ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ໜັງທີ່ມີລາຍໄດ້ມະຫາສານ ແລະ ເປັນທີ່ນິຍົມ ມັກຈະເປັນໜັງປະເພດໃດ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດຂອງທ່ານຄິດວ່າ: ໜັງທີ່ມີລາຍໄດ້ມະຫາສານ ມັກຈະເປັນໜັງປະເພດໃດ?



ສ່ວນຕາມຄວາມຄິດຂອງຂ້ອຍແລ້ວ ໜັງທີ່ມີລາຍໄດ້ມະຫາສານ ແລະ ເປັນທີ່ນິຍົມ ມັກຈະເປັນໜັງປະເພດທີ່ມີລັກສະນະຄື:

- ບໍ່ວ່າຊິເປັນໜັງປະເພດ ແຟນຕາຊີ, ຕະລົກ, ຄວາມຮັກ ສ້າງຂຶ້ນມາແລ້ວ, ລັກສະນະສີໜ້າຂອງຕົວລະຄອນສະແດງອາລົມສື່ອອກມາໄດ້ດີ

ສະແດງໃຫ້ເຫັນວ່າຕົວລະຄອນນັ້ນຈິງຈັງຢ່າງແທ້ຈິງ, ບໍ່ວ່າຈະເປັນໜັງຈີນ, ອິນເດຍ, ເກົາຫຼີ, ຝຣັ່ງ, ອັງກິດ....

ຈະເປັນລັກສະນະໜັງທີ່ເບິ່ງແລ້ວບໍ່ເບື່ອ ບໍ່ລຳຄານ ແຕ່ທ່ານຜູ້ຊົມຈະຕື່ນເຕັ້ນໄປນຳຕອນທີ່ເບິ່ງ, ເນື້ອເລື່ອງຈະມີແນວແອບແຝງ

ຈົນບາງຄັ້ງກໍ່ນຳບໍ່ທັນ, ສ່ວນໜັງຄວາມຮັກຂອງຈີນ, ເກົາຫຼີ, ອິນເດຍ... ອັນເປັນທີ່ນິຍົມກໍ່ຈະແມ່ນຄວາມຮັກແບບໃສໆ ບໍລິສຸດ

ເບີກບານ... ສື່ອາລົມຄວາມຮູ້ສຶກຂອງຕົວລະຄອນອອກມາໄດ້ດີທີ່ສຸດ... ເບິ່ງແລ້ວບໍ່ເປັນຕາເບື່ອ, ເຮັດໃຫ້ທ່ານຜູ້ຊົມຫຼົງຮັກຕົວລະຄອນ

ເປັນທີ່ສຸດ ນິຍົມຊົມຊອບເປັນທີ່ສຸດ, ເບິ່ງແລ້ວກໍ່ຈະຈົດຈຳ ແລະ ຄິດຮອດບໍ່ລືມ, ສ່ວນໜັງປະເພດແຟນຕາຊີຂອງຝຣັ່ງ

ເຊັ່ນຕົວຢ່າງ: ໜັງເຮຣີພອດເຕີ, ນາເນຍ, ແມ່ມົດຫຍັງຕ່າງໆ, ຂ້ອຍກໍ່ມັກຫຼາຍເພາະວ່າສະແດງສົມຈິງທຸກການເໜັງຕີງຂອງ

ເສັ້ນຂົນ ຫຼື ເວກມົນ... ສ່ວນໜັງສູ້ກັນຂອງຈີນກໍ່ມັກລີລາການສູ້ຮົບອັນຄ່ອງແລ້ວ ແລະ ວ່ອງໄວດີ...

ສ່ວນຄວາມຄິດຂ້ອຍ: ຖ້າມັກໜັງປະເພດໃດ ຖ້າໄດ້ເບິ່ງຈົບແລ້ວກໍ່ຈະຫຼົງຮັກ ສົງສານພະເອກ ນາງເອກ ອິອິ

ຂ້ອຍຊົມເຊີຍໜັງຂອງຈີນ ແລະ ເກົາຫຼີ ທີ່ສະແດງອອກມາແບບວ່າ ໃຫ້ທ່ານຜູ້ຊົມ ສາມາດຮັກ ແລະ ເຂົ້າໃຈໝົດທຸກຕົວລະຄອນ

ເຖິງຈະເປັນຕົວກົງກໍ່ຕາມ...



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນັງທີ່ມີ Graphic ຄັກໆເນື້ອໃນຫນ້າສົນໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຫນັງທີ່ມີ Graphic ຄັກໆເນື້ອໃນຫນ້າສົນໃຈ

ເຊັ່ນວ່າໜັງປະເພດ? ອາວະຕານ


໖ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ເນື້ອຫາໜັງຕ້ອງໃໝ່ສົດ ບົດດີນັກສະແດງຕີບົດແຕກ ເບີ່ງແລ້ວຕໍ່ເນື່ອງ ການດຳເນີນຂອງຫນັງດີ ພາບລວມຂອງໜັງງາມ ຊາວແທັກມ່ວນ ຖຶກໃຈຄົນສ່ວນຫຼາຍ
ເບີ່ງຫນັງແລ້ວໃຫ້ຂໍຄິດເປັນຫຼາຍກວ່າໜັງທຳມະດາ
ສຳລັບຂ້ອຍ The Dark Knight ທີ່1ໃນໃຈ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້ອຍມັກປະເພດ: ​Sci-fi, Graphic ເຊັ່ນ: Iron Man, Desplicable Me ເພາະມັນສາມາດເອົາໃຊ້ວຽກການອອກແບບໄດ້
ສ່ວນເກົາຫລີ, ຫລື ລະຄອນນຳ້ເນົ່າແບບຂອງບ້ານເອົາໄປໄກໆຂ້ອຍເລີຍ .....ສາລະຫາບໍ່ໄດ້