ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ນາງ ສາວອາພອນລາວ ປ່ຽນເປັນ ນາງ ສາວລາວແມ່ນແທ້ບໍ່ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນວ່າປີຊິມານີ້ຄະນະກຳມະການຄັດເລືອກນາງສາວງາມທີ່ເອີ້ນວ່າ ນາງສາວອາພອນລາວ ກະຊວງຖະແຫຼງຂ່າວແລະວັດທະນາທຳ ຈະໄດ້ປ່ຽນມາເປັນ ນາງສາວລາວແມ່ນບໍ່ ? ໃຜຮູ້ຂໍ້ມູນນີ້ມາບອກແນ່

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າວເຂົາຊິປ່ຽນຫວ໋າ ?

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ປ່ຽນແລ້ວເດະ ເຂົາຮັບສະໝັກກັນຮຽບຮ້ອຍ ປີນີ້ລາວສະຕາຣເປັນຜູ່ຈັດ ເບິ່ງຂໍ້ມູນໃນຊ່ອງລາວສະຕາຣ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ປ່ຽນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສບໍ່ແມ່ນເພີນສິມີແຜນສົ່ງນາງສາວລາວ ເຂົ້າປະກວດນາງງາມໂລກນຳບໍ່ຫັນ ຈຶ່ງປ່ຽນຊື່ໃໝ່


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
yark hen khon dai T 1 de....


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ນາງສາວລາວ ຈະເປັນຕົວແທນຮອບດ້ານໃຫ້ແມ່ຍິງລາວທົ່ວປະເທດ



ໂຄງການນາງສາວລາວ ແມ່ນໂຄງການທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວ ເຊິ່ງເລີ່ມແຕ່ປີ
2006-2008 ໂດຍສູນກາງສະຫະພັນແມ່ຍິງລາວ ແລະ ບໍລິສັດ ເຄແອນຊີ ຈຳກັດ ຈັດຕັ້ງຂຶ້ນ ແລະ ໄດ້ຮັບການຕອບຮັບເປັນ
ຢ່າງດີຈາກມວນຊົນ ສາມາດໂຄສະນາເຜີຍແຜ່ສົ່ງເສີມການອະນຸລັກຮັກສາວັດທະນະທຳການນຸ່ງຖືຂອງແມ່ຍິງລາວທົ່ວ
ປະເທດ ແຕ່ມັນກໍພຽງເປັນຕົວແທນດ້ານການນຸ່ງຖືເທົ່ານັ້ນ ບໍ່ສາມາດເປັນຕົວແທນຢ່າງຮອບດ້ານແກ່ຍິງສາວລາວທົ່ວປະ
ເທດໄດ້ ສະນັ້ນ ຄະນະກຳມະການຈັດງານຈຶ່ງຄົ້ນຄ້ວາ ແລະ ປ່ຽນຊື່ຈາກ "ນາງສາວອາພອນລາວ" ມາເປັນ "ນາງສາວ
ລາວ" ເພື່ອຕອບສະໜອງກັບສະພາບການໃນໄລຍະໃໝ່ ແຕ່ຮູບແບບການນຸ່ງຖື ການຈັດງານ ອີງໃສ່ຮູບການເກົ່າ ແຕ່ປີ
2009 ເປັນຕົ້ນໄປ ໂດຍໄດ້ຮັບການຊີ້ນຳຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມອບໃຫ້ກະຊວງຖະແຫຼງຂ່າວ
ແລະ ວັດທະນະທຳ ເປັນເຈົ້າການ.


