ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ພົມມະຈັນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະໃໝນີ້ ແມ່ນສະໃໝຂ່າວສານວ່ອງໄວການຮຽນຮູ້ ບໍລິໂພກຂ່າວສານ ທັນການທຸກດ້ານ

ເປັນຕົ້ນ ດ້ານສັງຄົມ ເຣັດໃຫ້ໄວໜຸ່ມໄວສາວ ສົນໃຈ ຢາກຮູ້ຢາກເຫັນ ຢາກລອງ

ມູມມອງຂອງທ່ານ ຕໍ່ກັບ ບັນຫາ ຜູ້ຍິງສະໃໝນີ້ ຈະ ຄອບຄອງ ຄວາມບໍລິສຸດ ຈົນຮອດມື້ແຕ່ງ ມີຈັກ %


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນັ້ນມັນຍຸກເກ່າແລ້ວ ສະໃໝນີ້ຜູ້ຍິງຜູ້ຊາຍ ກະຄວນເທົ່າທຽມກັນ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກກັນມັນບໍ່ສຳຄັນດອກ ແຕ່ດີແທ້ກະຂໍພົມມະຈັນ ແຕ່ບໍ່ແມ່ນໂຕຕັດສິນເດີ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ສຳຄັນດອກສຳກັນວ່າຮັກກັນຫລືບໍ?
(ເອົາກ່າລີ່ມາເປັນເມຍ ຍັງດີກ່ວາເອົາເມຍໄປເປັນກ່າລີ່ໄດ໋)


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອໍຫາຍາກເນີ, ດຽວນີ້ສະໄໝມັກມ່ວນແລ້ວ, ມີຫລາຍປັດໃຈໃຫ້ເກີດອາລົມ. ແຕ່ສຳຄັນຕ້ອງປ້ອງກັນດີກວ່າ. ຮັກ ຫລື ບໍ່ຮັກຂື້ນຢູ່ກັບຫລາຍປັດໃຈບໍ່ແມ່ນແຕ່ເລື່ອງນີ້ເລື່ອງດຽວ.


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນັ້ນມັນຍຸກເກ່າແລ້ວ ສະໃໝນີ້ຜູ້ຍິງຜູ້ຊາຍ ກະຄວນເທົ່າທຽມກັນ



ເຫັນນຳ ຊີວິດມັນສັ້ນ ຖ້າຮັກກັນກໍ່ໃຊ້ເວລາໃຫ້ຄຸ້ມຄ່າ ເວລາເລີກກັນໄປ ຈະໄດ້ມີຊ່ວງເວລາທີມີຄວາມສຸກ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນ​ເຮົາ​ຈະ​ແຕ່ງ​ງານ​ກັນ​ໃຊ້​ຊີ​ວິດ​ຢູ່​ຮ່ວມ​ກັນ ແມ່ນ​ມັນ​ຂຶ້ນ​ກັບ​ຄວາມ​ຮັກ​ແລະ ການຍອມ​ຮັບ ເຊິ່ງ​ກັນ​ແລະ ກັນ ບໍ່ ແມ່ນ ການ​ມີ ເພດ​ສຳ​ພັນ​ຄັ້ງ​ທຳ​ອິດ ຂອງ​ກັນ​ແລະ​ກັນ

ເລື່ອງ​ພົ​ມ​ມະ​ຈັນ ຊິ ມາ​ຖາມ​ແຕ່​ນຳ​ຜູ້​ຍິງ​ຝ່າຍ​ດຽວ​ມັນ​ບໍ​ເປັນ​ການ​ເອົາ​ປຽບ​ກັນ​ເກີນ​ໄປ​ເບາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ຂະໜາດຢູ່ສະຖານທີ່ເຄົາລົບບູຊາ ຄົນບາງຄົນຍັງໄປມົ້ວກັນໄດ້ ດຽວນີ້ຫາຍາກສຸດ
ຂ້ອຍເປັນຜູ້ຍິງເອງຍັງເບິ່ງຫາເປີເຊັນບໍ່ເຫັນເລຍ,,..ບໍ່ໄດ້ດູຖູກກັນເດີ້ ເວົ້າຕາມສະພາບຄວາມເປັນຈິງໃນປະຈຸບັນ

jidapha

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lindaopasith ຂຽນວ່າ...
ຂະໜາດຢູ່ສະຖານທີ່ເຄົາລົບບູຊາ ຄົນບາງຄົນຍັງໄປມົ້ວກັນໄດ້ ດຽວນີ້ຫາຍາກສຸດ
ຂ້ອຍເປັນຜູ້ຍິງເອງຍັງເບິ່ງຫາເປີເຊັນບໍ່ເຫັນເລຍ,,..ບໍ່ໄດ້ດູຖູກກັນເດີ້ ເວົ້າຕາມສະພາບຄວາມເປັນຈິງໃນປະຈຸບັນ


ອິອິອິ ຄວາມຈິງກໍ່ຄືຄວາມຈິງ
ແຕ່ກໍ່ຊິມີຢູ່ ຕາມຊົນນະບົດ ແຕ່ຄືຊິມີໜ້ອຍ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ພົມມະຈັນມາ 18ປີ ບໍ່ຢາກພົມມະຈັນແລ້ວໂວຍ!!


