ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເລົ່ານິທານສຳລານໃຈ “ ນາງຟ້າ ກັບ ຊາຍຊາວນາ”

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
#ນິທານສຳລານໃຈ “ນາງຟ້າ ກັບ ຊາຍຊາວນາ“

ມີຊາຍໜຸ່ມຊາວນາຍາກຈົນຄົນໜຶ່ງ ອາໄສຢູ່ຫ່າງຈາກໝູ່ບ້ານໃຕ້ພູແຫ່ງໜຶ່ງ, ແຕ່ລະມື້ຊາຍໜຸ່ມຊາວນາຍາກຈົນ ໄດ້ອອກໄປເຮັດວຽກໜັກ ຫາຟືນ, ເຮັດໄຮ່, ເຮັດນາ ຮົ້ວສວນ ເປັນປະຈຳທຸກມື້ທຸກວັນ

ມື້ໜຶ່ງໄດ້ມີນາງຟ້າທັງ 7 ນາງບິນລົງມາສ່ອງເບິ່ງຊາຍໜຸ່ມຊາວນາຍາກຈົນດັ່ງກ່າວ ເລີຍເກີດຄວາມອິຕົນສົງສານ ຈິ່ງແອບໄປເບິ່ງເຮືອນລາວ ທຳຄວາມສະອາດເຮືອນຊານ ແຕ່ງຢູ່ຄົວກິນປະໄວ້ໃຫ້

ລາວກັບມາຈາກວຽກໄຮ່ນາ ເລີຍແປກໃຈ ທີ່ຮູ້ວ່າມີຄົນມາ ແປງນັ້ນນີ້ ແຕ່ງຢູ່ຄົວກິນໃຫ້ພ້ອມ ແຕ່ລາວກໍທຳທ່າເສີຍເມີຍ ຈົນຮອດມື້ໜຶ່ງ ຈິ່ງໄດ້ລັກຈອບເບິ່ງ ເລີຍເຫັນນາງຟ້າທີ່ງົດງາມຫາອັນປຽບບໍ່ໄດ້ ທັງ 7 ອົງ

ລາວຈອບເບິ່ງໄດ້ໄລຍະໜຶ່ງແລ້ວຮູ້ສຶກວ່າຫຼົງມັກ ນ້ອງສາວຫລ້າຜູ້ທີ່ 7 ໃນນາງຟ້ານັ້ນຫລາຍ ຈິ່ງວາງແຜນລັກປີກ ຂອງນາງຟ້າຜູ້ທີ່ 7 ໄວ້, ນາງຟ້າທັງ 7 ມາທ່ຽວຫລິ້ນແລ້ວກໍກຳລັງຈະບິນກັບ ແຕ່ ຜູ້ທີ່ 7 ຫາປີກບໍ່ເຫັນ ຈິ່ງໃຫ້ເອື້ອຍທັງ 6 ກັບກ່ອນ

ຊາຍຊາວນາ ແລະ ນາງຟ້າຜູ້ທີ່ 7 ໄດ້ຮັກມັກ ແລະ ແຕ່ງງານຢູ່ນຳກັນເປັນຜົວເມຍ ແຕ່ຄວາມຈິງແລ້ວ ນາງຟ້າຢາກກັບບ້ານ ແຕ່ຊາຍຊາວນາເອົາປີກໄປເຊື່ອງໄວ້ຢ່າງດີ ໂດຍທີບໍ່ມີໃຜຫາພົບ

ຕໍ່ມາເຂົາເຈົ້າໄດ້ມີລູກຊາຍ 2 ຄົນ, ຜູ້ເປັນອ້າຍຊື່ຖອຍ ແລະ ຜູ້ເປັນນ້ອງຊື່ເຖິງ. ແມ່ຜູ້ເປັນນາງຟ້າ ຢາກກັບສະຫວັນ ຈິ່ງວາງແຜນໃຫ້ລູກຊາຍທັງ2 ໄປລໍ້ເອົາຄວາມລັບນຳຊາຍຊາວນາຜູ້ເປັນພໍ່ ວ່າປີກຂອງແມ່ນາງຟ້າຢູ່ໃສ?

