ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ງານປະກວດນາງສາວອາພອນຜ່ານໄປແລ້ວ ເປັນແນວໃດກັນແດ່?

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ສະຫຼຸບວ່າ A10 ໄດ້ອັນດັບ ໑
ສ່ວນ A8 ທີ່ອົດສາເຊຍ ກາຍເປັນຮອງອັນດັບ ໓ ໄປແທນ

ເປັນໄປຕາມຄາດໝາຍບໍ່?


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີພາບບັນຍາກາດການປະກວດຫວາ ເອົາມາລົງໃຫ້ເບິ່ງແດ່

you will when you believe

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ໃນງານ ເຮົາເບິ່ງແຕ່ ອາລູນາ ກັບແຊມ ຮ້ອງເພງ :)

ງານປີນີ້ຈັດໄດ້ດີຫຼາຍ ເຮົາຊົມເຊີຍ.....
ສຸດຍອດ ບັນຍາກາດ ເວທີ ແສງສີສຽງ ເລີ່ມດີຂຶ້ນເລື້ອຍໆລະເດ໋!!!!!! (ເຮົາເບິ່ງທາງຊ່ອງລາວສະຕາ)>>>>


iroza>>>

ທີ່ເພີ່ນທີ່ໂຕ

໖ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ມີແຕ່ຄົນງາມໆໆໆໆ......ແຕ່ບໍ່ໄດ້ເບີ່ງ ຮ່າຮ່າຮ່າ

ເອົາຮູບມາລົງໃຫ້ເບີ່ງແນ່....ກັບບ້ານຄ່ຳບໍ່ໄດ້ເບີ່ງຊ້ຳ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອງໃສກໍ່ໄດ້ ເຂົ້າຮ່ວມງານ

ໄປເຊຍ A8 ໂດຍສະເພາະ ແຕ່ກໍ່ໄດ້ຮັບພຽງຮອງອັນດັບ3 ພ້ອມດ້ວຍ ລາງວັນ ນາງສາວ ຂວັນໃຈຊ່າງພາບ

ປີນີ້ ບໍ່ຖືກໃຈເລືຍ ຜູ້ທີ່ໄດ້ ອັນດັບ1(ທຸກປີກໍ່ບໍ່ຖືກໃຈ) ເພິ່ນກິນນຳການຕອບຄຳຖາມ

ສຳລັບພາບບັນຍາກາດໃນງານ ດຽວທອງໃສຈະເອົາມາລົງພາຍຫຼັງ

ພາບອາດບໍ່ເຫັນໜ້າຄັກ ເພາະທອງໃສບໍ່ແມ່ນ ວີໄອພີ ກະເລືຍວ່າໄດ້ໄປນັ່ງຢູ່ຊັ້ນເທິງ

ພາບຈະເປັນຈາກທາງມູມສູງ ແລະ ໄກຫຼາຍ

ປລ ເພິ່ນຫ້າມຖ່າຍພາບໃນງານ ແຕ່ເຮົາກໍ່ລັກຖ່າຍເອົາ ເຫັນຫຼາຍຄົນກໍ່ຈັບກ້ອງມາຖ່າຍເດ່

ທ້າວທອງໃສ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດງານ ການສະແດງຈາກ,,,,ໃສບຸ ບໍ່ຈື່


ຜູ້ເຂົ້າປະກວດ ປະກົດກາຍ ໃນຊຸດ ຊົນເຜົ່າ


ຟ້ອນປະກອບເພງ ເຜົ່າລາວເອືຍ ຂອງຜູ້ເຂົ້າປະກວດ


ການຮ້ອງເພງຂອງ ສິນລະປິນຮັບເຊີນ ແຊມ ແລະ ອະລຸນ້າ ທີ່ຂົນເພງມາຮ້ອງເກືອບໝົດ ອະລະບ້ຳ


A8 ຂວັນໃຈທອງໃສ ພ້ອມທັງຫຼາຍຯ ໜຸ່ນໃນພັນລາວ


A8 ໄດ້ຮັບລາງວັນຂວັນໃຈຊ່າງພາບ


ຜູ້ເຂົ້າປະກວດໃນຊຸດລາວປະຍຸກ

ທ້າວທອງໃສ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫລາຍກາຈັ່ງຊີ້ແຫລະທອງໃສ ຖ້າວ່າກິນນຳການຕອບຄຳຖາມຄືບໍ່ຈັດການປະກວດນາງສາວອັດສະລິຍະເລີຍ

you will when you believe

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມາເບິ່ງ A8


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣອດບໍ່ໄດ້ເບີ່ງຊ້ຳ ຈັກວ່າເຣັດຫັຍງຢູ່ຫຸ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ງານອາລັງການຂະຫນາດ