ຂັດເລືອກນາງສາວລາວ ປີ 2009 ຖືວ່າເປັນປີທຳອິດ ເຊິ່ງຜູ້ຈະເຂົ້າຮ່ວມຕ້ອງແມ່ນສັນຊາດລາວ ເພດຍິງໂດຍ
ກຳເນີດ ສູງ 1,65 ແມັດຂຶ້ນໄປ ອາຍຸລະຫວ່າງ 18-26 ປີ ມີບຸກຄະລິກດີ ສະຫຼາດ ມີຄວາມຮູ້ຄວາມສາມາດ ມີມະນຸດສຳພັນ
ດີ ເປັນໂສດ (ບໍ່ເຄີຍຜ່ານການສົມລົດ ຫຼື ໝັ້ນມາກ່ອນ) ມີປະຫວັດດີ ປະກອບອາຊີບຖືກກົດໝາຍ ຈົບມັດທະຍົມຕອນປາຍ
ຂຶ້ນໄປ ຮູ້ພາສາຕ່າງປະເທດໃດໜຶ່ງ ມີສຸຂະພາບແຂງແຮງ ມີໃບກວດສຸຂະພາບຈາກໂຮງໝໍລັດຕິດຄັດມາພ້ອມ ບໍ່ເຄີຍຜ່ານ
ການໃສຍະກຳຄວາມງາມມາກ່ອນ ຖ້ານາງສາວໃດເຄີຍຮັບຕຳແໜ່ງ ຫຼື ເປັນນາງສາວໂຄສະນາສິນຄ້າໃດໜຶ່ງມາກ່ອນ ຈະ
ຕ້ອງບໍ່ຂັດກັບເງື່ອນໄຂ ແລະ ເປົ້າໝາຍຂອງຜູ້ທີ່ໃຫ້ການສະໜັບສະໜູນ ຜູ້ທີ່ຖືກຄັດເລືອກເປັນນາງສາວລາວ ປະຈຳປີ
2009 ຈະຕ້ອງໄດ້ເຄື່ອນໄຫວກິດຈະກຳຕ່າງໆເປັນເວລາ 1 ປີ ຢູ່ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ສົນໃຈສຳລັບແຂວງ
ພາກເໜືອສາມາດສະໝັກໄດ້ທີ່ໂຮງແຮມວິນລ້າສັນຕິ ແຂວງຫຼວງພະບາງ ແຕ່ວັນທີ 14-16 ກັນຍາ 2009 ພາກກາງຢູ່ທີ່ບໍ
ລິສັດ ເຄແອນຊີ ຈຳກັດ ນະຄອນຫຼວງວຽງຈັນ ແຕ່ວັນທີ 14-18 ກັນຍາ 2009 ແລະ ພາກໃຕ້ຢູ່ທີ່ໂຮງແຮມດາວສະຫວັນ
ແຂວງສະຫວັນນະເຂດ ແຕ່ວັນທີ 14-16 ກັນຍາ 2009 ແລະ ໂຮງແຮມຈຳປາສັກ ພາເລດ ແຂວງຈຳປາສັກ ແຕ່ວັນທີ 17-
19 ກັນຍາ 2009 ສຳລັບແຂວງອື່ນໆສາມາດເຂົ້າຮັບໃບສະໝັກດ້ວຍຕົນເອງທີ່ຫ້ອງວ່າການແຂວງ ສະຖາບັນການສຶກສາ
ແລະ ສະຖານທີ່ໆມີເຄື່ອງໝາຍກອງຂັດເລືອກທົ່ວໄປ ແຕ່ວັນທີ 14-18 ກັນຍາ 2009 ແລ້ວສົ່ງໃບສະໝັກມາທີ່ບໍລິສັດ ເຄ
ແອນຊີ ບໍ່ໃຫ້ກາຍວັນທີ 18 ກັນຍາ 2009 ຫຼັງຈາກນັ້ນຄະນະກຳມະການຈະຄັດເລືອກຈາກປະຫວັດຕົວຈິງ ຈາກການສຳ
ພາດ ສົມທົບກັບນາງສາວທີ່ເປັນຕົວແທນແຕ່ລະແຂວງ ທີ່ສົ່ງເຂົ້າປະກວດ ແລ້ວຄັດເລືອກໃຫ້ເຫຼືອ 24 ນາງສາວ ເພື່ອເຂົ້າ
ຮ່ວມໃນຮອບຊີງຊະນະເລີດທີ່ຈະຈັດຂຶ້ນວັນທີ 21 ພະຈິກ 2009 ຢູ່ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເຊິ່ງ
ທັງ 24 ນາງສາວຈະໄດ້ຮັບການເຝິກອົບຮົມທັກສະຕ່າງໆ 10 ວັນ ຢູ່ແຂວງຈຳປາສັກ ແລະ ອີກ 10 ວັນຢູ່ນະຄອນຫຼວງວຽງ
ຈັນ ສຳລັບຜູ້ທີ່ໄດ້ຊະນະເລີດ ນາງສາວລາວ ປະຈຳປີ 2009 ຈະໄດ້ຮັບເງິນສົດ 50 ລ້ານກີບ ລົດເກງຍີ່ຫໍ້ BYD ມູນຄ່າ 85
ລ້ານກີບ ຊຸດຄຳໜັກ 3 ບາດ ພ້ອມມົງກຸດ ສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 1 ໄດ້ຮັບລາງວັນລວມ 20
ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 2 ໄດ້ຮັບລາງວັນລວມ 15 ລ້ານກີບ ພ້ອມສາຍສະພາຍ
ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 3 ມີ 2 ລາງວັນ ໄດ້ຮັບລາງວັນ ລວມລາງວັນລະ 10 ລ້ານກີບ ພ້ອມສາຍສະພາຍ
ແລະ ດອກໄມ້ກຽດຕິຍົດ ນອກນີ້ຍັງມີລາງວັນຂວັນໃຈມວນຊົນ ລາງວັນຂວັນໃຈຊ່າງພາບ ລາງວັນຂວັນໃຈມິດຕະພາບ ລາງ
ວັນລະ 5 ລ້ານກີບ ສຳລັບຜູ້ທີ່ຕົກຮອບ ກໍຈະໄດ້ຮັບເງິນສົດ 3 ລ້ານກີບ ສຳລັບໂຮງຮຽນ (ສະຖາບັນການສຶກສາ) ຫຼື ແຂວງ
ທີ່ສົ່ງນາງສາວເຂົ້າແຂ່ງຂັນ ຖ້າໄດ້ຮັບຕຳແໜ່ງຊະນະເລີດ ສະຖາບັນການສຶກສາ ແລະ ແຂວງທີ່ກ່ຽວຂ້ອງ ຈະໄດ້ຮັບເງິນ
ສົດ 5 ລ້ານກີບ ນາງສາວທີ່ໄດ້ຮັບລາງວັນຮອງຊະນະເລີດອັນດັບ 1-2-3 ຈະໄດ້ຮັບເງິນສົດ 3 ລ້ານກີບອີກດ້ວຍ ບັນດາ
ທ່ານທີ່ສົນໃຈ ສາມາດຕິດຕໍ່ໄດ້ທີເບີ: 021 243536-7 ຫຼື 020 7718866 ໃນໂມງລັດຖະການ.


