ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເປັນຕາງືດ....

໕ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເປັນຫຍັງ ກ່ອນຝົນສິຕົກ ມົດມັນຈື່ງມັກແລ່ນຂື້ນບ້ານຄົນ ຍ້າຍຮັງໄປຫາບ້ານຄົນ ..
ລະມັນຮູ້ໄດ້ແນວໃດວ່າຝົນສິຕົກ
ມັນມີເລດ້າພິເສດຫຍັງຫວະ
ເປັນຕາງືດໄດ....
ໃຜຮູ້ກໍ່ຊ່ວຍໄຂບັນຫາໃຫ້ຟັງແດ່ເດີ້


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຄືຄົນເຮົານິແຫລ ຝົນໃກ້ຕົກແລ້ວພາກັນ******້ເຄື່ອງ

you will when you believe

໓ ກະທູ້
໑໙໑ ໂພສ
ນັກການກະທູ້
ພວກສັດມັນກະຄືຊິມີສັນຊາດຕະຍານພິເສດຂອງມັນນັ້ນລະ

ເບິ່ງ Discovery ກ່ອນທີ່ຈະເກີດ Tsunami ໃນທ້າຍປີ 2004 ສັດຢູ່ບໍລິເວນນັ້ນກະຢູ່ບໍ່ເປັນສຸກແລ້ວ

ພວກນັກທ່ອງທ່ຽວທີ່ກຳລັງຂີ່ຊ້າງຢູ່ ກໍປະກົດວ່າ ຊ້າງໄດ້ພະຍາຍາມແລ່ນຂຶ້ນໄປບ່ອນທີ່ສູງ ແລະ ພວກອື່ນໆກໍແຕກຕື່ນ
ສັດມັນຮູ້ສຶກກ່ອນການມາເຖິງເປັນເວລາດົນເຕີບ...ຈັ່ງແມ່ນມັນເທບ

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆ

K.Soubandith

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆ


ມີສຳຜັດທີ່ຫົກຫວາ

you will when you believe

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຄິດວ່າ ມັນເປັນສັນຊາດຕະຍານຂອງມັນ ແລະ ສັດ ທຸກຊະນິດມັນຈະມີຄວາມຮູ້ສຶກພິເສດນີ້ຢູ່ແລ້ວ

ແລະຖ້າມັນບໍ່ຍ້າຍບ້ານມັນຂື້ນທີ່ສູງ ຫລື ທີ່ປອດໄພ ມັນອາດຈະຖືກນ້ຳຖ້ວມຕາຍ ຫລື ບໍ່ດັ່ງນັ້ນອາດຈະຖືກພາກຈາກກຸ່ມກໍ່ເປັນໄດ້


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າບໍ່ແປກດອກ ແຕ່ຄົນກາຍັງຣູ້

ສັງເກດເບີ່ງເດັກນ້ອຍໆໆ ຖ້າເຫັນຫຼີ້ນນໍ້າລາຍຜູ້ໃຫ່ຍເພີ່ນກໍ່ຈະມັກເວົ້າວ່າ

ຝົນສິຕົກໃດນີ້ ແຕ່ສ່ວນຫລາຍກາຕົກອະຫລີກໍ ຫັລງຈາກນັ້ນນະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າແຕ່ມົດ ຄົນເຣົາກາຄືກັນ

ຂພຈ ມີໝູ່ທີ່ລາວເຄີຍຜ້າຕັດຍ້ອນອຸບັດເຫດ ກ່ອນຝົນຈະຕົກລາວຈະຣູ້

ລາວວ່າເຈັບແຜ ໝ້ອງຜ່າລະລາວກາມັກເວົ້າວ່າ ຝົນສິຕົກໃດນີ້

ກາຕົກອີ່ຫລີ ຣ່າາາາາາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ສັນຊາດຕະຍານຂອງສັດ ຂ້ອຍຮູ້ແຕ່ຕອນແຟນສິບອກເລີກວ່າມັນເປັນແນວໃດ ອິໆໆໆໆໆໆໆໆໆໆໆໆ



ນັ້ນແຫຼະທີ່ເຂົາວ່າ “ມີສັດເປັນໝູ່ ດີກວ່າມີໝູ່ເປັນສັດ”

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ມົດແມ່ນສັດເດີນ ດີນ ,,,, ງົງ ງົງ ງົງ , ງົງ ແມ່ນບໍ່ລະ , ນີ້ກະງົງຄືກັນ ແຮແຮແຮ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສັດມັນມີຄວາມຮັບຮູ້ລ່ວງໜ້າແບບຜິເສດທີ່ຄົນບໍ່ຮູ້ຍ້ອນແນວນັ້ນນັກວິທະຍາສາດຈິ່ງຕ້ອງການພິສູດວ່າພວກມັນຮູ້ດ້ອຍວິທີໃດ ຫາກນັກວິທະຍາສາດຄົ້ນພົບ
ມັນຈະເປັນຜົນດີຕໍ່ຄົນເຮົາໃຫ້ຮູ້ຈັກການກຽມຕົວລ່ວງໜ້າວ່າຈະມີຫຍັງເກິດຂຶ້ນຈະໄດ້ປ້ອງກັນຫຼຶກຽມຕົວທັນ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ DKKiKu ຂຽນວ່າ...
ພວກສັດມັນກະຄືຊິມີສັນຊາດຕະຍານພິເສດຂອງມັນນັ້ນລະ

ເບິ່ງ Discovery ກ່ອນທີ່ຈະເກີດ Tsunami ໃນທ້າຍປີ 2004 ສັດຢູ່ບໍລິເວນນັ້ນກະຢູ່ບໍ່ເປັນສຸກແລ້ວ

ພວກນັກທ່ອງທ່ຽວທີ່ກຳລັງຂີ່ຊ້າງຢູ່ ກໍປະກົດວ່າ ຊ້າງໄດ້ພະຍາຍາມແລ່ນຂຶ້ນໄປບ່ອນທີ່ສູງ ແລະ ພວກອື່ນໆກໍແຕກຕື່ນ
ສັດມັນຮູ້ສຶກກ່ອນການມາເຖິງເປັນເວລາດົນເຕີບ...ຈັ່ງແມ່ນມັນເທບ



໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ມັນເຫັນຟ້າມືດມາກະຮູ້ແລ້ວ ຄົນເຮົາກະແຮງຮູ້ກວ່າມັນອີກ ກົມອຸຕຸ ຫັ້ນແຮງເກັ່ງ