ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ປະຕິບັດການພິຊິດເຂົາຟູຈິທີ່ປະເທດຍີ່ປຸ່ນ(ຕອນຈົບ)

໓ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ


mount fuji ສູງ 3,776 m
ເປັນການເດີນທາງ ທີ່ແສນຍາກລຳບາກຫຼາຍ,ໄປກັນຄັ້ງນີ້ມີ ທັງໝົດ 13 ຊີວິດ,ໝູ່ມາຈາກຫຼາຍປະເທດມີ ລາວ ຍີ່ປຸ່ນ ມາເລເຊຍ ກຳປູເຈຍ
ຢາກບອກວ່າໃຜບໍ່ໃຈກ້າອີ່ຫຼີຫ້າມລອກຮຽນແບບເດີ!!!! ເຮົາໄປປີນພູເຂົາຟູຈິນຳກັນເລີຍ





ເລີ່ມຈາກໄປຂຶ້ນ ລົດເມໃກ້ສະຖານີລົດໄຟຊິງຈູກຸໃນໂຕກຽວ,ປີ້ລົດແມ່ນຊື້ ແຕ່ຂາໄປຊື່ືໆ ເພາະວ່າສ່ວນຫຼາຍຄົນທີ່ໄປປີນພູເຂົານີ້ບໍ່ມີໃຜກັບມາເລີຍ
ຮາຮາຮາ ບໍ່ແມ່ນ ເວົ້າຫຼິ້ນເດີ!!
ຕອນກັບຊື້ຢູ່ປາຍທາງເອົາ,ປີ້ລົດປະມານ 3000 ເຢັນຫຼືປະມານ 300000 ກີບ



ມາຮອດບ່ອນຂຶ້ນ ເຂົ້າໄປຖ່າຍເຄື່ອງຖ່າຍຂອງ ເຄື່ອງປ້ອງກັນ ແລ້ວຮຽບຮ້ອຍ,ມາຖ່າຍຮູບເປັນ ທີ່ລະລຶກໄວ້ໃຫ້ລູກໃຫ້ຫຼານເບິ່ງ ເຜື່ອບໍ່ໄດ້ ກັບມາອີກ haha



ປະຕູທາງຂຶ້ນພູເຂົາຟູຈິ,ແຕ່ລະຄົນໜ້າຕາ ຍິ້ມແຍ້ມແຈ່ມໃສ ເລີ່ມປີນເວລາ 21 ໂມງ


ລຸກລຸກ ອາຍໝູ່ ເຂົາໄປປະໝົດແລ້ວ



ຄົນມາປີນນຳກັນຫຼາຍພັນຄົນ



ມາພັກຢູ່ສາລາ ໝາຍເຫດ:ຢູ່ພູເຂົາຟູຈິ ນັ້ນ ຈະມີແຄ້ມໃຫ້ພັກຢູ່15ແຄ້ມ
ແຕ່ລະແຄ້ມຈະມີໂຮງແຮມນ້ອຍໆໃຫ້ພັກແລະມີອາຫານຂາຍແຕ່ອາຫານຈະແພງຫຼາຍແພງກ່ວາ 5 ເທົ່າຂອງລາຄາປົກກະຕິ




ຊື້ໝີ່ລາເມັງກິນຢູ່ແຄ້ມທີ 8 ລາຄາປົກກະຕິ 100 ເຢັນ 10000ກີບຢູ່ນີ້ອ້າຍເພິ່ນຂາຍ 500ເຢັນ 50000ກີບໂອ ໂຄດແພງເລີຍ
ແຕ່ກິນເຂົ້າໄປ ແລ້ວຂໍບອກວ່າບໍ ເຄີຍກິນໝີ່ຫຍັງທີ່ແຊບຂະໜາດນີ້ເລີຍ ປານອາຫານໃນໂຮງແຮມ 5 ດາວ
ເພາະວ່າທັງເມື່ອຍ ແລະ ກໍ່ໜາວ,ອາກາດຫາຍໃຈກະບໍ່ຄ່ອຍມີ ເພາະ ອັອກຊີເຈັນເລີ່ມມີໜ້ອຍລົງກິນຫຍັງຕອນນີ້ກະແຊບໝົດ



