ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
1. ມາດພອກໜ້າ ສູດໃບເຕີຍ.
ນຳໃບເຕີຍ 4-5 ໃບ ມາຊອຍເປັນຕ່ອນນ້ອຍໆ, ແລ້ວນຳໄປປັ່ນຮ່ວມກັບໄຂ່ໄກ່ 2 ບ່ວງແກງ ຈະໄດ້ ມາດພອກໜ້າ ເປັນຄີມຂົ້ນໆ ຫມອກີ່ນໃບເຕີຍ
ພອກໜ້າໄວ້ປະມານ 5-10 ນາທີດ ແລ້ວລ້າງໜ້າຕາມປົກກະຕິ.
2. ສູດກຳຈັດສີວຫົວດຳ.
ນຳໝາກເຂືອເທດສົດ ມາປັ່ນຮ່ວມກັນກັບເຂົ້າໂອດ, ແລ້ວປະສົມນໍ້າເຜີ້ງເລັກນ້ອຍ ນຳມາທາບົນໃບໜ້າໃຫ້ທົ່ວ ເນັ້ນພິເສດບໍລິເວນທີ່ມີສີວຫົວ
ດຳ ປະໄວ້ປະມານ 5 ນາທີ, ແລ້ວຈິ່ງລ້າງອອກດ້ວຍນໍ້າອຸ່ນ.
3. ລົດຮອຍດ່າງດຳບົນໃບໜ້າ ດ້ວຍໝາກຫຸ່ງສຸກ.
ນຳໝາກຫຸ່ງສຸກມາ ບີບໃຫ້ລະອຽດ, ພອກໜ້າປະໄວ້ຈັກ 10 ນາທີ, ແລ້ວຈິ່ງລ້າງອອກ ຈະຊ່ວຍໃຫ້ໃບໜ້າທີ່ມີຮອຍດ່າງດຳ ເບິ່ງດີຂື້ນ.
4. ສູດໜ້າຂາວໃສ.
ມີສ່ວນປະສົມ ນໍ້າເຜີ້ງ, ນໍ້າໝາກນາວ. ປະສົມນໍ້າເຜີ້ງ 1 ຖ້ວຍ, ນໍ້າໝາກນາວ ບ່ວງກາເຟ. ຄົນໃຫ້ເຂົ້າກັນ ແລ້ວນຳມາທາແລະນວດໜ້າໃຫ້ທົ່ວ
ນໍ້າມາກນາວຈະຊ່ວຍກຳຈັດເຊວຜີວ, ເໆໝືອນຄີມທີ່ມີສ່ວນປະສົມ AHA ຫັ້ນລະ, ສ່ວນນໍ້າເຜີ້ງຈຳເຮັດໃຫ້ຜີວໜ້ານຸ່ມ ຊຸ່ມຊື່ນ, ນວດປະມານ
15 ນາທີ ແລ້ວລ້າງອອກ ຕາມປົກກະຕິ.
5. ສູດພິຄາດສີວສ້ຽນ.
ນຳໄຂ່ຂາວ ( ໄຂ່ໄກ່ ) ມາທາບາງໆ, ບໍລິເວນທີ່ມີສີວ ແລ້ວໄຊ້ ເຈ້ຍຊິດຊູຫຼືເຈ້ຍຊັບໜ້າ, ເອົາພຽງຊັ້ນດຽວ ມາຕິດໃສ່ໜ້າປະໃຫ້ແຫ້ງແລ້ວ
ຄ່ອຍໆ ດຶງເຈ້ຍອອກ ໂດຍດຶງຈາກທາງລຸ່ມ ສີວສ້ຽນທີ່ເຄີຍເປັນສ້ຽນໜາມຕຳໃຈ ຈະຫຼຸດອອກມາຢ່າງງ່າຍດາຍ.
ພວກເພື່ອນໆສາວໆ ລອງໄປເຮັດເບິ່ງເດີ ຈະຮູ້ວ່າມັນໄດ້ຜົນແທ້ ເພາະ ຂ້ອຍໄດ້ເຮັດມາແລ້ວ.
ຂໍ້ມູນໃດ້ມາຈາກ ອີນເຕີເນັດ.
|