ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ປະລິນຍາໂທກັບຄົນເຮັດວຽກ....ສຳຄັນແທ້ບໍ່

໑໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ

ຫລາຍຄົນເລັງເປົ້າຫມາຍໃຫ້ປະລິນຍາໂທປູທາງໃນການເຮັດວຽກ ແຕ່ວ່າປະລິນຍາໂທນີ້ຈະຊ່ວຍໃຫ້ເຈົ້າເຮັດວຽກງ່າຍຂຶ້ນ
ແທ້ຫລືບໍ່ ຕ້ອງຕອບໂຕເອງໃຫ້ດີໆໃນພາວະການເຮັດວຽກທີ່ເຮົາຕ້ອງແຂ່ງກັບຄົນທັງພາຍໃນພາຍນອກອົງກອນລະດັບຄວາມຮູ້
ທີ່ສູງຂຶ້ນກາຍເປັນໂຕແປທີ່ສຳຄັນ

ໃນການເຮັດວຽກບໍ່ວ່າຈະເປັນການໃຊ້ຄວາມຮູ້ຕັດສິນໃຈ ການປະເມີນເຫດການລ່ວງຫນ້າໃນອະນາຄົດ ການຮັບມືກັບບັນຫາ
ລວມເຖິງການພົວພັນຕ່າງໆ ສິ່ງເຫລົ່ານີ້ປະລິນຍາໂທອາດໃຫ້ເຈົ້າໄດ້ແຕ່ຈຸດສຳຄັນທຸກໆຢ່າງໃນການເຮັດວຽກລ້ວນຂຶ້ນຢູ່ກັບ
ໂຕເຈົ້າເອງທັງນັ້ນ ເຮົາມີຄຳຕອບທຸກເລື່ອງສຳຫລັບຄຳຖາມໃນເລື່ອງນີ້

Q ປະລິນຍາໂທໃຫ້ປະໂຫຍດຫຍັງໃນການເຮັດວຽກ
A ສິ່ງທຳອິດຄືຄວາມຮູ້ແລະຄວາມສາມາດໃນການວິເຄາະທີ່ໄດ້ຝຶກຝົນຈາກການຮຽນ ອີກທັງເພື່ອນໆໃນກຸ່ມອາດມີອາຊີບ
ແຕກຕ່າງກັນໄປ ເຊິ່ງຈະເປັນຈຸດປ່ຽນເຊື່ອມໂຍງໃນພາກທຸລະກິດຕ່າງໆ ໃຫ້ໄດ້ເປັນຢ່າງດີ ນອກເຫນືອຈາກນັ້ນເຈົ້າຍັງໄດ້ພາບລັກ
ຄວາມນັບຖືຈາກລູກນ້ອງ ເນື່ອງຈາກມີວຸດທິການສຶກສາຫລາຍກວ່າ ແຕ່ວ່າຕ້ອງຂຶ້ນຢູ່ກັບການເຮັດວຽກຂອງເຈົ້າເອງນຳວ່າເປັນຄົນ
ເຮັດວຽກເກັ່ງສົມກັບຈົບປະລິນຍາໂທມາຫລືບໍ່

Q ຮຽນປະລິນຍາໂທເພື່ອຮຽກຮ້ອງເງິນເດືອນຂຶ້ນໄດ້ບໍ່
A ຂະນະນີ້ການຮຽນປະລິນຍາເພື່ອເພີ່ມເງິນເດືອນບໍ່ໄດ້ຜົນອີກຕໍ່ໄປ ເພາະທາງບໍລິສັດຫລືຫນ່ວຍງານຈະເລັງທີ່ຜົນງານແລະປະສົບການ
ຂອງເຈົ້າຫລາຍກວ່າ ທີ່ສຳຄັນບາງບ່ອນຄຶດວ່າການຮຽນປະລິນຍາໂທເປັນການບຽດບຽນເວລາເຮັດວຽກອີກຊ້ຳໄປ ເພາະເຈົ້າຈະບໍ່ສາມາດ
ກັບບ້ານຄ່ຳຫລືເຮັດວຽກໃນວັນເສົາອາທິດໄດ້ ດັ່ງນັ້ນ ການຫາປະສົບການຄວບຄູ່ກັບການຮຽນເປັນສິ່ງຈຳເປັນຫລາຍທີ່ຈະເຮັດໃຫ້ເງິນເດືອນ
ເຈົ້າຂຶ້ນງ່າຍກວ່າການຖືໃບປະລິນຍາຍື່ນໃຫ້ທາງບໍລິສັດພຽງຢ່າງດຽວ

