ວນໃນໃຈພ້ອມ
ຈະວ່າໄປກອນກ້ອມ----------------------ແຕ່ງໄປໄດ້ຫົວຕໍ່
ແນວຜະຫຍາຕໍ່ເວົ້າ----------------------ກອນເຈົ້າຕໍ່ເນື່ອງກັນ ແທ້ເດ ແຮໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຢ່າຟ້າວຍ້ອງເທື່ອທ້ອນ..........ວ່າຂ້ອຍແຕ່ງກອນມ່ວນ ອວນເອີຍ
ກວ່າຈະເອີ່ຍເປັນກອນ...........ແສນຍາກເຢັນຈິງແທ້
ສຸດແຕ່ໃຈຢາກຂຽນ..............ລຽນອັກສອນໃຫ້ມັນຄ່ອງ
ເປັນທຳນອງກະວີກ່າວ..........ແຕ່ແວວວາວມັນບໍ່ໃຫ້ ເລີຍໄດ້ແຕ່ອ່ານເຂົາ

ຄືມາຖ່ອມຕົວແທ້------------------ກອນກໍ່ມ່ວນຄ່ອງໃນ
ອ່ານແລ້ວມ່ວນຈັບໃຈ------------ອ່ານໄປອອນຊອນພ້ອມ
ແຕ່ງເປັນກາບກອນກ້ອມ---------ຫຼາຍໆມາໃຫ້ອ່ານເດີແນ່
ຊິຕັ້ງຕາອ່ານແທ້ໆ---------------ກອນເຈົ້າຊ່າງມ່ວນຫຼາຍ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...

ໂອຍອ້າຍອັນນີ້ລະວ່າ------------ມາແຕ່ຕົບມື
ຕັ້ງວ່າ5ຄຳເຫັນ------------------ເປັນກະຕຸນຕົບມືທັງນັ້ນ
ບໍ່ໄດ້ເດີເຈົ້ານີ້---------------------ຫວັງປ້ຳແຕ່ເງິນພັນລາວແມ່ນບໍ່
ເທື່ອໜ້າມາຕໍ່ກອນເດີເຈົ້າ-------ຢ່າເຮັດຈັ່ງຊັ້ນບໍ່ໄດ້ເດີ ແຮໆໆໆ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອາວ!!!!ເວນລະບາດນີ້..............ກະຍັງວ່າແຕ່ວບໍ່ເປັນ ກະຍັງວ່າ
ເຈົ້າພັດມາເຊົ້າຊີ້....................ໃຫ້ແຕ່ງຕໍ່ຍາວໆ ວ່າຊັ້ນ
ຈັກຊິປັນຍາມາແຕ່ໃສ?............ລິຂິດເປັນກອນນໍບາດນີ້ ຍາກແທ້ເດ!!!!
ນັກສັບສົນປົນເປຄືຈັ່ງຂ້ອຍ.......ຊິເອົາຫຍັງເດມາກອຍກ່າວ ສາວເອີຍ
ຫ່າວວ່າເອີ່ຍໄປລ້າໆ...............ບໍ່ຮູ້ຮອດເລື່ອງຫລັກການ
ວາງອັກສອນລຽນຊ້ອນ............ວອນແຕ່ເຈົ້າຜູ້ງາມ(ງອນ)
ຊ່ວຍສ້ອມແຊມນຳດ້ວຍ...........ຫາກບົດກອນບໍ່ສະສວຍ
ຊ່ວຍແຕ່ງເຕີມນຳທ້ອນ............ກະຢາກຂຽນຂີດແຕ້ມ
ໃຫ້ມັນອອນຊອນຫັ້ນແລ້ວ........ແຕ່(ຮຽມ)ຍັງອ່ອນປະສົບການ
ພ້ອມການຫວ່ານຄຳຫວານ.......ໃຫ້ຊື່ນບານນີ້ແຮງແລ້ວ
ແນວວ່າແວວບໍ່ໃຫ້.................ເປັນໄດ້ແຕ່ມົ້ວເອົາ ຄືວ່າມາແຮແຮ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ປະຕິໂທ! ໃຜກະວ່າແຕ່ງບໍ່ໄດ້............ບາດໃສ່ມາເປັນຊຸດ
ບໍ່ຈັກເອົາຄວາມວ່າ...............ຄວາມມ່ວນໃສມາເວົ້າ
ເຮົາລະອາຍໃຈແທ້...............ມີແຕ່ຜູ້ແຕ່ງມ່ວນ
ຊວນໃຫ້ໃຈຄິດຮອດ.............ຕອນແຕ່ງຢູ່ມັດທະຍົມ....

