ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອົກຮັກ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ພະຍາຍາມຫາແນວເຮັດເພື່ອໃຫ້ລືມຫຼືອອກໄປຫຼິ້ນພົບປະກັບໝູ່ຖ້າເປັນໄປໄດ້ກາລະບາຍອອກໃຫ້ໝູ່ຟັງແດ່ແຕ່ຕ້ອງແມ່ນໝູ່ທີ່ປາກມີສິບໃດ໋


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ພະຍາຍາມຫາແນວເຮັດເພື່ອໃຫ້ລືມຫຼືອອກໄປຫຼິ້ນພົບປະກັບໝູ່ຖ້າເປັນໄປໄດ້ກາລະບາຍອອກໃຫ້ໝູ່ຟັງແດ່ແຕ່ຕ້ອງແມ່ນໝູ່ທີ່ປາກມີສິບໃດ໋


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດົນປານນີ້ແລ້ວ ເຈົ້າຂອງກະທູ້ຄົງຈະທຳໃຈໄດ້ແລ້ວລະເນາະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົມຜູ້ໃຫມ່ໄປເລື່ອຍໆແລ້ວອາດຈະລືມເອງ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຄັນບໍ່ມີຄົນໄຫມ່ ເຈົ້າ ບໍ່ລືມດອກ

ຜູ້ບ່າວ

♡ເເມ່ລູກອ໋ອນ♡



.

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທີການລືມເລື່ອງລາວຂອງຄວາມຮັກທີ່ບໍ່ສົມຫວັງໃນອະດີດ, ມັນເປັນເລື່ອງຍາກສົມຄວນທີ່ເຮົາຈະລືມເລື່ອງລາວຕ່າງໆນັ້ນໄດ້
ມີແຕ່ທາງດຽວກໍຄືເຮົາຕ້ອງທຳໃຈຮັບຄວາມເປັນຈິງນັ້ນໃຫ້ໄດ້. ໃຫ້ຄິດເສຍວ່າໃນເມື່ອຄວາມຮັກໃນຄັ້ງນີ້ຂອງເຮົາມັນບໍ່ສົມຫວັງແລ້ວ
ກໍຍັງມີຄວາມຮັກຄັ້ງຕໍ່ໄປ. ບໍ່ໝາຍຄວາມວ່າ ເຮົາຜິດຫວັງແລ້ວບໍ່ແມ່ນຈະຕ້ອງຜິດຫວັງຕະຫຼອດໄປແມ່ນບໍລະ?. ຕ້ອງເຂົ້າໃຈວ່າຊີວິດຂອງຄົນເຮົາ
ມັນກໍເປັນແບບນີ້ແຫຼະ, ມີເລື່ອງທີ່ສົມຫວັງແລ້ວກໍຍັງຕ້ອງມີເລື່ອງທີ່ຜິດຫວັງອີກ...ຂໍພຽງໃຫ້ເຮົາຢູ່ຢ່າງມີຄວາມຫວັງຊີວິດເຮົາກໍຈະສົມຫວັງບໍ່ໃນມື້ໜຶ່ງ
ກໍຕ້ອງມື້ໜຶ່ງ. ໃຫ້ເຮົາຮຽນຮູ້ທີ່ຈະຜິດຫວັງ ແລ້ວເຮົາກໍຈະສົມຫວັງເອງ; ເມື່ອລົ້ມແລ້ວກໍຕ້ອງລຸກຂຶ້ນຢືນເພື່ອປະເຊີນກັບບັນຫາຕໍ່ໄປ...
ຈຂກທ ຫຼື ຜູ້ທີ່ອ່ານ ອາດຈະຄິດວ່າເວົ້ານັ້ນມັນງ່າຍ...ຄວາມຈິງກະແມ່ນໃດ໋! ເຮົານະງ່າຍ ແຕ່ວ່າເຮັດນະມັນຍາກ, ແຕ່ເຖິງວ່າມັນຈະຍາກເຮົາກໍຕ້ອງເຮັດໃຫ້
ໄດ້


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ກະເບິ່ງຜູ້ຍິງຄົນອຶ່ນແນ່.ບາງທີ ອາດຈະເຈິຮັກແທ້. ພະຍາຍາມບໍ່ຈົດຈຳສິ່ງທີ່ດີຂອງເຂົາທີ່ປະຕິບັດຕໍ່ທ່ານ ແລ້ວກະຈະລືມໄດ້ເອງ


໐ ກະທູ້
໑໓໐ ໂພສ
ນັກການກະທູ້
ໂອ່!! ເປັນຕາອີ່ຕົນນໍ!!!
ຄິດເສຍວ່າຄົນດີບໍໄດ້ມີຄົນດຽວ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ

