ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຢາກຖາມເລື່ອງຄວາມຮັກ?

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ແມ່ນແທ້ບໍ່ທີ່ວ່າ:

ແມ່ຍິງຖ້າເປັນແຟນກັບຜູ້ຊາຍແລ້ວ, ຖ້າມີຫຍັງກັນແລ້ວ ຄຸນຄ່າຂອງແມ່ຍິງຈະຫຼຸດລົງ, ຖືກເບິ່ງໄປໃນແງ່ບໍ່ດີຂອງສັງຄົມ, ຫຼັງຈາກແຕ່ງງານມີລູກແລ້ວ ກໍ່ບໍ່ງາມຄືຕອນເປັນສາວອີກ, ຖ້າຜົວບໍ່ນອກໃຈກໍ່ຖືວ່າໂຊກດີ, ເປັນແມ່ຍິງໂຊກຮ້າຍປານນັ້ນແທ້ບໍ?...

ສັງຄົມຝຣັ່ງເປັນແບບດຽວກັນນີ້ບໍ ກັບ ສັງຄົມແຖມເອເຊຍ?

_______________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຢາກຈະເວົ້າທຳຮ້າຍຈິດໃຈເພດຍິງດອກ
ແລ້ວແຕ່ຊິພິຈາລະນາເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນວ່າອັຟການິສະຖານຍິ່ງໂຫດຮ້າຍຕໍ່ເພດແມ່


໗ ກະທູ້
໙໗ ໂພສ
ນັກການກະທູ້
ຕ້ອງຍອມຮັບຄວາມຈິງ ຄວາມຈິງກໍ່ຄືຄວາມຈິງ

ຖ້າຜູ້ຍິງບໍ່ຢາກທຸກໃຈ ເວລາຈະເອົາຜົວຢ່າເລືອກທີ່ເງິນຢ່າງດຽວ ໃຫ້ເລືອກຄວາມຮັກທີ່ຜູ້ຊາຍມີໃຫ້ພ້ອມວ່າເຂົາຮັກເຮົາຫລາຍປານໃດ ບໍ່ແມ່ນມີເງິນແລ້ວເອົາ ຖ້າບໍ່ດັ່ງນັ້ນກໍ່ຈະທຸກໃຈໄປຕະລອດຊີວິດ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kaisoft ຂຽນວ່າ...
ຕ້ອງຍອມຮັບຄວາມຈິງ ຄວາມຈິງກໍ່ຄືຄວາມຈິງ

ຖ້າຜູ້ຍິງບໍ່ຢາກທຸກໃຈ ເວລາຈະເອົາຜົວຢ່າເລືອກທີ່ເງິນຢ່າງດຽວ ໃຫ້ເລືອກຄວາມຮັກທີ່ຜູ້ຊາຍມີໃຫ້ພ້ອມວ່າເຂົາຮັກເຮົາຫລາຍປານໃດ ບໍ່ແມ່ນມີເງິນແລ້ວເອົາ ຖ້າບໍ່ດັ່ງນັ້ນກໍ່ຈະທຸກໃຈໄປຕະລອດຊີວິດ



ແມ່ນແລ້ວ ຂ້ອຍກໍ່ແມ່ນຜູ້ຍິງຄືກັນ ແຕ່ກະບໍ່ຢາກເຂົາຂ້າງໃຜທັງນັ້ນ ເພາະ ຜູ້ຍິງເຮົາບາງເທື່ອກະທຸ້ມເທທຸກຢ່າງ ເພື່ອຍາດເອົາຄົນຮັກຂອງຄົນອື່ນ ເພາະເຫັນແຕ່ວ່າ ລາວເປັນຄົນມີເງິນ, ທັງໆທີ່ຮູ້ວ່າຕ້ອງທຳລາຍ ທັງຜູ້ຊາຍ ແລະ ຍິງຄົນທີ່ລາວຮັກ, ສຸດທ້າຍແລ້ວ ຜູ້ຊາຍຄົນນັ້ນກໍ່ຕ້ອງນອກໃຈ ເພາະເຈົ້າໄດ້ເຂົາມາກໍ່ຍ້ອນຍາດຈາກຄົນອື່ນ. ສ່ວນຜູ້ຊາຍກໍ່ບໍ່ໝັ້ນຄົງ ແລະ ບໍ່ໜັກແໜ້ນພໍ ຫລົງໄຫລຕາມການຢົ້ວຍວນຂອງຜູ້ຍິງຈົນຕ້ອງທຳລາຍ ຄົນທີ່ຕົນເອງຮັກ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຮັກກໍ່ຕ້ອງມີເລີກ ມີເກີດກະຕ້ອງມີດັບ ກົດເກນທຳມະຊາດ


໘ ກະທູ້
໓໑ ໂພສ
ຂາປະຈຳເວັບບອດ
ສໍາລັບຂ້ອຍແມ່ນຫຍັງກະອະທິບາຍບໍ່ໄດ້ ນອກຈາກຄົນສອງຄົນລົມກັນເອງ ທຸກຄົນກາມີເຫດຜົນຂອງໃຜລາວ ຈະດີຫຼືຊົ່ວກາຢູ່ທີ່ເຮັດໂຕເອງ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສັງຄົມແຕ່ລະປະເທດຫລືແຕ່ລະບ່ອນມັນບໍ່ຄືກັນ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ເວົ້າຍາກເນາະ ເປັນຜູ້ຍິງນະ ທາງທີີ່ດີກໍ່ຄວນທຳໃຈກັບສິ່ງທີ່ຈະເກີດຂື້ນ
ແຕ່ຜູ້ເວົ້ານີ້ ກະບໍ່ຮູ້ຈະເຮັດໄດ້ບໍ່ເດີ້ນິ ຢ້ານໄດ້ຂ້າເຂົາຕາຍຢູ່ເດີ້
ອາລົມແຮງຮ້ອນເວລາເຈິແນວຜິດໃຈ...ໄດ້ແຕ່ເວົ້າ

jidapha

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຕ່າງຝ່າຍຕ່າງເຫັນຄຸນຄ່າຂອງຄວາມຮັກຈິງໆ ບັນຫາທີ່ບອກມານັ້ນຈະບໍ່ເກີດຂຶ້ນ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເຮົາຕ້ອງໝັ້ນຄົງບໍ່ຫວັນໄຫວຕໍ່ສິ່ງອ້ອມຂ້າງຄວາມຊື່ສັດເທົ່ານັ້ນທີ່ຈະເຮັດໃຫ້ຄົນເຮົາມີຄວາມສຸກໄປຕະຫຼອດຊີວິດ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທາງທີ່ດີ ຈະຮັກໃຜ ຈະແຄໃຜ ກະຕ້ອງຮູ້ຈັກຮັກຕົວເອງກ່ອນ
ຢ່າໄປຮັກຫລາຍ ຈົນກາຍເປັນຫລົງ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກກູແທ້ມີແຕ່ແມ່ກູ