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ອາວ!!!!ເວນລະບາດນີ້..............ກະຍັງວ່າແຕ່ວບໍ່ເປັນ ກະຍັງວ່າ
ເຈົ້າພັດມາເຊົ້າຊີ້....................ໃຫ້ແຕ່ງຕໍ່ຍາວໆ ວ່າຊັ້ນ
ຈັກຊິປັນຍາມາແຕ່ໃສ?............ລິຂິດເປັນກອນນໍບາດນີ້ ຍາກແທ້ເດ!!!!
ນັກສັບສົນປົນເປຄືຈັ່ງຂ້ອຍ.......ຊິເອົາຫຍັງເດມາກອຍກ່າວ ສາວເອີຍ
ຫ່າວວ່າເອີ່ຍໄປລ້າໆ...............ບໍ່ຮູ້ຮອດເລື່ອງຫລັກການ
ວາງອັກສອນລຽນຊ້ອນ............ວອນແຕ່ເຈົ້າຜູ້ງາມ(ງອນ)
ຊ່ວຍສ້ອມແຊມນຳດ້ວຍ...........ຫາກບົດກອນບໍ່ສະສວຍ
ຊ່ວຍແຕ່ງເຕີມນຳທ້ອນ............ກະຢາກຂຽນຂີດແຕ້ມ
ໃຫ້ມັນອອນຊອນຫັ້ນແລ້ວ........ແຕ່(ຮຽມ)ຍັງອ່ອນປະສົບການ
ພ້ອມການຫວ່ານຄຳຫວານ.......ໃຫ້ຊື່ນບານນີ້ແຮງແລ້ວ
ແນວວ່າແວວບໍ່ໃຫ້.................ເປັນໄດ້ແຕ່ມົ້ວເອົາ ຄືວ່າມາແຮແຮ

ອິອິ ບໍ່ເປັນຫຍັງດອກເຈົ້າ---------------ແຕ່ງໄປໂລດບໍ່ເປັນຫຍັງ
ອ່ານກອນຈິ່ງບໍ່ລຳພັງ-------------------ແຕ່ງຫຼາຍຄົນຈິ່ງມ່ວນແມ້ງ
ແຕ່ງໄປຫາກເຫັນແຈ້ງ-----------------ສີມືພັດທະນາຕື່ມ
ພໍໄດ້ມ່ວນດູດດື່ມສ້າງ------------------ສີສັນເພີ່ມຂຶ້ນນຳກັນ ແທ້ແລ້ວ

ແຕ່ງໄປກໍ່ໄດ້ຫົວມ່ວນຍ້ອນ------------ບໍ່ຕ້ອງລັງເລຫຼາຍ
ແຕ່ງໄປຕາມສະບາຍ------------------ຕາມສະຕາຍເຮົານັ້ນ
ບໍ່ຕ້ອງຫວັ່ນເກງກົ້ວ--------------------ບໍ່ຕ້ອງກົວການເຕີມແຕ່ງ
ສ້າງສີສັນຊີວິດມ່ວນແມ້ງ-------------ບໍ່ເບິ່ງຂ້າມກອນພະຫຍາແທ້ແລ້ວ ອິອິ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ປະຕິໂທ! ໃຜກະວ່າແຕ່ງບໍ່ໄດ້............ບາດໃສ່ມາເປັນຊຸດ
ບໍ່ຈັກເອົາຄວາມວ່າ...............ຄວາມມ່ວນໃສມາເວົ້າ
ເຮົາລະອາຍໃຈແທ້...............ມີແຕ່ຜູ້ແຕ່ງມ່ວນ
ຊວນໃຫ້ໃຈຄິດຮອດ.............ຕອນແຕ່ງຢູ່ມັດທະຍົມ....

ແມ່ນຄວາມເຈົ້າຫັ້ນແລ້ວ--------ຂ້ອຍກໍ່ຄິດຮອດຕອນມັດທະຍົມ
ອາຈານໃຫ້ຂຶ້ນລຳ---------------ຕາມບົດກອນໃນປຶ້ມ
ພໍແຕ່ສຽງລຳຂຶ້ນ-----------------ຮອດກາງບົດກອນກ່ອນ
ສຽງຂ້ອຍຂາດເປັນວັກກ້ອນ-------ໝູ່ໃນຫ້ອງຫົວໂຮ່ແຊວ ແທ້ແລ້ວ ອິອິ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຕູ້ພາ ນຸ້ນວ່າ ດີທ່ຽງແທ້........ບອກບ່ອນຕອນຄົນສົນ
ສົນທີ່ວ່າ ແມ່ພັນລາວມີຮັກ.....ບອກຜູ້ໃດມາແລ້ວ
ເຂົາເປັນແກວ ຫລືລາວແທ້.....ຈີນແດງໃຫ້ບອກແດ່
ແລ້ວນຸ້ນຈະກ່ອມແກ້......ກອນຊ້ອນຕ່ືມຜະຍາ ຕູ້ເອີຍ.....໕໕໕໕໕ ກວນປະສາດເດີ້ ໄປລະ...

