ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອຸກໃຈນຳໝູ່ນີ້ພັດວ່າ :D

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂ້ອຍເປັນສາວໂສດອາຍຸຊາວປາຍປີນີ້ລະ, ບັງເອີນໄປມີໝູ່ສາວແມ່ຮ້າງອາຍຸສີ່ສິບ ເຮືອນໃກ້ກັນ ຊຸມແຊວຫຍັງກໍ່ເອີ້ນກັນໄປ, ເພິ່ນມັກໂທຫາຂ້ອຍໄປນັ່ງລົມ ສ່ວນຫຼາຍກໍ່ມີແຕ່ຟັງເພິ່ນລົມຫັ້ນລະ, ຖ້າເພິ່ນໄດ້ລົມແລ້ວ ເຮົາຊິເວົ້າຫຍັງກໍ່ບໍ່ທັນເພິ່ນ ແບບວ່າຖ້າເພິ່ນໄດ້ລົມແລ້ວບໍ່ຢາກຟັງໃຜຫັ້ນນະ ຂ້ອຍລະເມື່ອຍໆຟັງອັນເພິ່ນບັນລະຍາຍ, ເພິ່ນຫັ້ນແອບມັກຜູ້ບ່າວນ້ອຍໃກ້ບ້ານ, ທຳອິດເຂົາກໍ່ຢອກກໍ່ຫົວນຳເພິ້ນຢູ່, ແຕ່ຫຼັງໆມານີ້ເຂົາບໍ່ສົນໃຈເພິ່ນແລ້ວ, ຂ້ອຍໄປຫຼິ້ນນຳເທື່ອໃດກໍ່ເລົ່າແຕ່ເລື່ອງຜູ້ບ່າວນ້ອຍນັ້ນໃຫ້ຂ້ອຍຟັງ ເພິ່ນວ່າ: ກໍ່ບໍ່ໄດ້ມັກຫຍັງຫຼາຍ ວ່າຊິເອົາກໍ່ເອົາບໍ່ໄດ້ ຢ້ານອາຍໝູ່, ແຕ່ມັກເຂົາເຂົ້າແທ້ເຂົາພັດບໍ່ສົນໃຈ, ຄືຜົວເພິ່ນຕອນຍັງຢູ່ນຳກັນຜົວຂອງເພິ່ນເອົາໃຈເພິ່ນທຸກຢ່າງ ແຕ່ເພິ່ນບໍ່ເຫັນຄຸນຄ່າ ບາດຮ້າງກັນມາຫາກໍ່ສຳນຶກ ເພິ່ນວ່າຊັ້ນ,
ໄປຫຼິ້ນນຳມື້ໃດກໍ່ເລົ່າແຕ່ອັນເພິ່ນຫຼົງມັກຜູ້ບ່າວນ້ອຍຊ້ຳໄປຊ້ຳມາ ຂ້ອຍລະເບື່ອແຮງ ຟັງຫຼາຍລະຄືຊິວິນຫົວ, ຂ້ອຍກໍ່ເລີຍເວົ້າອອກໄປສາວ່າ: ເອົາລະ ຖ້າຂ້ອຍມາຫຼິ້ນນຳ ບໍ່ຕ້ອງເລົ່າເລື່ອງບ່າວນ້ອຍນີ້ໃຫ້ຂ້ອຍຟັງອີກເດີ ຂ້ອຍເມື່ອຍຟັງແລ້ວ ເວົ້າຊ້ຳໄປ ຊ້ຳມາຢູ່ຫັ້ນລະ ມັກເຂົາແຮງແລ້ວໃດຫັ້ນ, ເພິ່ນລະວ່າ ກະເວົ້າໄປຊັ້ນໃຫ້ມັນມ່ວນ, ຄວາມຈິງເຂົາມັກແທ້ກໍ່ບໍ່ເອົາດອກ ແຕ່ຖ້າເຂົາມັກແທ້ກໍ່ເອົາ ພັດວ່າ, ເພິ່ນລະມັກເວົ້າແບບນີ້ອີກ: ແຕ່ລະມື້ນະ ມີຄົນຍ້ອງເພິ່ນວ່າງາມ ບໍ່ຕ່ຳກວ່າ ສີ່ໜ້າຫ້າຄົນຍ້ອງ, ແຕ່ເພິ່ນວ່າເພິ່ນລະອຸກໃຈຕົວເອງວ່າຊັ້ນ, ເພິ່ນວ່າບໍ່ງາມເປັນຫຍັງຄົນມາຍ້ອງເຮົາວ່າງາມ ພັດວ່າ, ບຶດໜຶ່ງພັດເວົ້າອີກວ່າ: ຄົນມາມັກເພິ່ນຫັ້ນຫຼາຍໆ ແຕ່ເພິ່ນມັກຄົນຍາກ, ມັກຕິ ມັກຮິເຂົາເຈົ້ານັ້ນນີ້, ອັນເພິ່ນຈົ່ມພັດວ່າ: ມັກຄົນລວຍ ແຕ່ຖ້າຄົນລວຍມາມັກແທ້ ແລ້ວເປັນຄົນຂີ້ຖີ່ ບໍ່ສະອາດກໍ່ບໍ່ມັກ, ຖ້າເປັນຄົນສະອາດ ໃຈດີຈິ່ງມັກ.... ງົງ.... ສະຫຼຸບໄປມາແລ້ວ ຕາມຄວາມຄິດຂ້ອຍລາວຈັກເປັນຄົນແນວໃດແທ້? ເປັນຄົນຫຼົງຕົວເອງບໍ? ຫຼືວ່າແນວໃດ? ເວລາລົມ ເຮົາຊິເວົ້າຫຍັງກໍ່ບໍ່ໄດ້ໃດ ເພິ່ນຕັດໜ້າລົມໄປໝົດ ບໍ່ຟັງໃຜ ເວົ້າຢ່າງດຽວ ໃຫ້ເຮົາຟັງແຕ່ເພິ່ນ ຍາມໃດກໍ່ຈົ່ມວ່າ: ອຸກໃຈຢ້ານບໍ່ໄດ້ຜົວ ເຖົ້າກໍ່ຊິເຖົ້າໄປເລື້ອຍລະ ພັດວ່າອີກ

