![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ເປັນຫຍັງ ກ່ອນຝົນສິຕົກ ມົດມັນຈື່ງມັກແລ່ນຂື້ນບ້ານຄົນ ຍ້າຍຮັງໄປຫາບ້ານຄົນ .. ລະມັນຮູ້ໄດ້ແນວໃດວ່າຝົນສິຕົກ ມັນມີເລດ້າພິເສດຫຍັງຫວະ ເປັນຕາງືດໄດ.... ໃຜຮູ້ກໍ່ຊ່ວຍໄຂບັນຫາໃຫ້ຟັງແດ່ເດີ້ |
|
![]() ກາຄືຄົນເຮົານິແຫລ ຝົນໃກ້ຕົກແລ້ວພາກັນ******້ເຄື່ອງ
you will when you believe
|
|
![]() ພວກສັດມັນກະຄືຊິມີສັນຊາດຕະຍານພິເສດຂອງມັນນັ້ນລະ ເບິ່ງ Discovery ກ່ອນທີ່ຈະເກີດ Tsunami ໃນທ້າຍປີ 2004 ສັດຢູ່ບໍລິເວນນັ້ນກະຢູ່ບໍ່ເປັນສຸກແລ້ວ ພວກນັກທ່ອງທ່ຽວທີ່ກຳລັງຂີ່ຊ້າງຢູ່ ກໍປະກົດວ່າ ຊ້າງໄດ້ພະຍາຍາມແລ່ນຂຶ້ນໄປບ່ອນທີ່ສູງ ແລະ ພວກອື່ນໆກໍແຕກຕື່ນ ສັດມັນຮູ້ສຶກກ່ອນການມາເຖິງເປັນເວລາດົນເຕີບ...ຈັ່ງແມ່ນມັນເທບ
When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you. |
|
![]() ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆ
K.Soubandith
|
|
![]() ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ... ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆມີສຳຜັດທີ່ຫົກຫວາ ![]() ![]()
you will when you believe
|
|
![]() ຄິດວ່າ ມັນເປັນສັນຊາດຕະຍານຂອງມັນ ແລະ ສັດ ທຸກຊະນິດມັນຈະມີຄວາມຮູ້ສຶກພິເສດນີ້ຢູ່ແລ້ວ ແລະຖ້າມັນບໍ່ຍ້າຍບ້ານມັນຂື້ນທີ່ສູງ ຫລື ທີ່ປອດໄພ ມັນອາດຈະຖືກນ້ຳຖ້ວມຕາຍ ຫລື ບໍ່ດັ່ງນັ້ນອາດຈະຖືກພາກຈາກກຸ່ມກໍ່ເປັນໄດ້ ![]() We Make Them Cry Who Care 4 Us But We Cry 4 Those Who Never Cry 4 Us & We care 4 Those Who Will Never Cry 4 Us |
|
![]() ຄິດວ່າບໍ່ແປກດອກ ແຕ່ຄົນກາຍັງຣູ້ ສັງເກດເບີ່ງເດັກນ້ອຍໆໆ ຖ້າເຫັນຫຼີ້ນນໍ້າລາຍຜູ້ໃຫ່ຍເພີ່ນກໍ່ຈະມັກເວົ້າວ່າ ຝົນສິຕົກໃດນີ້ ແຕ່ສ່ວນຫລາຍກາຕົກອະຫລີກໍ ຫັລງຈາກນັ້ນນະ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
![]() |
|
![]() ບໍ່ວ່າແຕ່ມົດ ຄົນເຣົາກາຄືກັນ ຂພຈ ມີໝູ່ທີ່ລາວເຄີຍຜ້າຕັດຍ້ອນອຸບັດເຫດ ກ່ອນຝົນຈະຕົກລາວຈະຣູ້ ລາວວ່າເຈັບແຜ ໝ້ອງຜ່າລະລາວກາມັກເວົ້າວ່າ ຝົນສິຕົກໃດນີ້ ກາຕົກອີ່ຫລີ ຣ່າາາາາາ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ... ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆນັ້ນແຫຼະທີ່ເຂົາວ່າ “ມີສັດເປັນໝູ່ ດີກວ່າມີໝູ່ເປັນສັດ” ![]() ![]() ![]() ![]() ![]() ![]() |
|
![]() ມົດແມ່ນສັດເດີນ ດີນ ,,,, ງົງ ງົງ ງົງ , ງົງ ແມ່ນບໍ່ລະ , ນີ້ກະງົງຄືກັນ ແຮແຮແຮ
ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ
|
|
![]() ສັດມັນມີຄວາມຮັບຮູ້ລ່ວງໜ້າແບບຜິເສດທີ່ຄົນບໍ່ຮູ້ຍ້ອນແນວນັ້ນນັກວິທະຍາສາດຈິ່ງຕ້ອງການພິສູດວ່າພວກມັນຮູ້ດ້ອຍວິທີໃດ ຫາກນັກວິທະຍາສາດຄົ້ນພົບ ມັນຈະເປັນຜົນດີຕໍ່ຄົນເຮົາໃຫ້ຮູ້ຈັກການກຽມຕົວລ່ວງໜ້າວ່າຈະມີຫຍັງເກິດຂຶ້ນຈະໄດ້ປ້ອງກັນຫຼຶກຽມຕົວທັນ |
|
![]() ອ້າງເຖິງຂໍ້ຄວາມຈາກ DKKiKu ຂຽນວ່າ... ພວກສັດມັນກະຄືຊິມີສັນຊາດຕະຍານພິເສດຂອງມັນນັ້ນລະເບິ່ງ Discovery ກ່ອນທີ່ຈະເກີດ Tsunami ໃນທ້າຍປີ 2004 ສັດຢູ່ບໍລິເວນນັ້ນກະຢູ່ບໍ່ເປັນສຸກແລ້ວ ພວກນັກທ່ອງທ່ຽວທີ່ກຳລັງຂີ່ຊ້າງຢູ່ ກໍປະກົດວ່າ ຊ້າງໄດ້ພະຍາຍາມແລ່ນຂຶ້ນໄປບ່ອນທີ່ສູງ ແລະ ພວກອື່ນໆກໍແຕກຕື່ນ ສັດມັນຮູ້ສຶກກ່ອນການມາເຖິງເປັນເວລາດົນເຕີບ...ຈັ່ງແມ່ນມັນເທບ |
|
![]() ມັນເຫັນຟ້າມືດມາກະຮູ້ແລ້ວ ຄົນເຮົາກະແຮງຮູ້ກວ່າມັນອີກ ກົມອຸຕຸ ຫັ້ນແຮງເກັ່ງ ![]() ![]() ![]() ![]() |