ບັນຍາກາດກ່ອນຂຶ້ນໄປຈອມພູຟູຈິ
ຮູ້ສຶກວ່າຕອນນີ້ເຮົາຢູ່ເໜືອໜ້າດິນ ປະມານ 2000 ກວ່າແມັດ ຢູ່ເໜືອເມກ ແລ້ວຫາຍໃຈບໍ່ຄ່ອຍສະດວກ



ແລະ ສຸດທ້າຍເຮົາກໍ່ມາຮອດຈຸດສູງສຸດຂອງພູເຂົາຟູຈິ 3770 ແມັດ ໃນເວລາ 5ໂມງເຊົ້າ ເຊິ່ງເຮົາໃຊ້ເວລາຈາກຕີນພູຫາຈອມພູ 8ຊົ່ວໂມງ ແຕ່ລະຄົນອິດເມື່ອຍ ແລະ ອາກາດຂ້ອນຂ້າງໜາວ ແຫ້ງ ຂໍບອກວ່າເມກທີ່ເຮົາເຫັນຢູ່ໃນທ້ອງຟ້າ ແມ່ນເມກທີ່ໜາວ ແຫ້ງ ແລະ ທໍລະມານທີ່ສຸດ

ທຸກຄົນທີ່ມາຮອດຈອມພູ ລໍຖ້າຖ່າຍຮູບຕາເວັນຂຶ້ນຕອນເຊົ້າ ເຊິ່ງຂ້າພະເຈົ້າຕັ້ງແຕ່ເກີດມາ ບໍ່ເຄີຍເຫັນຕາເວັນທີ່ຢູ່ເຊິ່ງໜ້າເຮົາເອງ ເປັນພາບທີ່ສວຍງາມບໍ່ສາມາດພັນລະນາໄດ້ ສົມກັບທີ່ເຮົາສູ້ທົນມາ 8 ຊົ່ວໂມງ


ຮູບພະອາທິດຕອນເຊົ້າສວຍງາມທີ່ສຸດ


ໂຕຈິງງາມກວ່ານີ້ ຂໍບອກ


ໂຕນີ້ແມ່ນ ຕາເວັນພົ້ນຂຶ້ນເໜືອເມກ

ແລະ ສິ່ງທີ່ເຮົາລືມບໍ່ໄດ້ທີ່ສຸດ ເມື່ອມາເຖິງຈຸດສູງສຸດຂອງປະເທດຍີ່ປຸ່ນ ນັ້ນຄື
ແອນ
v

v
ແອ່ນ

v

v

v

v

ແອ້ນ

v

v

vv

v

v
ທຸງວົງເດືອນ
ທຸງຊາດລາວ



ພູມໃຈຫຼາຍໃນຮູບນີ້ ເປັນທຸງຊາດໃບທຳອິດ ທີ່ໂບກຢູ່ເໜືອພູເຂົາຟູຈິ



ມັນຄືທຸງຂອງຄົນລາວທັງຊາດ ໂອຍນໍ້າຕາຊິໄຫຼ
ພວກເຮົາໄດ້ຢືນຊົມວິວຢູ່ຫັ້ນ ປະມານ 30 ນາທີ ເພາະວ່າບໍ່ສາມາດຢູ່ດົນໄດ້ ແລະມື້ນັ້ນມີໝອກໜາ ບໍ່ສາມາດເຫັນພູເຂົາໄຟຂອງພູເຂົາຟູຈິ ຊຶ່ງມີຄວາມເລິກຫຼາຍ 100 ແມັດ