2 ອ້າຍນ້ອງກໍປະຕິບັດຕາມ ໄປຢອກລໍ້ອ້ອນວອນໃຫ້ພໍ່ເລົ່າເລື່ອງປີກແມ່ນາງຟ້າໃຫ້ຟັງ ແລ້ວ ຄວາມລັບກໍເປີດເຜີຍ ເມື່ອແມ່ຜູ້ເປັນນາງຟ້າຮູ້ ກໍຮີບໄປເອົາປີກ ແລ້ວບິນໜີກັບສະຫວັນ ແລ້ວຖືກຂັງໄວ້ ບໍ່ໄດ້ກັບລົງມາໂລກອີກເລີຍ

ຊາຍຊາວນາຜູ້ເປັນພໍ່ຜິດຫວັງ ຈິ່ງບອກລູກຊາຍທັງສອງວ່າ: ພໍ່ຈະເລາະອອກບ້ານໃຕ້ ໄປບ້ານເໜືອ ເພື່ອຕາມຫາແມ່ເຈົ້າ ອີກດົນນານ ພໍ່ຈິ່ງຈະກັບມາ

ໃຫ້ລູກທັງສອງຈົ່ງປູກຕົ້ນໝາກຄໍ້ຟ້າ ທີ່ແມ່ເຈົ້າຝາກໄວ້ໃຫ້ນີ້ ເພື່ອມື້ໃດມື້ໜຶ່ງ ມັນໃຫຍ່ສູງຂຶ້ນຮອດສະຫວັນ ແລ້ວພວກເຈົ້າອາດຈະໄດ້ພົບແມ່ພວກເຈົ້າ ແລະ ແມ່ພວກເຈົ້າກໍຝາກແຫວນໄວ້ໃຫ້ຄົນລະວົງ ເພື່ອພົບແມ່ພວກເຈົ້າ ຈະໄດ້ຈື່ວ່າ ພວກເຈົ້າແມ່ນລູກ

ສອງອ້າຍນ້ອງກໍປະຕິບັດຕາມ, ທ້າວຖອຍອ່າວເປັນຄົນໂງ່ ສ່ວນທ້າວເຖິງເປັນຄົນສະຫລາດ, ພວກເຂົາພາກັນປູກຕົ້ນໝາກຄໍ້ຟ້າຕົ້ນດຽວ

ເວລາທ້າວຖອຍມາຫົດນໍ້າ ຈະບອກວ່າ ຈົ່ງຕໍ່າແປດແດດແປດດິນ ໃຫ້ຕໍ່າຕິດດິນ, ທ້າວເຖິງມາຫົດເວົ້າວ່າ ຈົ່ງສູງໃຫຍ່ຂຶ້ນຟ້າເມື່ອໜ້າຢ່າຕໍ່າລົງ. ທ້າວເຖິງໝັ່ນມາຫົດນໍ້າທຸກໆມື້ຫລາຍກວ່າທ້າວຖອຍ ຈິ່ງເຮັດໃຫ້ຕົ້ນໝາກຄໍ້ຟ້າ ໃຫຍ່ກ້າຂຶ້ນເລື້ອຍໆ ອອກໝາກດົກໜາເຕັມຕົ້ນ

ມື້ໜຶ່ງໄດ້ມີນົກຍັກຟ້າ ບິນມາກິນໝາກຄໍ້ຟ້າທຸກມື້, ສອງອ້າຍນ້ອງກໍໄລ່ຈັບໄລ່ຕີມັນ, ນົກຍັກຟ້າເລີຍເວົ້າວ່າ: ຂ້ອຍຈະປະຕິບັດຕາມຄຳຂໍຂອງພວກເຈົ້າ 1 ຂໍ້, ຢາກໄດ້ຫຍັງກໍບອກມາ ແຕ່ຫລັງຈາກເຮັດແລ້ວຄຳຂໍ ຂ້ອຍຈະມາກິນໝາກຄໍ້ຟ້ານີ້ໄດ້ທຸກມື້ ຕົກລົງບໍ? 2 ອ້າຍນ້ອງກໍຕົກລົງ

2 ອ້າຍນ້ອງບອກໃຫ້ນົກຍັກຟ້າ ພາຂຶ້ນສະຫວັນໄປຫາແມ່, ນົກຍັກຟ້າກໍຕົກລົງ ແຕ່ຕ້ອງປະຕິບັດດັ່ງນີ້: ເວລາບິນຢູ່ເທິງທ້ອງຟ້າຈະເຫັນກົ້ນນົກຕີງ ລະຫ້າມຫົວ ຖ້າຫົວຈະຕົກລົງມາພື້ນໂລກ ແລະ ໄປບໍ່ເຖິງສະຫວັນ