Q ຈຸດອ່ອນໃນການຮຽນປະລິນຍາໂທຂອງຄົນເຮັດວຽກແມ່ນຫຍັງ
A ຈຸດອ່ອນສຳຄັນຂອງປະລິນຍາໂທຄືການຈັດສັນເວລາ ຫາກເຈົ້າເຮັດວຽກຄວບຄູ່ກັບການຮຽນຮັບຮອງໄດ້ເລີຍວ່າສາຫັດເລີຍລະ ແລະຕ້ອງມີ
ຫລາຍເທື່ອທີ່ເຈົ້າລັກເອົາວຽກບ້ານເຂົ້າມາເຮັດໃນບ່ອນເຮັດວຽກ ຫລືໃຫ້ລູກນ້ອງຂອງເຈົ້າຊ່ວຍ ເຈົ້າຕ້ອງເຮັດໃຫ້ເຂົາເຫັນໃຫ້ໄດ້ ວຽກເຈົ້າບໍ່ເສຍ
ແລະສາມາດພັດທະນາວຽກງານໄດ້ດີກວ່າເກົ່າ ການຮຽນປະລິນຍາໂທຍັງເຮັດໃຫ້ເຈົ້າບໍ່ມີເວລາພັກຜ່ອນ ເມື່ອເຈິະບັນຫາທັງສອງດ້ານຕ້ອງໃຊ້
ເວລາ ເຈົ້າຈະຮູ້ສຶກເມື່ອຍແລະບໍ່ມີເວລາສ່ວນໂຕ ດັ່ງນັ້ນ ຕ້ອງຈັດສັນເວລາໃຫ້ດີແລະມີວິໄນກັບໂຕເອງ

Q ປະລິນຍາໂທຈຳເປັນຫລາຍປານໃດ
A ຄວາມສຳຄັນຂອງປະລິນຍາໂທນັ້ນຄົນທີ່ບອກໄດ້ຄືໂຕຂອງເຈົ້າເອງ ເພາະການຮຽນປະລິນຍາໂທຈະໃຫ້ທັງຄວາມຮູ້ ວິທີຄິດ ລວມທັງລະບຽບ
ວິໄນໃນການເຮັດວຽກຮ່ວມກັບຄົນອື່ນ ເຮົາຈະຕ້ອງມີຄວາມຮັບຜິດຊອບຫລາຍຂຶ້ນ ເຊິ່ງຈະສົ່ງຜົນດີຕໍ່ວຽກທີ່ເຮັດຫລາຍ ເພາະເຈົ້າຈະເປັນຄົນທີ່ມີ
ຄວາມຄິດທີ່ກວ້າງຂຶ້ນ

ຖ້າເຈົ້າຮຽນຈົບປະລິນຍາໂທໃນສາຂາທີ່ບໍ່ກ່ຽວຂ້ອງກັບວຽກທີ່ເຮັດ ແຕ່ຮຽນໃນດ້ານທີ່ໂຕເອງສົນໃຈອາດເຮັດໃຫ້ຜົນງານຂອງເຈົ້າອອກມາໄດ້
ບໍ່ເຕັມທີ່ ອາດຈະເລືອກເປັນຫລັກສູດສັ້ນໆໃນດ້ານທີ່ເຈົ້າສົນໃຈດີກວ່າ ຫລືໃຜມີເວລາບໍ່ພຽງພໍທີ່ຈະຮຽນປະລິນຍາໂທ ການເລືອກຮຽນວິຊາສະເພາະດີກວ່າ ແລະສະໄຫມນີ້ວຸດທິການສຶກສາບໍ່ສຳຄັນເທົ່າກັບວ່າເຈົ້າສາມາດເຮັດຫຍັງໃຫ້ແກ່ຫນ່ວຍງານຫລືບໍລິສັດໄດ້ຕ່າງຫາກ

ນາງຟ້າຊາຕານ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄດ້ຍິນມາວ່າ..