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ຕູ້ພາ ນຸ້ນວ່າ ດີທ່ຽງແທ້........ບອກບ່ອນຕອນຄົນສົນ
ສົນທີ່ວ່າ ແມ່ພັນລາວມີຮັກ.....ບອກຜູ້ໃດມາແລ້ວ
ເຂົາເປັນແກວ ຫລືລາວແທ້.....ຈີນແດງໃຫ້ບອກແດ່
ແລ້ວນຸ້ນຈະກ່ອມແກ້......ກອນຊ້ອນຕ່ືມຜະຍາ ຕູ້ເອີຍ.....໕໕໕໕໕ ກວນປະສາດເດີ້ ໄປລະ...

ສະບາຍດີທ່ານເຈົ້າ-------------ອັນວ່ານຸ້ນຫັ້ນແມ່ນຫຍັງ
ຂ້ອຍຍັງລັງເລໃຈ---------------ແມ່ນໝາຍເຖິງຫຍັງແທ້
ອັນຄົນສົນທີ່ວ່ານັ້ນ--------------ແມ່ນຫຍັງນໍທ່ານ
ມາຂານຕໍ່ບອກເວົ້າ-------------ໃຫ້ຈະແຈ້ງກ່ອນນ໋າ

ອ້າວ ແມ່ນຜູ້ໃດມີຮັກນັ້ນ--------ມີຢູ່ແຫ່ງໃດ
ມາເວົ້າໃຫ້ສົນໃຈ----------------ຮອດແກວລາວຈີນແດງພຸ້ນ
ມາເວົ້າກວນໃຈວ໋າວຸ້ນ----------ໃຫ້ເຮົາຄິດນຳຕໍ່
ມາແກ້ກອນກາບກ່ອນເຈົ້າ------ຊິຟ້າວແລ່ນໄປໃສເດນໍ ອິອິ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ອໍ ບໍ່ເປັນຫຍັງດອກທ່ານ----------------ຈະກອນຫຍາບກອນດີ
ເຮົາມາແຕ່ງກອນຟີ----------------------ກໍ່ມ່ວນໃນໃຈພ້ອມ
ຈະວ່າໄປກອນກ້ອມ----------------------ແຕ່ງໄປໄດ້ຫົວຕໍ່
ແນວຜະຫຍາຕໍ່ເວົ້າ----------------------ກອນເຈົ້າຕໍ່ເນື່ອງກັນ ແທ້ເດ ແຮໆໆ

ຈັ່ງແມ່ນແມ່ນາງຊ່າງເວົ້າ----------------------ຕໍ່ຜະຫຍາຈັງແມ່ນເກັ່ງ
ຢາກຈະເສັງຜະຫຍາຕໍ່ກັບເຈົ້າ---------------ຢ້ານຄຳເວົ້າບໍ່ຂານສູ້
ຄວາມຮູ້ກະມີນ້ອຍ-----------------------------ເລີຍບໍ່ກ້າຂານແຂ່ງ
ກະເລີຍແຕ່ງກາບຜະຫຍາມົ້ວໆ-------------------ໃຫ້ແມ່ນາງນ້ອຍ ຫົວນຳ.....ຮ່າຮ່າຮ່າ!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ...

ຈັ່ງແມ່ນແມ່ນາງຊ່າງເວົ້າ----------------------ຕໍ່ຜະຫຍາຈັງແມ່ນເກັ່ງ
ຢາກຈະເສັງຜະຫຍາຕໍ່ກັບເຈົ້າ---------------ຢ້ານຄຳເວົ້າບໍ່ຂານສູ້
ຄວາມຮູ້ກະມີນ້ອຍ-----------------------------ເລີຍບໍ່ກ້າຂານແຂ່ງ
ກະເລີຍແຕ່ງກາບຜະຫຍາມົ້ວໆ-------------------ໃຫ້ແມ່ນາງນ້ອຍ ຫົວນຳ.....ຮ່າຮ່າຮ່າ!!!

ໂອເຈົ້າກໍ່ແຕ່ງມ່ວນແລ້ວ-----------------ບໍ່ຕ້ອງລັງເລໃຈຫຼາຍ
ແຕ່ງໄປໂລດບໍ່ຕ້ອງອາຍ----------------ແຕ່ງໄປຫຼາຍຍິ່ງມ່ວນແມ້ງ
ເຖິງເຮົາບໍ່ແມ່ນນັກກະວີແທ້---------------ມາສະໝັກຫຼິ້ນພໍໄດ້ມ່ວນ
ຊວນອອນຊອນແລະໄດ້----------------ຫົວມ່ວນຊື່ນນຳກັນແທ້ນໍ ອິອິ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຂອບໃຈເດີທີ່ຊ່ວຍຊີ້.................ກອນກ່າວໃຫ້ກຳລັງໃຈ
ໃຫ້ແຕ່ງໄປເລິງເລື້ອຍ...............ພາກັນເບື່ອຍເປັນກອນ
ເມັນຕອບກັນໃຫ້ມ່ວນແມ້ງ.........ຫັດແຕ່ງກັນມື້ລະໜ້ອຍ
ຄາວໜ້າຫາກຊິຫລາຍ..............ກໍ່ຫາກແມ່ນຄວາມເຈົ້າ