2 ອ້າຍນ້ອງກໍຕົກລົງຂຶນຂີ່ຫລັງນົກ ບິນຂຶ້ນສະຫວັນ, ໄລຍະທາງ ທ້າວຖອຍເຫັນກົ້ນນົກຕີງເລີຍຫົວບໍ່ຢູ່ບໍ່ເຊົາ ຈິ່ງຕົກລົງມາພື້ນໂລກ, ສ່ວນທ້າວເຖິງປະຕິບັດໄດ້ ຈິ່ງເດີນທາງຮອດສະຫວັນ

( ໂອຍ ພິມມາຮອດນີ້ຄືວ່າຍາວເນາະ ເລົ່າຕໍ່ບໍນີ້ 555 )

ຂຶ້ນຮອດສະຫວັນ ນົກຍັກໄດ້ປ່ອຍທ້າວເຖິງໄວ້ຫ້ວຍນໍ້າຖ້າໃຫ້ສາວສະໜົມນາງຟ້າມາຕັກນໍ້າຈິ່ງນຳໄປ

ບຶດໜຶ່ງສາວສະໜົມກໍພາກັນມາຕັກນໍ້າ...

( ໄວ້ເລົ່າຕໍ່ມື້ໜ້າສາເນາະ ຈະໃສ່ຊື່ວ່າຕອນ 2 ຖ້າມີຄົນສົນໃຈຢາກອ່ານ 555)



------------------------------------------------------------------------------
-----------------------------------------------------------------------------
-


#ນິທານສຳລານໃຈ “ນາງຟ້າ ກັບ ຊາວນາ” (ຕອນ 2)

ນົກຍັກຟ້າ ໄດ້ພາທ້າວເຖິງ ບິນຂຶ້ນມາຮອດສະຫວັນເພື່ອຕາມຫາແມ່, ນົກຍັກໄດ້ປ່ອຍທ້າວເຖິງໄວ້ແຄມຫ້ວຍ ລໍຖ້າໃຫ້ສາວສະໜົມມາຕັກນໍ້າ ແລ້ວຈິ່ງນຳໄປ

ຫຼັງຈາກນັ້ນ ສາວສະໜົມຂອງນາງຟ້າທັງ 7 ໄດ້ພາກັນມາຕັກນໍ້າໃນຫ້ວຍເພື່ອເອົາເຂົ້າໃຊ້ໃນວັງ. ທ້າວເຖິງຄິດວ່າຈະເອົາແຫວນປ່ອນລົງໃນຄຸນາງສະໜົມ ເພື່ອວ່າ ແມ່ນາງຟ້າຜູ້ທີ່ 7 ໄດ້ອາບນໍ້າ ແລ້ວຈະເຫັນ ແລ້ວຮູ້ວ່າລູກຕົນເອງມາ

ທ້າວເຖິງຍ່າງໄປຖາມນາງສະໜົມວ່າ ຂໍດື່ມນໍ້າໃນຄຸເຈົ້າໜ້ອຍໜຶ່ງໄດ້ບໍ? ສາວສະໜົມຕອບວ່າ ບໍ່ໄດ້
ທ້າວເຖິງເວົ້າວ່າ: ຖ້າບໍ່ໄດ້ ງົວຈະຊົນງົວມາຕຳເຈົ້າ ຄຸນໍ້າເຈົ້າຈະຂວໍ້າ, ສາວສະໜົມກໍບໍ່ສົນໃຈ ແລ້ວຫິ້ວຄຸນໍ້າໄປຕໍ່ ໄປຮອດກາງທາງ ງົວຊົນງົວມາຕໍາ ຄຸນໍ້າກໍຂວໍ້າ ເລີຍໄດ້ຍ່າງກັບມາຕັກໃໝ່

ທ້າວເຖິງກໍຂໍດື່ມນໍ້າໃນຄຸອີກ ສາວສະໜົມກໍບໍ່ໃຫ້ດື່ມ, ທ້າວເຖິງເລີຍເວົ້າວ່າ: ຖ້າບໍ່ໃຫ້ດື່ມ ຄວາຍຊົນຄວາຍຈະມາຕຳເຈົ້າ ແລ້ວຄຸເຈົ້າຈະຂວໍ້າອີກເດີ, ສາວສະໜົມກໍບໍ່ສົນໃຈ ແລ້ວຍ່າງໄປຕໍ່, ຄວາຍຊົນຄວາຍກໍມາຕຳເອົາຄຸນໍ້າຂວໍ້າ ເລີຍໄດ້ຍ່າງກັບມາຕັກອີກ