ເຈົ້າຂອງບໍລິສັດກໍ່ສ້າງແຫ່ງຫນຶ່ງ ວຸດການສຶກສາບໍ່ຈົບປະຖົມ...... ບໍລິສັດບ້ານເຮົານິແຫລະ..

ລາວເລີ່ມຕົ້ນຈາກການເປັນກຳມະກອນ ຈົນນຳໄປສູ່ການມີບໍລິສັດເປັນຂອງຕົນເອງ...........

ຖ້າແນມບໍ່ອອກວ່າມັນເປັນຈັ່ງໃດ ໃຫ້ແນມເບິ່ງ ບິລ ເກຕ...

.

.

.

You should make what you plan..


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອືມແມ່ນໆໆ ຖ້າຈື່ບໍ່ຜິດເຄີຍອ່ານເຫັນວ່າ ບິລເກຕ ຮຽນບໍ່ຈົບມະຫາໄລແມ່ນບໍ່ ທ່ານຟີນິກສເທັນ
ຕາມຄວາມຄິດຂອງຂ້ອຍນະເວລານີ້ເດີ
ຂ້ອຍວ່າ ພວກທີ່ຮຽນສູງຫລາຍ ແບບໂທຂຶ້ນໄປ ຂ້ອຍວ່າມັນເປັນແບບເຈາະຈົງຢ່າງໃດຢ່າງໜຶ່ງທີ່ເຈົ້າສຶກສາຢູ່ ແລ້ວບາງທີມັນກໍ່ບໍ່ຈຳເປັນສຳລັບວຽກ
ທີ່ຈະເຮັດເລີຍ
ກົງກັນຂ້າມ ພວກຈົບຮອດຕຮີ ຮູ້ທົ່ວໄປໃນສາຂາທີ່ຕົນເອງເຮັດວຽກຢູ່ ພ້ອມທີ່ຈະເຮັດວຽກເລີຍ
ແລ້ວຍັງມີເລື່ອງປະສົບການອີກ ລະຫວ່າງ2-3ປີທີ່ເຈົ້າຮຽນຕໍ່ ກັບ 2-3ປີທີ່ເລີ່ມເຮັດວຽກໄປແລ້ວ
ປະສົບການຖືວ່າຈຳເປັນຫລາຍ ສົມມຸດເຈົ້າໄປສະໝັກວຽກໃດໜຶ່ງ
ໃດຍັງມີເລື່ອງອາຍຸອີກ ພວກຮຽນສູງແນ່ນອນຕ້ອງເຖົ້າກວ່າພວກຈົບຕຮີໃໝ່ ແລ້ວເບິ່ງໃນດ້ານການເຮັດວຽກ
ພວກເດັກໜຸ່ມໆມັນກໍ່ຕ້ອງມີໄຟຫລາຍກວ່າ ແມ່ນບໍ່ ??
ແລ້ວຍັງມີອີກ ບລາໆໆໆໆໆໆ ຄິດບໍ່ອອກແລ້ວ
ໃນຕອນນີ້ຂ້ອຍຍັງຮຽນຢູ່ ຍັງຢູ່ຊັ້ນສູງອີກຊ້ຳ ກໍ່ບໍ່ຮູ້ວ່າ ຫລັງຈາກຈົບຕຣີແລ້ວ ຄວາມຄິດນີ້ຈະປ່ຽນຫລືບໍ່ ແລ້ວຄ່ອຍວ່າກັນໃໝ່

