ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຜູ້ຊາຍບໍ່ເຂົ້າໃຈຜູ້ຍິງ ຫລື ຜູ້ຍິງບໍ່ເຂົ້າໃຈຜູ້ຊາຍ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາເພື່ອນໆມີຄວາມຮັກ ມັກຈະໂທດແຟນໂຕເອງ ວ່າລາວບໍ່ເຂົ້າໃຈເຮົາແມ່ນບໍ່.. ມື້ນີ້ຄົນໃຈດີຢາກຮູ້ວ່າຜູ້ຊາຍບໍ່ເຂົ້າໃຈຜູ້ຍິງ ຫລືວ່າ ຜູ້ຍິງບໍ່ເຂົ້າໃຈຜູ້ຊາຍກັນແທ້.. ລອງຍົກໂຕຢ່າງເບິ່ງ.. ທຸກຢ່າງເຮົາເວົ້າກັນດ້ວຍເຫດຜົນເດີ່

<-----ຄົນໃຈດີແຟນຄລັບ

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ຜູ້ຊາຍບໍ່ເຂົ້າໃຈຜູ້ຍິງ ຫລື ຜູ້ຍິງບໍ່ເຂົ້າໃຈຜູ້ຊາຍ
ມັນຂື້ນນຳທັງສອງຝ່າຍຫັ້ນລະ ເມື່ອບໍ່ຢາກສືກສາກັນ ຫຼື ບໍ່ຍອມຮັບກັນແລ້ວ ຄວາມບໍ່ເຂົ້າໃຈມັນກໍ່ຈະເກີດຂື້ນທັນທີ
ຖ້າຢາກເຂົ້າໃຈກັນແລ້ວ ກໍ່ຕ້ອງຍອມຮັບໃນສີ່ງທີ່ເປັນຢູ່ ຂອງກັນແລະກັນ ມີຫັບງກໍ່ບອກກັນ ແກ້ໄຂຂໍ້ບົກພ່ອງນັ້ນ
ຈັກໜ້ອຍຈະເຂົ້າມາອີກ ເພາະຜູ້ກ່ຽວຍັງບໍ່ມີແຟນເທື່ອ



໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຄ່ອຍໆປັບໂຕເຂົ້າຫາກັນ ເອົາໃຈເຂົາມາໃສ່ໃຈເຮົາ ແລ້ວຈະເຂົ້າໃຈກັນ

"no one is perfect"

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ່ເຂົ້າໃຈກະເວົ້າໃຫ້ເຂົ້າໃຈກັນຕວາ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າຍແບ້ງເດ ຄວາມຮັກເຈົ້າເປັນຈັງໃດ ມີຫຼືບໍ່ ຖ້າມີກໍ່ເລົ່າປະສົບການໃຫ້ຟັງແດ່
ຈະເອົາໄປເປັນຮຽນໃນອານາຄົດຫັ້ນນາ



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຮັກກັບແຟນຂ້ອຍມາໄດ້ 4ປີແລ້ວ
ປີທີ 1 -2ຜິດກັນນັບຖ້ວນບໍ່ໄດ້ຍ້ອນຄວາມບໍ່ເຂົ້າໃຈກັນ ສາເຫດມາຍ້ອນຄວາມຫຶງຫວງ(ຮັກຫລາຍໂພດວ່າຊັ້ນສາ ) ອິອິ
ປີທີ 3-4 ຮັກບໍ່ມີຈືດ ແລະ ກະບໍ່ເຂັ້ມເກີນໄປ ແບບວ່າຮາບພຽງບໍ່ລຸບບໍ່ໂນນ...ແຕ່ລະມື້ເບິ່ງໜັງຫຍັງກະເບິ່ງນຳກັນ ຈື່ງມັກຄືກັນແລະຈື່ງເຂົ້າໃຈກັນຫລາຍຂື້ນ
ອ່ານແລ້ວຢ່າຂາຍເຂົ້າປຽກເດີ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໂອອອ.. ຄຈດ ກະຮູ້ຈັກຕັ້ງກະທູ້ແບບນີ້ເນາະ ຮ່ະໆໆ