ທ້າວເຖິງກໍຂໍດື່ມນໍ້າໃນຄຸອີກ ສາວສະໜົມກໍບໍ່ໃຫ້ດື່ມ, ທ້າວເຖິງເລີຍເວົ້າວ່າ: ຖ້າບໍ່ໃຫ້ດື່ມ ແບ້ຊົນແບ້ຈະມາຕຳເຈົ້າ ແລ້ວຄຸເຈົ້າຈະຂວໍ້າອີກເດີ, ສາວສະໜົມກໍບໍ່ສົນໃຈ ແລ້ວຍ່າງໄປຕໍ່, ແບ້ຊົນແບ້ກໍມາຕຳເອົາຄຸນໍ້າຂວໍ້າ ເລີຍໄດ້ຍ່າງກັບມາຕັກອີກ

ທ້າວເຖິງຂໍດື່ມນໍ້າໃນຄຸອີກ ສາວສະໜົມເລີຍອະນຸຍາດໃຫ້ດື່ມ, ໃນຂະນະທີ່ທ້າວເຖິງທຳທ່າດື່ມນໍ້າໃນຄຸນັ້ນ ລາວໄດ້ລັກປ່ອນແຫວນລົງໃນຄຸ

ເມື່ອສາວສະໜົມເອົານໍ້າໃຫ້ນາງຟ້າອາບ, ນາງຟ້າຜູ້ທີ່ 7 ຜູ້ເປັນແມ່ຂອງທ້າວເຖິງຈິ່ງເຫັນແຫວນ ແລ້ວຕົກໃຈ ທັງດີໃຈທີ່ລູກຕົວເອງຂຶ້ນມາຮອດເທິງສະຫວັນແລ້ວ

ຈິ່ງສັ່ງໃຫ້ນຳທ້າວເຖິງເຂົ້າມາໃນວັງ ແຕ່ພໍ່ຂອງນາງຟ້າ ບໍ່ອະນຸຍາດໃຫ້ມະນຸດເຂົ້າວັງ ຖ້າວ່າແມ່ນລູກຊາຍຂອງນາງຟ້າຜູ້ທີ່ 7 ແທ້ ແມ່ນຕ້ອງໄດ້ຮັບການພິສູດກ່ອນຕາມຂັ້ນຕອນ

ຂັ້ນຕອນທີ່ 1: ໃຫ້ທ້າວເຖິງນັບແກບໃຫ້ໄດ້ທັງໝົດໃນກອງແກບທີ່ໃຫຍ່ຖ້ວມຫົວນີ້ ໃຫ້ແລ້ວພາຍໃນມື້ນີ້. ທ້າວເຖິງນັ່ງເຝົ້າກອງແກບ ວ່າຈະເຮັດແນວໃດ ແຕ່ກໍຄິດຫຍັງບໍ່ອອກວ່າຈະນັບແນວໃດໄຫວ ຈິ່ງນັ່ງໄຫ້ເຝົ້າກອງແກບຢູ່

ບັນດາຝູງເປັດເທິງສະຫວັນ ຍ່າງຜ່ານມາເຫັນ ຈິ່ງຖາມວ່າ: ເຈົ້າຮ້ອງໄຫ້ຍ້ອນຫຍັງ? ທ້າວເຖິງຕອບວ່າ: ພະຍາແຖນໃຫ້ນັບແກບກອງໃຫຍ່ນີ້ໃຫ້ແລ້ວພາຍໃນມື້ນີ້ ເຮັດແນວໃດຊິນັບໄຫວ?

ຝູງເປັດສະຫວັນຕອບວ່າ: ໂອຍ ບໍ່ຍາກດອກ ພວກຂ້ອຍພາກັນກິນໃຫ້ໝົດສາກໍແລ້ວ. ພະຍາແຖນມາເຫັນ ຈິ່ງໃຫ້ຜ່ານຂັ້ນຕອນທີ່ 1 ໄປ

ຂັ້ນຕອນທີ່ 2 ໃຫ້ນັບເຂັມກອງໃຫຍ່ນີ້ໃຫ້ໝົດ ພາຍໃນມື້ນັ້ນ, ທ້າວເຖິງກໍຄິດບໍ່ອອກວ່າຈະນັບແນວໃດໃຫ້ແລ້ວ ຈິ່ງນັ່ງໄຫ້ເຝົ້າກອງເຂັມຢູ່, ໂຕເຂັມນໍ້າ ຜ່ານມາເຫັນເລີຍຖາມວ່າ: ໄຫ້ຍ້ອນຫຍັງ ?

