ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຊິເລົ່າຫຍັງສູ່ຟັງ!

໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂ້ອຍມີນ້ອງຊາຍຜູ້ໜຶ່ງ, ເປັນຄົນເຈົ້າຊູ້ ເຫັນປ່ຽນຜູ້ສາວມາຫຼິ້ນຢາມເຮືອນຕະຫຼອດ, ສ່ວນຫຼາຍກໍ່ມານັ່ງຫຼິ້ນບຶດໜຶ່ງແລ້ວກໍ່ກັບ. ແຕ່ລ່າສຸດນີ້ເຫັນເພິ່ນຄົບກັບສາວໜຶ່ງ ( ໜ້າຕາບໍ່ງາມປານໃດດອກ ). ເຫັນມັກເອົານັ້ນນີ້ມາຕ້ອນຢູ່, ມາເຝົ້ານ້ອງຊາຍຢູ່ເຮືອນຕະຫຼອດ, ຄິດວ່າຈະມາບຶດໜຶ່ງແລ້ວກໍ່ໄປ, ບໍ່ແມ່ນແນວນັ້ນຫັ້ນຕິ, ມາແຕ່ເຊົ້າໆ ມາເຮັດວຽກເຮືອນຊ່ວຍຢູ່, ຊັກເຄື່ອງນ້ອງຊາຍ, ແຕ່ງກິນ... ຈົນຮອດຄ່ຳມືດ ຄິດວ່າຊິກັບກໍ່ບໍ່ກັບ, ນອນຢູ່ເຮືອນຂ້ອຍເລີຍ, ເຂົ້າໄປນອນນຳນ້ອງສາວຂ້ອຍຫັ້ນລະ, ກັບບ້ານແຕ່ເຊົ້າ ບຶດໜຶ່ງພັດມາອີກ... ບາງມື້ເພິ່ນບໍ່ຢາກນອນນຳນ້ອງສາວ ເພິ່ນກໍ່ອອກໄປນອນຢູ່ຕັ່ງຍາວໃນເຮືອນເລີຍ, ເຫັນມັກມາເຮືອນຂ້ອຍແນວນີ້ຕະຫຼອດ ໄປໃສມາໃສກັບນ້ອງຊາຍມາແລ້ວກໍ່ມາເຮືອນ ພັດມານອນເຮືອນເຮົາພີ້.

ຕໍ່ມານ້ອງຊາຍຂ້ອຍໄປວຽກຕ່າງແຂວງ ຢ່າງຕ່ຳກໍ່ ສາມ-ສີ່ ປີພຸ້ນລະ ດົນໆຈັ່ງຊິໄດ້ມາພຸ້ນລະ, ກ່ອນ ສອງ-ສາມ ມື້ທີ່ນ້ອງຊາຍຂ້ອຍຈະໄປ, ສາວນັ້ນ ຕາແດງຕາຕູມ ຍ້ອນເພິ່ນໄຫ້ຕິເບາະ, ຫຼັງຈາກນ້ອງຊາຍໄປຕ່າງແຂວງແລ້ວ, ສາວນັ້ນກໍ່ມາເຮືອນຂ້ອຍອີກ ມາຢູ່ໝົດມື້ແຕ່ງກິນ ກິນເຂົ້າ, ແລ້ວໄປນອນບ່ອນນ້ອງຊາຍຂ້ອຍເລີຍບັດນີ້( ເພາະບໍ່ມີໃຜນອນລະເດບັດນີ້ ), ຕື່ນເຊົ້າມາເພິ່ນກໍ່ໄປ, ບຶດໜຶ່ງພັດເຫັນມາອີກ ມາແຕ່ງກິນສູ່ພໍ່ແມ່ຄອບຄົວຂ້ອຍ ພັດນອນເຮືອນຂ້ອຍອີກ, ໄປນອນບ່ອນນ້ອງຊາຍຂ້ອຍອີກ...

