ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຕອນນີ້ເບິ່ງ www.youtube.com ຂໍວິທີເທບໆ ເເດ່ໄດ້ບໍ່ ?

໔ ກະທູ້
໑໑໓ ໂພສ
ນັກການກະທູ້
ບໍ່ໄດ້ເບິ່ງມາດົນເເລ້ວ ຮຽນທີ່ປະເທດຈີນ ທາງຈີນກະເຈົ້າ ບລອກບໍ່ຮູ້ວ່າເປັນຍ້ອນບັນຫາອັນໃດ
ຖ້າມີໃຜພໍມີຄວາມຮູ້ເລື່ອງນີ້ ຂໍຄໍາເເນະນຳເເດ່ເດີ້ ບໍ່ໄດ້ເບິ່ງດົນລະ
ເຊັງ ໆ ໆ ໆໆ ໆ
ຂໍຂອບໃຈ ຫລາຍໆ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ມາເບິ່ງຢູ່ລາວແມ໊ະ ຫາກເນັດຢາກຊ້າໜ້ອຍໜຶ່ງ

Sin tu amor en mi vida, mi vida no se
como podre yo vivir

໕ ກະທູ້
໙໙ ໂພສ
ນັກການກະທູ້
ວິທີເຂົ້າ 1
ອີກວິທີ

ຖ້າຍັງບໍ່ໄດ້ລະໄປຕໍ່ google.com

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໔ ກະທູ້
໑໑໓ ໂພສ
ນັກການກະທູ້
ຂໍຂອບໃຈ ຫລາຍໆ ດຽວຂໍໄປລອງກ່ອນ
ເເຕ່ຈັ່ງໃດກະຂອບໃຈ ຫລາຍໆ ເຖິງຫລາຍທີ່ສຸດ
ສ່ວນ google ກະເຂົ້າໄປເບິ່ງຫລາຍຮອບເເລ້ວ ຖາມຄຳເຫັນທາງເວັບຈີນເອງ ກະພໍມີຄຳຕອບຫລາຍຢູ່ເເຕ່ພາສາບໍ່ເເຂງບໍ່ຮູ້ວ່າກະເຈົ້າເຮັດເເນວໃດກັນ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໝູ່ຫລາຍຄົນກະຈົ່ມວ່າເຂົ້າບໍ່ໄດ້ຢູ່ຈີນະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກຊິບລ໊ອກໄວ້ເຮັດຫຍັງເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໑໑໓ ໂພສ
ນັກການກະທູ້
ໃຊ້ tor ບໍ່ໄດ້ ອີກວິທີຫນຶ່ງອ່ານອັງກິດບໍ່ອອກ
ເຫັນວ່າຢູ່ youtube ມີຄົນໂພສໄວ້ ວອນຜູ້ໃຈດີອັບໃຫ້ເເດ່
ຂໍຂອບໃຈອີກຄັ້ງ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮ່ງແລ້ວລະອັນນີ້ພັດແຫ່ງປຶກນະ ບໍ່ຮູ້ຫຍັງຈັກຢ່າງ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ລອງປ່ຽນ IP ຫຼື ໃຊ້ Proxy ເບີ່ງແຫຼະ ອິອິ ...


໑໙ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ໃຊ້ໂປຣແກຣມທີ່ຊື່ 自由门 ໂຫຼດທີ່ http://laoupload.com/T1PCXF3Q7PMC/UnblockYoutube.rar.html
ພ້ອມວິທີການນຳໃຊ້(fghelp_chs.htm) ໂປຣແກຣມຂະໜາດ 982.6 Kb

ແຕ່ຮູ້ສຶກວ່າມັນຈະຊ້າ, ປົກກະຕິແລ້ວຈະໃຊ້ YouKu.com ຫຼາຍກວ່າ,
ຫຼືບໍ່ກໍ່ໃຊ້ໂປຣແກຣມ 乐鱼影音盒 ເພື່ອເບິ່ງໜັງ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sian ຂຽນວ່າ...
ໃຊ້ໂປຣແກຣມທີ່ຊື່ 自由门 ໂຫຼດທີ່ http://laoupload.com/T1PCXF3Q7PMC/UnblockYoutube.rar.html
ພ້ອມວິທີການນຳໃຊ້(fghelp_chs.htm) ໂປຣແກຣມຂະໜາດ 982.6 Kb

