ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເຄີຍສົງໄສບໍ່ ເປັນຫຍັງ ໑ ປີຕ້ອງມີ ໓໖໕ ຫຼື ໓໖໖ ມື້ ~*

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ຄຳຖາມນີ້ເກີດຈາກຄວາມສົງໄສຈາກໃຈຈິງ ເຄີຍລອງຊອກອ່ານແຕ່ກໍ່ຍັງບໍ່ທັນເຂົ້າໃຈໄດ້ຖ່ອງແທ້ເທື່ອ ທີ່ພໍເຂົ້າໃຈລະແມ່ນ...

໑ ປີ ໂລກໂຄຈອນໃຊ້ເວລາ ໓໖໕.໒໔໒໑໙໙ ມື້ ບໍ່ແມ່ນ ໓໖໕ ມື້

ແຕ່ຖ້າເອົາ ໐.໒໔໒໑໙໙ ມື້ມັນຊິເຮັດໃຫ້ນັບຍາກ ກໍ່ເລີຍເອົາໄປສົມກັນໃນກໍລະນີທີ່ເປັນຈຳນວນເຕັມ ກໍ່ຄືໃນປີທີ່ ໔ ອັນນີ້ເປັນເຫດວ່າເປັນຫຍັງຈຶ່ງມີບາງປີມີ ໓໖໖ ມື້

ແຕ່ອັນທີ່ບໍ່ເຂົ້າໃຈລະແມ່ນ ຖ້າຫາກບໍ່ເອົາໄປສົມໃສ່ໃນອີກ ໔ ປີແລ້ວມັນຊິເປັນແນວໃດ ຊິເກີດຫຍັງຂຶ້ນ ຢາກຮູ້ຜົນທີ່ຕາມມາ...

ທ່ານຜູ້ໃດສາມາດໄຂຂໍ້ຂ້ອງໃຈນີ້ໄດ້ ລົບກວນແດ່ເດີ້ ຖ້າຫາກວ່າອະທິບາຍແບບລະອຽດໄດ້ ຈະເປັນພະຄຸນຍິ່ງ

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ມື້ມັນກໍ່ຊິເລື່ອນໄປເລື້ອຍ ໆ ຫັ້ນເດ້ 4 ປີ ເລື່ອນ 1 ມື້ ແລະຖ້າ 400 ປີ ກໍ່ເລື່ອນໄປ 100 ມື້ ປະມານ 3 ເດືອນປາຍ ລະດູຕ່າງ ໆ ກໍ່ຊິເຄື່ອນໄປຫລາຍເຕີບ

ຄົນເຮົາສົງໄສກັນໄດ້ ແຕ່ສົງໄສແລ້ວຖາມໂລດຢ່າງເກັບໄວ້ເດີ້

໑໐໗ ກະທູ້
໔໙໖ ໂພສ
ຊຳນານການເວັບບອດ

ຂໍເພີ່ມເຕີມໃຫ້ຄຳຕອບຂອງທ່ານ gamer ເດີ້

ໃນ 4 ປີ ມີ 4x365.242199=1460.968796 ມື້ ບາດນີ້ຖ້າຫາກວ່າບໍ່ເອົາໄປທົດແທນ ກໍ່ຈະມີແຕ່ 4x365=1460 ມື້ ສະແດງວ່າເວລາຜ່ານໄປປະມານ 1461 ມື້ ແຕ່ໃນປະຕິທິນຜ່ານໄປແຕ່ 1460 ມື້ ກໍ່ເທົ່າກັບວ່າປະຕິທິນຊ້າໄປ 1 ມື້ ຄືວັນທີ່ 1 ມັງກອນຂອງປີທີ່ 5 ຄວນຈະເປັນວັນທີ່ 2 ມັງກອນ ບາດຮອດ 4 ປີຖັດໄປອີກວັນທີ່ 1 ມັງກອນປີທີ່ 9 ອັນທີ່ຈິງແລ້ວກໍ່ຄືວັນທີ່ 3 ມັງກອນ ຖ້າເປັນແບບນີ້ໄປເລື້ອຍ ໆ ກໍ່ຈະເປັນແບບທີ່ທ່ານ gamer ບອກຄືເກີດຄວາມສັບສົນ ເພາະມະນຸດຈະກຳຫນົດກິດຈະກຳໃນຮອບປີຈາກປະຕິທິນ ເຊັ່ນຖ້າມື້ປີໃຫມ່ລາວກໍ່ຄວນຈະຢູ່ຍາມຮ້ອນ ແຕ່ຖ້າໄປຢູ່ຍາມຫນາວລະກໍ່ເປັນເລື່ອງໃຫມ່

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຈັ່ງຊີ້ນີ້ເອງ ຫາກໍ່ຮູ້
ຂອບໃຈເດີ້ ທີ່ບອກກ່າວກັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