ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ລົມຫຼິ້ນໆ :D

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆ ແກ້ໄຂກະທູ້ແລ້ວ ອິອິ
ທ່ານຜູ້ໃດຫາກພົບເຫັນຜູ້ຊາຍທີ່ໜ້າຕາຄ້າຍຄືຂ້ອຍ, ຫຼໍ່, ສູງ, ຂາວ, ບໍ່ຂີ້ຕວະ,

ບໍ່ຫຼອກລວງ, ບໍ່ຫຼາຍໃຈ, ຈິດໃຈດີ, ບໍ່ໂງ່ຈ້າຫຼາຍ...

ແນະນຳບອກຂ້ອຍແດ່ເດີ ຊິໄປນຳຫາ.

( ກະທູ້ນີ້ສ້າງຂຶ້ນເພື່ອຄວາມບັນເທິງ ກະລຸນາພິຈາລະນາຍານຍົນ ສັນນິຫອນໃນການຮັບຊົມ ແຮໆ
ຜິດພາດຂໍໂພດຂໍພາຍເຮືອ ຮາໆ)

.

໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
Ok ຈັດໃຫ້!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາໜຸ່ມສ່ຳໆຂ້ອຍນີ້ເດີ, ເຖົ້າຫຼາຍຂ້ອຍກໍບໍ່ມັກ

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ນຶກວ່າ ບໍ່ຫາຍໃຈ ຄັນໍ່ຫາຍໃຈນິມີຫຼາຍຢູ່

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DoDevil ຂຽນວ່າ...
ນຶກວ່າ ບໍ່ຫາຍໃຈ ຄັນໍ່ຫາຍໃຈນິມີຫຼາຍຢູ່

ເກືອບງົງ ຫຼາຍໃຈ - ຫາຍໃຈ ຮາໆໆ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ

ຂໍ້ໄດຂໍ້ໜຶ່ງໄດ້ຫຼືບໍ່ສາວພາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂໍ້ດີຂໍ້ເສຍ:
- ຫຼໍ່, ສູງ, ຂາວ = ມັນກະມີຄົນອື່ນມັກຫລາຍໂອກາດຖືກຍາດໄປກໍ່ສູງໄປນຳ

- ບໍ່ຂີ້ຕວະ,ບໍ່ຫຼອກລວງ = ແຕ່ອາດຈະເວົ້າຕົງເກີນໄປ ຫລື ໂງ່(ຕວົະບໍ່ເປັນກໍ່ໄດ້)

- ບໍ່ຫຼາຍໃຈ = ແຕ່ກໍ່ອາດຈະບໍ່ມີນ້ຳຢາຄືກັນ

-ບໍ່ໂງ່ຈ້າຫຼາຍ = ແຕ່ກະໂງ່ສົມຄວນແມ່ນບໍ່

ແລ້ວເຈົ້າເດ້ ສາວພາ ໄດ້ຈັກຂໍ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...

ຂໍ້ໄດຂໍ້ໜຶ່ງໄດ້ຫຼືບໍ່ສາວພາ

ຂໍ້ໃດຊັ້ນເພິ່ນ

ຖ້າຂີ້ຕວະ, ຫຼອກລວງ, ຫຼາຍໃຈ ອັນນີ້ຮັບບໍ່ໄດ້ແທ້ແນ່ນອນ

ເພິ່ນຊິສະໝັກຫວາລະ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ຫັ້ນລະເນາະ ສົມພໍຜູ້ຊາຍດີໆຈັ່ງບໍ່ມີມາຕົກເຖິງມື ເຖິງປາກເຮົາເລີຍ

ເຖິງຈັ່ງໃດກໍ່ຢ່າຖ້າໄດ້ຄົນທີ່ພໍດີກໍ່ໂອເຄ ດັ່ງຄຳສຸພາສິດທີ່ເຂົາກ່າວວ່າ: ຢ່າຫາຄົນທີ່ດີທີ່ສຸດ ຈົ່ງຫາຄົນທີ່ພໍດີກັບໂຕເອງທີ່ສຸດ

ກະຈັກເນື້ອຄູ່ຂ້ອຍຢູ່ໃສ ຕາມຫາໃສກໍ່ບໍ່ພົບຈົນໄດ້ມາປະກາດຫາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິບອກເຄັດລັບຖ້າຢາກໄດ້ດີແທ້ຯ ແມ່ນລໍຖ້າຈົນກວ່າຈະໝັ້ນໃຈ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...

