ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ດ້າຍແດງ ຄວາມລັບພົມລິຂິດ

໑໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ


” ຕັ້ງແຕ່ມືນຕາມາເບິ່ງໂລກ....ເຮົາທຸກຄົນຈະມີດ້າຍແດງເສັ້ນຫນຶ່ງມັດຢູ່ທີ່ນິ້ວກ້ອຍ
ເປັນດ້າຍທີ່ເຮົາເບິ່ງບໍ່ເຫັນ....ແລະບໍ່ມີມື້ທີ່ຈະເຫັນຈົນກວ່າຈະໄດ້ຮັກໃຜຈັກຄົນ.....
ບໍ່ເຖິງກັບວ່າເຫັນແຕ່ສຳພັດໄດ້ ວ່າກັນວ່າ ດ້າຍແດງນີ້ຈະເຊື່ອມໂຍງກັບຄົນທັງໂລກ
ເປັນຫຍັງພະເຈົ້າຈຶ່ງບໍ່ຄ່ອຍບັນດານໃຫ້ສົມຫວັງໃນຄວາມຮັກແທ້ ກໍ່ເພາະພະອົງເບິ່ງລົງມາ
ແລ້ວ...ມັນຫຍຸ້ງເກີນໄປ ດ້າຍນັບລ້ານໆເສັ້ນພັນກັນຫຍຸ້ງໄປຫມົດຮອບໂຕເຮົາ
ເຮັດໃຫ້ເຮົາອາດຈະຫລົງທາງໄປມັກໃຜກໍ່ໄດ້ ແຕ່ຖ້າເຮົາລອງແກະດ້າຍອອກແລ້ວ
ກໍ່ຈະພົບວ່າ ດ້າຍຂອງເຮົານັ້ນເຊື່ອມໂຍງກັບຄົນພຽງຄົນດຽວ.....ເຮົາຈຳເປັນຢ່າງຍິ່ງ
ທີ່ຈະອອກເດີນທາງຊອກຫາປາຍເສັ້ນດ້າຍອີກດ້ານຫນຶ່ງ ທີ່ອາດຈະຢູ່ສູງສຸດຂອບຟ້າຫລື
ໃກ້ພຽງລົມຫາຍໃຈ ດ້າຍແດງມີຈຸດຈົບ ມັນເລີ່ມຕົ້ນທີ່ເຮົາແລະແນ່ນອນມັນຕ້ອງໄປຈົບຢູ່ທີ່
ນິ້ວມືໃຜອີກຄົນທີ່ເປັນເນື້ອຄູ່ຂອງເຮົາ....ພະເຈົ້າບໍ່ອາດຊ່ວຍໄດ້...ເຮົາຈຶ່ງຈຳເປັນຕ້ອງ
ຊອກຫາດ້ວຍໂຕເອງ...ຊີວິດຍັງອີກຍາວໄກແຕ່ແມ່ນຫຍັງກໍ່ເກີດຂຶ້ນໄດ້ຖ້າບໍ່ຟ້າວມັນອາດສາຍເກີນໄປ”

ແລ້ວເຈົ້າລ່ະເຈິະດ້າຍແດງຫລືຍັງ..... ^_____^?

ນາງຟ້າຊາຕານ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ມັນກະຫຍຸ້ງອຶກກະທຶກຄືວ່າຫັ້ນແຫຼະ ມັນພັນໄປທົ່ວທີບ....ຈັກແມ່ນເທວະດາອົງໃດຮັບຜິດຊອບເລື່ອງດ້າຍແດງນິ ເຮັດວຽກພໍແລ້ວມືແລ້ວຕີນ...ແບບນີ້ມັນຕ້ອງໄລ່ອອກ (ຫຼິ້ນຂອງສູງລະຕົວະຂ້ອຍ...ບາບຊິກິນຫົວກະບາດນິແຫຼະ)

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ມັນບໍ່ຫຍຸ້ງອຶກກະທຶກ ແລ້ວ ເພາະຕັດມັນ ຖຶ້ມ ໄປ ແລ້ວ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ເຫັນເລີຍ ຊອກມາດົນລະນະ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນພັນນິ້ວຂ້ອຍຢູ່ນິເດະ...

ແຕ່ເຈົ້າຂອງປາຍທາງມັນ ຕັດອີກດ້ານຖີ້ມລະເດະ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຕັດຖີ້ເດ ແຕ່ຊອກບໍ່ເຫັນ! ຊ່າງວ່າເຊຶ່ອງດີນໍເທວະດານີ້ ໝ້າມຶດບໍ!


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂ້ອຍລະຂີ້ຢ້ານດ້າຍຂ້ອຍຊິຂາດກ່ອນຊິເຈິະປາຍທາງ ເພາະມັນສັບສົນເຫລືອເກີນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂ້ອຍລະຂີ້ຢ້ານດ້າຍຂ້ອຍຊິຂາດກ່ອນຊິເຈິະປາຍທາງ ເພາະມັນສັບສົນເຫລືອເກີນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພົມລິຂິດຂອງຄົນໃຈດີແມ່ນ hi5 .. ອິອິ

<-----ຄົນໃຈດີແຟນຄລັບ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ລະວັງດົນຫຼາຍເສັ້ນດ້າຍຈະໂດກ ຂຽ້ວຊ່ອກໄວໆໆໆ

ຄົນໄກບ້ານ........ຍາກກັບບ້ານເດ່

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ດ້າຍຫັ້ນມີ ແຕ່ບໍ່ໃຜຢາກຜູກນໍາ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ຄືໜັງຍີ່ປຸ່ນເລີຍ 赤い糸 (あかいいと, ດ້າຍສີແດງ)
ເປັນເລື່ອງເລົ່າທີ່ດີນໍ້
ຂໍແນະນຳໃຫ້ຟັງເພງປະກອບໜັງ ມ່ວນສຸດຍອດ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກ ແນມບໍ່ເຫັນເວ່ຍ ລ່ະຈັກຊິຖືກໃຜ

ໃຜຊິເປັນຄົນຊວຍຄົນນັ້ນ ກາໆໆໆ

strawberry

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຈິະແລ້ວ...thank ພະເຈົ້າ



໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໐ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຫາຈົນເມື່ອຍກະຍັງ

ທັນເຈເລີຍ

ກະເລີຍຂິຄ້ານຫາຊ່າ



໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ໂຫໂຫ ທຸກຄົນວ່າຊັ້ນ