ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ມັນແມ່ນຄວາມຮູ້ສຶກຫຍັງ?

໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂ້ອຍຮູ້ຈັກກັບຜູ້ຊາຍຄົນໜຶ່ງໃນ facebook ກາງເດືອນມິຖຸນາ ປີ 2012

ແທນຊື່ໃຫ້ຜູ້ຊາຍຄົນນັ້ນວ່າ: 1 ສາ

ທຳອິດເຫັນ 1 ສົ່ງຂໍ້ຄວາມມາວ່າ: ສະບາຍດີ ( ລາວສົ່ງຂໍ້ຄວາມມາຊື່ໆ ບໍ່ທັນໄດ້ແອັດເປັນໝູ່ )

ຂ້ອຍກໍ່ຕອບຂໍ້ຄວາມໄປວ່າ: ສະບາຍດີ

1 ຂຽນວ່າ: ມີແຟນແລ້ວບໍ?

ຂ້ອຍຕອບວ່າ: ບໍ່ມີ

1 ຂຽນວ່າ: ຈີບໄດ້ບໍ?

ຂ້ອຍຕອບວ່າ: ໄດ້

- 1 ກໍ່ສົ່ງຂໍ້ຄວາມມາຫຼິ້ນນຳຕະຫຼອດແຕ່ບໍ່ໄດ້ແອັດມາເປັນໝູ່, ຂ້ອຍກໍ່ເລີຍຖາມວ່າ: ຄືບໍ່ແອັດຂ້ອຍເປັນໝູ່ແດ່?

1 ຕອບວ່າ: ລືມ ( ແລ້ວລາວກໍ່ແອັດມາເປັນໝູ່ )

- 1 ລາວຢູ່ຝຣັ່ງ ( ເປັນຄົນລາວທີ່ເກີດຢູ່ຝຣັ່ງ), ສ່ວນຂ້ອຍຢູ່ລາວເຮົານີ້, 1 ບອກວ່າ: ເດືອນໜ້າ ເດືອນ 7 ນີ້ຊິມາລາວ, ແຕ່ຮອດເດືອນ 7 ແລ້ວລາວບອກວ່າ:

ຍັງບໍ່ທັນໄປເພາະວ່າ: ແມ່ນຍາມຝົນຕົກທາງເປື້ອນ ( ອີກ 3-4 ເດືອນຈິ່ງຈະໄປ )

- ລົມທາງຂໍ້ຄວາມ, ວີດີໂອ, ໂທຫາກັນ ( ດ້ວຍຄຳເວົ້າຫວານໆຕ່າງໆນາໆ, ຂ້ອຍເລີ່ມ ເຊັງໆແນວໃດບອກບໍ່ຖືກ,

ເລີຍຢາກລອງໃຈລາວເບິ່ງວ່າ: ຖ້າຮ້າຍລາວຊິຄຽດບໍນໍ ລະລອງເວົ້າຢອກກັນແບບວ່າ: ລາວກໍ່ຢອກຂ້ອຍວ່າ: ຂີ້ໂງ່ ສ່ຳນີ້ກໍ່ຄິດບໍ່ອອກ

ຂ້ອຍເລີຍລອງຈິງຈັງກັບຄຳເວົ້າລາວເບິ່ງ ແລ້ວຕອບວ່າ: ຂ້ອຍໂງ່ເຈົ້າກໍ່ໄປມັກຄົນອື່ນລະ, ເຈົ້າຢາກໃຫ້ຂ້ອຍໄປມັກຄົນອື່ນບໍ?

- 1 ຕອບວ່າ: ເວົ້າແນວບໍ່ຢາກໄດ້ຟັງຫຼາຍ ( ລາວກໍ່ເວົ້າບໍ່ມ່ວນໜ້ອຍໜຶ່ງເພາະຢາກຮ້າຍໃຫ້ຂ້ອຍ )

- ຕັ້ງແຕ່ມື້ນັ້ນມາລາວກໍ່ບລອກຂ້ອຍ, ຂ້ອຍກໍ່ຄິດຮອດລາວຢູ່ແຕ່ລາວຄຽດມາຈົນຮອດມື້ນີ້ໄດ້ 6 ເດືອນແລ້ວ ກໍ່ບໍ່ຍອມປົດບລອກ,

ຂ້ອຍກໍ່ຄາໃຈຕະຫຼອດຕັ້ງແຕ່ມື້ນັນມາ ວ່າຂ້ອຍເຮັດຜິດຫຍັງແຮງປານນັ້ນ, ຂ້ອຍກໍ່ຝາກຄຳຂໍໂທດໄປຫາແລ້ວ ແຕ່ກໍ່ບໍ່ມີຫຍັງຕອບກັບ

ຂ້ອຍຄິດວ່າ: ຖ້າບໍ່ຮັກກັນ ເປັນໝູ່ກັນກໍ່ຍັງດີ, ແຕ່ລາວພັດບໍ່ສົນໃຈ ບໍ່ຫົວຊາຫຍັງໝົດ ຈັກລາວຄິດແນວໃດແທ້,

ມື້ໜຶ່ງຂ້ອຍຝາກໄປບອກລາວວ່າ: ຂ້ອຍຊິແລ່ນໄປຮຽນຕ່າງປະເທດແລ້ວ ຊິບໍ່ໄດ້ຢູ່ລາວແລ້ວ ຜ່ານມາແມ່ນຂໍໂທດເດີ.

