ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ກະແຈໃຈ

໑໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ


ມະນຸດທຸກຄົນບໍ່ວ່າຊາຍຫລືຍິງ
ຈະເກີດມາພ້ອມກັບກະແຈຄົນລະ 1 ດອກ
ກະແຈດອກນີ້ໃຊ້ໄຂເຂົ້າໄປຫ້ອງຫົວໃຈຂອງໃຜບາງຄົນ
ຄົນທີ່ແມ່ນຄົນທີ່ເປັນຂອງເຮົາ
ເຊິ່ງຖ້າຄົນທີ່ຜ່ານເຂົ້າມາໃນຊີວິດເຮົາ ຖ້າຄົນໆນັ້ນບໍ່ແມ່ນຂອງເຮົາ
ກະແຈກໍ່ຈະບໍ່ສາມາດໄຂເຂົ້າໄປໄດ້
ເຖິງວ່າຈະພະຍາຍາມເທົ່າໃດ
ຖ້າບໍ່ແມ່ນຈັ່ງໃດກໍ່ບໍ່ສາມາດຜ່ານເຂົ້າໄປໄດ້
ແລະຕ້ອງເຈິະກັບອຸປະສັກອີກຫລາຍດ້ານ

ເພາະຫ້ອງຫົວໃຈບໍ່ແມ່ນວ່າຈະມີພຽງປະຕູດຽວ
ມີທັງປະຕູແຫ່ງຄວາມປະທັບໃຈ ປະຕູແຫ່ງສຳພັນທະພາບ
ປະຕູແຫ່ງຄວາມເຂົ້າໃຈ ແລະອີກຫລາຍໆ
ຈົນກະທັ້ງປະຕູສຸດທ້າຍທີ່ເອີ້ນວ່າ ປະຕູແຫ່ງຄວາມຮັກ
ເຊິ່ງຖ້າບໍ່ແມ່ນ...ກໍ່ຈະບໍ່ສາມາດຜ່ານເຂົ້າໄປຈົນເຖິງປະຕູສຸດທ້າຍໄດ້

ຈົນໃນທີ່ສຸດເຖິງວ່າຈະເຈັບປວດ ເຈັບໃຈແລະອ່ອນລ້າປານໃດ
ກໍ່ຄົງຈະເຮັດຫຍັງບໍ່ໄດ້ນອກຈາກປ່ອຍໄປ
ແລະຖ້າມື້ໃດກະແຈດອກນີ້ສາມາດຜ່ານປະຕູທັງຫມົດເຂົ້າໄປ
ສູ່ຫ້ອງຫົວໃຈຂອງໃຜບາງຄົນໄດ້....
ກໍ່ຈົ່ງຈື່ໄວ້ວ່າ....ຄົນໆນີ້ແຫລະເປັນຂອງເຮົາຈາກນີ້ແລະຕະຫລອດໄປ

ເພາະເຮົາ...ໄດ້ເຂົ້າໄປຢູ່ໃນຫົວໃຈຂອງເຂົາຄົນນັ້ນແລ້ວ
ເຂົາເຊິ່ງເປັນຂອງເຮົາ...ແລະຄວາມສຸກໃຈ ຄວາມພໍໃຈ
ທັງຄວາມຮູ້ສຶກດີໆທັງຫມົດຈະວົນວຽນຢູ່ຮອບກາຍເຮົາ

ມື້ນີ້...ເຈົ້າໃຊ້ກະແຈຂອງເຈົ້າກັບຫົວໃຈຂອງໃຜແດ່ຫລືຍັງ....

ນາງຟ້າຊາຕານ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມິຄົນລັກຊ່ຽນກະແຈໃຈເຮົາ..


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແຈມີ ແຕ່ຫາປະຕູໃຈຍັງບໍ່ເຈິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ລອງໄຂຂອງເຈົ້າຂອງກະທູ້ໄດ້ບໍ


໑໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ

ຄັນເຈັບກາກີນຍາແກ້ປວດຕວ່າ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກ ຜູ້ເຮັດກະແຈຕົກນ້ຳຕອນປີໃໜ່ເດຊັ້ນ ຈະບໍ່ເປັນໂສດ ຮອດ ມຶ້ ມີຄົນຫາພົບພູ້ນເບາະຊັ້ນ!!


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກ ຜູ້ເຮັດກະແຈຕົກນ້ຳຕອນປີໃໜ່ເດຊັ້ນ ຈະບໍ່ເປັນໂສດ ຮອດ ມຶ້ ມີຄົນຫາພົບພູ້ນເບາະຊັ້ນ!!


ລໍຖ້າໄປກ່ອນ ດຽວຈະໄປໄຂໃຫ້ ອິອິອິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ຖືກກະເຈົ້າລັກສ່ຽນໄປໄຂແລ້ວ