ຫວານຕົ້ນຈືດປາຍ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວອຸ້ຍ... ບິລ ເກຕ ມັກໃນຄອມພິວເຕີຣ໌ ແຕ່ໄປຮຽນບໍລິຫານ..
ບົດຮຽນບໍລິຫານບໍ່ເຄີຍຄິດສິອ່ານ (ແຕ່ໄດ້ຄະແນນສູງຕະຫລອດ...)
ບິລ ເກຕ ຂຽນເກມ O-X ໄປຂາຍໃຫ້ຮ້ານຄ້າ..
ທຳອິດຂຽນແບບບໍ່ໃຫ້ມີໃຜຊະນະໄດ້ ສູງສຸດຄືສະເຫມີ..
ເຈົ້າຂອງຮ້ານບອກວ່າ “ຂຽນໃຫ້ຂ້ອຍໃຫມ່ແດ່ ຄົນເລີ່ມເບື່ອແລ້ວ ບໍ່ຊະນະຈັກເທື່ອ”
ເກຕ ມາຂຽນໃຫມ່ ຂຽນແບບສຸ່ມໃຫ້ມັນອ່ອນຂໍ້ໃຫ້...
(ເກຕ ເຈົ້າເລ້.. ໄດ້ເງິນ 2 ຕໍ່..)


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີ່ ໆ

<-----ຄົນໃຈດີແຟນຄລັບ

໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ຄ່າຂອງຄົນ ແມ່ນໃຫ້ເບີ່ງທີ່ຜົນຂອງງານ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ່ໆ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແຕ່ວ່າຜູ້ທີ່ຈົບໂທເຂົາເຈົ້າກາເກັ່ງແທ້ຍອມຮັບ, ແຕ່ບາງຄົນບໍ່ຈົບຫຍັງແຕ່ໃຊ້ຄວາມຂະຫຍັນຊອກຮູ້ຊອກເຫັນຫຼາຍຢ່າງແລ້ວນຳມາວິເຄາະແລະທີ່ສຳຄັນ
ແມ່ນຕ້ອງຍອມຮັບເອົາຄຳຕຳນິຈາກຄົນອ້ອມຂ້າງແລ້ວນຳມາວິເຄາະໃຫ້ເກີດປະໂຫຍດກັບໂຕເອງກໍ່ກາຍເປັນຄົນເກັ່ງຄືຄົນທີ່ຈົບໂທກໍ່ມີ ຂ້ອຍກາເຫັນຫຼາຍແລ້ວ....


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢ່າງຄຳເວົ້າຂອງນັກປາດຄົນໜື່ງແມ່ນມັກຊິນກັອບກີ້ບໍ່ຂ້ອຍກາບໍ່ແນ່ໃຈ ລາວໄດ້ກ່າວໄວ້ວ່າ: "ມະຫາວິທະຍາໄລຢູ່ນຳມະຫາຊົນ"


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີຄວາມສາມາດເຖິງກະຢາກຮຽນຫັ້ນລະ ບໍ່ມີໃຜດອກທີ່ບໍ່ຢາກຮຽນ
ແຕ່ຄິດໄປຄິດມາລະຢ້ານບໍ່ໄດ້ໃຊ້ຄວາມຮູ້ທີ່ຮຽນມາແຮະ ຢ້ານມໍລະນະພາບກ່ອນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຖ້າມີຄວາມສາມາດເຖິງກະຢາກຮຽນຫັ້ນລະ ບໍ່ມີໃຜດອກທີ່ບໍ່ຢາກຮຽນ
ແຕ່ຄິດໄປຄິດມາລະຢ້ານບໍ່ໄດ້ໃຊ້ຄວາມຮູ້ທີ່ຮຽນມາແຮະ ຢ້ານມໍລະນະພາບກ່ອນ

ອື່ມ.. ເຈົ້າກະເວົ້າຖືກ

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ duong ຂຽນວ່າ...
ຄ່າຂອງຄົນ ແມ່ນໃຫ້ເບີ່ງທີ່ຜົນຂອງງານ

ແມ່ນແລ້ວ

<-----ຄົນໃຈດີແຟນຄລັບ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ຄັນເປັນຄົນຂີ້ຄ້ານຈົບຫຍັງມາກະບໍ່ສຳຄັນຫຍັງ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ALINGG ຂຽນວ່າ...
ຄັນເປັນຄົນຂີ້ຄ້ານຈົບຫຍັງມາກະບໍ່ສຳຄັນຫຍັງ