ເວົ້າມາຖືກທຸກບ່ອນ.................ພອນສະຫວັນມີບໍ່ມາໃຊ້
ມີໄດ້ກໍ່ເປົ່າດາຍ......................ຂ້ອຍມັກຫລາຍກະທູ້ນີ້
ຂໍຂອບໃຈທີ່ສ້າງມາ.................ເພື່ອສຶກສາກະວີເວົ້າ
ມາຂັດເກົາທັກສະພອ້ມ.............ກະວີກ້ອມຕໍ່ໃສ່ກັນ

ສ້າງສີສັນໃຫ້ມ່ວນໃນ...............ມະໂນນຳຊື່ນຊ້ອຍ
ບົດກະວີບໍ່ຊື່ນຊ້ອຍ........................ໃຫ້ຄ່ອຍເອົາເດີ ພີ່ນ້ອງເອີຍ
ອົດສາອ່ານ.................................ນັກແຕ່ງຫລິ້ນ
ຊາມໄດ້ພໍ້ເພິ່ນ..............................ຜູ້ແຕ່ງຕົວຈິງ ຫັ້ນທ້ອນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຂອບໃຈເດີທີ່ຊ່ວຍຊີ້.................ກອນກ່າວໃຫ້ກຳລັງໃຈ
ໃຫ້ແຕ່ງໄປເລິງເລື້ອຍ...............ພາກັນເບື່ອຍເປັນກອນ
ເມັນຕອບກັນໃຫ້ມ່ວນແມ້ງ.........ຫັດແຕ່ງກັນມື້ລະໜ້ອຍ
ຄາວໜ້າຫາກຊິຫລາຍ..............ກໍ່ຫາກແມ່ນຄວາມເຈົ້າ

ເວົ້າມາຖືກທຸກບ່ອນ.................ພອນສະຫວັນມີບໍ່ມາໃຊ້
ມີໄດ້ກໍ່ເປົ່າດາຍ......................ຂ້ອຍມັກຫລາຍກະທູ້ນີ້
ຂໍຂອບໃຈທີ່ສ້າງມາ.................ເພື່ອສຶກສາກະວີເວົ້າ
ມາຂັດເກົາທັກສະພອ້ມ.............ກະວີກ້ອມຕໍ່ໃສ່ກັນ

ສ້າງສີສັນໃຫ້ມ່ວນໃນ...............ມະໂນນຳຊື່ນຊ້ອຍ
ບົດກະວີບໍ່ຊື່ນຊ້ອຍ........................ໃຫ້ຄ່ອຍເອົາເດີ ພີ່ນ້ອງເອີຍ
ອົດສາອ່ານ.................................ນັກແຕ່ງຫລິ້ນ
ຊາມໄດ້ພໍ້ເພິ່ນ..............................ຜູ້ແຕ່ງຕົວຈິງ ຫັ້ນທ້ອນ

ແມ່ນຄວາມເຈົ້າຫັ້ນແລ້ວ---------------------ເຮົາຕ້ອງພາກພຽນ
ຖືເປັນການຮຽນ--------------------------------ມື້ລະເລັກລະໜ້ອຍ
ເຖິງບໍ່ມ່ວນຊື່ນຊ້ອຍ---------------------------ກໍ່ປັບແຕ່ງເຕີມໃໝ່
ເອົາໃຈໃສ່ເທື່ອລະບາດກ້າວ----------------ຫັນຫ້າວຫາກໄດ້ກອນມ່ວນດອກນ໋າ ອິອິ

ຂອບໃຈເດີທີ່ເຈົ້າມັກກະທູ້ນີ້------------------ເຮົາມາແຕ່ງກອນກ້ອມນຳກັນ
ມາຜູກມິດສຳພັນ------------------------------ດ້ວຍບົດກອນກະວີກ້າວ
ຈົ່ງຢ່າລັງເລຟ້າວ-----------------------------ເຫັນແລ້ວຢ່າໜີກ່ອນ
ມາແຕ່ງກອນນຳກັນແດ່ພ້ອມ-----------------ຫຼາຍໜ້ອຍກໍ່ໄດ້ມ່ວນນຳກັນແທ້ແລ້ວ :) ອິອິ