ວິວຖ່າຍຕອນກຳລັງຊິລົງ



ວິວຢູ່ຈອມພູ ເໝືອນຮູ້ສຶກຢູ່ເທິງສະຫວັນ



ຕອນກຳລັງຊິລົງ ໃບໜ້າຍິ້ມແຍ້ມແຈ່ມໃສຢູ່ ແຕ່ວ່າຕອນລົງນຶກວ່າຊິໄວ ເບິ້ນໄປ 6 ຊົ່ວໂມງ ແລະ ຕອນເວລາລົງກໍ່ບໍ່ໄດ້ລົງເປັນກຸ່ມ ເພາະຕ້ອງໄດ້ຖ້າໝູ່ທີ່ມີ ອາການໜ້າເປັນຫ່ວງ ລົ້ມລົງກາງທາງລົງເຊິ່ງນຶກວ່າບໍ່ສາມາດໄປຕໍ່ໄດ້ ແລະ ຢູ່ເທິງນັ້ນກໍ່ບໍ່ມີຢາປະຖົມພະຍາບານ ແຕ່ສຸດທ້າຍກໍ່ສາມາດລົງມາເຖິງພື້ນດິນໄດ້ໝົດທຸກຄົນຢ່າງທຸລັກທຸເລ



ພາບຕອນທີ່ລົງມາຮອດຈຸດເລີ່ມຕົ້ນ ໜ້າເຖົ້າຂຶ້ນຈິບຫາຍໝົດທຸກຄົນ ເພາະວ່າເວລາເຮົາຢູ່ບ່ອນທີ່ມີອົກຊີເຈນໜ້ອຍ ຈະເຮັດໃຫ້ໜ້າເຮົາແຫ່ວ ເຊິ່ງໜ້າຂອງເຮົາເອງ ຖືກແດດເຜົາຈົນກາຍເປັນງູລອກຄາບ

ສຸດທ້າຍ ຢາກຂໍເຊີນຊວນ ນັກສຶກສາລາວ ທີ່ຮຽນຢູ່ປະເທດຍີ່ປຸ່ນ ແລະ ຄົນລາວທີ່ຢາກມາທ່ຽວປະເທດຍີ່ປຸ່ນລອງໄປປີນຈັກຄັ້ງໜຶ່ງ ຈະເປັນສິ່ງໜ້າປະທັບໃຈໃນຊີວິິດ
ແຕ່ຂໍໃຫ້ກຽມໂຕໃຫ້ພ້ອມກ່ອນໄປປີນ
ຂໍຂອບໃຈ


<a href="http://upic.me/show.php?id=86716508524d022f74fd05e4f5ca0fa7" target="_blank"><img border="0" src="http://upic.me/i/dt/j2010.gif"></a>

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ຊັງງາມະເລື່ອເກີນ ເນາະ

ຄົນໄກບ້ານ........ຍາກກັບບ້ານເດ່

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ຊັງງາມະເລື່ອເກີນ ເນາະ

ຄົນໄກບ້ານ........ຍາກກັບບ້ານເດ່

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂອໂຫ ເປັນຕາມ່ວນເນາະ !

ເປັນຕາເມື່ອຍ !

ເປັນຕາຢ້ານບໍ່ ?


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ໋ ຍ່າງຂື້ນເຂົາ ຢາກໄປ. ມັກໂລກກາງແຈ້ງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ peangcake ຂຽນວ່າ...
ໂອໂຫ ເປັນຕາມ່ວນເນາະ !
ເປັນຕາເມື່ອຍ !
ເປັນຕາຢ້ານບໍ່ ?



ປານ ນາລົກເລີຍ ໂຄດເມື່ອຍເລີຍບາງບ່ອນຖ້າມື່ນ ຕົກລົງໄປ ຄືຊິບໍ່ໄດ້ກັບໄປສະບາຍດີ ພໍ່ແມ່ ແນ່ນອນເຂົາເວົ້າວ່າ ຄົນ ໄປປີນ ແຕ່ລະປີ ຕ້ອງມີຄົນຕາຍທຸກປີ

<a href="http://upic.me/show.php?id=86716508524d022f74fd05e4f5ca0fa7" target="_blank"><img border="0" src="http://upic.me/i/dt/j2010.gif"></a>

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂອໂຫ ຈັ່ງແມ່ນເຈົ້າ ຊ່າງບໍ່ຢ້ານ ຕາຍ ເນາະ !

ຂໍຕົບມືໃຫ້ໃນຄວາມໃຈກ້າຂອງເຈົ້າເດີ !