ທ້າວເຖິງຕອບວ່າ: ພະຍາແຖນໃຫ້ນັບເຂັມກອງໃຫຍ່ນີ້ ເຮັດແນວໃດຊິນັບໄຫວ, ໂຕມເຂັມນໍ້າເລີຍຕອບວ່າ: ໂອ້ ບໍ່ຍາກດອກ ພວກເຮົາຊິຊ່ວຍກັນ ເອົາໄປເປັນອາວຸດຄູ່ກາຍໂຕລະອັນແລ້ວກໍແລ້ວ. ເມື່ອພະຍາແຖນມາເຫັນ ຈິ່ງໃຫ້ຜ່ານຂັ້ນຕອນ ຫຼື ດ່ານນີ້ໄປ

ມາດ່ານສຸດທ້າຍບັດນີ້ ໃຫ້ນາງຟ້າ 7 ອົງ ແຍ່ມືອອກມາຕາມຮູນ້ອຍນີ້ ຖ້າໄປຈັບຖືກມືໃຜ ແມ່ນແມ່ຂອງຕົວເອງ ຈິ່ງຈະໄດ້ພົບແມ່. ທ້າວເຖິງຄິດບໍ່ອອກວ່າຈະເລືອກມືໃດດີ ຈິ່ງຮ້ອງໄຫ້ຢູ່, ແມງວັນວິເສດໄດ້ບິນຜ່ານມາ ແລ້ວຖາມວ່າ: ໄຫ້ຍ້ອນຫຍັງ?

ທ້າວເຖິງຕອບວ່າ: ພະຍາແຖນໃຫ້ເລືອກມືທີ່ແມ່ນມືແມ່ ຂອງຂະນ້ອຍ ໃຫ້ຖືກ ຈິ່ງໄດ້ພົບແມ່ ແຕ່ຂະນ້ອຍບໍ່ຮູ້ວ່າແມ່ນມືໃດແທ້. ແມງວັນວິເສດຕອບວ່າ: ໂອຍບໍ່ຍາກດອກ ຂ້ອຍຊິບິນໄປຈັບມືຂອງແມ່ເຈົ້ເດີ ແລ້ວໃຫ້ເຈົ້າໄປຈັບມືນັ້ນ

ທ້າວເຖິງກໍປະຕິບັດຕາມ, ສຸດທ້າຍກໍຈັບຖືກມືແມ່ແທ້ໆຂອງທ້າວເຖິງ, ພະຍາແຖນຈິ່ງອະນຸຍາດໃຫ້ແມ່ລູກໄດ້ພົບກັນ ດ້ວຍຄວາມດີໃຈ...


--------------------------------



#ນິທານສຳລານໃຈ: ນາງຟ້າ ກັບ ຊາຍຊາວນາ (ຕອນທີ່ 3)

ເມື່ອທ້າວເຖິງ ໄດ້ພົບແມ່ຢູ່ເທິງສະຫວັນດ້ວຍຄວາມດີໃຈແລ້ວ ຕ່າງກໍຖາມຂ່າວຄາວ ສາລະທຸກສຸກດິບ... ທ້າວເຖິງຢ້ຽມຢາມແມ່ນາງຟ້າຢູ່ເທິງສະຫວັນໄດ້ໄລຍະໜຶ່ງ ເລີຍຄິດຮອດພໍ່ ແລະ ອ້າຍ(ທ້າວຖອຍ) ຈັກເປັນຕາຍຮ້າຍດີຢູ່ໂລກມະນຸດ ຈິ່ງໄດ້ຊ່ວຍແມ່ນາງຟ້າ ໄປຕາມຫາພໍ່ ແລະ ອ້າຍ ຢູ່ໂລກມະນຸດ, ແຕ່ແມ່ນາງຟ້າບອກວ່າ: ຕ້ອງໄດ້ຮັບອະນຸຍາດຈາກພະຍາແຖນສາກ່ອນ

ກ່າວເຖິງພໍ່ທ້າວເຖິງ ແລະ ທ້າວຖອຍ ຢູ່ໂລກມະນຸດ ແມ່ນລົງບ້ານໃຕ້ ໄປບ້ານເໜືອ ແລ້ວພົບກັບພະຍາມານ ຂັງໄວ້ເປັນທາດໃນຖໍ້າສັກສິດ ປິດລ້ອມດ້ວຍກຳແພງໜາມໜາ