ແຕ່ງໄປໂລດເດີເຈົ້າ-------------------------ແຕ່ງມາແລ້ວຂ້ອຍຊິຕອບ
ແຕ່ງມາຕາມໃຈຊອບ-------------------------ຫາກຊິປະກອບຕື່ມສ້າງ
ຕອບຕໍ່ບໍ່ໃຫ້ຄາຄ້າງ--------------------------ອາດບໍ່ອອນຊອນຫຼາຍດອກ
ພໍໄດ້ມ່ວນຢອກເຢົ້າ---------------------------ມາເຝົ້າແຕ່ງກອນນຳກັນເດນໍ ອິອິອິ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ບູຮານລາວກ່າວໄວ້ ໃຜເກ່ງກອນຜະຫຍາ
ສາມາດກາຍເປັນຂຸນ ໃນຫໍໂຮງທຽມພະຍາເຈົ້າ
ຕຳແຫນ່ງບັນດິດເຄົ້າ ໂຫລາອາມາດ
ຕ້ອງສະຫລາດຮອບຮູ້ ກາບກອນກ້າລື່ນໄຫລ
ນອກນັ້ນ ຍັງກ່າວໄວ້ ເຖີງເລື່ອງຂອງບ່າວສາວ
ກ່ອນຈະປົງໃຈມັກ ຄົບກັນເປັນຊູ້
ຊາຍຕ້ອງມີກອນຜະຫຍາກ້າ ມື້ຊາເປົ່າແຄນເກ່ງ
ຍິງວາຈາອອ່ນຊ້ອຍ ເຂັນຝ້າຍເກ່ງຄູ່ກັນ ຊັ້ນໄດ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

ໂອແມ່ນແທ້ໃດເນາະທີ່ເວົ້າ------------------ເຄີຍຍິນຜູ້ເຖົ້າກ່າວຈາ
ຄົນສະໄໝກ່ອນຫັ້ນນະ-----------------------ເປັນດັ່ງທ່ານວ່າແທ້
ຕ້ອງເກັ່ງກອນຜະຫຍາໄວ້-------------------ຈິ່ງເປັນຂຸນພະຍາໃຫຍ່
ໄປລົມສາວກໍ່ຄືວ່າຫັ້ນ------------------------ຕ້ອງເກັ່ງພ້ອມອັນເປົ່າແຄນ

ໂອຄັນວ່າເຮົາເກັ່ງແທ້-----------------------ຊິບໍ່ໄດ້ເປັນພະຍາບໍຊັ້ນນະ ( ຮາໆ)
ວ່າຢອກເຢົາຫົວໄປ--------------------------ກໍ່ມ່ວນຊື່ນໃຈແລ້ວ
ສະໄໝຍາມແນວນີ້--------------------------ບໍ່ມີພະຍາແມ່ນບໍ່
ເປັນພະຍາໃຫ້ຕົວເອງກໍ່ດີແລ້ວ------------ແຕ່ງກອນພໍມ່ວນຊື່ນໃຈ ເນາະທ່ານເນາະ ອິອິອິ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ເລີກການມາກໍ່ເຂົ້າ...........ປະຈຳທີ່ຂຽນກອນ
ຮອດບ່ອນບໍ່ສົນໃຈ...........ກິນເຂົ້າກິນນ້ຳ
ເປັນຂອງເສບຕິດແທ້........ແກ້ກັນບັນຫາໃຫ່ຍ
ໃຜຜູ້ເສບຕິດແລ້ວ.............ຫາແນວແກ້ບໍ່ມີ

ໂອນໍ ຂໍໃຫ້ເປັນຈັ່ງຊີ້...........ມີແນວດີຢາກມາແວ່
ບໍ່ແມ່ນແຕ່ການເມືອງ.........ເລື່ອງປວດຫົວແລງເຊົ້າ
ເຮົາກໍ່ພາກັນສ້າງ...............ໃຫ້ພັນລາວເປັນຕາຢູ່
ໃຫ້ໝູ່ເຮົາເຈົ້າຂ້ອຍ.............ປະຊັນປັນຍາໃຊ້
........................................ສິນອັກສອນ ກ່ອນນາ...

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຫາກວ່າເກ່ງແຕ່ກອນກ້ຽວ.................ຈະຖືຕົນເປັນໃຫຍ່ ບໍ່ເປັນແລ້ວ
ເກ່ງກອນແລ້ວຕ້ອງເກ່ງກ້າ................ປັນຍາຕ້ອງແຫລມຕື່ມ
ເກ່ງແຕ່ກອນປັນຍາລື້ມ......................ປະຊາໄດຈະກັງຕໍ່
ຕ້ອງມີດີເປັນຂໍ້ໆ............................ຈື່ງຄວນຄູ່ນັ່ງເມືອງ ດອກໄດ
ຍຸກສະໄຫມປ່ຽນປີ້ນ...................ຍົກເລີກແບບຣາຊາ
ປ່ຽນມາເປັນສາທາ.....................ປັດຈຸບັນບັດນີ້
ຄັນຢາກເປັນຣາຊາເຈົ້າ................ຈິນຕະນາການເອົາໄປກ່ອນ
ຫາກລະບົບມັນຫວນຢ້ອນ.............ຈິ່ງຈາຕ້ານຮອດພະຍາອີກເດີ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຊ່ວຍພາກັນສັນສ້າງ.............ວາງວາດກະວີວອນ
ເພື່ອຜ່ອນຄາຍອາລົມ...........ທຸກລະທົມໃຫ້ຫາຍສ້ຽງ
ສ້າງຈິດໃຈໃຫ້ປອດກ້ຽງ........ໜ້າຈະກ້ຽງແຈ່ມໃສ ວ່ານາ
ເຮົາພາກັນມາສັນສ້າງ..........ບົດກະວີໃຫ້ມັນມ່ວນ