໑ ກະທູ້
໑໐໒ ໂພສ
ນັກການກະທູ້
ປາໆໆໆໆ ຈັ່ງແມ່ນໂລແມນຕີກນໍ ນັ້ນລະໄດ້ແຟນງາມ ຈື່ງຫວງປານນັ້ນນະ ທຳມາດາລະນໍອ້າຍເອີຍ ໄດ້ແຟນງາມທຳໃຈໝອ້ຍໜື່ງເດີ
ດີໆໆໆ ຄວາມຮັກເຈົ້ານະ ຮາບພຽງດີ ເບີ່ງໜັງກໍ່ເບີ່ງນຳກັນອີກ ຄັນຊີໄປເບີ່ງຄົນດຽວຈັກໜ້ອຍກໍ່ບໍ່ຮາບພຽງນໍອ້າຍ
ບໍ່ສະຫງວນລິຂະສີດຕີ ນ້ອງຈະຂໍໄດ້ຮຽນແບບນະ ໃຊ້ໃນເວລາມີພຸ້ນລະ



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ແມ່ນວ່າງາມຫລືຂີ້ລາຍນ່າ ຂໍພຽງເຂົ້າໃຈກັນ ມີຫຍັງລົມສູ່ກັນຟັງ ຕ່າງຝ່າຍຕ່າງຮັບຟັງກັນກະບໍ່ມີປັນຫາຫຍັງ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຄົນເວລາເຮົາຄົບກັນທຳອິດກໍ່ບອກວ່າເຂົາດີຈັ່ງຊັ້ນ ເຂົາດີຈັ່ງຊີ້ ເພາະຍັງບໍ່ເຫັນອຸຈະລະພື້ນກັນ. ສະນັ້ນຕ້ອງເປີດໃຈກັນແຕ່ທຳອິດ (ຜິດກັນຕອນຕົ້ນ ແລ້ວດີກັນຕອນທ້າຍ). ຂ້ອຍເປັນຄົນຕົງໄປຕົງມາ ມັກຫຼືບໍ່ມັກຫຍັງຂ້ອຍບອກແຟນຂ້ອຍທັນທີ ແລ້ວຂ້ອຍກໍ່ສອນໃຫ້ແຟນເປັນຄົນຕົງໄປຕົງມາ ເພື່ອເວລາມີບັນຫາຈະໄດ້ລົມກັນຕົງປະເດັນບໍ່ຕ້ອງອ້ອມໃຫ້ຍາວ.....
ຂ້ອຍຮັກກັບຄົນຮັກມາໄດ້ຫຼາຍປີແລ້ວ ມີບັນຫາກັນແຕ່ປີທຳອິດ ເຫຼືອນັ້ນຫວານກັນມາຕະຫຼອດ.....


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນວ່າຜູ້ຊາຍບໍ່ດີ ກະຍົກໂຕຢ່າງມາເບີ່ງເດີ່.. ອິອິ

<-----ຄົນໃຈດີແຟນຄລັບ

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ອັນທີ່ວ່າຜູ້ຊາຍບໍ່ດີນິຕ້ອງຖາມແມ່ຍິງເລີຍ ເຂົາຄົງຈະຮູ້ດີກວ່າ.
ຕາມຄວາມຄິດແລ້ວແມ່ນຜູ້ຊາຍບໍ່ຮູ້ຈັກອ່ອນໄຫວຕໍ່ເລື່ອງໃກ້ໂຕ ເລີຍເບິ່ງຄືເສີຍຊາສຳແມ່ຍິງທີ່ sensitive.
ປລ. ຄຳເຫັນນີ້ຄັດຈາກປະສົບການ ທີ່ເປັນເຄີຍເປັນຄົນເສີຍຊາ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແມ່ນ.. ຄັນວ່າເຮົາບໍ່ດີ ກະລອງຍົກໂຕຢ່າງລອງມາເບິ່ງ

<-----ຄົນໃຈດີແຟນຄລັບ

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ກະນັ້ນແຫຼະຕົວຢ່າງ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຂຶ້ນກັບວ່າທັງສອງຝ່າຍເຂົ້າໃຈກັນໄດ້ດີຫຼືບໍ່
ຖ້າວ່າຝ່າຍໃດຝ່າຍໜຶ່ງບໍ່ເປີດໃຈໃຫ້ອີກຝ່າຍກໍບໍ່ສາມາດເຂົ້າກັນໄດ້


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ດຽວນີ້ບໍ່ເຂົ້າໃຈໂຕເອງ ເຫີ່ເຫີ່