ຂໍ້ໄດຂໍ້ໜຶ່ງໄດ້ຫຼືບໍ່ສາວພາ

ຂໍ້ໃດຊັ້ນເພິ່ນ

ຖ້າຂີ້ຕວະ, ຫຼອກລວງ, ຫຼາຍໃຈ ອັນນີ້ຮັບບໍ່ໄດ້ແທ້ແນ່ນອນ

ເພິ່ນຊິສະໝັກຫວາລະ?

ບໍ່ໂງ່ຈ້າຫຼາຍ ຄຶສິຂໍ້ນີ້ຕິເບາະ ໂງ່ພໍປະມານ ໂງ່ແຕ່ພໍງາມ ຈັກຜ່ານມາດຕາຖານສາວພາຫຼືບໍ່ບຸ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...

ບໍ່ໂງ່ຈ້າຫຼາຍ ຄຶສິຂໍ້ນີ້ຕິເບາະ ໂງ່ພໍປະມານ ໂງ່ແຕ່ພໍງາມ ຈັກຜ່ານມາດຕາຖານສາວພາຫຼືບໍ່ບຸ

ສຳລັບເພິ່ນ ບໍ່ຂີ້ຕວະ ຫຼາຍໃຈ ຫຼອກລວງ ກໍ່ພໍລະ ໄດ້ບໍ່ລະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຊິບອກເຄັດລັບຖ້າຢາກໄດ້ດີແທ້ຯ ແມ່ນລໍຖ້າຈົນກວ່າຈະໝັ້ນໃຈ

ຂ້ອຍຊິບໍ່ໄດ້ຂຶ້ນຂື່ ຄານຂຶ້ນເຮືອນກ່ອນບໍ? ຮາໆໆໆ ຄືບໍ່ມີໃຜຈັກຄົນມາໃຫ້ເບິ່ງຈົນໝັ້ນໃຈແດ່ຫວາ ໜ້າເສົ້າ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຊິເອົາໄປເຮັດຫລັກຮົ້ວເນາະ !

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ

ຖ້ານ້ອງຊາຍນຸ້ນເດີ້ ໄດ້ແປດປີແລ້ວ....ມັນຄົງໄດ້ຢູ່ ໑-໒ ຂໍ້ນີ້ລະ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່

໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ມັກແນວໃດກະຊິຫາໃຫ້ ຜູ້ນີ້ມັກບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ຊິເອົາໄປເຮັດຫລັກຮົ້ວເນາະ !

ຫຼັກດຽວກໍ່ຍັງບໍ່ທັນມີເທື່ອນະພິ່ນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ມາແວ່

ແຕ່ງງານແລ້ວບໍ? ສາວເບີ້ມຄົນງາມ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ numai ຂຽນວ່າ...
ມັກແນວໃດກະຊິຫາໃຫ້ ຜູ້ນີ້ມັກບໍ?

ຫຼໍ່ປານນີ້ກໍ່ກາຍວ່າມັກ ແຕ່ລາວບໍ່ແມ່ນເນື້ອຄູ່ຂ້ອຍດອກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...

ຖ້ານ້ອງຊາຍນຸ້ນເດີ້ ໄດ້ແປດປີແລ້ວ....ມັນຄົງໄດ້ຢູ່ ໑-໒ ຂໍ້ນີ້ລະ

ອອຍ ເນາະ ຢ້ານຖ້າດົນໂພດ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ທ່ານຜູ້ໃດຫາກພົບເຫັນຜູ້ຊາຍທີ່ໜ້າຕາຄ້າຍຄືຂ້ອຍ, ຫຼໍ່, ສູງ, ຂາວ, ບໍ່ຂີ້ຕວະ,

ບໍ່ຫຼອກລວງ, ບໍ່ຫຼາຍໃຈ, ຈິດໃຈດີ, ບໍ່ໂງ່ຈ້າຫຼາຍ...

ແນະນຳບອກຂ້ອຍແດ່ເດີ ຊິໄປນຳຫາ.