ມີເຫດຜົນ

<-----ຄົນໃຈດີແຟນຄລັບ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ແລ້ວແຕ່ຄົນ ແຕ່ລະຄົນມີວິທີຮຽນທີ່ແຕກຕ່າງກັນ ບາງຄົນເລືອກຮຽນຈາກຊີວິດຈິງ ປະສົບການຈິງ ບໍ່ຈຳເປັນຕ້ອງໄປມະຫາວິທະຍາໄລ ກະປະສົບຜົນສຳເລັດໄດ້...ບາງຄົນກະເລືອກທີ່ຈະສຶກສາຢູ່ໂຮງຮຽນ...

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໙ ກະທູ້
໒໑໙ ໂພສ
ນັກການກະທູ້
ເຮົາເອງຖ້າມີໂອກາດຮຽນກໍຈະຮຽນໃຫ້ສູງເທົ່າທີຈະຣຽນໄດ້
ມີຫມີຮຽນປຮິນຍາໂມຈາກເມືອງນອກແຕ່ພາສາອັງກິດບໍແຂງ
ເລີຍຂະນາດຮຽນຫລັກສູດອັງກິດບໍວ່າຕົນເອງເກັ່ງດອກແລະບໍ່ໄດ້ເທົ່າລາວຊ໊ຳ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳຄັນລະບໍ້ ມັນເປັນສ່ວນປະກອບການຕັດສິນໃຈຂອງເຮົາ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຮຽນ ບັນຊີ ແຕ່ມາເປັນ ວິສະວະກອນ ສະນັ້ນ ການສືກສານະ ບໍ່ ເທົ່າ ໂອກາດ ແຕ່ການສຶກສາກະສຳຄັນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ALINGG ຂຽນວ່າ...
ຄັນເປັນຄົນຂີ້ຄ້ານຈົບຫຍັງມາກະບໍ່ສຳຄັນຫຍັງ



ແມ່ນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ກະສໍາຄັນໝົດຫັ້ນລະ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບເຮົາ ຂໍເກັບກ່ຽວປະສົບການຫລັງຈົບຕຣີນີ້ກ່ອນ ສ່ວນຕອນຕໍ່ໄປ ບໍ່ທັນໄດ້ຄິດ..

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ເຮົາເຫັນບາງຄົນຈົບໂທຄວາມຮູ້ຍັງບໍ່ທໍ່ຄົນຈົບຕີ ການທີ່ມີໃບປະກາດປຣີນຍາໂທບໍ່ຕັດສີນເດັດຂາດວ່າບຸກຄົນນັ້ນເກັ່ງ ຄົນທີ່ເກັ່ງເຂົາອາດພຽງເເຕ່ບໍ່ທັນມີໂອກາດໄດ້ຮຽນ ສຳລັບເຮົາບອກຕົງໆໃບປະກາດໂທບໍ່ບົ່ງບອກຄວາມເກັ່ງຂອງຄົນໄດ້ຮ້ອຍເປີເຊັນ ບາງຄົນມີພໍເອ້ຊື່ໆ ພິສູດຢູ່ຄວາມສາມາດຂອງການເຮັດວຽກ ປະສົບການເຮັດວຽກກໍ່ຖືວ່າສຳຄັນ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຈົບຕີກ່ອນລ່ະຄ່ອຍວ່າກັນ

strawberry

໕ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ປະລີນຍາທຸກໃບມີຄວາມສຳຄັນ (ຮຽນແລ້ວຮຽນອີກຮຽນເລື້ອຍໆໄປ)
ຖ້າມີໂອກາດ ຂພຈ ກໍ່ຈະຮຽນຕໍ່ໂທ


໑ ກະທູ້
໑໒໕ ໂພສ
ນັກການກະທູ້
ຮຽນເປັນແຕ່ໂທລະສັບຢ່າງດຽວ