____________________________________________

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ສົງໄສ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາມີຈຸດດີ ລະກະຈຸດອ່ອນ
ຄັນເຈົ້!ລໍາຄານລາວ ຄືວ່າໄປນັ່ງຟັງລາວທຸກມື້ຢູ່ຊັ້ນ


໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ສົງໄສ

ສົງໄສຫຍັງ?

____________________________________________

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄົນເຮົາມີຈຸດດີ ລະກະຈຸດອ່ອນ
ຄັນເຈົ້!ລໍາຄານລາວ ຄືວ່າໄປນັ່ງຟັງລາວທຸກມື້ຢູ່ຊັ້ນ


ຮັກແພງກັນກໍ່ຕ້ອງໄປນັ່ງຫຼິ້ນນຳກັນ ແນວລາວໂທໄປເນາະ

____________________________________________

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ໂອຍ......ຂ້ອຍກໍ່ງົງ ອ່ານໄປອ່ານມາມຶນເລີຍ 55+

ບຶດໜຶ່ງມັກ ບຶດ1ບໍ່ມັກ ປວດກະໂຫລກນຳເດີ້ແບບນີ້ກໍ່ດາຍ......


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຄົນເຮົາສ່ວນຫລາຍຈະຮູ້ຄຸນຄ່າຂອງສິ່ງທີ່ໂຕເອງມີຢູ່ກໍ່ຍາມທີ່ເສຍມັນໄປແລ້ວ ຕອນທີ່ຍັງມີມັນຢູ່ບໍ່ຄ່ອຍເຫັນຄຸນຄ່າດອກ ທີ່ລາວຈົ່ມທຸກມື້ເພາະວ່າລາວຫາຄົນທີ່ຈະມາເອົາໃຈເພິ່ນແລະຍອມເພິ່ນທຸກຢ່າງບໍ່ໄດ້ຄືຜົວເກົ່າລາວເລີຍສັບສົນຕົວເອງແລະຄືຈະເສຍດາຍເວລາທີ່ຢູ່ກັບຜົວເພິ່ນຫລາຍກວ່າ ເລີຍຮ້ອງເຈົ້າໄປເວົ້ານຳ...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ໂອຍ......ຂ້ອຍກໍ່ງົງ ອ່ານໄປອ່ານມາມຶນເລີຍ 55+

ບຶດໜຶ່ງມັກ ບຶດ1ບໍ່ມັກ ປວດກະໂຫລກນຳເດີ້ແບບນີ້ກໍ່ດາຍ......




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຄົນເຮົາສ່ວນຫລາຍຈະຮູ້ຄຸນຄ່າຂອງສິ່ງທີ່ໂຕເອງມີຢູ່ກໍ່ຍາມທີ່ເສຍມັນໄປແລ້ວ ຕອນທີ່ຍັງມີມັນຢູ່ບໍ່ຄ່ອຍເຫັນຄຸນຄ່າດອກ ທີ່ລາວຈົ່ມທຸກມື້ເພາະວ່າລາວຫາຄົນທີ່ຈະມາເອົາໃຈເພິ່ນແລະຍອມເພິ່ນທຸກຢ່າງບໍ່ໄດ້ຄືຜົວເກົ່າລາວເລີຍສັບສົນຕົວເອງແລະຄືຈະເສຍດາຍ
ເວລາທີ່ຢູ່ກັບຜົວເພິ່ນຫລາຍກວ່າ ເລີຍຮ້ອງເຈົ້າໄປເວົ້ານຳ...


ຄືຊິແມ່ນແນວນັ້ນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມົ້ວຊົ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ສສ ຕິເບາະ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຫຼາຍ ຊ້ຳພໍຜັວຖິ່ມ ຍ້ອນເຂົາລຳຄານ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