( ກະທູ້ນີ້ສ້າງຂຶ້ນເພື່ອຄວາມບັນເທິງ ກະລຸນາພິຈາລະນາຍານຍົນ ສັນນິຫອນໃນການຮັບຊົມ ແຮໆ
ຜິດພາດຂໍໂພດຂໍພາຍເຮືອ ຮາໆ)

.

ບໍ່ກ້າສະໝັກຍ້ອນຕົວເອງເຮັດບໍ່ໄດ້ຫລືບໍ່ໄດ້ຕາມມາດຖານປະກາດມາເລີຍຈັກຂໍ້ ໜ້າເສຍຫລາຍທີ່ພາດໂອກາດີແນວ
ນີ້ໄປເນາະ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
1 ຫນ້າຕາຄ້າຍຄືເຈົ້າ+ຫຼໍ່ = ເຈົ້າຕ້ອງງາມ ອັນນີ້ເຫັນດ້ວຍ ອິອິ
2 ສູງ,ຂາວ,ບໍ່ຕວະ,ບໍ່ຫລອກ,ບໍ່ຫຼາຍໃຈ ອັນນີ້ໂຄດດີເລີຍຖ້າຜູ້ຍີງເຫັນເຂົາຄືຊິບໍ່ບອກເຈົ້າດອກ ຖ້າຂ້ອຍເຫັນຈະບອກເດີ ຫູຫູຫູຫູ
3 ໃຈດີ, ບໍ່ໂງ້ຫລາຍ ຄືຊິຫາບໍ່ຍາກປານໃດ
4 ບອກຄຸນສົມບັດໂຕເອງແນ່ ຂໍ້ນີ້ເວົ້າຍອກ ຫູຫູຫູຫູ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ໂອ້ຍ ! ເງື່ອນໄຂ
ຊອກຍາກເດີ
ງົມເຂັມຢູ່ໃນ...ບາງທີງ່າຍກວ່າ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

ບໍ່ກ້າສະໝັກຍ້ອນຕົວເອງເຮັດບໍ່ໄດ້ຫລືບໍ່ໄດ້ຕາມມາດຖານປະກາດມາເລີຍຈັກຂໍ້ ໜ້າເສຍຫລາຍທີ່ພາດໂອກາດີແນວ
ນີ້ໄປເນາະ

ອອຍ ເວົ້າເປັນຄາຫົວຫຼາຍ ແຟນເຈົ້າກະງາມປານນັ້ນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tanavath ຂຽນວ່າ...
1 ຫນ້າຕາຄ້າຍຄືເຈົ້າ+ຫຼໍ່ = ເຈົ້າຕ້ອງງາມ ອັນນີ້ເຫັນດ້ວຍ ອິອິ
2 ສູງ,ຂາວ,ບໍ່ຕວະ,ບໍ່ຫລອກ,ບໍ່ຫຼາຍໃຈ ອັນນີ້ໂຄດດີເລີຍຖ້າຜູ້ຍີງເຫັນເຂົາຄືຊິບໍ່ບອກເຈົ້າດອກ ຖ້າຂ້ອຍເຫັນຈະບອກເດີ ຫູຫູຫູຫູ
3 ໃຈດີ, ບໍ່ໂງ້ຫລາຍ ຄືຊິຫາບໍ່ຍາກປານໃດ
4 ບອກຄຸນສົມບັດໂຕເອງແນ່ ຂໍ້ນີ້ເວົ້າຍອກ ຫູຫູຫູຫູ

ຄຸນສົມບັດຕົວເອງບໍ? ຂີ້ດື້ ຂີ້ຄ້ານ ເຮຮາ ພາມ່ວນ ບໍ່ລວຍ ບໍ່ດື່ມເຫຼົ້າເບຍຫຼາຍ...

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ koymanpai ຂຽນວ່າ...
ໂອ້ຍ ! ເງື່ອນໄຂ
ຊອກຍາກເດີ
ງົມເຂັມຢູ່ໃນ...ບາງທີງ່າຍກວ່າ

ບໍ່ຍາກດອກ ຄັນໂຊກດີຄືຊິມີມາເອງ ແຕ່ງົມເຂັມໃນທະເລນີ້ຕິ ບໍ່ໄດ້