ຢ່າເລລວນເສືອກເວົ້າ...........ແນວອຸກເສົ້າປວດຫົວ(ມືດຕຶບ ໃຫ້ເຈົ້າຂອງກະທູ້ຕໍ່ເອົາ ຮ່າ!!)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ເລີກການມາກໍ່ເຂົ້າ...........ປະຈຳທີ່ຂຽນກອນ
ຮອດບ່ອນບໍ່ສົນໃຈ...........ກິນເຂົ້າກິນນ້ຳ
ເປັນຂອງເສບຕິດແທ້........ແກ້ກັນບັນຫາໃຫ່ຍ
ໃຜຜູ້ເສບຕິດແລ້ວ.............ຫາແນວແກ້ບໍ່ມີ

ໂອນໍ ຂໍໃຫ້ເປັນຈັ່ງຊີ້...........ມີແນວດີຢາກມາແວ່
ບໍ່ແມ່ນແຕ່ການເມືອງ.........ເລື່ອງປວດຫົວແລງເຊົ້າ
ເຮົາກໍ່ພາກັນສ້າງ...............ໃຫ້ພັນລາວເປັນຕາຢູ່
ໃຫ້ໝູ່ເຮົາເຈົ້າຂ້ອຍ.............ປະຊັນປັນຍາໃຊ້
........................................ສິນອັກສອນ ກ່ອນນາ...

ແມ່ນຄວາມເຈົ້າຫັ້ນແລ້ວ--------------ໃຫ້ສ້າງແນວເປັນຕາອ່ານຟັງ
ສືບທອດຄົນລຸ້ນຫຼັງ (ອິອິ)-------------ຕໍ່ເຕີມສ້າງໄປໜ້າ
ບໍ່ຕ້ອງອາຍໃຊ້ຄວາມກ້າ--------------ມາແຕ່ງກອນເຕີມຕໍ່
ສ້າງສຳພັນຫໍ່ຫຸ້ມ----------------------ຮັກແພງກັນໄວ້ເນາະ ພີ່ນ້ອງນໍ :)

ຂອບໃຈເດີທ່ານເຈົ້າ------------------ມາແວ່ກະທູ້ນີ້ນຳ
ກາບກອນເປັນທັງລຳ-----------------ແຕ່ງນຳໃຊ້ເປັນລຳກໍ່ໄດ້
ຫຼືເປັນກອນທີ່ວ່າໄວ້-------------------ກໍ່ພໍອ່ານມ່ວນຕໍ່
ໝັ່ນມາແວ່ຕໍ່ກອນກາບກ້ອມ----------ອີກເດີທ່ານຢ່າຫ່າງລາ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

ຫາກວ່າເກ່ງແຕ່ກອນກ້ຽວ.................ຈະຖືຕົນເປັນໃຫຍ່ ບໍ່ເປັນແລ້ວ
ເກ່ງກອນແລ້ວຕ້ອງເກ່ງກ້າ................ປັນຍາຕ້ອງແຫລມຕື່ມ
ເກ່ງແຕ່ກອນປັນຍາລື້ມ......................ປະຊາໄດຈະກັງຕໍ່
ຕ້ອງມີດີເປັນຂໍ້ໆ............................ຈື່ງຄວນຄູ່ນັ່ງເມືອງ ດອກໄດ
ຍຸກສະໄຫມປ່ຽນປີ້ນ...................ຍົກເລີກແບບຣາຊາ
ປ່ຽນມາເປັນສາທາ.....................ປັດຈຸບັນບັດນີ້
ຄັນຢາກເປັນຣາຊາເຈົ້າ................ຈິນຕະນາການເອົາໄປກ່ອນ
ຫາກລະບົບມັນຫວນຢ້ອນ.............ຈິ່ງຈາຕ້ານຮອດພະຍາອີກເດີ

ໂອເຈົ້າຄືມາຊ່າງເວົ້າ------------------ຮອດລະບອບລາຊາ-ສາທາ
ຂ້ອຍນີ້ຄິດບໍ່ເຖິງ-----------------------ດອກເດີເລື່ອງປານນັ້ນ
ຄິດແຕ່ແຕ່ງກາບກອນກ້ຳ------------ເບື້ອງນີ້ຕໍ່ກ່ອນ
ພໍຢາກໃຫ້ເປັນກອນມ່ວນພ້ອມ--------ໜ້ອຍໜຶ່ງແທ້ກໍ່ເອົາເດນໍ

