ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຄິດເຖິງໃຜ ໃຫ້ຍັກໃນຕະກຽງທວາຍໃຫ້ບໍ່?

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ມື້ວານໄດ້ໄປເຈິເວັບຫນຶ່ງທີ່ແບບວ່າ ໄອເດຍດີຂະຫນາດແຫລະ ຮາ

en.akinator.com

ທຳອິດແມ່ນໃຫ້ເຮົາຄິດເຖິງໃຜຈັກຄົນໃນໃຈ ຈະເປັນດາລາ ນັກຮ້ອງ ນັກສະແດງ ຕົວກະຕູນ ຕົວລະຄອນຈາກເທບນິຍາຍ ຫລືຄົນທີ່ມີຊື່ໃນປະຫວັດສາດ ໃຜກະໄດ້ທີ່ທ່ານຄິດອອກ ຈາກນັ້ນກະຕອບຄຳຖາມຂອງຍັກໃນຕະກຽງໄປເລື້ອຍໆ ໂດຍທີ່ຄຳຕອບນັ້ນເຮົາສາມາເລືອກໄດ້ 5 ຢ່າງຄື

ແມ່ນແລ້ວ
ຫນ້າຈະແມ່ນ
ບໍ່ຮູ້
ຄິດວ່າບໍ່ແມ່ນ
ບໍ່ແມ່ນ

ເມື່ອຕອບໄປເລື້ອຍໆ ຍັກກະຈະບອກວ່າຄົນທີ່ເຮົາຄິດນັ້ນແມ່ນໃຜ ເຫິໆໆ ເທົ່າທີ່ມີ່ຫລິ້ນມາ ມັນຈະຕອບຖືກກວ່າ 90 ເປີເຊັນເລີຍແຫລະ

ຮິສຶກາຢະ ໂທຊິໂລ້ ຈາກເລື່ອງ Bleach ເປັນຕົວລະຄນທີ່ມີ່ມັກສຸດໆໃນເລື້ອງນີ້ລະ ເຫິໆ


ສ່ວນນີ້ ໂລກິ ຈາກ Loki Raknarok ເປັນຕົວລະຄອນອີກຕົວທີ່ມັກສຸດໆ ໂລກິຫນ້າຮັກ ອິອິ


ລອງເອົາຕົວລະຄອນໃນເກມເບິ່ງ ຄົນນີ້ແມ່ນ ຣາສເບີຣີ້ ຈາກເກມ Disgaea3 ເສຍດາຍເກມນີ້ລົງຢູ່ເຄື່ອງ PS3 ອົດຫລິ້ນເລີຍ T T


ຂະຫນາດກລູມມີ້ແບ ຫມີໂຫດ Groomy Bear ມັ໊ນກະຍັງຮູ້ = =
ກລູມມີ້ແບ ເປັນອໍລິຈິນອນຄາແລັກເຕີ້ຂອງຄົນຍີ່ປຸ່ນທີ່ຂ້ອນຂ້າງຈະດັງໃນເນັດນ່ະ ອອກແນວຫນ້າຮັກໂຫດໆ =w=


ບາດນີ້ລອງເອົາດາລາເບິ່ງ ມີ່ຮູ້ຈັກດາລາຫນ້ອຍດຽວຫນຶ່ງ ສ່ວນໃຫຍ່ຮູ້ແຕ່ກະຕູນ ຮາໆ ດາລາມີ່ເລີຍເອົາຄົນນີ້
ອຸທາດະ ຮິຄາຣຸ ນັກຮ້ອງຄົນຍີ່ປຸ່ນ ທີ່ຮູ້ຈັກກະຍ້ອນວ່າອຸທາດະເຄີຍຮ້ອງເພງປະກອບໃຫ້ເກມ Kingdom Hearts ນ່ະ ແຮະໆ


ລອງເອົາ ແຈັກ ເດິ ຣິບເປີ້ ມັນກະຍັງຮູ້

ສຳລັບໃຜທີ່ບໍ່ຮູ້ຈັກ ແຈັກ ເດິ ຣິບເປີ້ ເປັນຂ້າຕະກອນທີ່ໂດ່ງດັງທີ່ສຸດ ມີແຟນຄລັບຫລາຍທີ່ສຸດທົ່ວໂລກ ແລະເປັນຂ້າຕະກອນທີ່ເປັນປິດສະຫນາທີ່ສຸດ ປະກົດຕົວໃນຊ່ວງປີ 1888 ທີ່ກຸງລອນດອນປະເທດອັງກິດ ລົງມືຂ້າຍິງສາວໃນຍ່ານໄວ້ແຊບເປລໄປ 5 ລາຍ ແລະຫາຍສາບສູນໄປໂດຍຖິ້ມປິດສະຫນາໄວ້ວ່າ ແຈັກ ເດິ ຣິບເປີ ແມ່ນໃຜກັນແທ້... ເປັນຄົນທີ່ລຶກລັບດີເນາະ ເຮິໆ
(ຖ້າຂໍ້ມູນຜິດກະບອກແນ່ເດີ້ ຂຽນຕາມທີ່ຈື່ ແຮະໆ)



