ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເຈົ້າເຄີຍຮັກຄົນທີ່ແມ່ນໃນວັນທີ່ຜິດຫລືບໍ່?

໑໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ

ເຄີຍໄດ້ຍິນມາວ່າ.....ຄົນເຮົາເລືອກເກີດບໍ່ໄດ້ແຕ່ເລືອກທາງດຳເນີນຊີວິດໄດ້
ແຕ່ຄົນເຮົາ ບາງຄັ້ງເມື່ອຕັດສິນໃຈຫຍັງໄປແລ້ວຕ້ອງຮັບຜິດຊອບມັນແລະ
ຍ້ອນຄືນມາບໍ່ໄດ້ ດັ່ງເຊັ່ນຄວາມຮັກ ຫາກເຮົາເກີດໄປຮັບຜິດຊອບໃຜຈັກຄົນ
ໃນວັນທີ່ບໍ່ເຫມາະສົມ ພຽງເພື່ອໃຫ້ໃຜຄົນໃດຄົນຫນຶ່ງສະບາຍໃຈ....
ແຕ່ເມື່ອມາຮອດມື້ທີ່ເຫມາະສົມເຮົາເກີດໄປເຈິະຄົນທີ່ແມ່ນ ແຕ່ກັບເຮັດຫຍັງບໍ່ໄດ້
ເພາະເຮົາຕ້ອງຮັບຜິດຊອບກັບເລື່ອງທີ່ເຮົາຮັບປາກວ່າຈະຮັບຜິດຊອບແລ້ວ
ຄືກັບທີ່ເຂົາເວົ້າກັນວ່າ....“ຄົນທີ່ແມ່ນໃນວັນທີ່ຜິດ“

ຫາກເຫດການແບບນີ້ເກີດຂຶ້ນກັບເຈົ້າ....ເຈົ້າຈະເຮັດແນວໃດ?

ນາງຟ້າຊາຕານ

໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ເຄີຍຕົວະ


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຫນ້າຈະແມ່ນຫລາຍຄົນມັກເປັນ ແຕ່ວ່າກະຕ້ອງໄດ້ທຳໃຈຫັ້ນລະ
ເພາະວ່າຕັດສິນໃຈໄປແລ້ວເດປ່ຽນແປງຫຍັງບໍ່ໄດ້ ແຕ່ຖ້າວ່າມີໂອກາດປ່ຽນໄດ້ ຄືຈະເປັນໄປໄດ້ຍາກ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຖາມໂຕເອງ ຫລາຍ ໆ ເທ່ືອ ວ່າ ໂຕເອງ ຮັກໄຜ ແລະ ເມື່ອ ໃດ໋ມີ ຄຳຕອບ ແລ້ວ ,,,ກໍຕັດສີນໃຈເລີຍ ,,, ດິກວ່າ ຈະຍູ່ຍ່າງ ຄັບແຄ້ນໃຈຕະຫລອດໄປ ,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍນະ
ເພາະຖ້າຕັດສິນໃຈຫຍັງແລ້ວບໍ່ຄອ່ຍຈະມັກຜິດພາດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຜິດພາດໄປ ແລ້ວຍັງຈະຢູ່ໃນຄວາມຜິດພາດນັ້ນໄປທັງໆທີ່ບໍ່ກົງກັບໃຈມັນກະ
``ຈະກາຍເປັນຜູ່ຮັບກຳ-ຜູ່ໃຊ້ກຳ``ຈັ່ງຊັ້ນໄປ ກະ....


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເຫດການແບບນີ້ບໍ່ເຄີຍເກີດຂື້ນກັບ ຂພຈ
ແຕ່..ຄົນທີ່ແມ່ນຫັ້ນແມ່ນ ຄົນທີ່ແອບປື່ມວ່າ..? ຖ້າແມ່ນກະບໍ່ໜ້າຈະເປັນຫຍັງດອກ ເຂົາອາດຈະບໍ່ໄດ້ສົນໃຈເຮົາຫຼືແນມສ່ຳ..
ບໍ່ສັນກະຕີຊະນິດເລີຍ ອິອິ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ບິ໊ກບອສສ..
ລ່ະບອສເຮົານິແມ່ນຄົນທີ່ແມ່ນບໍ່..??
(ລາວມາໄລ່ເຕະລະເນາະ..ອິອິ)


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍນະ


໔ ກະທູ້
໑໑໓ ໂພສ
ນັກການກະທູ້
ຄົບກັນມາ5 ປີ ຮຽນຈົບເຂົາເອົາໄປເເຕ່ງເອົາຊື່ໆ 55555555+
ເເຕ່ບໍ່ເຄີຍເກີດຂື້ນນຳຕົວເອົາເອງ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
bang t kon bo man ga kao ma nai c vit hao nai wun t hao bo mi phai....un ni ga paek!!!

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