ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ໂຮງກາຍຍະສິນແຫ່ງຊາດບ້ານເຮົາໜ້າຈະໃຫຍ່ກວ່ານີ້ເນາະ :)

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຜິດພາດປະການໃດຂໍອະໄພເດີ
ໂຮງກາຍຍະສິນແຫ່ງຊາດບ້ານເຮົາໜ້າຈະໃຫຍ່ກວ່ານີ້ເນາະ ເພາະວ່າທີ່ນັ່ງມີຈຳນວນຈຳກັດ ບໍ່ວີໄອພີເທົ່າກັບຫໍວັດທະນາທຳແຫ່ງຊາດ, ໂຮງກາຍຍະສິນແຫ່ງຊາດສາມາດສ້າງຊື່ສຽງກຽດສັກສີໃຫ້ປະເທດຊາດນຳ, ງານສະແດງກາຍຍະສິນເປັນທີ່ນິຍົມຊົມຊອບຂອງທຸກເພດທຸກໄວ ທັງເດັກນ້ອຍໄປຈົນຮອດຜູ້ເຖົ້າຜູ້ແກ່. ງານສະແດງກາຍຍະສິນ, ລະຄອນສັດ ແລະ ມາຍາກົນ ສະຫຼອງສາຍພົວພັນຮ່ວມມື ລາວ-ຫວຽດນາມ ໃນມື້ນີ້ຂ້ອຍກໍ່ໄປເບິ່ງ, ເຊິ່ງເຂົາເຈົ້າເລີ່ມສະແດງແຕ່ວັນທີ່ 23-27 ມັງກອນ 2013 ນີ້ ມ່ວນ ແລະ ປະທັບໃຈຫຼາຍ, ຂ້ອຍໄປຖາມຊື້ປີ້ແຕ່ມື້ທຳອິດພຸ້ນແຕ່ວ່າປີ້ໝົດກ່ອນຕະຫຼອດ ( ເພາະວ່າທີ່ນັ່ງມີຈຳນວນຈຳກັດ ) ຍິນວ່າ ເດັກນ້ອຍປີ້ 30.000 ກີບ, ຜູ້ໃຫຍ່ 50.000 ກີບ ແລະ ປີ້ນັ່ງໜ້າ 70.000 ກີບ ( ນັ່ງໜ້ານັ່ງຫຼັງໃກ້ໆກັນເລີຍ ແຮໆ ) ສະຖານທີ່ໜ້າຈະໃຫຍ່ກວ້າງອອກຫຼາຍກວ່ານີ້ໄປອີກຈັກ ສອງ-ສາມເທົ່າ ສ້າງໃຫ້ຕື່ນເຕັ້ນອະລັງການໄປເລີຍ, ເພາະວ່າ ທ່ານຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍ່ທະຍອຍກັນໄປເບິ່ງຫຼາຍ ສາມາດສ້າງລາຍໄດ້ຂຶ້ນຫຼາຍເຕີບ ຖ້າສະຖານທີ່ກວ້າງ, ຂະໜາດມື້ນີ້ເປັນມື້ທີ່ສາມແລ້ວ ຄົນຫຼັ່ງໄຫຼໄປກໍ່ຍັງວ່າປີ້ໝົດໄປແລ້ວ, ຫຼາຍຄົນກໍ່ໜ້າເສຍດາຍວ່າບໍ່ທັນຊື້ປີ້.

ມີຮູບມາຝາກ:




_______________________________________________

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວີດີໂອທີ່ຂ້ອຍຖ່າຍຈາກການໄປເບິ່ງງານສະແດງກາຍຍະສິນ, ລະຄອນສັດ ແລະ ມາຍາກົນ ໃນງານສະເຫຼີມສະຫຼອງສາຍພົວພັນມິດຕະພາບລາວ-ຫວຽດນາມ

ມ່ວນດີ ຖ້າຈອງປີ້ບໍ່ທັນ ກໍ່ອົດໄດ້ຊົມ ອິອິ

http://www.youtube.com/watch?v=6A13ysr3cfI&feature=youtu.be

http://www.youtube.com/watch?v=OR5guIMVvXc&feature=youtu.be


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຢູ່ນະຄອນຫລວງມີຫລາຍຂຶ້ນແຕ່ຄວາມຈຸຍັງຊຳເກົ່າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄົນຢູ່ນະຄອນຫລວງມີຫລາຍຂຶ້ນແຕ່ຄວາມຈຸຍັງຊຳເກົ່າ


ເສຍດາຍສະຖານທີ່ບໍ່ກວ້າງກວ່ານີ້ເນາະ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ມື້ວານນີ້ຕອນປະມານ7ໂມງແລງຂ້ອຍຈະໄປດອງຢູ່ດອນແດງ ເລີຍຂັບລົດຜ່ານໄປທາງນັ້ນ ເຫັນລົດຕິດຫລາຍຄິດວ່າມີອຸປະຕິເຫດອິຫຍັງ ໂອຍ...ສຸດທ້າຍເພິ່ນມີການສະແດງກາຍຍະກຳຢູ່ຫັ້ນ ຈັ່ງແມ່ນຂ້ອຍໄປຜິດທາງອີຫລີ ກວ່າຈະຜ່ານເສັ້ນນັ້ນໄດ້ເໝື່ອຍນຳເລີຍ....


໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ມື້ວານນີ້ຕອນປະມານ7ໂມງແລງຂ້ອຍຈະໄປດອງຢູ່ດອນແດງ ເລີຍຂັບລົດຜ່ານໄປທາງນັ້ນ ເຫັນລົດຕິດຫລາຍຄິດວ່າມີອຸປະຕິເຫດອິຫຍັງ ໂອຍ...ສຸດທ້າຍເພິ່ນມີການສະແດງກາຍຍະກຳຢູ່ຫັ້ນ ຈັ່ງແມ່ນຂ້ອຍໄປຜິດທາງອີຫລີ ກວ່າຈະຜ່ານເສັ້ນນັ້ນໄດ້ເໝື່ອຍນຳເລີຍ....


ແມ່ນລະລົດຕິດແຖວນັ້ນນະ

_______________________________________________

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຈະເຮັດໃໜ່ເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໜ້າຈະເຮັດໃໜ່ເນາະ


ຫັ້ນລະເນາະ