ແຕ່ຮູ້ສຶກວ່າມັນຈະຊ້າ, ປົກກະຕິແລ້ວຈະໃຊ້ YouKu.com ຫຼາຍກວ່າ,
ຫຼືບໍ່ກໍ່ໃຊ້ໂປຣແກຣມ 乐鱼影音盒 ເພື່ອເບິ່ງໜັງ




ໄດ້ຍິນຂະເຈົ້າວ່າເບິ່ງບໍ່ໄດ້ຄືກັນແຕ່ກະຊິລອງເບິ່ງ

ຄົນຄິດຮອດບ້ານ

໔ ກະທູ້
໑໑໓ ໂພສ
ນັກການກະທູ້
ຂອບໃຈ ທຸກກະທູ້ເເຕ່ກະບໍ່ໄດ້ ......www.youku.com www.tudou.com ........... ກະພໍເບິ່ງໄດ້ຢູ່ເເຕ່ພາບມັນບໍ່ເເຈ້ງ
ສັງເກດບໍ່ youtube ມັນລະທົ່ວໂລກ ເຮົາລະວ່າເວັບຈີນມັນເຮັດມາໃຫ້ເເຕ່ຄົນຈີນໃຊ້ຫລາຍກ່ວາ
ບໍ່ຄ່ອຍເຮັດອອກມາເພື່ອປະເທດອື່ນປານໃດ
ຕອນນີ້ກະຍັງເບິ່ງບໍ່ຄືເກົ່າ ອັນທີ່ເຄີຍເຮັດໃຫ້ເຂົ້າ youtube ໄດ້ ຈີນມັນໄປຫາ ບລອກຫມົດເເລ້ວ ຫມົດຫົນທາງ ເຫີ ເຫີ ..........................
ຂອບໃຈ ຖ້າວ່າໃຜມີຄວາມຮູ້ເລື່ອງນີ້ກະຂໍຄໍາເເນະນຳອີກເເດ່ ຂໍຂອບໃຈ


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ແຕ່ກີ້ມັນມີເວັປເຊື່ອມຕໍ່ໄປນະຕອນໄທຍບລອກຂ້ອຍກະລືມລ່ະຈື່ໄດ້ລະຊິມາບອກເດີ້

ຂ້ອຍ ແຮງ ບໍ່ແຄສື່


໔ ກະທູ້
໑໑໓ ໂພສ
ນັກການກະທູ້
ຂອບໃຈ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງ ເຂົ້າ ຜ່ານທາງ ເວັບ ຂອງ ໄທຍ ລອງ ເບີ່ງ ກະປຸກ ທີນີ່ ສະນຸກ ດັອຄອມ ພວກນີ້ ເດີ້

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໙ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ລອງ ເຂົ້າ ຜ່ານທາງ ເວັບ ຂອງ ໄທຍ ລອງ ເບີ່ງ ກະປຸກ ທີນີ່ ສະນຸກ ດັອຄອມ ພວກນີ້ ເດີ້



ເອີ... ແລ້ວມັນກ່ຽວຫຍັງກັບ ກະປຸກ ກັບ ສະໜຸກຫວະ?

Youtube ຖື Block ເຈົ້າຄິດວ່າຊິເບິ່ງວີດີໂອທີ່ ກະປຸກ ດຶງມາແຕ່ ຢູທຸບ ຫັ້ນໄດ້ຊ້ຳເບາະ?


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໃຊ້ເວບໂພຣຊີ່ ໂຕນີ້ເຂົ້າ http://remainhidden.com ຄວາມໄວ ຊ້າກວ່າປົກະຕິ ພຽງເລັກນ້ອຍ ເວລາຄລິກຫນ້າອາດມີ Pop up ໂຄສະນາຂຶ້ນມາ ບໍ່ໄດ້ຕ້ອງໄປກົດ ກົດປິດໂລດ ຢ່າໄປສົນ.

ເວບນີ້ໃຊ້ກັບເວບອື່ນໄດ້ (Hi5, Facebook, Twitter, Blogspot ... )

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