ຂ້ອຍໄປຫຼິ້ນມາເຫັນມາເຮືອນຂ້ອຍອີກແລ້ວ ຂ້ອຍກໍ່ເລີຍຖາມແມ່ຂ້ອຍວ່າ: ສາວນັ້ນເປັນບ້າຫວາແມ່! ຄືເຫັນມາຕະຫຼອດ? ແມ່ຂ້ອຍກໍ່ບໍ່ເວົ້າຫຍັງ, ຂ້ອຍກໍ່ຫັນໄປເວົ້ານຳເອື້ອຍຂ້ອຍວ່າ: ສາວນັ້ນມາເຮັດຫຍັງອີກ? ເປັນແຮງລະຫວາ? ເອື້ອຍຂ້ອຍກໍ່ຕອບວ່າ: ຢ່າລາວ! ບຶດໜຶ່ງນ້ອງສາວຂ້ອຍໄປວຽກມາ: ເຫັນຄືຂ້ອຍເຫັນ ແລ້ວກໍ່ແລ່ນມາຖາມຂ້ອຍ ແລະ ເອື້ອຍຂ້ອຍວ່າ: ເຮີຍ! ສາວນັ້ນເປັນບ້າແຮງລະຫວາ? ມານອນເຮືອນເຮົາອີກລະຫວາ? ເອື້ອຍຂ້ອຍຕອບວ່າ: ສົງໄສລາວມັກນ້ອງຊາຍເຮົາແຮງ!
- ຂ້ອຍຕອບວ່າ: ມັກບໍ່ມັກຊິກ່ຽວຫຍັງກັນກັບທຽວມາອອກໜ້າອອກຕາປານນີ້, ບໍ່ຮູ້ຈັກອາຍ, ບໍ່ຮູ້ຈັກຈຽມຕົວ ເປັນແມ່ຍ່າແມ່ຍິງ, ໜ້າດ້ານ...


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕິດໃຈ xxx ນ້ອງຊາຍເຈົ້າຕິເບາະ ຄືບໍ່ຈ້າງລົດໃຫ້ລາວໄປຫາກັນຢູ່ພຸ້ນເລີຍ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຕິດໃຈ xxx ນ້ອງຊາຍເຈົ້າຕິເບາະ ຄືບໍ່ຈ້າງລົດໃຫ້ລາວໄປຫາກັນຢູ່ພຸ້ນເລີຍ


5555 ແນວຂອງເຂົາດີເນາະ ອິອິ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
555ສົງໃສຕິດໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກະດີແລະມີຄົນມາເຮັດວຽກຊ່ອຍ


໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Tonmipiloud ຂຽນວ່າ...
ກະດີແລະມີຄົນມາເຮັດວຽກຊ່ອຍ


ກໍ່ດີຢູ່, ແຕ່ເບິ່ງລວມໆແລ້ວບໍ່ງາມຕາປານໃດ ເພາະວ່າມາໃນນາມວ່າມັກນ້ອງຊາຍແຮງຕິ!
ຖ້າມາໃນນາມໝູ່ແມ່ຍິງນຳກັນ ຫຼື ລູກຮັກລູກແພງ ກໍ່ເບິ່ງງາມຕາກວ່າ ອັນນີ້ຄືຊິຢາກເປັນລູກໄພ້ເຂົາແຮງຈົນບໍ່ຮູ້ແນວຊິເຮັດລະຕິ
ວ່າບໍ?


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຖືກໃປກະຄົງບໍ່ຮູ້
ຫຸຫຸຫຸ



໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ່ານເບິ່ງແລ້ວ ໜ້າສົງສານລາວ ...ບໍ່ຮູ້ຕົວຊໍ້າ ວ່າເປັນໄດ້ພຽງ ສ່ວນເກີນໃນຄອບຄົວນ້ອງ...
ຄວາມຮັກ ກໍ່ເປັນຈັ່ງຊີ້ແລ້ວບໍ່ມີເຫດຜົນ ບາງຄົນບໍ່ເຄີຍເຫັນໜ້າ ຮູ້ແຕ່ວ່າຢູ່ຝັ່ງ ກໍ່ຮັກສາແລວ ...ແຮໆໆໆໆໆໆໆໆໆໆໆໆ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
1 ປີ ກວ່າຜ່ານໄປ ໄວເໝືອນໂກຫົກ ສຸດທ້າຍແລ້ວ ເລື່ອງລາວຈົບລົງແບບໃດ ທ້າຍັງຢູ່ພັນລາວກະກັບມາເລົ່າໃຫ້ຟັງແນ່ເດີ,,,


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Tonmipiloud ຂຽນວ່າ...
1 ປີ ກວ່າຜ່ານໄປ ໄວເໝືອນໂກຫົກ ສຸດທ້າຍແລ້ວ ເລື່ອງລາວຈົບລົງແບບໃດ ທ້າຍັງຢູ່ພັນລາວກະກັບມາເລົ່າໃຫ້ຟັງແນ່ເດີ,,,



ໂດຍ. ປີ2018ແລ້ວ ກໍ່ຍັງຢາກຮູ້ຕອນຈົບນຳຄືກັນ #.#