ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເຊີນສາວໆເຂົ້າສະໝັກປະກວດ Miss Grand Laos 2016

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊີນສາວໆທີ່ມີຮູບຮ່າງໜ້າຕາດີ ມີຄາມຮູ້ ຄວາມສາມາດ ເຂົ້າສະໝັກປະກວດ Miss Grand Laos 2016 ທີ່ສະຖານີໂທລະພາບ MV Lao ຮີບສະໝັກດ່ວນ. ຜູ້ທີ່ສະໝັກ ໃຫ້ສົ່ງຮູບໄປກ່ອນ ທີ່ເບີວັອດແອັບ ດີເຈ ແຈັກກີ້ ເບີ +85620 54367799, ຮັບສະໝັກຈົນເຖິງ ວັນທີ່ 15/8/2016, 2 ຄົນທີ່ໄດ້ຮັບການຄັດເລືອກ ຈະໄດ້ໄປປະກວດຈີນຄົນໜຶ່ງ ແລະ ທີ່ອາເມລິກາຄົນໜຶ່ງ

#ເງື່ອນໄຂ ແລະ ຄຸນສົມບັດໃນການສະໝັກ ມີຕາມລຸ່ມນີ້:
1. ສັນຊາດລາວ ຫຼື ໄດ້ຮັບການປ່ຽນເປັນສັນຊາດລາວແລ້ວ
2. ເພດຍິງໂດຍກຳເນີດ
3. ສ່ວນສູງບໍ່ຕໍ່າກວ່າ 167cm
4. ອາຍຸລະຫວ່າງ 17-27ປີ
5. ບຸກຄະລິກດີ ກິລິຍາທ່າທາງດີ ສະຫຼາດ ຮອບຮູ້ ມິນຸດສຳພັນດີ ຮູບຮ່າງໜ້າຕາງາມ
6. ໂສດ ບໍ່ເຄີຍແຕ່ງງານຕາມປະເພນີ ຫຼື ຈົດທະບຽນສົມລົດທາງກົດໝາຍມາກ່ອນທັງພາຍໃນ ແລະ ຕ່າງປະເທດ, ບໍ່ເຄີຍຖືພາ ແລະ ມີລູກມາກ່ອນ
7. ບໍ່ເຄີຍມີປະຫວັດອາດຊະຍາກຳ, ບໍ່ປະກອບອາຊີບຜິດກົດໝາຍມາກ່ອນ, ບໍ່ມີປະຫວັດທີ່ເປັນໜ້າລັງກຽດຂອງສັງຄົມ, ບໍ່ມີປະຫວັດຖ່າຍຮູບ-ວີດີໂອໂປ້ເປືອຍ ແລະ ລັກສະນະອື່ນໃດ ທີ່ນຳຄວາມເສື່ອມເສຍມາສູ່ຕຳແໜ່ງ
8. ຖ້າກຳລັງສຶກສາຢູ່ແມ່ນບໍ່ໃຫ້ຕໍ່າກວ່າມັດທະຍົມປາຍ
9. ມີສຸຂະພາບດີ ບໍ່ມີໂຣກຕິດຕໍ່ຮ້າຍແຮງ, ບໍ່ມີໂຣກທີ່ສັງຄົມລັງກຽດ ຫຼື ໂຣກທີກ່ຽວຂ້ອງກັບຄວາມງາມ
10. ມີຄວາມສາມາດໂດດເດັ່ນ ຫຼື ເຫັນໄດ້ຊັດເຈນ, ມີທັກສະໃນການສື່ສານທັງພາສາລາວ ແລະ ພາສາຕ່າງປະເທດໄດ້ດີ
11. ມີທັງຄຸນນະທຳ ແລະ ຈະລິຍະທຳ ລວມໄປເຖິງພຶດຕິກຳທີ່ເໝາະສົມ ອັນເປັນແບບຢ່າງໃຫ້ເຍົາວະຊົນ ແລະ ທີ່ດີໃນສັງຄົມ
12. ມີທີ່ພັກອາໄສໃນປະເທດລາວ
13. ບໍ່ມີສັນຍາ ຫຼື ຂໍ້ຜູກມັດໃດໜຶ່ງ ອັນເປັນຜົນຕໍ່ການປະກວດ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ສະດູດບ່ອນທີ່ວ່າ "ບໍ່ມີໂຣກທີ່ສັງຄົມລັງກຽດ" ໂຣກຫຍັງນໍ້???????????

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mona ຂຽນວ່າ...
ສະດູດບ່ອນທີ່ວ່າ "ບໍ່ມີໂຣກທີ່ສັງຄົມລັງກຽດ" ໂຣກຫຍັງນໍ້???????????



"ໂຣກຂາດຄວາມຮັກບໍ່ໄດ້ແທ້ໆ"


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນເວົ້າພາສາຕ່າງປະເທດບໍ່ໄດ້ນີສະໝັກບ່ໄດ້ແມ່ນບໍ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mona ຂຽນວ່າ...
ສະດູດບ່ອນທີ່ວ່າ "ບໍ່ມີໂຣກທີ່ສັງຄົມລັງກຽດ" ໂຣກຫຍັງນໍ້???????????

ໂຣກຕິດຕໍ່ໃສ່ຜູ້ອື່ນ