ເສີຍດາຍບໍ່ໄດ້ໄປເບີ່ງ.......ວູ້ ເຊັງເລີຍ


໓ ກະທູ້
໑໙໑ ໂພສ
ນັກການກະທູ້
ເຊຍ A8 ຄືກັນ.........ແຕ່ພໍດີໝູ່ຊວນໄປກິນຫຍັງໜ້ອຍນຶ່ງເລີຍບໍ່ໄດ້ເບິ່ງ ເຫີ່ໆໆ

ມາຮູ້ວ່າ A8 ບໍ່ໄດ້................ເບື່ອເລີຍ -_-

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຊຍເບີ 8 ຂາດໃຈ...ເສຍດາຍບໍ່ໄດ້ຊໍ້າ ລາວງາມອີ່ຫລີໃດ໋...^^


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ Kii ຂຽນວ່າ...
ເຊຍເບີ 8 ຂາດໃຈ...ເສຍດາຍບໍ່ໄດ້ຊໍ້າ ລາວງາມອີ່ຫລີໃດ໋...^^



ຖ້າກີ່ໄປປະກວດ ອ້າຍຊິເຊຍກີ່ເດີ້ ກັ້ກ ໆ


໘ ກະທູ້
໒໐໒ ໂພສ
ນັກການກະທູ້
bor dai ເບິ່ງ bor hu ເລື່ອງເລີຍ


໖ ກະທູ້
໑໐໑ ໂພສ
ນັກການກະທູ້
ມັກ A8 ອົດສານັ່ງເຊຍຢູ່ບ້ານ ເອົາແທ້ເອົາວ່າ ລາວບໍ່ໄດ້ຊຳ້ ເສຍດາຍເນາະ

Catnoi ຜູ້ຫນ້າຮັກສະເຫມີ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄົນໃນພັນລາວ ແມ່ນເຊຍ A8 ເນາະ ຜິດຫວັງໄປຕາມຯ ກັນ

ແມ່ນໃຜມີຮູບງານໃນຄຳຄືນນັ້ນກໍ່ເອົາມາ share ກັນໄດ້ ເອົາມາໃຫ້ເບິ່ງເພື່ອຜູ້ພາດໂອກາດເບິ່ງຖ່າຍທົດສົດ ຫຼືບາງຄົນຢູ່ຕ່າງປະເທດບໍ່ສາມາດເບິ່ງໄດ້


ມາເບິ່ງຮູບສາວງາມແບບເຕັມຯ ອີກຄັ້ງໜຶ່ງ ຮູບຈາກ ໄດອາລີ ຂອງ au8ust

<img src="http://photos1.hi5.com/0069/072/320/.7klmC072320-02.jpg" >
<img src="http://photos3.hi5.com/0066/082/762/4tCZTt082762-02.jpg" >

ທ້າວທອງໃສ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
sao Aphone me tea khon ngarm


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ງາມໝົດທຸກຄົນ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊຍ A8 ຄືກັນ

ແຕ່ພັດວ່າຫມູ່ໂຕເອງໄດ້

555+

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນາງງາມລາວ ຈະມີໂອກາດກ້າວໄປເຖິງນາງງາມໂລກບໍ່ນໍ?


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຄັນກະຊວງວັດທະນະທຳ...ອະນຸຍາດ ກໍ່ສາມາດເຂົ້າໄປສະແດງຄວາມສາມາດໃນເວທີ່ນາງງາມໂລກໄດ້ແລ້ວ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກະທູ້ 5 ປີກ່ອນ =_=


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກະທູ້ 5 ປີກ່ອນ =_=



໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກະທູ້ 5 ປີກ່ອນ =_=


ບໍ່ເປັນຫຍັງດອກ ເພາະນາງສາວອາພອນລາວ ປະກວດກັນທຸກໆປີຢູ່ແລ້ວ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.