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
@MightyM33
ບໍ່ເຂົ້າໃຈວ່າຈະເປັນເພດຫຍັງຫວາ? 5555


໑ ກະທູ້
໒໐໑ ໂພສ
ນັກການກະທູ້
[size=12pt]ເລື່ອງນີ້ມັນຂື້ນກັບແຕ່ລະຄູ່ ບໍ່ຮູ້ວ່າໃຜບໍ່ເຂົ້າໃຈໃຜ
ຖ້າເວລາມີບັນຫາຕ່າງຜ່າຍຕ່າງບໍ່ຍອມຮັບຟັງເຊີ່ງກັນແລະ
ກັນນ້້ນກໍ່ໝາຍເຖີ່ງໄປກັນບໍ່ລອດ ເລື່ອງແບບນີ້ບໍ່ເຈີກັບໂຕກໍ່ບໍ່ຮູ້[/size
]

归零

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
smartcat


ຮູບກະເຫັນໆກັນຢູ່ວ່າແມ່ນເພດຊາຍ ຮະຮາ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທັງສອງກຳສອງຝ່າຍຫັ້ນແຫະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໃນຮັກມີການເອົາປຽບກັນຄົງເປັນຮັກທີ່ບໍ່ທັນສົມບູນ.


໐ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ກໍ່ມີແທ້ແລະ ກໍ່ເອົາຄວາມຈີງມາເວົ້ານະ ຄຳເວົ້າ ໃນຫົວຂໍຂອງແຕ່ລະຄົນ ລ້ວນແຕ່ມີຄວາມໜາຍ ແລະ ເກີດກັບເຈົ້າຂອງ ແທ້

ສະບາຍດີໜົດທຸກຄົນ ເຂົ້າມາໃຫ້ຄວາມເຫັນນຳກັນນະ
ຄຸນຄ່າຄວາມຮັກຂອງຜູ້ຊາຍ ກັບ ຜູ້ຍິງໃຜຫຼາຍກ່ອນກັນ

໐ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ

ສະບາຍດີໜົດທຸກຄົນ ເຂົ້າມາໃຫ້ຄວາມເຫັນນຳກັນນະ
ຄຸນຄ່າຄວາມຮັກຂອງຜູ້ຊາຍ ກັບ ຜູ້ຍິງໃຜຫຼາຍກ່ອນກັນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍຜູ້ຍິງບໍ່ເຂົ້າໃຈກະເທີຍແລະທ໋ອມ ອິອິ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ມັນກໍ່ຂື້ນກັບແຕ່ລະຄູ່ ຖ້າເຂົ້າໃຈກັນແລ້ວ ມີເລື່ອງຫຍັງກໍ່ບໍ່ໜ້າຈະມີບັນຫາ
ແຕ່ຖ້າມີແຕ່ຝ່າຍດຽວເຂົ້າໃຈ ອີກຝ່າຍໜື່ງພັດບໍ່ເຂົ້າໃຈ ມັນເປັນລັກສະນະກິນປຽບກັນ ປະມານວ່າທີ່ເພີ່ນຫັ້ນເຮັດໄດ້ ບາດໝູ່ເຮັດລະຜິດ.. ອີ່ຫຍັງປະມານນັ້ນ... ອັນນີ້ແມ່ນເອົາປະສົບການຕົນເອງມາເວົ້າລວມໆ ອິອິ


໒ ກະທູ້
໑໐໑ ໂພສ
ນັກການກະທູ້
ຄົນສະຫລາດມັກຈະບໍ່ເຂົ້າໃຈຕົນເອງ ສ່ວນຄົນທີ່ບໍ່ສະຫລາດ ແລ້ວມັກຄິດຫລາຍ ມັກຈະບໍ່ເຂົ້າໃຈຄົນອື່ນ .


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ສໍາລັບຂ້ອຍ ແມ່ນບໍ່ເຂົ້າໃຈໂຕເອງ...ທຸກຄັ້ງ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່ອຍໆປັບໂຕເຂົ້າຫາກັນ ເອົາໃຈເຂົາມາໃສ່ໃຈເຮົາ ແລ້ວຈະເຂົ້າໃຈກັນ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
^
^
^
copy ໝົດທຸກໂຕເລີຍເນາະ

"no one is perfect"

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ໂຟ-ມົດ ບອກວ່າຢ່າເອົາໃຈເຂົາມາໃສ່ໃຈເຮົາ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>