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ! ທ້າວຕັອດ ກະໄປສະເຫນີຫນ້ານຳອີກ......

ອິອິ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ໂອ້ ນຶກວ່າໃຜ
ເສຍດາຍຕອນນີ້ຂ້ອຍຍັງບໍ່ມາເທື່ອເນາະ
ບໍ່ມີໜ້າເຂົ້າຮ່ວມຊ້ຳ
ບັນຍາຍໄດ້ດີ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ເປັນຕາໄປລອງຈັກຄັ້ງໜຶ່ງໃນຊີວິດ !


໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ airyayo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peangcake ຂຽນວ່າ...
ໂອໂຫ ເປັນຕາມ່ວນເນາະ !
ເປັນຕາເມື່ອຍ !
ເປັນຕາຢ້ານບໍ່ ?



ປານ ນາລົກເລີຍ ໂຄດເມື່ອຍເລີຍບາງບ່ອນຖ້າມື່ນ ຕົກລົງໄປ ຄືຊິບໍ່ໄດ້ກັບໄປສະບາຍດີ ພໍ່ແມ່ ແນ່ນອນເຂົາເວົ້າວ່າ ຄົນ ໄປປີນ ແຕ່ລະປີ ຕ້ອງມີຄົນຕາຍທຸກປີ



ອ້າວ ວ່າຊິໄປປີໜ້າ ບໍ່ໄປລະຊັ່ນນະ -.-"


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ເຮົາຕ້ອງຊອກໂອກາດໄປໄຫ້ໄດ້....


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ສູ້ສູ້ ຮິຮິຮິ ຂໍໃຫ້ປະສົບຜົນສໍາເລັດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຜູ້ຍິງກະມີຫວາ?

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຊ່ວງນີ້ກຳລັງຊື້ເລກ ຫວຍ ພັດທະນາ ຢູ່ນິ !!!!!! ,,, ອິອິອິອິ ຫວັງວ່າ ຈະມີເງີນໃດ້ໄປຫຼີ້ນ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ຜູ້ຍິງກະມີຫວາ?



ມີໝົດ ເດັກນ້ອຍ ຜູ້ຍິງ ຜູ້ເຖ້າ ເເຕ່ເຂົາຄືຊິກຽມໂຕມາດີນະ ເເຕ່ ຄົນໄປຮອດຈອມພູມີໜ້ອຍດຽວນະ

<a href="http://upic.me/show.php?id=86716508524d022f74fd05e4f5ca0fa7" target="_blank"><img border="0" src="http://upic.me/i/dt/j2010.gif"></a>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາກັນຍ່າງຂຶ້ນໄປສຶ່ໆຕິ ເບາະ!!



໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ໄປຕອນໃດຫວະ ໄປກະບໍ່ຊວນ

何よりも真実を貴ぶ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Eaui peen ma leo kue kanh^o^/ Kerb Tai hahaha


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າວຕັອດ ກະມີຫນ້ານໍ

ຄິດຮອດເດ

ອິອິ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາມ່ວນນໍ່

<-----ຄົນໃຈດີແຟນຄລັບ

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮູບສຸດທ້າຍນະ ອາການໜ້າເປັນຫ່ວງເນາະ

ໂດຍສະເພາະແມ່ນຜູ້ທີ່ໃສ່ໝວກເຮັດໜ້າເປັນຕາອີ່ຕົນຂະໜາດ !



໒ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
kue si kuk norrrr
pai beung ta wen keun kue si ngam d
yark pai u tea wa yarn long ma bor hord jud leum ton


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເດ.............

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ມັກຫລາຍເດີ ຕອນປັກທຸງຊາດລາວ T^T
ໝູ່ຍີ່ປຸ່ນເຮົາກະໄປປິ້ນ(ສົ່ງຮູບມາໃຫ້ເບິ່ງ)....ໄປສະຫຼອງວັນເກີດຢູ່ເທິງພູເຂົາຟູຈິວາຊັນນ
(ຊົ່ວຊິຮອດ,ເປີດເຄັກອອກມາເລະໝົດ)55555

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!