ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ງານເທສະການຮູບເງົາສາກົນຟຣີທີ່ນະຄອນຫຼວງວຽງຈັນ ວັນທີ່ 26ເດືອນ2 ຫາວັນທີ່ 02 ເດືອນ3 ເວລາ 17ໂມງຫາ 22ໂມງ ທີ່ໂຮງກາຍຍະສິນແຫ່ງຊາດ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມາຈາກເຟສບຸກໃນໜ້າເພຈ໌ Paisai

ງານເທສະການຮູບເງົາສາກົນທີ່ນະຄອນຫຼວງວຽງຈັນ: ວຽງຈັນນານ ຈັດຂື້ນອີກແລ້ວ!
ເລີ່ມຕົ້ນວັນທີ່ 26ເດືອນ2 ຫາວັນທີ່ 02 ເດືອນ3, ມາມ່ວນຊື່ນ ຊົມຮູບເງົາຟຣີ ທີ່ໂຮງກາຍຍະສິນແຫ່ງຊາດ, ທຸກໆມື້ ເວລາ 17ໂມງຫາ 22ໂມງ.

this film will be shown on the 28th february at 6:30pm at the National Circus.
ຮູບເງົາເລື່ອງນີ້ ຈະໄດ້ຮັບການສາຍໃນວັນທີ່ 28 ເດືອນ2 ເວລາ 18h ທີ່ໂຮງກາຍຍະສິນແຫ່ງຊາດ.

http://www.youtube.com/watch?v=P_LRQ6d9wdc


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ແລງ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ໄປເບິງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍອະໄພເດີ
ໂຮງກາຍຍະສິນ ຍຸງຫຼາຍໆທັງຕອມ ທັງກັດ, ຕ້ອງສາລະຫົດອົດທົນກວ່າຈະເບິ່ງໜັງໃຫ້ຈົບ ແນະນຳທ່ານໃດໄປສີດກັນຍຸງໄປແດ່ເດີ
ຂ້ອຍຖືກມັນກັດຫຼາຍຈົນວິນວຽນຫົວ ແຕ່ກໍ່ເບິ່ງໄປຮອດຈົນຈົບໜັງ ບັງສູນ

ວ່າແຕ່ໜັງບັງສູນນີ້ ກ່ຽວຂ້ອງກັບ ຜີບັງບົດບໍ? ຄືຍິນວ່າຜີບັງບົດ ມັກຈະບັງບໍ່ໃຫ້ຄົນເຮົາເຫັນສິ່ງໃດໜຶ່ງ ຫຼື ຄົນທີ່ເຮົາຊອກຫາ ແລະ ມັກຟາງຕາຄົນໃຫ້ຫຼອນໄປນຳມັນອີກ ເວົ້າມາລະເປັນຕາຢ້ານ, ຍິນສຽງໃນໜັງບໍ່ຄັກປານໃດ ເລີຍບໍ່ເຂົ້າໃຈຄັກວ່າລົມຫຍັງກັນແດ່, ພາບກໍ່ສັ່ນແຮງປານຂີ່ລົດເມແດ່, ເບິ່ງໄປເກືອບເມົາ, ແລ້ວຕອນໃກ້ຊິຈົບ ແມ່ນ ແຊມ ກັບ ຈິມມີ້ຜິດກັນແມ່ນບໍ? ຈັກຜິດກັນເລື່ອງຫຍັງ? ຂ້ອຍລະເຂົ້າໃຈວ່າ: ຜີເຂົ້າຮ່າງຈິມມີ້.... ຍິນຫຍັງບໍ່ຄັກ ພາບກໍ່ເຫັນບໍ່ເຕັມສ່ວນ ຖ້ານຳເນື້ອເລື່ອງມາສະແດງຄືນເປັນໜັງແບບຄັກໆ ຄືຊິດີເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜັງເລື່ອງຈິງ ພະຍານາກລາວ ຫຼື Lao nagas ທີມນັກກິລາຣັບບີ້ຂອງລາວ ເກັ່ງຫຼາຍ ມີໜ້າເພຈ໌ບໍ? ໜັງນີ້ ໃຜມີບອກຊື່ແນ່ເດີ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໄປເບິ່ງມາມື້ວານ ໄດ້ມີໂອກາດເຫັນພາສຸກນຳ ໂຕຈິງໜ້າຕາດີກວ່າໃນຮູບຫຼາຍ ຊົມເຊີຍເດີ ອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໄປເບິ່ງມາມື້ວານ ໄດ້ມີໂອກາດເຫັນພາສຸກນຳ ໂຕຈິງໜ້າຕາດີກວ່າໃນຮູບຫຼາຍ ຊົມເຊີຍເດີ ອິອິ


ປະທານນິນກໍ່ໜ້າຮັກຫຼາຍ ຄວາມຈິງ ເຫັນປະທານນິນເທື່ອນີ້ເປັນເທື່ອທີ່ສອງແລ້ວ ເພາະວ່າເທື່ອໜຶ່ງກາຍໄປຮ້ານເຂົ້າມັນໄກ່ພັນລາວ ເລີຍເຫັນປະທານນິນຢືນລົມໂທລະສັບຢູ່ໜ້າຮ້ານ, ມື້ວານຍິນສຽງປະທານນິນເວົ້າອີກ ສຽງຫວານ ເນາະ, ພາສຸກເວົ້າວ່າ: ສະບາຍດີ!. ປະທານນິນ ເວົ້າວ່າ: ຫາ! ສຽງແບບນີ້ຫວາ? ພາສຸກເລີຍຕອບວ່າ: ສຽງແບບນີ້ລະ! ປະທານນິນຕອບວ່າ: ອືມໆໆ ຍົກຝາມືຂຶ້ນ ປະມານເວົ້າວ່າ ອໍໆໆໆ ບໍ່ມີຫຍັງ ຫຼື ວ່າ ແລ້ວຈັ່ງເວົ້າ ອິອິ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ດອກຈຳປາ ດອກໄມ້ປະຈຳຊາດລາວ ທີ່ປວງຊົນເບິ່ງຂ້າມ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ one4click ຂຽນວ່າ...


ໄປເບິ່ງບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນສອງເທື່ອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດກ່ອນ ຄືນທີ່ສອງນີ້ຊິໄປໃຫ້ຍຸງກັດອີກບໍ? ຍາກນຳບໍ່ມີໝູ່ໄປນຳນີ້ນະ ມື້ຄືນຍັງມີເອື້ອຍໄປເປັນໝູ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືນທີ່ສອງກໍ່ໄປນຳໝູ່ສອງຄົນ, ເກືອບບໍ່ມີຄົນລາວມື້ນີ້ນະ ເຫັນແຕ່ຕ່າງປະເທດຜົມທອງສ່ວນຫຼາຍ, ສົງໄສຄົນລາວບໍ່ມັກງານສາຍໜັງແບບນີ້

ສັງເກດແຕ່ກະທູ້ນີ້ ເຄິ່ງຫຼາຍມີແຕ່ຂ້ອຍອັບເດດຜູ້ດຽວ ອ໋າກໆໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ໄປເບິ່ງຊໍາເສຍດາຍເດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ມື້ທີ່ສາມໄປເບິ່ງອີກ ໜັງກາຕຸ່ນລ້ວນໆ
ມື້ອື່ນ ວັນສຸກວັນທີ່ ໜຶ່ງ ເດືອນສາມ ມີຄອນເສີດເດີ