ຊ່າງມາແຕ່ງກອນມ່ວນແທ້-------------ມາແຕ່ງຮ່ວມນຳກັນ
ເປັນວາຈາສຳລານ---------------------ອ່ານຂຽນນຳພ້ອມ
ຖືເປັນການເຝິກຊ້ອມ-------------------ອາດບໍ່ຫຼາຍບໍ່ເກັ່ງ
ບໍ່ແມ່ນການເສັງຊ້ອມ-------------------ແຕ່ແຕ່ງກອນກ້ອມໃຫ້ມ່ວນນຳກັນ ເນາະທ່ານນໍ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຊ່ວຍພາກັນສັນສ້າງ.............ວາງວາດກະວີວອນ
ເພື່ອຜ່ອນຄາຍອາລົມ...........ທຸກລະທົມໃຫ້ຫາຍສ້ຽງ
ສ້າງຈິດໃຈໃຫ້ປອດກ້ຽງ........ໜ້າຈະກ້ຽງແຈ່ມໃສ ວ່ານາ
ເຮົາພາກັນມາສັນສ້າງ..........ບົດກະວີໃຫ້ມັນມ່ວນ

ຢ່າເລລວນເສືອກເວົ້າ...........ແນວອຸກເສົ້າປວດຫົວ(ມືດຕຶບ ໃຫ້ເຈົ້າຂອງກະທູ້ຕໍ່ເອົາ ຮ່າ!!)

ໂອຊ່າງເວົ້າຊ່າງວ່າ----------------ນັບມື້ແຕ່ງເປັນດີ
ກຽມເປັນນັກກະວີ-------------------ແຈ່ມຝີມືແລ້ວບໍເຈົ້າ ( ອິອິ )
ພໍໄດ້ມາຢອກເວົ້າ------------------ເຮົາຈິ່ງມ່ວນເສີມຕໍ່
ເຮົາພາກັນຢອກເວົ້າ---------------ເສີມສ້າງຕໍ່ກອນ ເດນໍ ອິອິ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

ຫາກວ່າເກ່ງແຕ່ກອນກ້ຽວ.................ຈະຖືຕົນເປັນໃຫຍ່ ບໍ່ເປັນແລ້ວ
ເກ່ງກອນແລ້ວຕ້ອງເກ່ງກ້າ................ປັນຍາຕ້ອງແຫລມຕື່ມ
ເກ່ງແຕ່ກອນປັນຍາລື້ມ......................ປະຊາໄດຈະກັງຕໍ່
ຕ້ອງມີດີເປັນຂໍ້ໆ............................ຈື່ງຄວນຄູ່ນັ່ງເມືອງ ດອກໄດ
ຍຸກສະໄຫມປ່ຽນປີ້ນ...................ຍົກເລີກແບບຣາຊາ
ປ່ຽນມາເປັນສາທາ.....................ປັດຈຸບັນບັດນີ້
ຄັນຢາກເປັນຣາຊາເຈົ້າ................ຈິນຕະນາການເອົາໄປກ່ອນ
ຫາກລະບົບມັນຫວນຢ້ອນ.............ຈິ່ງຈາຕ້ານຮອດພະຍາອີກເດີ

ໂອເຈົ້າຄືມາຊ່າງເວົ້າ------------------ຮອດລະບອບລາຊາ-ສາທາ
ຂ້ອຍນີ້ຄິດບໍ່ເຖິງ-----------------------ດອກເດີເລື່ອງປານນັ້ນ
ຄິດແຕ່ແຕ່ງກາບກອນກ້ຳ------------ເບື້ອງນີ້ຕໍ່ກ່ອນ
ພໍຢາກໃຫ້ເປັນກອນມ່ວນພ້ອມ--------ໜ້ອຍໜຶ່ງແທ້ກໍ່ເອົາເດນໍ

ຊ່າງມາແຕ່ງກອນມ່ວນແທ້-------------ມາແຕ່ງຮ່ວມນຳກັນ
ເປັນວາຈາສຳລານ---------------------ອ່ານຂຽນນຳພ້ອມ
ຖືເປັນການເຝິກຊ້ອມ-------------------ອາດບໍ່ຫຼາຍບໍ່ເກັ່ງ
ບໍ່ແມ່ນການເສັງຊ້ອມ-------------------ແຕ່ແຕ່ງກອນກ້ອມໃຫ້ມ່ວນນຳກັນ ເນາະທ່ານນໍ!

ທີ່ກ່າວເຖີງສອງລະບອບນັ້ນ..................ຫນື່ງແມ່ນເພື່ອນຳມາອີງ
ສອງແມ່ນຕອບກອນນາງ......................ທີ່ກ່າວຖາມມາແຕ່ຕົ້ນ
ສາມເພື່ອເປັນການປູພື້ນ........................ສູ່ຄຳກອນບົດໃຫມ່
ສີ່ເພື່ອກ່າວຂານບອກໄວ້......................ປະຫວັດເຈົ້າເຄົ້າລາວ ຫັ້ນເດ
ນີ້ເປັນພຽງກາບສັ້ນໆ.........................ຂານຕອບໄປມາ
ຕາມປະສາຄົນມັກຂຽນ..........................ກາບກອນກະວີເຟື້ອງ
ບໍ່ໄດ້ມີປະສົງຮ້າຍ..............................ປະການໄດໄຂຕໍ່
ຊິກ່າວໄວ້ພຽງຫຍໍ້ໆ..............................ວັນຫນ້າຈື່ງຊິຂານ ຕອບເດີ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