ຖ້າມັນທວາຍບໍ່ຖືກ ລອງກົດ More Questionແລ້ວຕອບຄຳຖາມຕໍ່ໄປເບິ່ງ ບໍ່ແນ່ເທື່ອຕໍ່ໄປອາດຈະຖືກ ແຕ່ທັນຕອບໄປເລື້ອຍໆລະຍັງບໍ່ຖືກ ກະສະແດງວ່າບໍ່ມີ່ອີ່ຫລີຕິ ^^'

ປິດທ້າຍດ້ວຍຜູ້ຄິດຄົ້ນສູດໄກ່ KFC ຮາ


ໃຜທີ່ສົນໃຈລອງເຂົ້າໄປຫລິ້ນໄດ້ ທີ່ເວັບນີ້ en.akinator.com


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ້ ຊົງຄັກໃດນິ ດຽວໄປລອງກ່ອນເດີ້ ດຽວມາເວົ້າໃຫ້ຟັງ ຮາຮາ


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຖາມຫລາຍໆ ແຕ່ຈັ່ງໃດກາຂອບໃຈຈ

有自信不一定赢 没自信一定输

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່າ .. ຫຼິ້ນແລ້ວ

ຄັ້ງທີ່ ໑ ຄຶດໄວ້ແມ່ນພຣະພຸທເຈົ້າ ຄຳຕອບທີໄດ້ຖືກຕ້ອງ
ຄັ້ງທີ່ ໒ ຄຶດໄວ້ແມ່ນທ່ານສຸພານຸວົງ ຄຳຕອບທີ່ໄດ້ແມ່ນ Joseph Stalin (Ióssif Vissariónovich Djugashvíli) ຮູບ

ບໍ່ຮູ້ຈັກລາວປານໃດ -*-

ແຕ່ວ່າເບິ່ງແລ້ວມີຖານຂໍ້ມູນຫຼາຍພໍສົມຄວນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່ວ່າ ນິນບໍ່ຮູ້ຈັກ?
ຫນື່ງໃນ ຫ້າຜູ້ນຳ ຄອມມູນິສ

ດ່ຽວລອງແລ້ວ ທຳອິດ ເອົາ Bob Marley
ຕໍ່ມາ Nicolas Cage
ຕໍ່ມາ ໂປຣສະເກັດ ທີ່ຄິດວ່າດັງສຸດ Tony Hawk ແຕ່ມັນຊ້ຳພັດເອົາ ຕົວເອກ Jackass ຊື່ Bam magera ເຮີ່ໆ ແຕ່ພວກນີ້ກະເປັນໂປຣສະເກັດຫມົດ
ລະກະ ລອງອີກຫລາຍຄົນ ຖືກຢູ່ ຄັນເຮົາໃຫ້ຂໍ້ມູນຖືກຕ້ອງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ເວບໃດ.. ໄດ້ບອກຢູ່ນັ້ນບໍ່

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ເຄີຍຫລິ້ນແລ້ວ ມັນໃຊ້ໂປຣແກມຕັດຕັວເລືອກ

ຊີວິດລິຂິດເອງ noOK

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຕອນຫລິ້ນເຮົາຄິດຮອດ Angelina Jolie ມັນກາຖາມເຮົາມາເລື້ອຍ ຈົນສຸດທ້າຍມັນຖາມວ່າ
is she close to Brad pit? ຮອດຕອນນີ້ກາເລີຍຮູ້ເລີຍ
ຖ້າບໍ່ຮູ້ກາຊິໂພດລະຕິເບາະ ເນາະ

ຊີວິດລິຂິດເອງ noOK

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
uhm thx...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮະຮະ.. ມັນຖາມວ່າ Is your character a European ? ຄຳຖາມຕໍ່ມາ.. Is your character a German ?

Europe ມີຕັ້ງເປັນສິບປະເທດ.. (ແລ້ວຈັ່ງໃດມັນເດົາວ່າແມ່ນ German ວະ.. ) ຄົນຂຽນເວັບ ຂຽນວິເຄາະເກັ່ງອະຫລີ..

ທັງຫມົດ 12 ຄຳຖາມ.. ເດົາຖືກເລີຍ.. Adolf Hitler..



ເທື່ອທີ 2.. 15 ຄຳຖາມ.. Albert Einstein..



ຄັນເດົາບໍ່ຜິດປະມານວ່າ ໃຫ້ເຮົາຄິດຫາບຸກຄົນດັງທີ່ຄິດວ່າເຮົາຄ້າຍຄືຕິເບາະ ແລ້ວຕອບຄຳຖາມໄປເລື້ອຍໆ.. Akinator..

ຄັກດີ.. ລອງຫລິ້ນເບິ່ງ !!


໑ ກະທູ້
໑໗໓ ໂພສ
ນັກການກະທູ້
ຖືກຫຼາຍ ແມ່ນເລີຍ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຄັ້ງທີ່ໜື່ງບໍ່ຖືກ ຄັ້ງທີ່ສອງຸຖືກ

There's a thin line between Life and Death, I wish for a Miracle to happen...