ຢູ່ຫ່າງໆ ຢ່າງຫ່ວງໆ

໓ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຂ້າຄົນທີ່ເຮັດໃຫ້ເຮົາເຈັບ


໓ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຂ້າຄົນທີ່ເຮັດໃຫ້ເຮົາເຈັບ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຍາກທີ່ຈະລືມຄົນທີ່ເຮົາຮັກຈາກໄປແບບງ່າຍໆໄດ້!
ແຕ່...ເຮົາກະຕ້ອງທຳໃຈ ແລະຍອມຮັບຄວາມເປັນຈິງໃຫ້ໄດ້ ໃນເມືອວັນເວລາຜ່ານໄປບໍ່ມີວັນຫວນກັບ
ປຽບເໝືອນຄຳສຸພາສິດເພິ່ນວ່າ:ນໍ້າໄຫຼບໍ່ຖ້າປາການເວລາບໍ່ຖ້າຄົນ ຄົນຮັກຈາກໄປແລ້ວແມ໋ເຮົາຈະເສົ້າເສຍໃຈຮ້ອງໄຫ້ປານ
ເຂົາກໍ່ບ່ກັບມາໄດ້
ສິງດຽວທີຈະທຳໄດ້ກໍ່ຄື:ລືມທຸກໆຢ່າງທີ່ກ່ຽວກັບເຂົາໃຫ້ໄດ້ ຕັ້ງໃຈທຳປະຈຸບັນໃຫ້ດີທີ່ສຸດເທົ່າທີ່ຈະທຳໄດ້ ລືມຄວາມຝັນລົມໆແລ້ງໆໃນອາດິດ ແລະສ້າງອານາຄົດໃຫ້ສວຍງາມ ແມ໋ມັນຈະຍາກ ເກີດເປັນຄົນເຮົາຕ້ອງສູ້ຈົນຖິງທີ່ສຸດເນາະ ສູ້ໆໆຄົນອົກຫັກທັງຫຼາຍເອຍ

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ກິນເຫຼົ້າຍ້ອມໃຈ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑໑ ກະທູ້
໕໓໗ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງພະຍາມລືມ ບໍ່ຕ້ອງຊັງ...ເພາະນັ້ນແຫ່ງເຮັດໃຫ້ທຸກໃຈ....ພຽງແຕ່ຍອມຮັບແລະທຳໃຈວ່າມັນເປັນເລື່ອງທຳມະຊາດ..ເຮັດແນວໃດໄດ້..ເຂົາເຈົ້າບໍ່ໄດ້ເກີດມາເພື່ອເຮົາ..
ແລະເກັບເອົາປະສົບການດັ່ງກ່າວມາເປັນບົດຮຽນ...ພະຍາມເບິ່ງໂລກໃນແງ່ດີ
ເປັນຄົນຮັກແບບແຟນບໍ່ໄດ້ເປັນໝູ່ກັນກະໄດ້...


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ແນວໃດຈະລືມໄດ້ເຮັດໂລດ ກິນເຫຼົ້າ ເຂົ້າພັບ ໄປຫາໃໝ່ຜູ້ສາວນະບໍ່ອຶດ ບໍ່ຍາກ
ຄິດເສຍວ່າ:ບໍ່ຕາຍຫາເອົາໃໝ່ເນາະໆໆ

ຢູ່ຫ່າງໆ ຢ່າງຫ່ວງໆ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ຫຼີ້ນນຳ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນກໍ່ຍາກຢູ່ໃດ໋ຖ້າຈະໃຫ້ລືມຄົນທີ່ເຮົາເຄີຍຮັກນະ,ແຕ່ກໍ່ບໍ່ຕ້ອງຄິດນຳເຂົາຫລາຍຄິດແຕ່ວ່າເຂົາເປັນຄົນຜ່ານທາງມາທາງນີ້ຊື່ໆ
ການທີ່ເຮົາຈະຮັກໃຜຈັກຄົນ ອາດໃຊ້ເວລາພຽງ1ນາທີ
ແຕ່ການທີ່ເຮົາຈະລືມໃຜຈັກຄົນ ອາດໃຊ້ເວລາທັ້ງຊີວິດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີ່ເຂົາບໍ່ຮັກເຮົາ ເຮັດແນວໃດ ເຂົາກໍ່ບໍ່ຮັກເຮົາ ແຕ່ຄົນທີ່ຮັກເຮົາກໍ່ຍັງມີຢູ່ໂລກນີ້, ຈົ່ງເຫັນຄວາມສຳຄັນຂອງຄົນທີ່ຮັກເຮົາຫຼາຍກວ່າ ຄົນທີ່ເຂົາບໍ່ຮັກເຮົາດ້ວຍເທີ້ນ ແລ້ວເຈົ້າຈະສຸກໃຈ ຮາໆໆໆ (ປານເທດ)


໔ ກະທູ້
໑໘໓ ໂພສ
ນັກການກະທູ້

ถ้าคุณคิดถึงผม ผมก็คิดถึงคุณ.

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ບໍ່ເຄີຍມີ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ທຸກຢ່າງຂື້ນຢູ່ທີ່ໃຈ ວ່າເຈົ້າຈະລືມຫຼືຈະຮັກສາຄວາມຊົງຈຳເກົ່າ ມາເລົ່າໃຫ້ທຸກ ປົງໄວ້ດີກ່ວາ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>