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
0.001% ຂະໜາດຫຼານຢູ່ ມໍ2 ກາມີແຟນລະ ອາຍຸຫາກໍ່12ປີ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ໃນປີ 2010 ມີການສຳຫຼວດເພື່ອສົມທຽບຂອງປະເທດໄທ ແລະ ຣັດເຊຍ ໃນຜູ້ຍິງທີ່ແຕ່ງດອງແລ້ວຈຳນວນ 10.000 ຄົນ
ພົບວ່າ ໃນໄທ ມີ 73% ມີເພດສຳພັນກ່ອນແຕ່ງດອງ ແຕ່ກົງກັນຂ້າມໃນຣັດເຊຍມີພຽງ 21% ເທົ່ານັ້ນ.
ນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ທ່ານເຫັນ ອາດຈະບໍ່ເປັນດັ່ງທີ່ທ່ານຄຶດ ກໍ່ເປັນໄດ້

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງວ່າ ອາຊີ ດໍ ກວ່າ ຢູໂຮບ ແມ່ນ ບໍ ອິອິ
ເພິ່ນວ່າ ສິ່ງໃດທີ່ເຫຼືອໜ້ອຍ ຫຼືມີໜ້ອຍ ສິ່ງນັ້ນ ຫຍິ່ງມີຄ່າ

ແຕ່ ບໍ່ຮູ້ວ່າ ເພິ່ນເອົາຫຍັງພິສູດ ຕອນ ສຳຫຼວດສະຖິຕິເນາະ ມີຂໍ້ມູນຕື່ມບໍ





໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຄິດວ່າມີນ້ອຍດອກສະໄໝສູ່ມື້ນີຫັນ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄີໍຊິຫາຍາກເນາະດຽວນີ້ນາ


໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ມີຫຼາຍໜ້ອຍຊໍ່າກັນ ພຽງແຕ່ພົມມະຈັນສະໃໝນີ້ ອາຍຸບໍ່ຄ່ອຍຈະຍືນ ຊື່ຊື່ ຜູ້ເປັນຜົວເລີຍໝົດສິດ ອິອິອິ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍອາຍູ27ແລ້ວແຕ່ພົມມະຈັນຍັງຢູ່ເດີ
ຍັງບໍ່ຮູ້ວ່າສິເກັບໄວ້ໃຫ້ຜົວຫຼືເມຍ ແຕ່ຕ້ອງເກັບໄວ້ກ່ອນ



໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຄົນມີໝົດ(ສຳຫລັດບເພດຍິງ) ແຕ່ສຳຄັນວ່າ ຊິຝາກໄວ້(ໃຫ້) ກັໃຝ ຕອນໃດ ອາຍຸຕອນນັ້ນເທົ່າໃດ ສະຫຼຸບງ່າຍງ່າຍຄື ສາມີສະໃຫມໃຫມ່ ມີສິດ ໄດ້ພົມມະຈາລີຂອງຄູ່ແທ້ ຈັກເປີເຊັ່ນ ສະເພາະສັງຄົມປະຈຸບັນ ຫຼືຈະຍອຍຮັບແບບນີ້ຕະຫລອດໄປບໍ ຫຼື ຈະຕໍ່ຕ້ານ ສັງຄົມຕະເວັນຕົກມາຄຸກຄາມ ສັງຄົມດີງາມຂອງ ສັງຄົມຕະເວັນ ອອກ ຄວນຈະສົ່ງເສີມລູກຫຼານໃຫ້ຮັກງວນສະຫວຽນຕົວ ຍົກສູງຄ່ານີ້ ໃຫ້ + ກັບ ຄ່າດອງ ໂດຍມີ ອົງກອນ ທາງ ແພດ ມາພິ ສູດຄັກແນ່ ພົມມະຈັນ ຈຶ່ງຊິຄ່ອຍ ຄ່ອຍ ມີຂື້ນມາ ໃນສັງຄົມ ທີ່ສາມີຄວນໄດ້ຮັບ ອິອິ