ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເລື່ອງບົດໂຄງການຈົບຊັ້ນ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໃຜເຄືຍຂຽນບົດຈົບຊັ້ນ ຫຼືຜູ້ກຳລັງຊິຂຽນ ມີຄວາມຄິດຢາກຂຽນ
ຫົວບົດກ່ຽວກັບຫຍັງແດ່? ເວົ້າໃຫ້ຟັງແດ່ດູ ຫາຂໍ້ມູນມາຂຽນແມ່ນເອົາມາຈາກໃສ
ຫຼືໃຜມີບົດເກົ່າ ເອົາມາໃຫ້ເບິ່ງແດ່ໄດ້ບໍ່ ? ຈະເປັນພະຄຸນຢ່າງຍິ່ງ

M99NOY

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຕອນຂ້ອຍຂຽນບົດ ກໍຈະມີຫົວຂໍ້ຈາກທາງໂຮງຮຽນໃຫ້ເລືອກ ຖ້າບໍ່ດັ່ງນັ້ນກໍຕ້ອງຕັ້ງຫົວຂໍ້ເອງ ເຊັ່ນ ຕອນນັ້ນຂ້ອຍຮຽນບັນຊີ ຂ້ອຍເລືອກຫົວບົດ ລະບົບຂອງທະນາຄານຢູ່ ສປປລາວ ການຂື້ນຕົ້ນກໍຈະເວົ້າລວມໆກຽວກັບ ລະບົບທະນາຄານໃນປະເທດລາວວ່າເປັນແນວໃດ ແລ້ວກໍນຳທະນາຄານໃດໜຶ່ງມາເປັນຕົວຢ່າງຂອງລະບົບທະນາຄານ ຈາກນັ້ນກໍເວົ້າເຖິງລະບັບການເຮັດວຽກຂອງທະນາຄານດັ່ງກາວ.



ການເລືອກຫົວບົດຄວນຈະສອດຄ້ອງກັບສິ່ງທີ່ເຮົາຮຽນມາ ເພາະຈະງ່າຍເວລາຂຶ້ປ້ອງກັນບົດ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ້ອງຄິດຍາກດອກ.. ຂໍພຽງແຕ່ເຈົ້າເລືອກຫົວຂໍ້ໃຫ້ໄດ້ວ່າເຈົ້າຊິຂຽນກ່ຽວກັບຫຍັງ
ມັນຈະມີໂຄງຮ່າງໄວ້ໃຫ້ ເຈົ້າກະພຽງແຕ່ເອົາຂໍ້ມູນທີ່ເຈົ້າໄດ້ມາ ເຂົ້າໄປໃສ່
ຖ້າຈະຖາມວ່າຊິໄປເອົາຂໍ້ມູນມາແຕ່ໃສ.. ອັນນີ້ມັນຂຶ້ນກັບເຈົ້າເປັນຜູ້ກຳນົດ
ເຈົ້າຕ້ອງສ້າງແບບຟອມສອບຖາມຂື້ນ ເພື່ອເປັນໂຕລວບລວມຂໍ້ມູນ
ແບບຟອມສອບຖາມ ເຈົ້າກໍ່ຕ້ອງຖາມກ່ຽວກັບສິ່ງທີ່ເຈົ້າກຳລັງຊອກຢູ່ຫັ້ນ

<-----ຄົນໃຈດີແຟນຄລັບ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ດຽວນີ້ຄິດຫົວຂໍ້ບໍ່ອອກຊ້ຳ

M99NOY

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນັ້ນແຫລະຄືບັນຫາ
ຊອກຫົວຂໍ້ໃຫ້ໄດ້.. ເຮົາມີອາຈານທີ່ປືກສາ ລອງໄປປືກສາເພິ່ນເບິ່ງ
ແລ້ວເພິ່ນຈະໃຫ້ຄຳແນະນຳດອກ

<-----ຄົນໃຈດີແຟນຄລັບ

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ເຮົາກະຫາກະຂຽນເເລ້ວ
ຫົວຂໍ້ທີ່ເຮົາຂຽນເເມ່ນຫົວຂໍ້ທີ່ລົງເຝີກງານ ການສ້ອມເເປງຮັກສາຈັກອຸດສາຫະກຳເເລະຕິດຕັ້ງໄຟຟ້າ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຂຽນຈົບແລ້ວ ແລະ ປ້ອງກັນກາພ່ານແລ້ວ ຢູ່ ລັດຕະນະ ຫົວ​ຂໍ້​ກ່ຽວ​ກັບ ​ໂຮງງານ​ເຊື່ອນ​ອນໝອນ​ລາວ ນີ້​ແມ່ນ​ຊື່​ຂອງ​ກິດຈະການ​ໃໝ່​ທີ່​ຍັງ​ບໍ່​ທັນ​ມີ​ຕົວ​ຕົນ​ເທື່ອ​, ທຳ​ອິດ​ກາ​ມີ​ແບບ ຫຼື ​ໂຮງ​ຮ່າງ​ຂຽນ​ຈາກ​ອາຈານ​ກ່​ອນ ​ແລ້​ວ​ໄປ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ທຸລະ​ກິດ​ນັ້ນ ​ແລະ​ເຮົາ​ມາ​ຮ່າງ​ແບບ​ສອບ​ຖາມຄື​ດັ່ງ​ຄົນ​ໃຈດີ​ເພີ່ນ​ເວົ້າ​ຫັ້ນ​ແຫຼະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ແລະ ຂ້າພະ​ເຈົ້າ​ມີ​ບົດ​ກ່ຽວ​ກັບ ບໍລິສັດ​ລາວ​ຄອມ​ເອົາ​ໄປ​ເປັນ​ຕົ​ວຢ່າງ​ເດີ​ຊິ​ສົ່ງ​ໄປ​ທາງ​ອີ​ເມ​ວ​ໄຫ mee9999@hotmail.com ​ເຊັກ​ເອົາ​​ເດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຈັ່ງໃດ.​.ຂຽນແລ້ວລະຫວາ

<-----ຄົນໃຈດີແຟນຄລັບ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກໍຍັງຄິດຍາກຢູ່ນີ້ ຊິຂຽນບົດ ແຕ່ກະຍັງຄິດຫົວຂໍ້ບໍ່ອອກ
ຮຽນກໍ່ສ້າງ ໃຜມີຄຳແນະນຳດີໆບໍ່?
ຂອບໃຈລ່ວງຫນ້າເດີ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຂຸດກະທູ້ໃຫ້ມີຄົນມາຕອບ ເພື່ອຄົນທີບໍ່ທັນເຫັນ ແຮ່ໆໆ




ຂໍໂທດເດີຖ້າຜິດກົດ

M99NOY