- ຂ້ອຍກົດໄປຊອກຊື່ລາວອີກຄັ້ງກໍ່ເຫັນວ່າລາວໄດ້ປົດບລອກຂ້ອຍແລ້ວ, ແຕ່ແອັດເປັນໝູ່ໄປ 2-3 ເທື່ອພັດບໍ່ຍອມຕອບຮັບ

ຈັ່ງແມ່ນໃຈແຂງແທ້ເດ ຂ້ອຍບໍ່ເຂົ້າໃຈເລີຍ ຄາໃຈຫຼາຍ ບາງທີກໍ່ຮ້ອນໃຈຫຼາຍ ບໍ່ຮູ້ວ່າເປັນຫຍັງ

ບາງທີກໍ່ບອກຕົວເອງວ່າ: ເຂົາບໍ່ຮັກເຮົາກໍ່ຢ່າເຂົາ ປ່ອຍວາງເຂົາໄປ, ກໍ່ຢາກປ່ອຍວາງຢູ່ ແຕ່ຄວາມຈຳຍັງຈົດຈຳຢູ່

ໄດ້ແຕ່ລໍຖ້າໃຫ້ເວລາເປັນສິ່ງຕັດສິນໃຫ້ພັດພາຄວາມຮູ້ສຶກເຮົາໄປສູ່ຄວາມຮູ້ສຶກດີໆແດ່ທ້ອນ ເພາະວ່າຕອນນີ້ຮູ້ສຶກບໍ່ດີເລີຍ



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮັກກັນກະເປັນໝູ່ກັນບໍ່ໄດ້ເສຍຫາຍຫຍັງເນາະ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
ບໍ່ຮັກກັນກະເປັນໝູ່ກັນບໍ່ໄດ້ເສຍຫາຍຫຍັງເນາະ...


ແມ່ນລະເປັນໝູ່ກັນກໍ່ໄດ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັດອັນອື່ນນີ້ກະງ່າຍຢູ່ ແຕ່ວ່າຕັດ ຮັກນີ້ຕິ ຕັດ ຍາກໆໆໆ ທັ້ງໆໆທີ່ຮູ້ວ່າເຂົາບໍ່ຮັກ ແຕ່ ຄິດໄປ ຄິດມາກະ ມີແຕ່ເວລາ ເທົ່ານັ້ນລະ ຈະມາປົດກຳເຮົາອອກ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ບໍ່ແມ່ນເຈົ້າຢາກໄປຢູ່ France ບໍ,ຢາກໃຊ້ເງິນ Euro ເລີຍຄຶດຮອດເຂົາ
2.ນິໃສຄົນຕ່າງປະເທດກໍ່ແນວນີ້ລະ ຍາມຊັງກະຊັງອອກຫນ້າອອກຕາ.
3.ຖ້າຢາກລົມກັບເຂົາອີກເຈົ້າກະລອງໃຊ້ຮູບຜູ້ອື່ນສ້າງ FB ໃໝ່ແລ້ວກະ Add ລາວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
1.ບໍ່ແມ່ນເຈົ້າຢາກໄປຢູ່ France ບໍ,ຢາກໃຊ້ເງິນ Euro ເລີຍຄຶດຮອດເຂົາ
2.ນິໃສຄົນຕ່າງປະເທດກໍ່ແນວນີ້ລະ ຍາມຊັງກະຊັງອອກຫນ້າອອກຕາ.
3.ຖ້າຢາກລົມກັບເຂົາອີກເຈົ້າກະລອງໃຊ້ຮູບຜູ້ອື່ນສ້າງ FB ໃໝ່ແລ້ວກະ Add ລາວ


ວ່າໄປແລ້ວ ລາວຊິໄປຮຽນແຖວມາເລເຊຍນະ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ກຳ ຄົນບໍ່ເຄີຍໄດ້ເຫັນໂຕຈິງກັນຈັກເທື່ອ ກ້າບອກໄດ້ວ່າຮັກກັນ ແບບນີ້ໂອກາດເຈັບມີ100ຂ້ອຍໃຫ້1000ເດີ...... ລົມກັນແບບໍ່ໄດ້ເຫັນກັນຈັກເທື່ອເຂົາບໍ່ໄດ້ຮ້ອງວ່າເປັນແຟນກັນດອກ ເຂົາຮ້ອງວ່າກິ໊ກໃນໂລກອອນລາຍຕ່າງຫາກ


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ຊິວໆນະສ່ຳນີ້ຄິດຫຍັງຫຼາຍ
ຜູ້ຊາຍບໍ່ມີຄົນດຽວໃນໂລກ
ບລອກລາວຄືນໂລດ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂອບໃຈທຸກໆຄຳເຫັນ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເປັນໝູ່ກັນນີ້ດີໃດຍາວນານອີກ


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ຫຼົງຄາລົມແລ້ວ...ບໍ່ທັນເຫັນໜ້າທີ່ແທ້ຈິງກໍ່ເປັນໄປໄດ້ພຽງນີ້ນໍ...........


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຫຼົງຮັກລາວແລ້ວລະ



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ກຳ ຄົນບໍ່ເຄີຍໄດ້ເຫັນໂຕຈິງກັນຈັກເທື່ອ ກ້າບອກໄດ້ວ່າຮັກກັນ ແບບນີ້ໂອກາດເຈັບມີ100ຂ້ອຍໃຫ້1000ເດີ...... ລົມກັນແບບໍ່ໄດ້ເຫັນກັນຈັກເທື່ອເຂົາບໍ່ໄດ້ຮ້ອງວ່າເປັນແຟນກັນດອກ ເຂົາຮ້ອງວ່າກິ໊ກໃນໂລກອອນລາຍຕ່າງຫາກ

ແມ່ນໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກຂ້າງດຽວເໝີໍອນເຂົ້າໜຽວໜີໍ້ງ