ກ່າວເຖິງທ້າວຖອຍ ຫຼັງຈາກຂີ່ນົກຍັກ ແລ້ວຫຼົ່ນລົງມາຈາກທ້ອງຟ້າ ໄດ້ໄປຕົກລົງຄ້າງໃນພຸ່ມປ່າໃນໝູ່ບ້ານແຫ່ງໜຶ່ງ, ສາວຊາວນາຄົນໜຶ່ງໄດ້ຊ່ວຍຊີວິດໄວ້, ເມື່ອທ້າວຖອຍຟື້ນຕົວ ຈິ່ງບໍ່ສາມາດຈື່ທາງກັບບ້ານໄດ້ອີກ ຈິ່ງໄດ້ອາໄສຢູ່ໃນໝູ່ບ້ານແຫ່ງນັ້ນ ດ້ວຍການລົງຂາຍເກືອຢູ່ບ້ານໃຕ້ ໄປຊື້ໄກ່ຢູ່ບ້ານເໜືອ

ເມື່ອແມ່ນາງຟ້າໄດ້ຮັບຄຳອະນຸຍາດຈາກພະຍາແຖນໃຫ້ລົງມາໂລກມະນຸດ ຈິ່ງຕາມກາສາມີ (ພໍ່ທ້າວເຖິງ ແລະ ທ້າວຖອຍ), ແມ່ນາງຟ້າ ແລະ ທ້າວເຖິງ ຈິ່ງເອີ້ນນົກຍັກມາຊ່ວຍເຫຼືອໃນການເດີນທາງໄປຕາມຫາສາມີ

ທ້າວເຖິງຂີ່ນົກຍັກ ສ່ວນແມ່ນາງຟ້າກໍບິນລົງມາໂລກພ້ອມກັນ ມຸ່ງໜ້າໄປຊອກຫາທະກຫົນແຫ່ງ ຈົນໄປພົບພະລືສີອົງໜຶ່ງຢູ່ ກ້ອງຕົ້ນໄມ້ ໃກ້ປ່າດອກໄມ້ ແລະ ນໍ້າໂຕນຕາດ

ນາງຟ້າໄດ້ໄປຂໍຄວາມຊ່ວຍເຫຼືອນຳພະລືສີ ໃຫ້ເປີດຕາທິບເພື່ອຊອກຫາສາມີຕົນແດ່! ພະລືສີກໍໃຫ້ຄວາມຊ່ວຍເຫຼືອບອກວ່າ: ຊາຍຊາວນາຜູ້ເປັນສາມີຂອງເຈົ້າ ໄດ້ຖືກພະຍາມານຂັງໄວ້ໃນຖໍ້າ ຢູ່ທິດຕາເວັນຕົກ ຂ້າມຈາກບຶງບົວທອງນັ້ນໄປ

ພວກເຂົາອອກຕາມຫາຕໍ່ ຈົນໄດ້ພົບກັບພະຍາມານ ໄດ້ມີການຕໍ່ສູ້ກັນ ເຮັດໃຫ້ນາງຟ້າປີກຫັກ ແລ້ວຖືກພະຍາມານຈັບໄປຂັງໄວ້ໃນຖໍ້າອີກ ແລ້ວກໍໄດ້ພົບສາມີຂອງຕົນຢູ່ໃນຖໍ້ານີ້ເຊັ່ນກັນ, ສ່ວນທ້າວເຖິງ ທັນໜີຂຶ້ນຫຼັງນົກຍັກ ບິນກັບຂຶ້ນໄປເທິງສະຫວັນ

ທ້າວເຖິງຂຶ້ນຮອດສະຫວັນ ແລ້ວໄປຂໍຄວາມຊ່ວຍເຫຼືອກັບພະຍາແຖນ ໃຫ້ລົງມາປາບພະຍາມານ ແຕ່ພະຍາແຖນບອກວ່າ: ຖ້າເຈົ້າຢາກຊ່ວຍພໍ່ແມ່ຂອງເຈົ້າໄດ້ຈາກພະຍາມານ ໃຫ້ໄປເຝິກວິຊາການຕໍ່ສູ້ ນໍາປ້ານາງຟ້າທັງ6 ຂອງເຈົ້າ (ເອື້ອຍຂອງແມ່ ທ້າວເຖິງ) ທ້າວເຖິງກໍໄປຂໍຄວາມຊ່ວຍເຫຼືອນຳປ້າທັງ7 ໃຫ້ສອນວິຊາຕໍ່ສູ້ປາບພະຍາມານໃຫ້