ທີ່ກ່າວເຖີງສອງລະບອບນັ້ນ..................ຫນື່ງແມ່ນເພື່ອນຳມາອີງ
ສອງແມ່ນຕອບກອນນາງ......................ທີ່ກ່າວຖາມມາແຕ່ຕົ້ນ
ສາມເພື່ອເປັນການປູພື້ນ........................ສູ່ຄຳກອນບົດໃຫມ່
ສີ່ເພື່ອກ່າວຂານບອກໄວ້......................ປະຫວັດເຈົ້າເຄົ້າລາວ ຫັ້ນເດ
ນີ້ເປັນພຽງກາບສັ້ນໆ.........................ຂານຕອບໄປມາ
ຕາມປະສາຄົນມັກຂຽນ..........................ກາບກອນກະວີເຟື້ອງ
ບໍ່ໄດ້ມີປະສົງຮ້າຍ..............................ປະການໄດໄຂຕໍ່
ຊິກ່າວໄວ້ພຽງຫຍໍ້ໆ..............................ວັນຫນ້າຈື່ງຊິຂານ ຕອບເດີ

ໂດຍ ອ່ານແລ້ວຈຳຈື່ໄດ້---------------------ສິ່ງທີ່ທ່ານກ່າວຈາ
ໄດ້ບອກຄວາມເປັນມາ------------------------ປາງພະຍາແຕ່ກ່ອນກີ້
ເວົ້າເລື່ອງພື້ນເມືອງພ້ອມ---------------------ກອນກະວີຊ່າງມ່ວນ
ຊວນອອນຊອນອ່ານພ້ອມ--------------------ແຕ່ງກອນຫຍໍ້ໄດ້ມ່ວນຫຼາຍເດີ

ມື້ນີ້ເວລາກໍ່ເດິກແລ້ວ-------------------------ມື້ໜ້າມາຕອບໃໝ່ເດີ
ອ່ານກອນແລ້ວລະເມີ------------------------ແນວເຈົ້າແຕ່ງກອນມ່ວນ
ຊວນໃຫ້ອອນຊອນຊ້ອຍ---------------------ກັບກອນທີ່ເຕີມຕໍ່
ສ້າງແຕ່ງກອນນໍເຈົ້າ-----------------------ເວົ້າໄດ້ເປັນກາບກອນພຸ້ນນໍ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນບໍ່ເວົ້າ ກະບໍ່ໄດ້ຫົວ ຄັນບໍ່ຕົກຂົວ ກະບໍ່ໄດ້ອາບນ້ຳ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຄັນບໍ່ໄດ້ເວົ້າ ກະບໍ່ໄດ້ຫົວ ຄັນບໍ່ຕົກຂົວ ກະບໍ່ໄດ້ອາບນ້ຳ

ກອນເຈົ້າຄືມາສັ້ນ-------------------ແທ້ລະນໍເອີຍ
ຄືບໍ່ແຕ່ງໄປເລີຍ--------------------ໃຫ້ຍາວຕໍ່ຈັກໜ້ອຍ
ອຸດສາລໍຄອຍຖ້າ-------------------ທ່ານມາເຕີມກອນຕໍ່
ເຮັດກອນສັ້ນຂໍ້ລໍ້-------------------ແນວນີ້ບໍ່ແມ່ນກອນ ແຮໆໆໆໆໆໆໆໆໆໆໆ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຜູ້ຂ້າ ຂໍຄາລະວະນ້ອມ ....... ເຈົ້າຂອງກະທູ້ຜູ້ມີຜະຫຍາ
ຊ່າງວ່າມີວາຈາ .............ແລະປັນຍາແຫລມແທ້
ເອົາຄວາມເຫັນມາເປັນຂໍ້.....ກາບກອນໃຫ້ໂຕ້ຕອບ
ບໍ່ເຄີຍແທ້ໆ ..................ເພິ່ນຄິດໄດ້ຈັ່ງໃດ ທ່ານເອີຍ

ຜູ້ຂ້າ ເຫັນຈັ່ງຊີ້ ................ກໍ່ຟ້າວກັ່ນຕອງຄິດ
ເອົາຄວາມເຫັນທີ່ເປັນກອນ ...ແນບລົງເສີມເຈົ້າ
ເພື່ອເປັນການຕອບສະໜອງໃຫ້...ສົມໃຈເຈົ້າຂອງກະທູ້
ຫວັງເພື່ອໃຫ້..........ທ່ານເຈົ້າໄດ້ກ່າວຊົມ ຫັ້ນນາ

ໜ້າທີ່ 2 ຈາກທັງໝົດ 15 ໜ້າ <<<1234 ... 1112131415>>>