ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເພື່ອນໆສະມາຊິກມາແນະນຳເພັງລາວໃຫ້ຂ້າພະເຈົ້າແດ່

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ກ່ອນອື່ນຫມົດຂໍສະບາຍດີຫມູ່ເພື່ອນທຸກໆຄົນເດີ ຄືວ່າຂ້ອຍຢາກໄດ້ເພັງລາວສະໄຫມຕໍ່ຕ້ານ ຫຼື ເພັງສະໄຫມປົດປ່ອຍ ກະວ່າຊິເອົາໃວ້ເປີດຫຼີ້ນບຸນປີໃຫມ່ນີ້ ກໍ່ຍັງອິກບໍ່ເທົ່າໃດມື້ແລ້ວ ແລະ ພິເສດແດ່ ຂ້ອຍຢາກໄດ້ເພັງ ທີ່ມັນຕໍ່ກັບເພັງສາວຊຽງຂວາງທີ່ຮ້ອງວ່າ: .....ບ່າພາຍປືນຍີ້ມແຍ້ມແຈມໃສ ຄວາມກ້າວໄປ ຕາມເສັ້ນທາງປົດປ່ອຍປະເທດຊາດ....ລ່າ ລາ ລາ..ລາ ລ້າ ລ່າ ລາ ຟ້າຮ້ອງກ້ອງສົ່ງ ສົ່ງກິ່ນຫອມຫວນ....(ຫຼືວ່າ ນົກນ້ອຍຈອມດອຍ ບິນກາງເວຫາ ສົ່ງສ້ຽງແວວມາ....)
ປະມານນີ້ລະ ບໍ່ຮູ້ວ່າຊິຖືກບໍ ກໍ່ລອງເດົາໆເບິ່ງ ໃຜຮູ້ບອກແດ່ ເພາະວ່າຕອນຍັງນ້ອຍໄດ້ຟັງເພີ່ນຮ້ອງ ຮູ້ສຶກ ວ່າປະທັບໃຈແລະມ່ວນ ກໍ່ເລີຍຢາກເອົາໄປຟັງ, ຢາກເອົາໄປເປິດໃຫ້ຜູ້ອາວຸໂສເພີ່ນຟັງຫວນຍອນອາດິດອັນເບີກບານມ່ວນຊື່ນຄືສະໄຫມກ່ອນ ເອົາເປັນວ່າຂໍຂອບໃຈຜູ້ປະກອບສ່ວນຄຳຄິດຄຳເຫັນລ່ວງໜ້າ ແລະກໍ່ເນື່ອງໃນໂອກາດປີໃຫມ່ລາວຊິມາຮອດນີ້ ຈຂກທ ຂໍອວຍພອນເພື່ອນສະມາຊິກພັນລາວຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນທຸກໆຫນ້າທີວຽກງານ ແລະກໍ່ຫຼີ້ນບຸນປີນີ້ມ່ວນຊື່ນເບີກບານ ພິເສດແດ່ ຫຼີ້ນລະວັງແດ່ເດີ ໃຫ້ມີສະຕິເພາະອຸບັດຕິເຫດເກີດໄດ້ທຸກເມື່ອ ຂໍຂອບໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງສາວຊຽງຂວາງ, ເດືອນສາມຄອຍ...
ມີໃນຊຸດ ເພງປະຕິວັດ ຂາຍຫລາຍໆບໍ່ອຶດດອກ ໄປຖາມຊື້ໂລດ ອິອິ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເພງສາວຊຽງຂວາງ, ເດືອນສາມຄອຍ...
ມີໃນຊຸດ ເພງປະຕິວັດ ຂາຍຫລາຍໆບໍ່ອຶດດອກ ໄປຖາມຊື້ໂລດ ອິອິ

ໂດຍຂອບໃຈເດີ ແຕ່ວ່າຂ້ອຍຢູ່ຕ່າງແຂວງຫາຊື້ບໍ່ມີນະ ມີລິ້ງໃນເນັດບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພິມໃສ່ youtube ວ່າ: ເພງ ປະຕິວັດ
ແລ້ວຫາກຊິອອກມາດອກ :)