ທ້າວເຖິງເຝິກວິຊາການຕໍ່ສູ້ໄດ້ສຳເລັດແລ້ວ ຈິ່ງຂີ່ນົກຍັກ ມຸ່ງໄປຖໍ້າພະຍາມານ ເພື່ອໄປຊ່ວຍເຫຼືອພໍ່ແມ່, ພໍແຕ່ຈອບບຸກເຂົ້າໄປໃນຖໍ້ານັ້ນໄດ້ ກໍຕ້ອງຕົກສະເງີ້ ເມືອເຫັນຊາວບ້ານທຳມະດາ ຖືກຂັງໄວ້ໃນຖໍ້ານີ້ ຫຼາຍຮ້ອຍຄົນ

ທ້າວເຖິງໄດ້ປ່ອຍພໍ່ແມ່ ແລະ ຊາວບ້ານອອກມາ ແຕ່ລະຄົນແລ່ນອອກມາຍັງບໍ່ທັນຫວິດຖໍ້າ ກອງທັບຜີສາດພະຍາມານໄດ້ຫຼັ່ງກັນອອກມາ ກຽມຈະຂ້າຜູ້ທີ່ລັກລອບໜີ

ທ້າວເຖິງໄດ້ຕໍ່ສູ້ກັບກອງທັບຜີສາດພະຍາມານນັ້ນ ຢ່າງຄຶກຄະນອງ ແຕ່ຍິ່ງຕໍ່ສູ້ເທົ່າໃດ ກອງທັບຜີສາດກໍຍິ່ງຫຼັ່ງໄຫຼກັນອອກມາ ທົ່ວສາລະທິດ ທ້າວເຖິງໝົດແຮງ ຈິ່ງຖືກຫົວໜ້າພະຍາມານຈັບໄດ້ ແລ້ວກຳລັງຈະເອົາຂ້າທ້າວເຖິງ ແຕ່ທັນໃດນັ້ນ ປ້ານາງຟ້າທັງ 6 ໄດ້ບິນມາຊ່ວຍຢ່າງໄວວາ ແລະ ສູ້ກັບກອງທັບຜີສາດເປັນເວລາດົນນານ ແຕ່ບໍ່ສຳເລັດ ເພາະກອງທັບຜີສາດຫຼາຍ ແລະ ພ້ອມທີ່ຈະຫຼັ່ງກັນອອກມາອີກ

ປ້ານາງຟ້າທັງ6 ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫຼືອຈາກພະຍາແຖນ, ພະຍາແຖນສັງເກດເຫັນວ່າ ການຕໍ່ສູ້ຄັ້ງນີ້ເປັນເສິກໜັກ ຈິ່ງຈັດແຈງກອງທັບເທວະດາ ລົງມາປາບກອງທັບຜີສາດ

ການຕໍ່ສູ້ ໄດ້ດຳເນີນໄປຢ່າງດຸເດືອດ ແສງເວກມົນຂອງຄວັນດຳຂອງຜີສາດ ໄດ້ປະທະກັບແສງສ່ອງສະຫວ່າງຂອງກອງທັບເທວະດາ ເຮັດໃຫ້ເກີດແສງຟຸ່ງຂຶ້ນໄປທົ່ວທ່ອງຟ້າ ປ່ຽນເປັນຫຼາຍຄື້ນຫຼາຍສີ ພື້ນໂລກມີສຽງດັງກ້ອງຄຶກໂຄມ ລົມພັດແຮງວູມວາບໝົດມື້

ການຕໍ່ສູ້ຜ່ານໄປໄລຍະໜຶ່ງ ກອງທັບຜີສາດໄດ້ສະຫຼາຍ ພະຍາມານຍອມແພ້ ຖືກກອງທັບເທວະດາຈັບຫົວໜ້າພະຍາມານ ໄປຂັງໃນຄຸກສະຫວັນ ເພື່ອລົງໂທດ

ໃນທີ່ສຸດ ແມ່ນາງຟ້າ, ສາມີ ແລະ ທ້າວເຖິງ ກໍໄດ້ພົບກັນດ້ວຍຄວາມດີໃຈ, ພວກເຂົາອອກຕາມຫາທ້າວຖອຍ ແລະ ໄດ້ພົບກັບທ້າວຖອຍ ຢູ່ໃນໝູ່ບ້ານແຫ່ງໜຶ່ງ ເຊິ່ງໄດ້ແຕ່ງງານກັບສາວຊາວນາ ຜູ້ຊ່ວຍຊີວິດໄວ້ແລ້ວ