ງານຖະແຫຼງຂ່າວງານປະກວດນາງສາວລາວ ປະຈຳປີ 2009 ໄດ້ມີຂຶ້ນວັນທີ 7 ກັນຍາ 2009 ຢູ່ທີ່ໂຮງແຮມ
ດອນຈັນພາເລດ ໂດຍມີທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປະ
ທານຄະນະຊີ້ນຳໂຄງການຄັດເລືອກນາງສາວລາວ ມີບັນດາຄະນະຊີ້ນຳໂຄງການ ແລະ ສື່ມວຊົນເຂົ້າຮ່ວມຢ່າງພ້ອມພຽງ.

ຈາກ ໜັງສືພິມວຽງຈັນໃໝ່ http://www.vientianemai.net/news.php?TopicID=1&NewsID=2024


໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ບໍ່ຢາກໃຫ້ເປັນຕົວແທນໄດ້ບໍ່!!!???


໑໐ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ລັດຖະບານລາວຄົງສິລຳບາກໃຈຈະຫາຕົວແທນນາງງາມລາວຢາກ ນາງງາມຕ້ອງບໍ່ງານພຽງຢ່າງດຽວຕ້ອງມາລະຍາດດີມີຄວາມຮູ້ສູງມີພິກໄຫວໂດຍສະເພາະຕ້ອງເກັ່ງພາສາອັງກິດ
ເພາະເປັນພາລະໜື່ງທີ່ເປັນໜ້າເປັນຕາຂອງຄົນລາວທັງປະເທດ

ອ້ອມກອດທີ່ອົບອຸ່ນ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
เฮาสมัครได้มั้ยฮ้า


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫມັກໄດ້ແຕ່ສາວລາວໃນປະເທດບໍ?
ພວກເກິດໄດ້ໃຫຍ່ມາຢູ່ຕ່າງແດນກະໄດ້ບໍ?


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຖ້າວ່າເປັນສັນຊາດລາວ


໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ສະຫມັກໄດ້ແຕ່ບໍ່ໄດ້ຮັບຕຳແໜ່ງ


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
shi tha berng ^^ Cheer!

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຫັ້ນປ່ຽນແລ້ວ
ເບິ່ງຢູ່ຊອ່ງລາວ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຊ້າ ກັນ ນ້ອຍ Blue9 ບໍ ໄປສະຫມັກ ຫວາ ,,,,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອຍ Blue9 ຈະສະໝັກຕ້ອງພ່ານ ຈວນກ່ອນເດີ ຈະໄປ ຮະຮະຮະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງຕ້ອງຜ່ານລະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຈະໄປລະຢ້ານໄດ້ ອິອິ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງພ່ານລະນໍ ເຮົາກ່າເປັນກຳມະການອີກຄົນໜຶ່ງນ່າ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວແນວນີ້ຜ່ານພໍຈະໄປໄດ້ບໍ່

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ໄດ້................ຖ້າໄປປະກວດຄົນດຽວ ຖ້າສອງຄົນຄືຊິໄດ້ທີ2.........ຟັນທົງ

-->-->-->

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
mee tea kon ngam2 e lee de t kao ma sa mak pen nang ngam lao na
pen ta sa on kao jao lai2 der

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອງຕ້ອງໄດ້ມາໃຫ້ອ້າຍເຫັນກ່ອນນ້ອຍຈື່ງພ່ານ ເຫັນແຕ່ຮູບນີ້ບໍ່ກ້າຕັດສິນໃຈ ແຮະແຮ ໆ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ບໍ່ຮູ້ຄະນະກັມມະການເພີ່ນຈະຮູ້ບໍ່ວ່າ,ເວລາສົ່ງເຂົ້າປະກວດນາງງາມໂລກຕ້ອງໄດ້ໃສ່
2ພີດສ ກີ້ນແທ້ກີ້ນວ່າ. ຢາກໃຫ້ກຳມະການໄປຊອກອ່ານຈຸດປະສົງຂອງການປະກວດ
ນາງງາມໂລກກ່ອນວ່າເລີ່ມຕົ້ນຈັດຂື້ນເພື່ອຫຍັງ.ຮູ້ແລ້ວຈະໜາວ


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄວ້ໃຈນ້ອງອີກ
ກະຄວາມຈິ່ງຄົງບໍ່ຜ່ານດ໋ອກ
ໄປລະຢ້ານໄດ້ຕົກຮອບກ່ອນໝູ່ນະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງວາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>