ກ່າວເຖິງເມືອງພະຍາແຫ່ງໜຶ່ງຢາກໄດ້ລູກເຂີຍ ຈິ່ງມີການຈັດງານແຂ່ງຂັນຕໍ່ສູ້ປະລອງຝີມືຄວາມເກັ່ງກ້າສາມາດ ຖ້າຜູ້ໃດຊະນະ ຈະໄດ້ເປັນລູກເຂີຍພະຍາ, ລູກສາວພະຍາກໍງົດງາມດັ່ງນາງຟ້າ ຈິ່ງເຮັດໃຫ້ຊາຍໜຸ່ມຢູ່ທົ່ວສາລະທິດ ອອກມາຕົກລົງຮ່ວມງານແຂ່ງຂັນຕໍ່ສູ້ປະລອງຝີມື

ການປະກາດດັງໄປກວ້າງໄກ ຮອດຫູນົກຍັກ, ນົກຍັກຈິ່ງໄປຊວນທ້າວເຖິງໄປແຂ່ງຂັນຕໍ່ສູ້, ໃນການແຂ່ງຂັນຕໍ່ສູ້ ທ້າວເຖິງຊະນະການຕໍ່ສູ້ ພະຍາຈິ່ງຍົກລູກສາວໃຫ້ແຕ່ງງານກັນ ແຕ່ທ້າວເຖິງ ຂໍສຶກສາເບິ່ງກ່ອນ, ພະຍາກໍອະນຸຍາດໃຫ້ສຶກສາເບິ່ງກ່ອນ

ທ້າວເຖິງສັງເກດເບິ່ງລູກສາວພະຍາຫ່າງໆ ແລ້ວສັງເກດເຫັນພຶດຕິກຳແປກໆ ຄືມັກລັກອອກຈາກວັງຕອນກາງຄືນ, ທ້າວເຖິງຈິ່ງໄດ້ລັກນຳໄປເບິ່ງ ແລ້ວກໍເຫັນນາງເຂົ້າໄປໃນປ່າຕຶບ ເຂົ້າເຮືອນຫຼັງໜຶ່ງ ແລ້ວຮ່າງກາຍປ່ຽນເປັນຜີສາດແມ່ມົດ

ທ້າວເຖິງຕົກໃຈແຮງຈິ່ງນຳເຂົ້າໄປໃນຖໍ້າຫຼັງເຮືອນຂອງນາງຜີສາດອີກ, ໃນນັ້ນ ໄດ້ເຫັນນາງຜີສາດແມ່ມົດ ຂັງລູກສາວພະຍາໄວ້ ພ້ອມດ້ວຍເດັກນ້ອຍຈຳນວນຫຼາຍຂັງໄວ້ໃນຖໍ້າ

ທ້າວເຖິງໄດ້ຕໍ່ສູ້ນຳນາງຜີສາດແມ່ມົດ, ໃນທີ່ສຸດ ທ້າວເຖິງກໍຊະນະ ກຳຈັດຜີສາດແມ່ມົດໃຫ້ສະຫຼາຍຕົວໄປ ແລ້ວປ່ອຍຕົວລູກສາວພະຍາ ແລະ ເດັກນ້ອຍຊາວບ້່ນໃຫ້ກັບບ້ານໄປ

ເມື່ອພະຍາຮູ້ຂ່າວ ແລະ ດີໃຈຫຼາຍ, ຍົກລູກສາວໃຫ້ທ້າວເຖິງແລ້ວ ຍັງມອບຊັບສົມບັດເຄິ່ງໜຶ່ງໄວ້ເປັນມູນມໍລະດົກຕໍ່ໄປ

ສ່ວນນົກຍັກກໍພົບ ນາງພະຍານົກຍັກມາຕົກຫຼຸມຮັກສ້າງຄອບຄົວນໍາກັນ ມີລູກຫຼານນົກຍັກອີກຫຼາຍໂຕ

ທ້າວເຖິງໄດ້ເບິ່ງແຍງຄອບຄົວພໍ່ແມ່ ອ້າຍ ຢ່າງມີຄວາມສຸກ, ຍາມຫວ່າງ ພວກເຂົາກໍພາກັນຂີ່ນົກຍັກຂຶ້ນໄປທ່ຽວສະຫວັນ

<<< ຈົບ >>>
ຕອນທີ່ 1-2 ແມ່ນຟັງຈາກປ້າເລົ່າຕອນຍັງນ້ອຍ ສ່ວນຕອນທີ່ 3 ແຕ່ງໂດຍ ພາສຸກ ທຸມມະລີ :)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນ 2 ມາແລ້ວ

ບາງທີອາດຈະມີຕອນຕໍ່ໄປມານຳຕື່ມ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຕື່ມຕອນຈົບໃສ່ :)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